13/03/2024
"ພໍໄດ້ແລ້ວ"
ກັບການເອົາຄໍາວ່າ "ບຸນ" ມາອ້າງ!
- ຖ້າການປ່ອຍ "ອ່ຽນ" ແລ້ວເຮັດໃຫ້ການເງິນ ການງານ ການຮຽນ...ບໍ່ຕິດຂັດ ປະເທດລາວເຮົາຄືສິບໍ່ໄດ້ຮັບຜົນກະທົບຫຍັງຈາກອັດຕາເງິນເຟີ້ແບບນີ້ດອກ ແລະ ຊາວໜຸ່ມຍຸກໃໝ່ຄືສິບໍ່ພາກັນໜີຈາກພໍ່ແມ່ເພື່ອໄປຫາຊອກເຮັດງານທຳຢູ່ຕ່າງບ້ານຕ່າງເມືອງແບບນີ້
- ຖ້າການປ່ອຍ "ປາເຂັງ" ເຮັດໃຫ້ສຸຂະພາບແຂງແຮງ ອັດຕາການຕາຍຂອງບ້ານເຮົາຈາກໂລກພະຍາດ ຄືສິຕໍ່າທີ່ສຸດໃນໂລກພຸ້ນລະ
- "ປາບູ່" ແຫ່ງໜັກກັນໃຫຍ່ ແທນທີ່ເຈົ້າຈະຊື້ປາບູ່ໃຫ້ເພິ່ນເຮັດເປັນອາຫານ ພັດວ່າເອົາໄປປ່ອຍ ແລ້ວມາບອກວ່າເປັນການຕອບບຸນແທນຄຸນ...ລວມທັງການປ່ອຍອື່ນໆ
---------------
"ສິ່ງທີ່ຢາກເວົ້າ"
ແມ່ນຫຍັງຄື "ບຸນ"?
"ບຸນ" ຄືການໄປຈັບອ່ຽນ, ຈັບປາເຂັງ, ປາບູ່, ປາດຸ, ປານິນ, ປາຄໍ່, ປາສະຫວາຍ, ປາຂາວ, ຫອຍ, ເຕົ່າ, ກົບ ມາຂັງໄວ້ແລ້ວໃຫ້ຄົນອື່ນມາບູຊາ ຫຼື ຈະເວົ້າຕົງໆກະຄື "ຊື້" ແລ້ວເອົາໄປປ່ອຍ ແລ້ວກະເຂົ້າໃຈວ່ານີ້: "ຄືການເຮັດບຸນບໍ່?"
"ບຸນ" ບໍ່ແມ່ນການທີ່ເຮົາບໍ່ໄປບຽດບຽນໃຜບໍ່ແມ່ນບໍ່?, ການຕັ້ງໃຈຕອບແທນບຸນຄຸນພໍ່ແມ່ຕອນທີ່ຍັງມີໂອກາດ ພາເພິ່ນໄປທ່ຽວຕອນທີ່ເພິ່ນໄປໄດ້ ຊື້ຂອງກິນແຊບໆໃຫ້ເພິ່ນກິນຕອນທີ່ເພິ່ນກິນໄດ້, ຊ່ວຍເຫຼືອສັງຄົມເທົ່າທີ່ພໍຊ່ວຍໄດ້ ແລະ ໃຫ້ທຶນການສຶກສາແກ່ເດັກນ້ອຍທີ່ເຂົາດ້ອຍໂອກາດ ມັນຈະບໍ່ເປັນບຸນກ່ອນບໍ່?
ການຕັ້ງໃຈຝຶກຝົນຕົນເອງໃຫ້ເປັນຄົນທີ່ເກັ່ງຂຶ້ນ ດີຂຶ້ນ ໃຈກວ້າງຂຶ້ນ ເພື່ອເປັນແບບຢ່າງທີ່ດີຂອງລູກຫຼານ ຂອງຄອບຄົວ ຂອງສັງຄົມຈະບໍ່ດີກ່ອນການໄປປ່ອຍປາດຸກບໍ່?
ການເຄົາລົບຄວາມເປັນເພື່ອນມະນຸດດ້ວຍກັນ, ບໍ່ຖືວ່າໂຕເອງດີກວ່າ ຫຼື ສູງກວ່າຄົນອື່ນ, ຮູ້ຈັກຕອບບຸນແທນຄຸນຄູບາ-ອາຈານ ດ້ວຍການໃຫ້ຄວາມເຄົາລົບນັບຖືໜ້າຈະດີກວ່າການປ່ອຍປາບູ່ກໍ່ໜ້າຈະເປັນບຸນທີ່ດີກວ່າ
"ແມ່ນຫຍັງທີ່ມັນເກີນໄປກະຢາກໃຫ້ເບົາໆລົງແດ່!"
"ບໍ່ແມ່ນຫ້າມບໍ່ໃຫ້ເຊື່ອ ແຕ່ກະໃຫ້ລອງຄິດໆເບິ່ງໃນອີກມູມທີ່ແຕກຕ່າງນໍາ"
ຂໍຂອບໃຈ
Pic credit: ສະຖານີຂ່າວສານ ຂອງທຸກຄົນ