19/09/2026
🎉ສະບາຍດີທຸກຄົນ ຮູ້ແລ້ວບໍ ໃນເດືອນຕຸລານີ້ ມະຫາວິທະຍາໄລກຽວໂຕເພິ່ນກຳລັງຈະເປີດສັກຮຽນໃໝ່ແລ້ວເດີ້~ ຮີບສະໝັກຮຽນ ແລະ ແພັກກະເປົາດ່ວນ!!!
✏️Kyoto iUP ແມ່ນໂຄງການຮຽນປະລິນຍາຕີຢູ່ທີ່ມະຫາວິທະຍາໄລ Kyoto , ມະຫາວິທະຍາໄລທີ່ມີຊື່ສຽງຂອງປະເທດຍີ່ປຸ່ນ
✏️Kyoto University ເປັນມະຫາວິທະຍາໄລຂອງລັດລະດັບແຖວໜ້າທີ່ມີປະຫວັດສາດອັນຍາວນານ. ໂຄງການ Kyoto iUP ແມ່ນໂຄງການຮຽນ 4 ປີເຄິ່ງ, ເຊິ່ງລວມມີ ຫຼັກສູດກຽມຄວາມພ້ອມ Preparatory Course (6 ເດືອນ) ແລະ ຫຼັກສູດປະລິນຍາຕີ (4 ປີ). ໃນໄລຍະ Preparatory Course (6 ເດືອນ) ຈະໄດ້ຮຽນຫຼັກສູດພາສາຍີ່ປຸ່ນແບບເຂັ້ມຂຸ້ນ.
ດັ່ງນັ້ນ! ຜູ້ທີ່ຍັງບໍ່ມີພື້ນຖານພາສາຍີ່ປຸ່ນໃນເວລາສະໝັກກໍສາມາດສະໝັກໄດ້.😁✅
ຄະນະທີ່ເປີດຮັບສະໝັກ:
🏢Faculty of Integrated Human Studies
🏢Faculty of Education
🏢Faculty of Letters
🏢Faculty of Law
🏢Faculty of Economics
🏢Faculty of Science
🏢Faculty of Pharmaceutical Sciences
🏢Faculty of Engineering
🏢Faculty of Agriculture
ໃນ 2 ປີທຳອິດຂອງລະດັບປະລິນຍາຕີ, ຈະໄດ້ຮຽນວິຊາ Liberal Arts ແລະ ວິຊາພື້ນຖານຂອງຂະແໜງທີ່ເລືອກເປັນພາສາອັງກິດ ແລະ ພາສາຍີ່ປຸ່ນ.
ສ່ວນ 2 ປີສຸດທ້າຍຈະໄດ້ຮຽນວິຊາສະເພາະເປັນພາສາຍີ່ປຸ່ນເປັນຫຼັກ. ເມື່ອຮຽນຈົບຈະໄດ້ຮັບປະລິນຍາຕີ (Bachelor's degree) ໃນສາຂາວິຊາທີ່ຕົນເອງຮຽນ.
ເປີດສົກຮຽນ: ເດືອນຕຸລາ (October) 2027
ໄລຍະເວລາສະໝັກ: 2 ພະຈິກ - 3 ທັນວາ 2026 (ເວລາ 17:00 ໂມງ standard ຍີ່ປຸ່ນ JST)
ຄູ່ມືການສະໝັກ: https://www.iup.kyoto-u.ac.jp/Application_Guidelines_for...
✨ເງື່ອນໄຂພື້ນຖານໃນການສະໝັກ:✨
✅ອາຍຸຄົບ 18 ປີຂຶ້ນໄປ.
✅ຈົບການສຶກສາຂັ້ນພື້ນຖານ 12 ປີ (ຫຼື ຈະຮຽນຈົບພາຍໃນວັນທີ 30 ກັນຍາ 2027) ຫຼື ເສັງຜ່ານ GCE A-Level/B ແລະ ອື່ນໆ.
✅ຜ່ານການທົດສອບຄວາມສາມາດທາງດ້ານພາສາອັງກິດ: TOEFL iBT 90 ຂຶ້ນໄປ ຫຼື IELTS 6.5 ຂຶ້ນໄປ.
✅ມີຜົນການທົດສອບ Standardized Test (SAT, EJU, ACT, GCE A-level, IB, AP) ໃນວິຊາຄະນິດສາດ ແລະ ວິທະຍາສາດ ຂຶ້ນກັບສາຂາທີ່ເລືອກສະໝັກ.
🕍ທຶນການສຶກສາ:
🔹ທຶນ MEXT (University Recommendation) Full Scholarship
🔹ຍົກເວັ້ນຄ່າທຳນຽມການເຂົ້າຮຽນ
🔹ຄ່າຮຽນບາງສ່ວນ ຫຼື 100% ສຳລັບນັກຮຽນທີ່ຜ່ານການຄັດເລືອກ.
ນອກຈາກນີ້, ໃນໄລຍະ Preparatory Course (6 ເດືອນ) ຍັງມີເບ້ຍລ້ຽງປະຈຳເດືອນ 120,000 JPY ແລະ ມີໂອກາດສະໝັກທຶນການສຶກສາອື່ນໆ ຫຼັງຈາກໄດ້ຮັບການຕອບຮັບເຂົ້າຮຽນ.
❗❗ລິ້ງຂໍ້ມູນເພີ່ມເຕີມ:
Kyoto University: https://www.kyoto-u.ac.jp/en
Program Overview: https://www.iup.kyoto-u.ac.jp/about/overview.html
Admission: https://www.iup.kyoto-u.ac.jp/apply/
Scholarship: https://www.iup.kyoto-u.ac.jp/student-support