27/09/2025
ສະບາຍດີ, ໂອກາດການເປັນຜູ້ນໍາກຸ່ມເຄືອຄ່າຍແມ່ຍິງມົ້ງ-Hmong Women Network ມາຮອດແລ້ວ. ອາສາສະໝັກເປັນຜູ້ນໍາຊ່ວຍເຫຼືອແມ່ຍິງຜູ້ທີ່ດ້ອຍໂອກາດ ແລະ ຢາກສ້າງເວທີໃນການພັດທະນາ ໃຊ້ທັກສະຂອງຕົນເອງເຊັ່ນ: ທັກສະການເປັນຜູ້ບໍລິຫານ, ທັກສະຜູ້ນຳ, ທັກສະການວາງແຜນ ແລະ ອີກຫຼາກຫຼາຍປະສົບການ...
ເງື່ອນໄຂການສະໝັກ:
ມີອາຍຸ 18 ປີຂື້ນໄປ
ເປັນຄົນມັກຮຽນຮູ້, ມີຄວາມຄິດສ້າງສັນ ແລະ ຫ້າວຫັນ.
ມັກຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດກ່ວາ.
ມີປະສົບການ ຫຼື ມີຄວາມມຸ່ງໝັ່ນທີ່ຈະຮຽນຮູ້ທັກສະການເປັນຜູ້ບໍລິຫານ ແລະ ວາງແຜນ ຊ່ວຍເຫຼືອສັງຄົມ.
ມີຄວາມຮັບຜິດຊອບສູງ, ມະນຸດສໍາພັນດີ ແລະ ມີເວລາຫວ່າງ ຫຼື ເສົາ-ທິດ.
ເປັນຜູ້ຟັງ ແລະ ຜູ້ນໍາທີ່ດີ.
ສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່ລິ້ງ https://docs.google.com/document/d/1vkCFGNFU2pKYb3PgA0mDjEPj8YduQrD1ZrhfXNaF5yI/edit?usp=sharing
ປິດຮັບສະໝັກວັນທີ 3 ຕຸລາ 2025
ສົນໃຈສະໝັກຕິດຕໍ່ມາໄດ້ທີ່ເບີ 2057186547