02/03/2022
ໃນຕອນເຊົ້າວັນທີ 2 ມີນາ 2022 ຢູ່ທີ່ ໂຮງຮຽນ ມັດທະຍົມປາຍວັງວຽງ ໄດ້ມີພິທີມອບ - ຮັບນັກສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ
ລົງຝຶກຫັດວິຊາຊີບຄູ ພາຍໃນແຂວວຽງຈັນ ປະຈໍາສົກສຶກສາ 2021-2022
ພາຍໃຕ້ການເປັນປະທານ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ , ພ້ອມດ້ວຍ ທ່ານ ຮສ. ປອ. ສີຖານ ສຸຂະວົງ ຄະນະບໍດີ ຄະນະສຶກສາສາດ, ທ່ານ ປທ. ອ໊ອດ ແສງພິມ ຫົວໜ້າພະແນກ ສຶກສາທິການ ແລະ ກີລາ ແຂວງ ວຽງຈັນ, ທ່ານ ອາຈານ ສົມປອງ ທໍາມະວົງ ຜູ້ອໍານວຍການ ໂຮງຮຽນ ມປ. ວັງວຽງ, ທ່ານ ສີສຸພັນ ວັດທະນະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດ ເມືອງວັງວຽງ. ນອກຈາກນັ້ນຍັງມີແຂກຖືກເຊີນນຳດ້ວຍຄື: ທ່ານຫົວໜ້າ ປກສ ເມືອງວັງວຽງ, ທ່ານຫົວໜ້າພະແນກສາທາເມືອງວັງວຽງ, ທ່ານ ຫົວໜ້າສຶກສາເມືອງເມືອງວັງວຽງ, ທ່ານ ຫົວໜ້າສຶກສາເມືອງເມືອງວຽງຄໍາ, ທ່ານ ຫົວໜ້າສຶກສາເມືອງໂພນໂຮງ, ຫົວໜ້າພະແນກ ແລະ ຫົວໜ້າພາກວິຊາຄູ ຄະນະສຶກສາສາດ, ຜູ້ອໍານວຍການພ້ອມຄະນະຈາກ ໂຮງຮຽນມສ. ໂພນໝີ, ໂຮງຮຽນ ມສ. ໂພນໂຮງ, ໂຮງຮຽນ ມສ. ສະກ້າ,ໂຮງຮຽນ ມສ. ປາກແຈ້ງ, ໂຮງຮຽນ ມສ. ນາມອນ, ໂຮງຮຽນ ມສ. ຜາຕັ້ງ, ມປ. ວັງວຽງ, ນັກສຶກສາຝຶກຫັດ, ນັກຮຽນ ແລະ ຜູ້ຮັບຜິດຊອບກວດກາຝຶກຫັດໃນແຕ່ລະສາຂາ ລວມຈຳນວນທັງໝົດ 359 ຄົນ.
**ຈຸດປະສົງພິທີດັ່ງກ່າວ:
1. ມອບ-ຮັບ ນັກສຶກສາຝຶກຫັດວິຊາຊີບຄູ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ.
2. ລາຍງານສະພາບວຽກງານຝຶກຫັດວິຊາຊີບຄູ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ສົກສຶກສາ 2020-2021.
3. ລາຍງານສະພາບລວມລາຍງານສະພາບລວມການຈັດຕັ້ງການຮຽນ-ການສອນ ຢູ່ແຂວງວຽງຈັນ ສົກສຶກສາ 2020-2021.
***ພິທີດັ່ງກ່າວໄດ້ດຳເນີນດັ່ງນີ້:
1. ທ່ານ ປຕ. ແສງສຸລິສັກ ຊື່ນຊົມ ຮອງພະແນກວິຊາການ ຄະນະສຶກສາສາດ ໄດ້ຂຶ້ນລາຍງານສະພາບວຽກງານຝຶກຫັດວິຊາຊີບຄູ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໃນສົກຮຽນ 2020-2021
2. ທ່ານ ປທ. ອ໊ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງວຽງຈັນ ໄດ້ໃຫ້ກຽດລາຍງານສະພາບລວມການຈັດຕັ້ງການຮຽນ-ການສອນ ຢູ່ແຂວງວຽງຈັນ ໃນໄລຍະແຜ່ລະບາດໂຄວິດ 19 ແມ່ນການຈັດຕັ້ງປະຕິບັດການຮຽນ-ການສອນ ແມ່ນໃຊ້ລະບົບອອນລາຍເປັນຫຼັກ.
3. ທ່ານ ຮສ. ປອ. ສີຖານ ສຸຂະວົງ ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນກ່າວມອບ ນັກສຶກສາຄູຝຶກຫັດວິຊາຊີບຄູ ເຊິ່ງທ່ານໄດ້ກ່າວເຖິງຫຼັກການສ້າງຊັບພະຍາກອນຄູ, ການພັດທະນາຄູ, ຄຸນນະພາບຂອງການສຶກສາ ແລະ ການປະຕິບັດວຽກງານຂອງຄູຝຶກຫັດແມ່ນມີສ່ວນຮ່ວມຈາກຫຼາຍພາກສ່ວນທາງທ້ອງຖິ່ນ ແລະ ກໍໄດ້ກ່າວເຖິງໜ້າທີ່ຫຼັກຂອງຄູຝຶກຫັດ( ວຽກງານສິດສອນ, ວຽກງານຄູປະຈໍາຫ້ອງ, ວຽກພຶດຕິກຳການເຄື່ອນໄຫວ) , ການປ້ອງກັນພະຍາດລະບາດແມ່ນໃຫ້ນັກຝຶກຫັດມີສະຕິໃນການປ້ອງກັນ, ມີຄວາມສາມັກຄີຮັກແພງກັບອາຈານປະຈໍາທີ່ ແລະ ກ່າວມອບນັກສຶກສາຝຶກຫັດວິຊາຊີບຄູໃຫ້ທົ່ວ ແຂວງວຽງຈັນ ເພື່ອກໍ່ສ້າງຊ່ວຍເຫຼືອ.
4. ທ່ານ ປທ. ອ໊ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນ ໃຫ້ກຽດຂຶ້ນກ່າວຮັບນັກສຶກສາຄູຝຶກຫັດວິຊາຊີບຄູ ຈາກຄະນະສຶກສາສາດ ຈໍານວນ 7 ໂຮງຮຽນ ລວມມີ 106 ຄົນ, ຍິງ 75 ຄົນ (ລວມທັງ ວິທະຍາໄລເຕັກນິກ ແຂວງວຽງຈັນ, ວິທະຍາໄລຄູບ້ານເກິນ )ພ້ອມນັ້ນທ່ານຍັງໄດ້ ມອບນັກສຶກສາຝຶກຫັດວິຊາຊີບຄູ ໃຫ້ແກ່ຜູ້ອຳນວຍການໂຮງຮຽນມປ. ວັງວຽງ, ມສ. ໂພນໂຮງ, ມສ. ໂພນໝີ, ມສ.ສະກ້າ, ມສ. ປາກແຈ້ງ, ມສ. ນາມອນ ແລະ ມສ. ຜາຕັ້ງ.
5.ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດໂອ້ລົມ ທ່ານໄດ້ກ່າວເຖິງຄຸນນະພາບການສຶກສາ ເຊິ່ງແມ່ນຄູເທົ່ານັ້ນທີ່ຈະເຮັດໃຫ້ການສຶກສາມີຄຸນນະພາບ ແລະ ທ່ານກໍໄດ້ກ່າວເຖິງການຝຶກຫັດວິຊາຊີບຄູການປະຕິບັດວຽກງານຝຶກຫັດໃນ 3 ດ້ານ ແລະ ການຮຽນຮູ້ນໍາອາຈານປະຈໍາທີ່, ການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມ, ພ້ອມທັງກ່າວເຖິງສະຖາບັນການຮຽນຮູ້ນັ້ນກໍ່ຄືມະຫາວິທະຍາໄລແຫ່ງຊາດ ເຊີ່ງເປັນບ່ອນຮຽນຮູ້ວິຊາຊີບເພື່ອປະກອບອາຊີບເພື່ອເປັນຂໍ້ຄິດໃຫ້ແກ່ນ້ອງນັກຮຽນ ມປ. ວັງວຽງ.
****ພິທີຄັ້ງນີ້ ໄດ້ໃຫ້ຮູ້ເຖິງສະພາບວຽກງານຝຶກຫັດວິຊາຊີບຄູ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ຮູ້ເຖິງສະພາບລວມເຖິງການຈັດຕັ້ງການຮຽນ-ການສອນ ຢູ່ແຂວງວຽງຈັນ ສົກສຶກສາ 2020-2021 ແລະທິດທາງແຜນການຈັດຕັ້ງວຽກງານຝຶກຫັດວິຊາຊີບຄູ ສົກສຶກສາ 2021-2022 ອີກດ້ວຍ.