19/08/2026
[English text below]
ໃນວັນທີ 18 ສິງຫາ 2026, ທີມງານໂຄງການ LAIN-LUPIC, ມະຫາວິທະຍາໄລອິນເຈ (Inje University), ນໍາໂດຍ ທ່ານ ສາດສະດາຈານ ຈີນາ ໂອ , ຫົວໜ້າຜູ້ບໍລິຫານໂຄງການ, ພ້ອມດ້ວຍ ຄະນະຄູອາຈານ ຈາກຄະນະພະຍາບານສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ), ສປປ ລາວ ໄດ້ເຂົ້າຢ້ຽມຢາມ ຄະນະພະຍາບານສາດ, ມະຫາວິທະຍາໄລຂອນແກ່ນ, ປະເທດໄທ.
ຄະນະທີມງານໂຄງການ ແລະ ຄູອາຈານ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ອໍາພອນພັນ ທີຣະນັດ, ຄະນະບໍດີ, ພ້ອມດ້ວຍ ຄະນະຄູອາຈານ. ທັງສອງຝ່າຍ ໄດ້ຮ່ວມກັນແລກປ່ຽນບົດຮຽນ ແລະ ທັດສະນະກ່ຽວກັບ ການສຶກສາດ້ານການພະຍາບານ ແລະ ການຮ່ວມມືລະຫວ່າງປະເທດ, ພ້ອມທັງ ຊອກຫາໂອກາດໃນການສ້າງຄວາມຮ່ວມມືດ້ານການສຶກສາ, ການວິໄຈ, ການພັດທະນາບຸກຄະລາກອນພະຍາບານ, ແລະ ການສ້າງຂີດຄວາມສາມາດດ້ານການດູແລສຸຂະພາບ ໃນອະນາຄົດ.
ໃນວາລະການຢ້ຽມຢາມ 2 ວັນດັ່ງກ່າວ, ຄະນະທີມງານໂຄງການ ໄດ້ເຂົ້າຢ້ຽມຢາມ ສະຖານບັນການຮ່ວມມືເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (Mekong Institute) ໃນວັນທີ 17 ສິງຫາ ແລະ ໄດ້ພົບປະກັບ ທ່ານ ນາງ ກົວຮົວ ລິວ (Ms. Guohua Liu), ຜູ້ອໍານວຍການ ພະແນກການພັດທະນາ ແລະ ການເຊື່ອມໂຍງຂະແໜງການ, ພ້ອມດ້ວຍ ທີມງານ ເພື່ອຫາລືກ່ຽວກັບ ໂຄງການຊ່ວຍເຫຼືອເພື່ອການພັດທະນາ (ODA) ທີ່ອາດຈະເກີດຂຶ້ນ ເພື່ອສະໜັບສະໜູນ ການພັດທະນາແບບຍືນຍົງ ແລະ ການສ້າງຂີດຄວາມສາມາດໃຫ້ກັບ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ.
ໃນຕອນບ່າຍຂອງວັນດຽວກັນ, ຄະນະທີມງານໂຄງການ ພ້ອມດ້ວຍຄູອາຈານ ຍັງໄດ້ເຂົ້າຮ່ວມ ກິດຈະກໍາແລກປ່ຽນວັດທະນະທໍາ ທີ່ຈັດຂຶ້ນໂດຍ ນັກສຶກສາຕ່າງປະເທດ ຂອງມະຫາວິທະຍາໄລຂອນແກ່ນ, ເຊິ່ງ ທ່ານ ປອ. ນາງ ອານຸສອນ ສີສຸລາດ, ຄະນະບໍດີ ຄະນະພະຍາບານສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ໄດ້ຮ່ວມເຕັ້ນບາສ໌ລົບ ກັບນັກສຶກສາລາວຢ່າງມ່ວນຊື່ນ, ສ້າງບັນຍາກາດອົບອຸ່ນ ແລະ ເຕັມໄປດ້ວຍມິດພາບ ອັນດີງາມ.
ການຢ້ຽມຢາມ ໃນຄັ້ງນີ້ ໄດ້ຊ່ວຍເສີມສ້າງ ສາຍພົວພັນ ການຮ່ວມມື ລະຫວ່າງ ມະຫາວິທະຍາໄລອິນເຈ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ແລະ ມະຫາວິທະຍາໄລ ຂອນແກ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນການວາງຮາກຖານທີ່ເຂັ້ມແຂງ ສໍາລັບການຮ່ວມມືທາງດ້ານວິຊາການ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ໃນຕໍ່ໜ້າອິກດ້ວຍ.
--------------------
On August 18, 2026, the LAIN-LUPIC Project Team at Inje University, led by Project Manager Prof. Jina Oh, along with a delegation from the Faculty of Nursing Sciences at the University of Health Sciences (UHS) in Lao PDR visited the Faculty of Nursing at Khon Kaen University in Thailand.
The delegation was warmly welcomed by Dean Dr. Ampornpan Theeranut and the faculty members, with whom they shared insights on nursing education and international cooperation, while exploring future partnerships in nursing education, research, professional nurse development, and healthcare capacity building.
As part of the two-day itinerary, the delegation visited the Mekong Institute on August 17 and met with Ms. Guohua Liu, Director of the Sectoral Development and Integration Department, and her team to discuss potential ODA projects supporting sustainable development and capacity building for UHS.
That afternoon, they also participated in a Cultural Exchange Buddy Program organized by international students at Khon Kaen University, where Dr. Anousone Sisoulath, Dean of the Faculty of Nursing Sciences at UHS, joined Lao students in dancing the traditional Lao Paselob dance, creating a warm and memorable moment of cross-cultural friendship.
This two-day visit further reinforced the cooperative ties among Inje University, UHS, and Khon Kaen University, laying a strong foundation for ongoing academic collaboration and mutual understanding.