24/12/2025
+ ໃນຕອນບ່າຍວັນທີ 24/12/2025 ທີ່ໂຮງຮຽນ SOS ວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງຊຸດໃໝ່ ທົດແທນ ຊຸດເກົ່າ ທີ່ເພີ່ນເຂົ້າຮັບອຸດໜູນບຳນານ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ນະດອນໄຮ ຜູ້ອຳນວຍການໂຄງການໝູ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ
+ ໃນພິທີ ທ່ານ ບຸນມີ ທູມປະເສີດ ຮອງຫົວໜ້າແຜນການພັດທະນາໂຄງການຂື້ນຜ່ານຂໍ້ຕົກລົງແຕ່ງຕັ້ງເຊິ່ງປະກອບມີ:
1, ທ່ານ ອາຈານ ພຸດທະນູສັກພູເງິນ ປະຖຳມະວົງ ເປັນຮອງອຳນວຍການໂຮງຮຽນຮັບຜິດຊອບຊັ້ນມັດທະຍົມ ແທນ ທ່ານ ອາຈານ ສາຍສະໝອນ ແສງພະຈັນ ທີ່ເຂົ້າຮັບອຸດໜູນບຳນານ
2, ທ່ານ ອາຈານ ວັນນະພຸດ ສໍບຸດສະດີ ເປັນຮອງອຳນວຍການຮັບຜິດຊອບ ແທນ ທ່ານ ອາຈານ ກິແກ້ວ ໄຊຍະວົງ ທີ່ເຂົ້າຮັບອຸດໜູນບຳນານ
3, ທ່ານ ອາຈານ ນາໄລ ແກ້ວປະເສີດ ເປັນຫົວໜ້າສາຍວິທະຍາສາດທຳມະຊາດ ແທນ ທ່ານ ອາຈານ ພຸດທະນູສັກພູເງິນ ປະຖຳມະວົງ ທີ່ໄປຮັບໜ້າທີ່ໃໝ່
+ ທ່ານ ສິນນະສອນ ນະດອນໄຮ ຜູ້ອຳນວຍການໂຄງການໄດ້ມີຄຳເຫັນຕໍ່ຄະນະບໍ່ລິຫານຊຸດໃໝ່ໃຫ້ເພີ່ມທະວີຄວາມຮູ້ຄວາມສາມາດໃນການພັດທະນາໂຮງຮຽນໃຫ້ມິຄຸນນະພາບ ແລະ ເຂັ້ມແຂງ
+ ທ່ານ ອາຈານ ພຸດທະນູສັກພູເງິນ ປະຖຳມະວົງ ໄດ້ຕ່າງໜ້າການຈັດຕັ້ງຂຸດໃໝ່ ຂື້ນຮັບຄຳໂອວາດຈາກຂັ້ນເທິງ ເຊິ່ງທ່ານ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສຸມທຸກຄວາມສາມາດເຂົ້າໄດ້ພາລະກິດທີ່ໄດ້ຮັບມອຍໝາຍໃນຄັ້ງນີ້ໃຫ້ປະສົບຜົນສຳເລັດ
+ ໃນຕອນທ້າຍຂອງພິທີ ທ່ານ ອາຈານ ສົມສະນິດ ວັນນະໄຊ ຜູ້ອຳນວຍການໂຮງຮຽນ ແລະ ຄະນະ ກໍ່ໄດ້ມອບຂອງຂວັນ ອວຍພອນປີໃໝ່ແກ່ທ່ານ ສິນນະສອນ ນະດອກໄຮ ພ້ອມດ້ວຍຄະນະ