15/05/2025
💰ໃນປັດຈຸບັນນີ້ ເທຣນພຶດຕິກຳການໃຊ້ເງິນ💸💸ໃນສະໄໝໃຫມ່ແມ່ນມີການປ່ຽນແປງຢ່າງໄວວາຫຼາຍ ແລະ ແຕ່ລະຄົນມີຄວາມຕ້ອງການ, ມີພຶດຕິກຳການໃຊ້ເງິນທີ່ແຕກຕ່າງກັນຢ່າງຈະແຈ້ງ. ບາງຄົນທ້ອນເງິນບໍ່ໄດ້, ບາງຄົນມີການທ້ອນເງິນເພື່ອໄວກະສຽນ ແລະ ບາງຄົນກໍທ້ອນເງິນເພື່ອການລົງທຶນ ເຊິ່ງອາດເກີດຈາກປັດໄຈຫຼາຍໆຢ່າງເປັນຕົ້ນແມ່ນ:ເສດຖະກິດ, ສະພາບແວດລ້ອມ, ຄວາມຕ້ອງການ, ເປົ້າໝາຍສ່ວນຕົວ, ພຶດຕິກຳ, ທັດສະນະຄະຕິ... ເປັນຕົ້ນ.
ແຕ່ກ່ອນເຮົາມັກຈະແຍກພຶດຕິກຳການໃຊ້ເງິນຜ່ານ Generations (ການເເຍກຕາມຊ່ວງອາຍຸ) ແລະ ທາງ Fin Space ກໍໄດ້ມີການຮວບຮວມ ແລະ ສະຫຼຸບມາໃຫ້ທຸກຄົນໄດ້ອ່ານ.
👉ສະນັ້ນເຮົາມາເບິ່ງວ່າ ເຮົາເປັນໃຜ ໃນ 5 Lifestyles ທາງການເງິນ ນີ້:
💥FIRE: Financial Independence Retire Early(ກະສຽນກ່ອນໃຜໄດ້ປຽບ)
ເປັນເທຣນການວາງແຜນການເງິນທີ່ກໍາລັງໄດ້ຮັບຄວາມນິຍົມຢ່າງຫຼາຍ ກໍຄືການຮີບອອມເງິນ ແລະ ຮີບລົງທຶນຢ່າງບໍ່ສົນໃຜ ເພື່ອທີ່ຈະໄດ້ກະສຽນອາຍຸກ່ອນອາຍຸ 30 ປີ. ເຊິ່ງວິທີນີ້ເປັນວິທີ ທີ່ເອີ້ນວ່າ ອົດສົ້ມໄວ້ກິນຫວານ ການຂາດຊີວິດອາດຂາດສີສັນ ເພາະມີເປົ້າໝາຍທີ່ຊັດເຈນ ກໍຄື ການກະສຽນອາຍຸໃຫ້ໄວທີ່ສຸດ ແຕ່ແນວຄິດນີ້ກໍບໍ່ໄດ້ເໝາະສຳລັບທຸກຄົນ ເພາະແຕ່ລະຄົນມີພາລະຄ່າໃຊ້ຈ່າຍທີ່ບໍ່ຄືກັນ ແລະ ນິຍາມການເງິນກໍແຕກຕ່າງກັນ.
💥D**K: Dual Income, No kids (ຄູ່ຮັກນັກຫາເງິນ)
ເປັນ Styles ທີ່ຄູ່ຮັກພາກັນຫານເງິນ ແຕ່ບໍໄດ້ຕ້ອງການມີລູກ ອາດເປັນຍ້ອນມີຄ່າໃຊ້ຈ່າຍຫຼາຍຢ່າງທີ່ທັງສອງບໍ່ພ້ອມຈ່າຍເຊັ່ນ: ຄ່ານົມ, ຄ່າອຸປະກອນລ້ຽງລູກນ້ອຍ ແລະ ອື່ນໆ. ລວມເຖິງສະພາບເສດຖະກິດແບບນີ້ແລ້ວ ຍິ່ງເຮັດໃຫ້ທັງສອງຄົນບໍ່ໄດ້ສົນໃຈທີ່ຈະມີລູກ ເຊິ່ງສະໄຕຣ ນີ້ຖືວ່າມີສະຖານະການເງິນດີ ເພາະເທົ່າກັບມີລາຍໄດ້ 2 ທາງ ເຊິ່ງສ່ວນໃຫຍ່ມີເງິນເກັບອອມ ແລະ ນຳໄປລົງທຶນອີກດ້ວຍ.
💥YOLO: You Only Live Once (ຊີວິດເຮົາໃຊ້ເທາະ)
ຫຼາຍຄົນເຫັນ ແລະ ຄຸ້ນເຄີຍກັບຄົນເຫຼົ່ານີ້ມາຫຼາຍແລ້ວ ຫຼື ອາດມີບາງຄົນຍຶດຖືເປັນຄະຕິປະຈຳໃຈເລີຍ ຢາກຊື້ຫຍັງກໍຊື້, ຢາກທ່ຽວໃສກໍໄປ. ເພື່ອຄວາມປອດໄພທາງດ້ານການເງິນອາດຕ້ອງເພີ່ມຕຄວາມລະມັດລະວັງໃນການໃຊ້ເງິນຫຼາຍຍິ່ງຂຶ້ນ ມີເງິນສຳຮອງຍາມສູກເສີນ ກ່ອນທີ່ເງິນຈະໝົດເສຍກ່ອນ.
💥HENRY: Hight Earners, Not Rick Yet (ຈະລວຍຕອນໃດ)
"ອັນນັ້ນກະດີ ອັນນີ້ກະຢາກໄດ້ ກະເປົ໋ານີ້ກະອອກໃໝ່..." lifestyles ນີ້ກໍຄືຄົນທີ່ມີລາຍໄດ້ສູງ ແຕ່ກໍບໍ່ລວຍຈັກເທື່ອ ເພາະໝົດໄປກັບສິ່ງຂອງຫຼູຫຼາ ຄົນກຸ່ມນີ້ມີກຳລັງຊື້ຂ້ອນຂ້າງສູງ ແລະ ກໍເປັນທີ່ຕ້ອງການຂອງບັນດາຜູ້ຂາຍສິນຄ້າ ແລະ ບໍລິການອີກດ້ວຍ. ໃຜທີ່ກົງກັບສະໄຕຣນີ້ ຕ້ອງໄດ້ດຶງຕົວເອງໄວ້ແດ່ ແລະ ອາດແບ່ງເງີນມາເກັບອອມຫຼືລົງທຶນເພຶ່ອມີເງິນເກັບໄວ້ໃຊ້ໃນຍາມສຸກເສີນ.
💥PANK: Professional, Aunt, No Kids
Lifestyles ນີ້ຄືຄົນໂສດໄວເຮັດວຽກ ອາຍຸ 30+ ລາຍໄດ້ດີ, ເຮັດວຽກເກັ່ງ, ມີກຳລັງຊື້ສູງ. ຄົນກຸ່ມນີ້ມັກເປັນທີ່ເພິ່ງໃຫ້ກັບຄອບຄົວ ຄົນອ້ອມຂ້າງໄດ້ຢ່າງດີ ແລະ ດ້ວຍຄວາມທີ່ບໍ່ມີຄູ່ກໍເລີຍເອົາເງິນໄປທຸ້ມໃສ່ກັບຫຼານໆ ເຮັດໃຫ້ສະໄຕຣນີ້ມີຄວາມຄ້າຍຄືກັບ D**K ພຽງແຕ່ PANK ເປັນສາຍລຸຍດ່ຽວ ຈິ່ງເປັນທັງຄົນທີ່ມີເງິນ, ເປັນທີ່ເພິ່ງພາ ແລະ ມີຄວາມສຸກກັບຫຼານໆ.
ຫຼັງຈາກອ່ານມາແລ້ວ ທ່ານພໍຈະຮູ້ບໍ່ວ່າຕົນເອງກົງກັບ Lifestyles ໃດ ແຕ່ເຖິງແນວໃດກໍຕາມບໍ່ວ່າທ່ານຈະເປັນແບບໃດ ກໍຂໍໃຫ້ມີຄວາມສຸກກັບສະໄຕທີ່ທ່ານເປັນ ແລະ ກໍໃຫ້ຮູ້ວ່າ ບໍ່ມີສະໄຕຣໃດທີ່ຈະຕາຍຕົວ ແລະ ຕິດຕົວເຮົາໄປເລື້ອຍໆ ເຮົາສາມາດປັບແລະ ປ່ຽນເປົ້າໝາຍຂອງຊີວິດເຮົາໄດ້ສະເໝີ.
ອ້າງອີງຈາກ: LINE BK, FINNOMENA