13/07/2026
‼️ຂ່າວດີ ສຳລັບຜູ້ທີ່ສົນໃຈຮຽນພາສາຈີນ‼️
ຄະນະອັກສອນສາດ ພາກວິຊາພາສາຈີນ ເປີດຮັບສະໝັກນັກສຶກສາເຂົ້າຮຽນຫຼັກສູດປະລິນຍາຕີພາກຄໍ່າ ສົກຮຽນ 2026–2027
📚 ຫຼັກສູດທີ່ເປີດຮັບ:
1️⃣ ປະລິນຍາຕີອັກສອນສາດ ສາຂາພາສາຈີນ (ລະບົບ 4 ປີ ພາກຄໍ່າ)
2️⃣ ປະລິນຍາຕີອັກສອນສາດ ສາຂາພາສາຈີນເພື່ອການທ່ອງທ່ຽວ (ລະບົບ 4 ປີ ພາກຄໍ່າ)
🕔 ເວລາຮຽນ: 17:00 – 20:00 ໂມງ (ວັນຈັນ – ວັນສຸກ)
🎯 ຫຼັກສູດນີ້ເໝາະສຳລັບ:
✅ ຜູ້ທີ່ສອບເສັງບໍ່ຕິດສາຂາພາສາຈີນ (ພາກປົກກະຕິ)
✅ ຜູ້ທີ່ບໍ່ສະດວກຮຽນໃນຕອນເຊົ້າ ຫຼື ຕອນບ່າຍ
✅ ຜູ້ທີ່ສອບເສັງຕິດຄະນະອື່ນ ແຕ່ມີຄວາມສົນໃຈຮຽນພາສາຈີນ
✅ ພະນັກງານຜູ້ທີ່ຕ້ອງການສຶກສາຕໍ່ດ້ານພາສາຈີນ
📄 ເອກະສານທີ່ຕ້ອງກະກຽມ:
👨🎓 ສຳລັບນັກຮຽນ
1️⃣ ສຳເນົາໃບປະກາດ ແລະ ໃບຄະແນນ ມ.7
2️⃣ ສຳເນົາບັດເຂົ້າຫ້ອງສອບເສັງ ມ.7
3️⃣ ຮູບ 3×4 ພື້ນຫຼັງສີຂາວ 2 ໃບ
👩💼 ສຳລັບພະນັກງານ
1️⃣ ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ
2️⃣ ໃບຢັ້ງຢືນຈາກກົມກອງທີ່ສັງກັດ
3️⃣ ສຳເນົາໃບປະກາດຈົບການສຶກສາ (ຊັ້ນສູງ ຫຼື ປະລິນຍາຕີໃນສາຂາອື່ນ)
4️⃣ ຮູບ 3×4 ພື້ນຫຼັງສີຂາວ 2 ໃບ
📅 ໄລຍະເວລາຮັບສະໝັກ
08/07/2026 – 10/08/2026
📍 ສະຖານທີ່ຍື່ນເອກະສານ
ຄະນະອັກສອນສາດ ພາກວິຊາພາສາຈີນ ຕຶກ G ຫ້ອງ 310
📝 ວັນເວລາຈັດສອບເສັງ
📅 ວັນທີ: 12/08/2026
🕰️ ເວລາ: 09:00-10:30
✏️ ວິຊາສອບ: ພາສາຈີນ
🏫 ສະຖານທີ່ສອບ: ຄະນະອັກສອນສາດ ຕຶກ PUV
📞 ສອບຖາມລາຍລະອຽດເພີ່ມເຕີມ
☎️ 020 56662602
☎️ 020 58978567
✨ ຢ່າພາດໂອກາດ! ຮີບສະໝັກຕັ້ງແຕ່ມື້ນີ້ ເພື່ອເປີດໂອກາດໃໝ່ ແລະ ພັດທະນາອານາຄົດໄປພ້ອມກັບພວກເຮົາ!
#ພາກວິຊາພາສາຈີນ
#中文系🇨🇳
#ປະລິນຍາຕີພາສາຈີນພາກຄໍ່າ
#ປະລິນຍາຕີພາສາຈີນສຳລັບການທ່ອງທ່ຽວ
#ພາສາຈີນພາສາໃຈ