ຄະນະເຕັກນິກການແພດ FMT Laos

ຄະນະເຕັກນິກການແພດ FMT Laos Contact information, map and directions, contact form, opening hours, services, ratings, photos, videos and announcements from ຄະນະເຕັກນິກການແພດ FMT Laos, College & University, Ban xiengda, Vientiane.

ວັນທີ 30 ມິຖຸນາ 2026 ພະນັກງານຄຸ-ອາຈານແລະນັກສຶກສາຄະນະເຕັກນິກການແພດໄດ້ຮ່ວມກັນບໍລິຈາກເລືອດຊ່ວຍເຫຼືອສັງຄົມເນື່ອງໃນໂອກາດຄົບຮອ...
13/07/2026

ວັນທີ 30 ມິຖຸນາ 2026 ພະນັກງານຄຸ-ອາຈານແລະນັກສຶກສາຄະນະເຕັກນິກການແພດໄດ້ຮ່ວມກັນບໍລິຈາກເລືອດຊ່ວຍເຫຼືອສັງຄົມເນື່ອງໃນໂອກາດຄົບຮອບວຽນບໍລິຈາກເລືອດປະຈຳປີຂອງຄະນະ, ການບໍລິຈາກເລືອດໄດ້ຈຳນວນທັງໝົດ 25 ຄົນເປັນຍິງ 13 ຄົນ ບໍລິມາດເລືອດທີໄດ້ 8,750 cc

ການລົງພາກສະໜາມການແພດຊຸມຊົນປະຈຳສົກສຶກສາ 2025-2026 ຂອງນັກສຶກສາປະລິນຍາຕີກາຍະບຳບັດ ແລະ ປຕີ. ວິເຄາະການແພດຮຸ່ນທີ 13, ອະນຸປະລິນ...
13/07/2026

ການລົງພາກສະໜາມການແພດຊຸມຊົນປະຈຳສົກສຶກສາ 2025-2026 ຂອງນັກສຶກສາປະລິນຍາຕີກາຍະບຳບັດ ແລະ ປຕີ. ວິເຄາະການແພດຮຸ່ນທີ 13, ອະນຸປະລິນຍາວິເຄາະຮຸ່ນທີ 8 ທີບ້ານນາມົນ ແລະບ້ານໂພນແຍງເມືອງເຟືອງແຂວງວຽງຈັນ ໂດຍການຕິດຕາມນຳພາຈາກຫົວຫນ້າຄະນະ ພະນັກງານຄູ-ອາຈານໃນຄະນະ ຂໍຂອບໃຈເຖິງອຳນາດການປົກຄອງ ສາທາລະນະສຸກເມືອງຕະຫລອດຮອດພໍ່ແມ່ປະຊາຊົນທີໃຫ້ການສະໜັບສະໜຸນຊ່ວຍເຫຼືອຈົນສຳເລັດ.

01/07/2026

📌ແຈ້ງການ📍
# # ເລື່ອງ: ເປີດຮັບສະໝັກສອບເສັງເຂົ້າຮຽນ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ສົກຮຽນ 2026–2027

ມະຫາວິທະຍາໄລວິທະຍາສາດສຸຂະພາບ ຂໍແຈ້ງໃຫ້ນັກຮຽນ ນັກສຶກສາ ແລະ ຜູ້ສົນໃຈທຸກທ່ານ ຊາບວ່າ ມະຫາວິທະຍາໄລ ຈະເປີດຮັບສະໝັກຜູ້ປະສົງສອບເສັງເຂົ້າສຶກສາຕໍ່ໃນລະດັບປະລິນຍາຕີ ສົກຮຽນ **2026–2027** ເພື່ອເປີດໂອກາດໃຫ້ນັກຮຽນທີ່ສົນໃຈໄດ້ເຂົ້າຮຽນໃນສາຂາວິຊາຕ່າງໆ ຂອງມະຫາວິທະຍາໄລ.

# # # ກຳນົດການຮັບສະໝັກ

* ໄລຍະເວລາເປີດຮັບສະໝັກ: 06/07-02/082026 ທາງອອນລາຍ
*ຜ່ານລີ້ງ exam.health.gov.la
* ວັນສອບເສັງ: 07/08/2026
* ສະຖານທີ່ສອບເສັງ: ມະຫາວິທະຍາໄລວິທະຍາສາດສຸຂະພາບ

ຜູ້ສົນໃຈສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ ມະຫາວິທະຍາໄລ.

ຈຶ່ງຂໍແຈ້ງມາເພື່ອຊາບ ແລະ ເຊີນຊວນຜູ້ທີ່ສົນໃຈທຸກທ່ານ ສະໝັກເຂົ້າສອບເສັງຕາມກຳນົດເວລາ.

ແຈ້ງຂ່າວມໍລະນະກຳ ທ່ານອາຈານບົວແດງ ສິງວົງໄຊ ອະດີດພະນັກງານຄະນະເຕັກນິກການແພດໄດ້ຈາກໄປດ້ວຍພະຍາດຜູ້ກ່ຽວ ງານຊາປະນະກິດສົບຈະໄດ້ຈັດ...
19/06/2026

ແຈ້ງຂ່າວມໍລະນະກຳ ທ່ານອາຈານບົວແດງ ສິງວົງໄຊ ອະດີດພະນັກງານຄະນະເຕັກນິກການແພດໄດ້ຈາກໄປດ້ວຍພະຍາດຜູ້ກ່ຽວ ງານຊາປະນະກິດສົບຈະໄດ້ຈັດຂຶ້ນວັນເສົາທີ 20 ມິຖຸນາ ທີວັດປ່າໂນນສະຫງ່າ.

ວັນທີ 25 ພຶດສະພາ 2026 ຄະນະເຕັກນິກການແພດ ພາກວິຊາວິທະຍາສາດການແພດໄດ້ຈັດກອງປະຊຸມປັບປຸງຫຼັກສູດຊຽວຊານຂັ້ນ1 ສາຂາເລືອດວິທະຍາ ທີ່...
27/05/2026

ວັນທີ 25 ພຶດສະພາ 2026 ຄະນະເຕັກນິກການແພດ ພາກວິຊາວິທະຍາສາດການແພດໄດ້ຈັດກອງປະຊຸມປັບປຸງຫຼັກສູດຊຽວຊານຂັ້ນ1 ສາຂາເລືອດວິທະຍາ ທີ່ຫ້ອງປະຊຸມຂອງຄະນະເຕັກນິກການແພດວິທະຍາເຂດດົງໂພສີ.

ວັນທີ 10 ເມສາ 2026 ຄະນະເຕັກນິກການແພດໄດ້ມີພິທີສະຫຼອງບຸນປີໃໝ່ລາວປະຈຳປີ ພສ. 2568 ໃນງານໄດ້ມີພະນັກງານຄູອາຈານແລະນ້ອງນັກສືກສາເຂ...
10/04/2026

ວັນທີ 10 ເມສາ 2026 ຄະນະເຕັກນິກການແພດໄດ້ມີພິທີສະຫຼອງບຸນປີໃໝ່ລາວປະຈຳປີ ພສ. 2568 ໃນງານໄດ້ມີພະນັກງານຄູອາຈານແລະນ້ອງນັກສືກສາເຂົ້າຮ່ວມໃນພິທີມີການບາສີສູຂວັນ, ການສົມມາຄູອາຈານ ການສະແດງຮ້ອງເພງ ແລະ ສະຫຼອງບຸນປີໃໝ່ລາວຢ່າງເບີກບານມ່ວນຊື່ນ

New MT job opening for those who are interested
31/03/2026

New MT job opening for those who are interested

📢 #ປະກາດຮັບສະໝັກເພື່ອນຮ່ວມງານ!
ໂຮງໝໍເພື່ອນລາວສຳລັບເດັກນ້ອຍ (Lao Friends Hospital for Children), ນະຄອນຫຼວງພະບາງ
ມີຄວາມຕ້ອງການເພື່ອນຮ່ວມງານໃໝ່ 1 ຕຳແໜ່ງ:

ວິຊາການວິເຄາະການເເພດ (Junior Medical Laboratory Technician)

🗓️ ກໍານົດປິດຮັບສະໝັກ: ວັນທີ 02 ເມສາ 2026
📧 ສອບຖາມຂໍ້ມູນເພີ່ມເຕີມ ຫຼື ສົ່ງເອກະສານສະໝັກງານ ໄດ້ທີ່ອີເມວ: [email protected]

ວັນທີ 6 ກຸມພາ 2026 ທີ່ຄະນະເຕັກນິກການແພດໄດ້ມີພິທີຊົມເຊີຍພະນັກງານຄຸ້ມຄອງເຂົ້າອຸດໜູນບຳນານກ່າວຄື ທ່ານ ອາຈານ ຕັກ ຈັນລາສີ ຮອງຄ...
06/02/2026

ວັນທີ 6 ກຸມພາ 2026 ທີ່ຄະນະເຕັກນິກການແພດໄດ້ມີພິທີຊົມເຊີຍພະນັກງານຄຸ້ມຄອງເຂົ້າອຸດໜູນບຳນານກ່າວຄື ທ່ານ ອາຈານ ຕັກ ຈັນລາສີ ຮອງຄະນະບໍດີຄະນະເຕັກນິກການແພດ ໃນພິທີມີການກ່າວຄວາມຮູ້ສຶກ ແລະ ມອບຮັບຂອງຂວັນຈາກພະນັກງານ ຄຕພ.​ ແລະ ກິນເຂົ້າສາມັກຄີມ່ວນຊື່ນ.

16/01/2026

Address

Ban Xiengda
Vientiane

Telephone

+8562098959393

Website

Alerts

Be the first to know and let us send you an email when ຄະນະເຕັກນິກການແພດ FMT Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share