FEB Faculty of Economics and Business Management

FEB Faculty of Economics and Business Management ເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນ ແລະ ຂ່າວສານກ່ຽວກັບກິດຈະກຳຕ່າງໆ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມຊ

Congratulations🎓✨
13/08/2026

Congratulations🎓✨

🎊 ຜູ້ບໍລິຫານຮ້ານຄ້າຈຳລອງ ຄສບ ຮຸ່ນທີ 3 ສົ່ງຕໍ່ຕຳແໜ່ງຜູ້ບໍລິຫານ ໃຫ້ກັບນ້ອງໆຮຸ່ນທີ 4 ຢ່າງເປັນທາງການແລ້ວ! 🪄📣 ໃນວັນທີ 10 ສິງຫ...
12/08/2026

🎊 ຜູ້ບໍລິຫານຮ້ານຄ້າຈຳລອງ ຄສບ ຮຸ່ນທີ 3 ສົ່ງຕໍ່ຕຳແໜ່ງຜູ້ບໍລິຫານ ໃຫ້
ກັບນ້ອງໆຮຸ່ນທີ 4 ຢ່າງເປັນທາງການແລ້ວ! 🪄

📣 ໃນວັນທີ 10 ສິງຫາ 2026 ທີ່ຜ່ານມາ ໄດ້ມີພິທີສົ່ງມອບວຽກງານການບໍລິຫານຮ້ານຄ້າຈຳລອງ ຄສບ ຈາກຮຸ່ນທີ 3 ສູ່ຮຸ່ນທີ 4 ຢ່າງເປັນທາງການ. ເຊິ່ງຈັດຂຶ້ນທີ່ຫ້ອງ MR (ຕຶກເກົ່າ) ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ. ໂດຍໃຫ້ກຽດເຂົ້າຮ່ວມງານອັນສຳຄັນນີ້ໂດຍ ຫົວໜ້າຄະນະວິຊາ ,ບັນດາຫົວໜ້າພາກວິຊາ, ຄູອາຈານ ພ້ອມດ້ວຍນ້ອງໆນັກສຶກສາ ພາຍໃນຄະນະ.

ການຈັດພິທີສົ່ງມອບໃນຄັ້ງນີ້ ກໍເພື່ອເປັນການເຜີຍແຜ່ຂ່າວສານການປ່ຽນໂຄງສ້າງ ແລະ ທີມງານຜູ້ບໍລິຫານຮ້ານຄ້າຈຳລອງ ຄສບ ໃຫ້ແກ່ບັນດາຄູອາຈານ, ນັກສຶກສາ ລວມໄປເຖິງບັນດາລູກຄ້າ ແລະ ຜູ້ໃຫ້ການສະໜັບສະໜູນທຸກທ່ານ ໄດ້ຮັບຮູ້ຢ່າງທົ່ວເຖິງກັນ.

ນອກຈາກນັ້ນ, ຍັງໄດ້ມີການມອບບົດລາຍງານຜົນການດຳເນີນງານ ແລະ ຜົນປະກອບການໃນໄລຍະ 1 ປີທີ່ຜ່ານມາ ໃຫ້ແກ່ນ້ອງໆຮຸ່ນທີ 4 ເພື່ອເປັນມາດຖານ ແລະ ແນວທາງໃນການສືບຕໍ່ພັດທະນາຮ້ານຄ້າຈຳລອງ ຄສບ ຕໍ່ໄປ.

✨ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ພ້ອມທັງອວຍພອນໃຫ້ທີມງານຜູ້ບໍລິຫານ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນຊົງກຽດນີ້! ✨

#ຮ້ານຄ້າຈຳລອງຄສບ #ຄສບ
#ຄະນະເສດຖະສາດແລະບໍລິຫານທຸລະກິດ

📢 ປະກາດເປີດຮັບສະໝັກນັກສຶກສາໃໝ່! 🎓✨>>ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລ ແຫ່ງຊາດ ເປີດຮັບສະໝັກນັກສຶກສາໃໝ່ໃນຫຼັກສູ...
08/08/2026

📢 ປະກາດເປີດຮັບສະໝັກນັກສຶກສາໃໝ່! 🎓✨
>>ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລ ແຫ່ງຊາດ ເປີດຮັບສະໝັກນັກສຶກສາໃໝ່ໃນຫຼັກສູດຕ່າງໆ ດັ່ງນີ້:
1. ຫຼັກສູດນານາຊາດ (ຮຽນເປັນພາສາອັງກິດ)
2. ຫຼັກສູດປະລິນຍາຕີ 4 ປີ (ພາກບ່າຍ ແລະ ພາກຄ່ຳ)
3. ຫຼັກສູດປະລິນຍາຕີ ຕໍ່ເນື່ອງ 2 ປີ (ພາກຄໍ່າ)

📄ເອກະສານ ແລະ ເງື່ອນໄຂການສະໝັກ:
•ໃບປະກາດຈົບ ມ 7.
•ໃບຄະແນນ ມ 7.
•ບັດປະຈຳໂຕ ຫຼື ພາສປອດ (Passport).
•ຮູບຖ່າຍ 3x4 (2 ໃບ).
>>(ສຳລັບຫຼັກສູດຕໍ່ເນື່ອງ: ກັອບປີ້ໃບປະກາດຊັ້ນສູງ ຫຼື ທຽບເທົ່າ).

🗓️ປິດຮັບສະໝັກ: 14/08/2026
📝ສອບເສັງ : 17/08/2026
🧭ເວລາສອບເສັງ: 9:00 - 11 :00 ໂມງ ( ເສັງນານາຊາດ )
>>: 13:00 - 15:00 ໂມງ ( ເສັງຫຼາຍທາງເລືອກ )

📞 ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ:
020 55 111 766
020 99 332 330
020 99 295 515

🌐 ເວັບໄຊ: feb.nuol.edu.la

#ຮັບສະໝັກນັກສຶກສາໃໝ່ #ປະລິນຍາຕີ #ຫຼັກສູດນານາຊາດ #ຕໍ່ເນື່ອງ #ຄະນະເສດຖະສາດແລະບໍລິຫານທຸລະກິດ #ມະຫາວິທະຍາໄລແຫ່ງຊາດ

04/08/2026
03/08/2026
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ຕ້ອນຮັບຂະບວນການທັດສະນະສຶກສາທາງວິຊາການ ຂອງຄະນະຄູອາຈານ ແລະ ນັກສຶກສາປະ...
02/08/2026

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ຕ້ອນຮັບຂະບວນການທັດສະນະສຶກສາທາງວິຊາການ ຂອງຄະນະຄູອາຈານ ແລະ ນັກສຶກສາປະລິນຍາໂທ ຂອງຄະນະເສດຖະສາດ ແລະການທ່ອງທ່ຽວ, ມະຫາວິທະຍາໄລສຸພານຸວົງ.

📣 CALL FOR PAPERS – INTERNATIONAL ACADEMIC CONFERENCEThe Faculty of Economics and Business Management, National Universi...
31/07/2026

📣 CALL FOR PAPERS – INTERNATIONAL ACADEMIC CONFERENCE

The Faculty of Economics and Business Management, National University of Laos (NUOL) invites faculty members, researchers, and students to submit academic papers for the International Academic Conference on Economics and Business Management, held in commemoration of the 30th Anniversary of the National University of Laos.
📌 Thematic Areas:
1. Economics and Development
2. Business and Management
3. Finance and Digital Transformation
4. Sustainability and Development
🗓️ Important Dates:
• August 28, 2026: Abstract Submission Deadline
• September 28, 2026: Full Paper Submission Deadline
• October 28–30, 2026: Conference Dates – Hybrid Conference, Vientiane Capital, Lao PDR

📥 Submission:
All abstracts and full papers must be submitted via email only to: [email protected]

✨ Publication Opportunity:
Selected papers will be considered for publication in a Special Issue of the Lao Journal of Economics and Business Management, subject to the journal’s editorial review process. #ຄສບ #ຄະນະເສດຖະສາດແລະບໍລິຫານທຸລະກິດ

📌 ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຄສບ ແລະ ວິທະຍາໄລ ເຊັນຮິວ ວຽງຈັນ ST HUGH’S (SHV)    ຄະນະເສດຖະສາດ ແລະ ບ...
29/07/2026

📌 ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຄສບ ແລະ ວິທະຍາໄລ ເຊັນຮິວ ວຽງຈັນ ST HUGH’S (SHV)

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ວິທະຍາໄລ ST HUGH’S (SHV) ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສ້າງ ແລະ ພັດທະນາເສັ້ນທາງການສຶກສາຕໍ່ເນື່ອງ ໃນຫຼັກສູດບໍລິຫານທຸລະກິດ ສາຂາຜູ້ປະກອບການ ແລະ ນະວັດຕະກຳ ດ້ານເຕັກໂນໂລຊີປັນຍາປະດິດເຊີງສ້າງສັນ (Generative AI).

ພາຍໃຕ້ການຮ່ວມມືນີ້ ນັກສຶກສາຈະໄດ້ສຶກສາໃນປີທີ 1 ແລະ ປີທີ 2 ທີ່ SHV ແລະ ສາມາດສືບຕໍ່ຮຽນໃນປີທີ 3 ກັບ ຄສບ ເພື່ອສຳເລັດການສຶກສາ ແລະ ໄດ້ຮັບວຸດທິປະລິນຍາຕີ ຕາມມາດຕະຖານ ແລະ ເງື່ອນໄຂທີ່ກຳນົດ.

ການຮ່ວມມືໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຂະຫຍາຍໂອກາດທາງການສຶກສາ ສົ່ງເສີມການພັດທະນາທັກສະວິຊາຊີບ ແລະ ສ້າງກຳລັງຄົນທີ່ມີຄວາມຮູ້ ຄວາມສາມາດ ແລະ ພ້ອມຮັບໃຊ້ສັງຄົມໃນອະນາຄົດ.

#ມະຫາວິທະຍາໄລແຫ່ງຊາດ #ຄະນະເສດຖະສາດແລະບໍລິຫານທຸລະກິດ

28/07/2026

💸 ຝັນຢາກເປັນນັກການເງິນ ຫຼື ຜູ້ຊ່ຽວຊານດ້ານການທະນາຄານຢູ່ບໍ? ເສັ້ນທາງສູ່ອາຊີບເລີ່ມຕົ້ນໄດ້ທີ່ນີ້! 📈💰

ຂໍແນະນຳ “ສາຂາການເງິນ ແລະ ການທະນາຄານ”
ສັງກັດຢູ່ພາຍໃຕ້ພາກວິຊາ”ການເງິນ ແລະ ການທະນາຄານ”
ຫຼັກສູດທີ່ຈະຊ່ວຍສ້າງພື້ນຖານ ຄວາມຮູ້ ແລະ ພັດທະນາທັກສະດ້ານການເງິນ ເພື່ອໃຫ້ພ້ອມສຳລັບການເຮັດວຽກໃນອະນາຄົດ.

🎥 ຖ້າຢາກຮູ້ວ່າສາຂານີ້ມີຫຍັງໜ້າສົນໃຈ?
ກົດເບິ່ງວິດີໂອນີ້ເລີຍ! 👇

#ສາຂາການເງິນແລະການທະນາຄານ #ພາກວິຊາການເງິນແລະການທະນາຄານ #ຄະນະເສດຖະສາດແລະບໍລິຫານທຸລະກິດ #ມະຫາວິທະຍາໄລແຫ່ງຊາດ

📚📍✨️
28/07/2026

📚📍✨️

ຕາຕະລາງສອບເສັງເຂົ້າ ມຊ ໃນວັນເສົາ ວັນທີ 8 ສິງຫາ 2026 (ສອບເສັງຫມົດມື້ ພາກເຊົ້າ-ພາກບ່າຍ)

---------------------------------------------
✅ລົງທະບຽນຜ່ານເວັບໄຊ: https://entrance.nuol.edu.la/
✅ເປີດໃຫ້ມາຮັບບັດເຂົ້າຫ້ອງສອບເສັງ ວັນທີ 13 ກໍລະກົດ ຫາ ວັນທີ 5 ສິງຫາ 2026 ທີ່ສະໂມສອນໃຫຍ່ ມຊ
✅ການສອບເສັງ ແມ່ນ ວັນທີ 8 ສິງຫາ 2026, ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍທຳມະຊາດ ແລະ ກຸ່ມ B ສາຍສັງຄົມ
✅ເອກະສານການສະໝັກສອບເສັງ: ສຳລັບຜູ້ທີ່ຈົບໃນສົກສຶກສານີ້ແມ່ນໃຫ້ ສຳເນົາບັດເຂົ້າຫ້ອງສອບເສັງ ມ7 ແລະ ຮູບຕິດບັດຂະໜາດ 3*4 ຈຳນວນ 2 ໃບ; ສ່ວນຜູ້ທີ່ຈົບກ່ອນສົກສຶກສານີ້ແມ່ນໃຫ້ສຳເນົາໃບປະກາດ ມ7 ແລະ ຮູບຕິດບັດຂະໜາດ 3*4 ຈຳນວນ 2 ໃບ.
📍ໝາຍເຫດ: ການລົງທະບຽບສະໝັກສອບເສັງແມ່ນຜ່ານອອນລາຍ, ແຕ່ສຳລັບການສອບເສັງແມ່ນຕ້ອງມາສອບເສັງຕົວຈິງຢູ່ ມຊ ຕາມວັນເວລາທີ່ກຳນົດ.
----------------------------------------
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 📍 page:
1. ກະດານຂ່າວ ມຊ-Kadankao
2. ຂ່າວສານ ມຊ NUoL News
#ສອບເສັງເຂົ້າມຊ #ຕາຕະລາງສອບເສັງມຊ #ມຊເສັງວັນທີ8ສິງຫາ2026

Address

2JPM+VWX
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 09:00 - 17:00
Sunday 09:00 - 17:00

Telephone

+85621770067

Alerts

Be the first to know and let us send you an email when FEB Faculty of Economics and Business Management posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to FEB Faculty of Economics and Business Management:

Shortcuts

Share