28/08/2026
ປະຊາຊົນຄາດຫວັງ ເມື່ອສ້າງຕັ້ງຕາແສງຂຶ້ນມາແລ້ວ ຂໍໃຫ້ມີການພັດທະນາໄວຂຶ້ນກວ່າເກົ່າ
ໂດຍ: ທິດກໍ່າ
ມາຮອດປັດຈຸບັນ ຖືວ່າພາລະກິດໃນການສ້າງຕັ້ງລະບົບການປົກຄອງຂັ້ນຕາແສງໄດ້ສໍາເລັດເສັດຊິ້ນໄປແລ້ວຮ້ອຍເປີເຊັນ. ສະແດງວ່າໃນທົ່ວປະເທດ ພວກເຮົາມີ 640 ຕາແສງ, ແຂວງທີ່ມີຈໍານວນຕາແສງຫລາຍກວ່າໝູ່ກໍແມ່ນສະຫວັນນະເຂດ ເຊິ່ງມີເຖິງ 67 ຕາແສງ. ອັນສາເຫດກໍຍ້ອນວ່າເປັນແຂວງທີ່ມີເນື້ອທີ່ກວ້າງໃຫຍ່ ແລະ ມີພົນລະເມືອງຫລາຍກວ່າໝູ່ໃນບັນດາແຂວງໃນທົ່ວປະເທດ. ສ່ວນແຂວງທີ່ມີຈໍານວນຕາແສງໜ້ອຍກວ່າໝູ່ກໍແມ່ນແຂວງໄຊສົມບູນ ເຊິ່ງມີພຽງ 14 ຕາແສງ ຍ້ອນວ່າເປັນແຂວງນ້ອຍ ພົນລະເມືອງໜ້ອຍ ທັງເປັນແຂວງທີ່ເກີດຂຶ້ນໃໝ່ຫລ້າສຸດໃນປະຫວັດສາດຂອງປະເທດ.
ການສ້າງຕັ້ງຕາແສງຂຶ້ນມາແມ່ນເພື່ອປະຕິບັດຕາມການຕົກລົງຂອງສູນກາງພັກ ເຊິ່ງໃຫ້ເປັນໄປຕາມລະບົບການປົກຄອງຕາມສາຍຕັ້ງ ນັບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເປັນຕົ້ນຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຂັ້ນຕາແສງ ແລະ ຂັ້ນບ້ານ ເຊິ່ງມີຫລາຍປະເທດໃນພາກພື້ນ ແລະ ໃນໂລກເຂົາກໍເຄີຍປົກຄອງກັນມາໃນປະຫວັດສາດຫລາຍຮ້ອຍປີມາແລ້ວ.
ສະເພາະປະເທດລາວຂອງພວກເຮົາ ພາຍຫລັງສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພວກເຮົາກໍມີລະບົບການປົກຄອງຂັ້ນຕາແສງ ແຕ່ຕໍ່ມາໃນຊ່ວງໄລຍະໜຶ່ງກໍມີການລົບລ້າງ ໂດຍກໍານົດເອົາພຽງຂັ້ນບ້ານຂຶ້ນໄປຮອດຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງ ອັນສາເຫດກໍອາດເປັນຍ້ອນມີຫລາຍຂັ້ນຫລາຍຂອດ ແລະ ເພື່ອປະຢັດໃນການຈັດສັນງົບປະມານ.
ພໍຕົກມາຮອດສະພາບປັດຈຸບັນ ເຫັນວ່າປະເທດຊາດບ້ານເມືອງຂອງພວກເຮົາມີຄວາມຈະເລີນຮຸ່ງເຮືອງ ທັງມີການພັດທະນາຫລາຍຂຶ້ນ ນັບທັງໃຫ້ເປັນໄປຕາມລະບົບການປົກຄອງທ້ອງຖິ່ນຮາກຖານໃຫ້ເຂັ້ມແຂງໜັກແໜ້ນ ຈຶ່ງໄດ້ຫັນມາສ້າງຕັ້ງຕາແສງຄືນໃໝ່ ເພື່ອສ້າງຄວາມສາມາດໃນການຄຸ້ມຄອງລັດ-ນໍາພາປະຊາຊົນເຮັດໜ້າທີ່ສ້າງສາພັດທະນາຕາມແນວທາງຂອງພັກ ແລະ ລັດຖະບານ ໂດຍສະເພາະນໍາຈັດຕັ້ງປະຕິບັດໂຄງການ-ການເມືອງສະບັບທີສາມ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ແລະ ແຜນປະຈໍາປີ 2026 ໃຫ້ບັນລຸຕາມຄາດໝາຍ ຫລື ລື່ນຄາດໝາຍ.
ແຕ່ຢ່າງໃດກໍດີ, ເວົ້າເລື່ອງການບໍລິຫານປົກຄອງຂັ້ນພື້ນຖານຕໍ່າສຸດ ໂດຍສະເພາະຂັ້ນຕາແສງແມ່ນມີບົດບາດສໍາຄັນເປັນພິເສດ ຍ້ອນວ່າມັນຕິດພັນກັບຮາກຖານ ແລະ ປະຊາຊົນໂດຍກົງ. ເມື່ອໃດຮາກຖານມີຄວາມສະຫງົບເຂັ້ມແຂງໝັ້ນຄົງ ມີການພັດທະນາຢ່າງວ່ອງໄວ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ປະເທດຊາດກໍມີຄວາມສຸກສໍາລານ, ຈະເລີນຮຸ່ງເຮືອງ ແລະ ກ້າວໄປຕາມຈຸດໝາຍປາຍທາງ. ແຕ່ແນວໃດກໍຕາມ, ສິ່ງທີ່ເປັນຫ່ວງນັ້ນກໍຄືຂັ້ນຂອດໃນການບໍລິຫານຈັດການຮັບໃຊ້ຊາດຮັບໃຊ້ປະຊາຊົນ ເພາະຕາແສງມັນມີຫລາຍບ້ານຂຶ້ນກັບ ອັນສໍາຄັນທີ່ສຸດຄືການໄປພົວພັນເຊັນເອກະສານຄ່າທໍານຽມຕ່າງໆ ຕ້ອງສອດຄ່ອງວ່ອງໄວ ບໍ່ໃຫ້ຊິ້ນເປືອງໃນການໄປພົວພັນ.
ສົມມຸດມີຄົນໄປເຊັນເອກະສານປ່ຽນກໍາມະສິດທີ່ດິນນໍາ ຕາແສງຕ້ອງຜ່ານບ້ານ-ບ້ານກໍເກັບ 3 ແສນ ຫລື 5 ແສນກີບ, ໄປເຊັນຂັ້ນຕາແສງກໍເກັບ 8 ແສນຂຶ້ນໄປ ຮອດເມືອງກໍເສຍຄ່າທໍານຽມ ແລະ ບໍລິການຕ່າງໆຕື່ມອີກ 1 ລ້ານກີບ ນີ້ຄືກໍລະນີທີໜຶ່ງ, ສ່ວນກໍລະນີທີສອງ ບ້ານທີ່ຂຶ້ນກັບຕາແສງມັນກໍຫ່າງໄກຢູ່ແລ້ວ ແຕ່ບັງເອີນເມື່ອໄປຮອດສໍານັກງານຕາແສງ ຄະນະນໍາຕາແສງພັດບໍ່ມີໃຜຢູ່ ໄປປະຊຸມຢູ່ເມືອງ ຫລືວ່າ ໄປວຽກນອກ ຍັງເຫລືອແຕ່ພະນັກງານຊ່ວຍວຽກນັ່ງເຝົ້າຫ້ອງການ ນີ້ລະຄືຄໍາໂຈດທີ່ເຮົາຕ້ອງຫາວິທີແກ້, ແຕ່ກໍເຊື່ອໝັ້ນວ່າ ພາລະກິດຂອງຕາແສງທີ່ຊາດ ແລະ ປະຊາຊົນໄດ້ມອບໝາຍໃຫ້ນັ້ນ ຄົງຜ່ານພົ້ນໄປດ້ວຍຜົນງານອັນຍິ່ງໃຫຍ່.
https://laophattananews.com/257807/
#ໜັງສືພິມລາວພັດທະນາ #ບດຄວາມ #ທິດກໍ່າ #ຕາແສງ
_______________@_______
ສະໜັບສະໜູນຂ່າວໂດຍ:
ທະນາຄານພັດທະນາລາວ LDB 021 213 300
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088