ສະຖາບັນເສດຖະກິດ ແລະ ການເງິນ

ສະຖາບັນເສດຖະກິດ ແລະ ການເງິນ Contact information, map and directions, contact form, opening hours, services, ratings, photos, videos and announcements from ສະຖາບັນເສດຖະກິດ ແລະ ການເງິນ, College & University, ຖະໜົນ ດົງຄຳຊ້າງ, Vientiane.

ໃນຕອນເຊົ້າຂອງວັນສຸກ, ວັນທີ 11 ກັນຍາ 2026, ຢູ່ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ມີພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ພະນັ...
25/09/2026

ໃນຕອນເຊົ້າຂອງວັນສຸກ, ວັນທີ 11 ກັນຍາ 2026, ຢູ່ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ມີພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ ຄູ-ອາຈານ ຂອງ 03 ສະຖາບັນເສດຖະກິດ-ການເງິນ ປະຈໍາປີ 2026 ລົງຢ່າງເປັນທາງການ. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ທອງລິດ ກິ່ງແກ້ວອຸດົມ ຫົວໜ້າສະຖາບັນເສດຖະກິດ-ການເງິນ, ພ້ອມດ້ວຍບັນດາຄະນະນໍາສະຖາບັນ, ຄະນະຮັບຜິດຊອບ, ວິທະຍາກອນ ແລະ ພະນັກງານ ຄູ-ອາຈານ ຈາກ 03 ສະຖາບັນ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ (ຍິງ 09 ທ່ານ).

ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດໍາເນີນຝຶກອົບຮົມໃນຫົວຂໍ້: ວຽກງານ ສະຖິຕິ ຂັ້ນພື້ນຖານ. ຜົນສໍາເລັດຂອງການຝຶກອົບຮົມຕະຫຼອດໄລຍະເວລາ 10 ວັນເຕັມ (ແຕ່ວັນທີ 14-25 ກັນຍາ 2026) ໃນຄັ້ງນີ້, ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຄູ-ອາຈານ ທັງ 03 ສະຖາບັນ ໃຫ້ໄດ້ຮັບການຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈພື້ນຖານ ທາງດ້ານທິດສະດີລວມ, ຫຼັກການ, ວິທີການຂັ້ນຕອນການວິເຄາະ-ຄິດໄລ່ ລວມໄປເຖິງການສົມຜົນຊຸດຂໍ້ມູນຕ່າງໆ ທີ່ຕິດພັນກັບສະຖິຕິ. ສິ່ງເຫຼົ່ານີ້ ຈະເປັນບາດກ້າວສຳຄັນ ໃນການນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະຕົວຈິງ ຂອງພະນັກງານ ຄູ-ອາຈານ ຢ່າງມີປະສິດທິພາບ ແລະ ປະສິດທິຜົນໃນຕໍ່ໜ້າ.

ໃນພິທີປິດຊຸດຝຶກອົບຮົມ ຍັງໄດ້ມີການມອບ-ຮັບໃບຢັ້ງຢືນໃຫ້ແກ່ສຳມະນາກອນ. ພ້ອມດຽວກັນນັ້ນ, ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ທອງລິດ ກິ່ງແກ້ວອຸດົມ ຫົວໜ້າສະຖາບັນເສດຖະກິດ-ການເງິນ ປະທານພິທີ ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ວິທະຍາກອນ ແລະ ສຳມະນາກອນ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນຈົນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະນັກງານ ຄູ-ອາຈານ ທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ ຈົ່ງນຳເອົາຄວາມຮູ້, ບົດຮຽນ ແລະ ປະສົບການທີ່ໄດ້ຮັບ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີປະສິດທິຜົນຍິ່ງໆຂຶ້ນໄປ.
# ສະຖາບັນເສດຖະກິດ-ການເງິນ, ກະຊວງ ການເງິນ
# ຢູ່ທີ ສະຖາບັນເສດຖະກິດ-ການເງິນ
# ຄັ້ງວັນທີ 25 ກັນຍາ 2026

ຕອນບ່າຍ18 ກັນຍາ​2026​ ນັກສຶກສາປະລິນຍາໂທ​ຫ້ອງ​02​ ຊຸດທີ 02 ໄດ້ມອບຈັກຕັດຫ້​ຍາ​ຈຳນວນ​02 ໃຫ້ແກ່ສະຖາບັນເສດຖະກິດ-ການເງິນ​  ຕາງ...
18/09/2026

ຕອນບ່າຍ18 ກັນຍາ​2026​ ນັກສຶກສາປະລິນຍາໂທ​ຫ້ອງ​02​ ຊຸດທີ 02 ໄດ້ມອບຈັກຕັດຫ້​ຍາ​ຈຳນວນ​02 ໃຫ້ແກ່ສະຖາບັນເສດຖະກິດ-ການເງິນ​ ຕາງໜ້າ​ຮັບໂດຍ ທ່ານ​ ວຽງ​ຄອນ​ ບົວ​ພະຈັນ​ ຮອງ​ຫົວໜ້າສະຖາບັນ.

ໃນຕອນເຊົ້າຂອງວັນສຸກ, ວັນທີ 11 ກັນຍາ 2026, ຢູ່ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ມີພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ພະນັ...
14/09/2026

ໃນຕອນເຊົ້າຂອງວັນສຸກ, ວັນທີ 11 ກັນຍາ 2026, ຢູ່ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ມີພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ ຄູ-ອາຈານ ຂອງ 03 ສະຖາບັນເສດຖະກິດ-ການເງິນ ປະຈໍາປີ 2026 ລົງຢ່າງເປັນທາງການ. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ທອງລິດ ກິ່ງແກ້ວອຸດົມ ຫົວໜ້າສະຖາບັນເສດຖະກິດ-ການເງິນ, ພ້ອມດ້ວຍບັນດາຄະນະນໍາສະຖາບັນ, ຄະນະຮັບຜິດຊອບ, ວິທະຍາກອນ ແລະ ພະນັກງານ ຄູ-ອາຈານ ຈາກ 03 ສະຖາບັນ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 64 ທ່ານ (ຍິງ 27 ທ່ານ).

ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດໍາເນີນພາຍໃຕ້ 2 ຫົວຂໍ້ຄື: (1) ວຽກງານການວາງແຜນ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມ ແລະ (2) ວຽກງານການຂຽນບົດສະເໜີໂຄງການ ແລະ ການປະເມີນໂຄງການລົງທຶນຂອງລັດ. ຜົນສໍາເລັດຂອງການຝຶກອົບຮົມຕະຫຼອດໄລຍະເວລາ 10 ວັນເຕັມ (ແຕ່ວັນທີ 31 ສິງຫາ ຫາ 11 ກັນຍາ 2026) ໃນຄັ້ງນີ້, ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຄູ-ອາຈານ ທັງ 03 ສະຖາບັນ ໃຫ້ໄດ້ຮັບການຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈພື້ນຖານ ທາງດ້ານທິດສະດີລວມ, ຫຼັກການ, ຂັ້ນຕອນ, ວິທີການ ລວມໄປເຖິງຂະບວນການທີ່ສໍາຄັນ ທີ່ຕິດພັນກັບການຈັດຕັ້ງປະຕິບັດການວາງແຜນການພັດທະນາ ຂອງ ສປປ ລາວ ແລະ ການປະເມີນໂຄງການລົງທຶນຂອງລັດຢ່າງຖືກຕ້ອງ. ສິ່ງເຫຼົ່ານີ້ ຈະເປັນບາດກ້າວສຳຄັນ ໃນການນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະຕົວຈິງ ຂອງພະນັກງານ ຄູ-ອາຈານ ຢ່າງມີປະສິດທິພາບ ແລະ ປະສິດທິຜົນໃນຕໍ່ໜ້າ.

ໃນພິທີປິດຊຸດຝຶກອົບຮົມ ຍັງໄດ້ມີການມອບ-ຮັບໃບຢັ້ງຢືນໃຫ້ແກ່ສຳມະນາກອນ. ພ້ອມດຽວກັນນັ້ນ, ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ທອງລິດ ກິ່ງແກ້ວອຸດົມ ຫົວໜ້າສະຖາບັນເສດຖະກິດ-ການເງິນ ປະທານພິທີ ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ວິທະຍາກອນ ແລະ ສຳມະນາກອນ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນຈົນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະນັກງານ ຄູ-ອາຈານ ທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ ຈົ່ງນຳເອົາຄວາມຮູ້, ບົດຮຽນ ແລະ ປະສົບການທີ່ໄດ້ຮັບ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີປະສິດທິຜົນຍິ່ງໆຂຶ້ນໄປ.
# ສະຖາບັນເສດຖະກິດ-ການເງິນ, ກະຊວງ ການເງິນ
# ຢູ່ທີ ສະຖາບັນເສດຖະກິດ-ການເງິນ
# ຄັ້ງວັນທີ 11 ກັນຍາ 2026

ພິທີປິດ:        ຊຸດຝຶກອົບຮົມວຽກງານບັນຊີອົງການຈັດຕັ້ງລັດ ໃຫ້ພະນັກງານ-ລັດຖະກອນຂະແໜງການເງິນ ຂັ້ນສູນກາງ ແລະ ທ້ອງຖິ່ນ 5 ແຂວງພ...
06/09/2026

ພິທີປິດ:
ຊຸດຝຶກອົບຮົມວຽກງານບັນຊີອົງການຈັດຕັ້ງລັດ ໃຫ້ພະນັກງານ-ລັດຖະກອນຂະແໜງການເງິນ ຂັ້ນສູນກາງ ແລະ ທ້ອງຖິ່ນ 5 ແຂວງພາກກາງ ປະຈໍາປີ 2026.

ໃນຕອນເຊົ້າຂອງວັນທີ 04 ກັນຍາ 2026, ຢູ່ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານບັນຊີອົງການຈັດຕັ້ງລັດ ໃຫ້ພະນັກງານ-ລັດຖະກອນ ຂະແໜງການເງິນ ຂັ້ນສູນກາງ ແລະ ທ້ອງຖິ່ນ 05 ແຂວງພາກກາງ ປະຈໍາປີ 2026 ລົງຢ່າງເປັນທາງການ ແລະ ຈົບງາມ. ພິທີດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ທອງລິດ ກິ່ງແກ້ວອຸດົມ ຫົວໜ້າສະຖາບັນເສດຖະກິດ-ການເງິນ, ໂດຍມີພະນັກງານ-ລັດຖະກອນ ຈາກບັນດາກົມທີ່ຂຶ້ນກັບກະຊວງການເງິນ ແລະ ພະແນກການເງິນ 05 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ວຽງຈັນ ແລະ ໄຊສົມບູນ ເຂົ້າຮ່ວມທັງໝົດ 49 ທ່ານ (ຍິງ 29 ທ່ານ).
ຕະຫຼອດໄລຍະເວລາ 10 ວັນເຕັມ (ແຕ່ວັນທີ 24 ສິງຫາ ຫາ 04 ກັນຍາ 2026) ຂອງການຝຶກອົບຮົມ, ບັນດາສຳມະນາກອນ ແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ແລະ ສາມາດກຳແໜ້ນບັນດາເນື້ອໃນສຳຄັນຫຼາຍດ້ານ ປະກອບມີ:
1. ຄວາມຮູ້ທົ່ວໄປກ່ຽວກັບບັນຊີອົງການຈັດຕັ້ງລັດ;
2. ການຈັດວາງລະບົບບັນຊີ;
3. ການຈັດຕັ້ງປະຕິບັດວຽກງານບັນຊີ;
4. ກົດໝາຍ ແລະ ຄໍາແນະນໍາຕ່າງໆທີ່ກ່ຽວຂ້ອງ;
5. ເຕັກນິກການບັນທຶກບັນຊີ;
6. ການສ້າງ ແລະ ສະຫຼຸບລາຍງານເອກະສານການເງິນ.
ຜົນສຳເລັດຂອງການຝຶກອົບຮົມໃນຄັ້ງນີ້ ໄດ້ຊ່ວຍສ້າງຄວາມເຂັ້ມແຂງ ແລະ ປູພື້ນຖານຄວາມຮູ້-ຄວາມເຂົ້າໃຈທີ່ຖືກຕ້ອງ ໃຫ້ແກ່ພະນັກງານ-ລັດຖະກອນຂະແໜງການເງິນ. ອັນເປັນການຮັບປະກັນໃຫ້ຜູ້ເຂົ້າຮ່ວມ ສາມາດກຳໄດ້ບັນດາຫຼັກການພື້ນຖານ, ລະບຽບການ ແລະ ມາດຕະຖານທາງດ້ານການບັນຊີຢ່າງເປັນລະບົບ ເຊິ່ງຈະເປັນບາດກ້າວສຳຄັນ ໃນການນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະຕົວຈິງ ຢ່າງມີປະສິດພິພາບ ແລະ ປະສິດທິຜົນໃນຕໍ່ໜ້າ.

# ສະຖາບັນເສດຖະກິດ-ການເງິນ, ກະຊວງ ການເງິນ
# ຢູ່ທີ ສະຖາບັນເສດຖະກິດ-ການເງິນ
# ຄັ້ງວັນທີ 04 ກັນຍາ 2026

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2026, ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ມີພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຄູ-...
31/08/2026

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2026, ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ມີພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຄູ-ອາຈານ ຂອງ 03 ສະຖາບັນເສດຖະກິດ-ການເງິນ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ສິດທິຣົດ ຣາຊະພົນ, ຮອງລັດຖະມົນຕີກະຊວງການເງິນ, ໂດຍມີຄະນະກົມ, ຄະນະທັງ 03 ສະຖາບັນເສດຖະກິດ-ການເງິນ, ຄະນະວິທະຍາກອນ ແລະ ພະນັກງານ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ; ເຊິ່ງມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 64 ທ່ານ, ຍິງ 27 ທ່ານ.
ການຈັດຕັ້ງຊຸດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງຕົ້ນຕໍ ເພື່ອສ້າງຄວາມເຂັ້ມແຂງ ແລະ ປູພື້ນຖານຄວາມຮັບຮູ້-ຄວາມເຂົ້າໃຈ ທີ່ຕິດພັນກັບ 02 ວຽກງານສຳຄັນຄື: 1) ວຽກງານການວາງແຜນ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມ ແລະ 2) ວຽກງານການຂຽນບົດສະເໜີໂຄງການ ແລະ ການປະເມີນໂຄງການລົງທຶນຂອງລັດ. ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານ ຄູ-ອາຈານ ສາມາດກຳໄດ້ພາບລວມ, ເຂົ້າໃຈຫຼັກການ, ຂັ້ນຕອນ ແລະ ຂະບວນການຈັດຕັ້ງປະຕິບັດຕົວຈິງຢ່າງເລິກເຊິ່ງ ເພື່ອຮັບປະກັນໃຫ້ບັນດາພະນັກງານ ຄູ-ອາຈານນຳເອົາຄວາມຮູ້ດັ່ງກ່າວ ໄປໝູນໃຊ້ເຂົ້າໃນການສິດສອນ, ການຄົ້ນຄວ້າ ແລະ ການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີຄວາມກົມກຽວ ແລະ ເປັນເອກະພາບກັນໃນຕໍ່ໜ້າ.
ສຳລັບຊຸດຝຶກອົບຮົມດັ່ງກ່າວ ແມ່ນຈະໄດ້ດໍາເນີນໄປເປັນເວລາ 10 ວັນເຕັມ (ເລີ່ມແຕ່ວັນທີ 31 ສິງຫາ ເຖິງ 11 ກັນຍາ 2026) ໂດຍໄດ້ແບ່ງເນື້ອໃນການຄົ້ນຄວ້າອອກເປັນ 02 ຊຸດສຳຄັນ ດັ່ງນີ້:
• ຊຸດຝຶກອົບຮົມທີ່ 1: ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບຄື: 1. ຄວາມຮູ້ພື້ນຖານຂອງການສ້າງ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມແບບຍືນຍົງ; 2. ການສ້າງແຜນພັດທະນາເສດຖະກິດ-ສັງຄົມແບບມີສ່ວນຮ່ວມ, ແລະ 3. ການວາງແຜນ ແລະ ຄຸ້ມຄອງການລົງທຶນຂອງລັດ.
• ຊຸດຝຶກອົບຮົມທີ່ 2: ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບຄື: 1. ພາລະບົດບາດຂອງກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, 2. ຄໍາແນະນໍາວຽກງານປະເມີນຜົນໂຄງການລົງທຶນຂອງລັດ, 3. ຄວາມຮູ້ພື້ນຖານກ່ຽວກັບການຄຸ້ມຄອງໂຄງການລົງທຶນຂອງລັດ, 4. ການວິເຄາະບັນຫາທາງດ້ານເສດຖະກິດ-ສັງຄົມ, ການເງິນ ແລະ ສິ່ງແວດລ້ອມ ທີ່ກ່ຽວຂ້ອງກັບໂຄງການລົງທຶນຂອງລັດ, 5. ມາດຖານ, ຂັ້ນຕອນ, ຫຼັກການ ແລະ ການນໍາໃຊ້ບັນດາແບບຟອມຕ່າງໆ ກ່ຽວກັບການຂຽນບົດສະເໜີໂຄງການ ແລະ ປະເມີນໂຄງການລົງທຶນຂອງລັດ.
ການຝຶກອົບຮົມໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດຂອງຂະແໜງ ການເງິນ ໃຫ້ມີຄວາມໜັກແໜ້ນທາງດ້ານທິດສະດີ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນພາກຕົວຈິງໄດ້ຢ່າງມີປະສິດທິຜົນ.

# ສະຖາບັນເສດຖະກິດ-ການເງິນ, ກະຊວງ ການເງິນ
# ຢູ່ທີ ສະຖາບັນເສດຖະກິດ-ການເງິນ
# ຄັ້ງວັນທີ 31 ສິງຫາ 2026

ໃນລະຫວ່າງວັນ 25-26 ສິງຫາ 2026 ໜ່ວຍຊາວໜູ່ມສະຖາບັນເສດຖະກິດ-ການເງິນໄດ້ຈັດສຳມະນາວິທະຍາສາດກ່ຽວກັບການວິເຄາະ ແລະການວິໄຈໃຫ້ແກ່ພະ...
26/08/2026

ໃນລະຫວ່າງວັນ 25-26 ສິງຫາ 2026 ໜ່ວຍຊາວໜູ່ມສະຖາບັນເສດຖະກິດ-ການເງິນໄດ້ຈັດສຳມະນາວິທະຍາສາດກ່ຽວກັບການວິເຄາະ ແລະການວິໄຈໃຫ້ແກ່ພະນັກງານຄູ-ອາຈານ ຢູ່ໃນສະຖາບັນເສດຖະກິດ-ການເງິນ.
# ສະຖາບັນເສດຖະກິດ-ການເງິນ, ກະຊວງ ການເງິນ
# ຢູ່ທີ ສະຖາບັນເສດຖະກິດ-ການເງິນ
# ຄັ້ງວັນທີ 25-26 ສິງຫາ 2026

ໃນຕອນເຊົ້າວັນຈັນ ຂອງວັນທີ 24 ສິງຫາ 2026, ສະຖາບັນເສດຖະກິດ-ການເງິນ ກະຊວງ ການເງິນ ໄດ້ຈັດຝຶກອົບຮົມວຽກງານບັນຊີອົງການຈັດຕັ້ງລັ...
24/08/2026

ໃນຕອນເຊົ້າວັນຈັນ ຂອງວັນທີ 24 ສິງຫາ 2026, ສະຖາບັນເສດຖະກິດ-ການເງິນ ກະຊວງ ການເງິນ ໄດ້ຈັດຝຶກອົບຮົມວຽກງານບັນຊີອົງການຈັດຕັ້ງລັດ ໃຫ້ພະນັກງານ-ລັດຖະກອນຂະແໜງການເງິນ ຂັ້ນສູນກາງ ແລະ ທ້ອງຖິນ 05 ແຂວງ ພາກກາງ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ ສະຖາບັນເສດຖະກິດ-ການເງິນ, ໂດຍ ໃນພິທີເປິດຝຶກອົບຮົມດັ່ງກ່າວ ໃຫ້ກຽດເປັນປະທ່ານ ໂດຍ ທ່ານ ປອ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ; ພ້ອມດຽວກັນນັ້ນ, ກໍມີພະນັກງານ-ລັດຖະກອນ ຈາກບັນດາກົມທີ່ຂື້ນກັບກະຊວງການເງິນ ແລະ ມີພະແນກການເງິນ 05 ແຂວງ ພາກກາງ ຄື: ພະແນກການເງິນນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ວຽງຈັນ, ແລະ ພະແນກການເງິນ ແຂວງ ໄຊສົມບູນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 49ທ່ານ , ຍິງ 29 ທ່ານ;
ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງຕົ້ນຕໍເພື່ອສ້າງຄວາມເຂັ້ມແຂງ ແລະ ປູພື້ນຖານຄວາມຮູ້-ຄວາມເຂົ້າໃຈເບື້ອງຕົ້ນ ກ່ຽວກັບວຽກງານບັນຊີອົງການຈັດຕັ້ງລັດ ໃຫ້ແກ່ພະນັກງານ-ລັດຖະກອນຂະແໜງການເງິນ ຂັ້ນສູນກາງ ແລະທ້ອງຖິ່ນ. ການຍົກລະດັບຂີດຄວາມສາມາດດັ່ງກ່າວ ແມ່ນເພື່ອຮັບປະກັນໃຫ້ຜູ້ເຂົ້າຮ່ວມ ສາມາດກຳໄດ້ບັນດາຫຼັກການພື້ນຖານ, ລະບຽບການ ແລະ ມາດຕະຖານທາງດ້ານການບັນຊີ ຢ່າງຖືກຕ້ອງ ແລະ ເປັນລະບົບ. ພ້ອມດຽວກັນນັ້ນ, ກໍເພື່ອເປັນການກະກຽມຄວາມພ້ອມ ແລະ ສ້າງຄວາມຮັບຮູ້ຕໍ່ກັບບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອແນ່ໃສ່ເຮັດໃຫ້ການນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດວຽກງານວິຊາສະເພາະຕົວຈິງ ຢູ່ທ້ອງຖິ່ນ ມີຄວາມເປັນເອກະພາບ, ໂປ່ງໃສ, ເຂັ້ມງວດ ແລະ ກາຍເປັນຜູ້ປະຕິບັດວຽກງານບັນຊີ ທີ່ມີຄວາມເປັນມືອາຊີບໃນຕໍ່ໜ້າ;
ຕະຫຼອດໄລຍະເວລາຂອງການຝຶກອົບຮົມ ແມ່ນໄດ້ດໍາເນີນໄປເປັນເວລາ 10 ວັນເຕັມ ເຊິ່ງເລີ່ມແຕ່ວັນທີ 24ສິງຫາ ເຖິງ 04 ກັນຍາ 2026 ໂດຍຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ເນື້ອໃນສໍາຄັນຄື: 1.ຄວາມຮູ້ທົ່ວໄປກ່ຽວກັບບັນຊີອົງການຈັດຕັ້ງລັດ, 2.ການຈັດວາງລະບົບບັນຊີ, 3. ການຈັດຕັ້ງປະຕິບັດວຽກງານບັນຊີ, 4. ກົດໝາຍ ແລະ ຄໍາແນະນໍາຕ່າງໆ, 5. ເຕັກນິກການບັນທຶກບັນຊີ ແລະ 6. ການສ້າງ ແລະ ສະຫຼຸບລາຍງານເອກະສານການເງິນ.
# ສະຖາບັນເສດຖະກິດ-ການເງິນ, ກະຊວງ ການເງິນ
# ຢູ່ທີ ສະຖາບັນເສດຖະກິດ-ການເງິນ
# ຄັ້ງວັນທີ 24 ສິງຫາ 2026

ສະຖາບັນເສດຖະກິດ-ການເງິນ ໄດ້ປະກາດຜົນການສອບເສັງຂັດເລືອກເຂົ້າສຶກສາໃນລະດັບປະລິນຍາຕີ ແລະ ປະລິນຍາຕີ ຕໍ່ເນື່ອງ ຢູ່ສະຖາບັນເສດຖະກ...
21/08/2026

ສະຖາບັນເສດຖະກິດ-ການເງິນ ໄດ້ປະກາດຜົນການສອບເສັງຂັດເລືອກເຂົ້າສຶກສາໃນລະດັບປະລິນຍາຕີ ແລະ ປະລິນຍາຕີ ຕໍ່ເນື່ອງ ຢູ່ສະຖາບັນເສດຖະກິດ-ການເງິນ, ສຳລັບຜູ້ທີ່ເສັງຜ່ານແມ່ນຈະມີລາຍຊື່ຢູ່ດ້ານລຸ່ມນີ້ ແລະ ສາມາດ ໄປລົງທະບຽນຮຽນຢູ່ສະຖາບັນຕັ້ງແຕ່ ວັນທີ 21 ສິງຫາ 2026 ເຖິງ 18 ກັນຍາ 2026 ແລະ ຈະເລີ່ມຮຽນໃນວັນທີ່ 19 ກັນຍາ 2026 ເປັນຕົ້ນໄປ.

ໃນຕອນເຊົ້າ ວັນທີ 19 ສິງຫາ 2026, ທ່ານ ທອງລິດ ກິ່ງແກ້ວອຸດົມ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ກະຊວງການເງິນ ສປປ ລາວ, ພ້ອມຄະນະ...
21/08/2026

ໃນຕອນເຊົ້າ ວັນທີ 19 ສິງຫາ 2026, ທ່ານ ທອງລິດ ກິ່ງແກ້ວອຸດົມ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ກະຊວງການເງິນ ສປປ ລາວ, ພ້ອມຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ຟ້າມ ກວາງ ຕ໋ວານ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງການເງິນ ສສ ຫວຽດນາມ, ພ້ອມຄະນະ ເນື່ອງໃນໂອກາດມາຕິດຕາມ, ກວດກາ ແລະ ມອບ-ຮັບໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ ໄລຍະທີ 3 ຊຶ່ງໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ.
ໂອກາດນີ້, ທ່ານ ທອງລິດ ກິ່ງແກ້ວອຸດົມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ກະຊວງການເງິນ ສສ ຫວຽດນາມ ສຳລັບການສະໜັບສະໜູນອັນມີຄຸນຄ່າຕໍ່ ສປປ ລາວ. ການຮ່ວມມືດັ່ງກ່າວ ບໍ່ພຽງແຕ່ເປັນການສະໜັບສະໜູນດ້ານວັດຖຸ ແຕ່ຍັງສະທ້ອນເຖິງ ນ້ຳໃຈມິດຕະພາບ, ຄວາມສາມັກຄີພິເສດ ແລະ ສາຍພົວພັນອັນແໜ້ນແຟ້ນລາວ-ຫວຽດນາມ.
ສອງຝ່າຍຢືນຢັນຈະສືບຕໍ່ເສີມສ້າງ ແລະ ຂະຫຍາຍການຮ່ວມມືໃຫ້ເລິກເຊິ່ງ, ໃກ້ຊິດ ແລະ ເປັນຮູບປະທຳຍິ່ງຂຶ້ນ ເພື່ອສານຕໍ່ມິດຕະພາບ ແລະ ຄວາມສາມັກຄີພິເສດລາວ-ຫວຽດນາມໃຫ້ຍືນຍົງຕະຫຼອດໄປ.

19/08/2026

Address

ຖະໜົນ ດົງຄຳຊ້າງ
Vientiane

Opening Hours

Monday 08:00 - 16:30
Friday 08:00 - 16:30

Telephone

+85621480263

Alerts

Be the first to know and let us send you an email when ສະຖາບັນເສດຖະກິດ ແລະ ການເງິນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share