Design Learning and Ebooks by EikQ,Hatsady

Design Learning and Ebooks by EikQ,Hatsady

Share

ການຮຽນຮູ້ , ແລກປ່ຽນບົດຮຽນ ແລະ ປະສົບກ?

Photos from Alone Journey's post 14/01/2024

👍🏻🙏🏻

31/12/2023

🎉

Photos from Design Learning and Ebooks by EikQ,Hatsady's post 17/09/2023

✌️ ທຸກຄົນມີໂອກາດຜິດພາດໄດ້ ສະເຫມີ

✅ ມີສະຕິ
✅ ລະມັດລະວັງ
✅ ມີຄວາມຮັບຜິດຊອບ

🙏🏻 ຂອບໃຈຂໍ້ຄວາມດີໆ ຈາກ page ເພື່ອນບ້ານ

Photos from Design Learning and Ebooks by EikQ,Hatsady's post 13/09/2023

📌 ຄວາມຮູ້ຮອບແອວ
🙏🏻 ຂອບໃຈຂໍ້ມູນທີ່ດີແບບນີ້

#ທ່ານຮູ້ແລ້ວບໍ່ບຸນຫໍ່ເຂົ້າປະດັບດິນຄືຫຍັງ...?
● ຮີດ12ບຸນປະເພນີລາວ
🌷 ເດືອນ9ບຸນຫໍ່ເຂົ້າປະດັບດິນ 🌷
🌼🌼🌼🌼🌼✨️🌼🌼🌼🌼🌼

👉 #ບຸນຫໍ່ເຂົ້າປະດັບດິນ:

I. ບຸນຫໍ່ເຂົ້າປະດັບດິນມີຈຸດປະສົງ3ຢ່າງດັ່ງນີ້:
1.) ເພື່ອບູຊາເທບພະເຈົ້າຂອງແຜ່ນດິນ ເຊັ່ນ: ພະແມ່ທໍລະນີ ພະພູມເຈົ້າທີ່...ທີ່ມີບຸນຄຸນຕໍ່ທຸກໆຊີວິດ.
2.) ເພື່ອອຸດທິດແຜ່ຜົນບຸນກຸສົນ ໄປໃຫ້ແກ່ສັບພະສັດທັງຫລາຍ ທີ່ມີຍາດ ແລະ ໄຮ້ຍາດຂາດມິດ ຫຼື​ ເປັນການ​ເຮັດບຸນ​ໃຫ້​ຜີ​ເປຣດທັງຫຼາຍ.
3.) ເປັນຊ່ວງເທດສະການເຮັດບຸນອຸທິດກຸສົນໄປຫາບັນພະບູລຸດ ໝາຍມີ ບິດາມານດາ ສາມີພັນລະຍາ ບຸດຕີບຸດຕາ ເປັນຕົ້ນ ຕາມ​ຮີດ 12 ຂອງ​ປະ​ເພນີ​ລາວ​ເຮົາ.

II. ຄວາມ​ເປັນ​ມາ​ຂອງ​ບຸນຫໍ່ເຂົ້າປະດັບດິນ:
ບຸນ​ຫໍ່​ເຂົ້າປະດັບດິນ ຕາມຄຳພີດີກາຂອງນັກປຣາດຜູ້ຮູ້ທັງຫຼາຍ ສະຫລຸບເອົາໄວ້ 3 ປະການ ຄື:

1.) ເປັນປະເພນີອັນສືບເນື່ອງມາຈາກຮີດຄອງຂອງພາມ ໃນສະໄໝກ່ອນ ເປັນ​ການ​ເຮັດ​ພິທິກັມ ເພື່ອອຸທິດໃຫ້ເປຣດ ຫຼື ຜີ​ເຜດ ເພື່ອມາຮັບເອົາສ່ວນກຸສົນຕາມຄວາມເຊື່ອຖືຂອງພາມ ກ່ອນທີ່ຈະມີການນັບຖືພຣະພຸດທະສາສະໜາ ​ເອີ້ນວ່າ: "ຫໍ່ເຂົ້າປະດັບດິນ".
✨️​ເລື່ອງມີຢູ່ວ່າ: ມີພາມຄອບຄົວໜື່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍ ອາຍຸ 16 ປີ ກໍມາຕາຍຈາກ​ໄປ, ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫຼັບ ເພາະຄິດຮອດລູກຂອງຕົນ ຫຼັງຈາກນັ້ນ ກໍ່ນຳສົບຂອງລູກຊາຍທີ່ຕາຍໄປຝັງໄວ້ທີ່ປ່າຊ້າຜີ ແລ້ວປຸກເຮືອນໃຫ້ຫຼັງໜື່ງ ພ້ອມທັງເຄື່ອງໃຊ້ສອຍທີ່ຢູ່ທີ່ນອນຄົບຊຸດ, ແລ້ວຈື່ງແຕ່ງຄົນໃຊ້ ໄປສົ່ງເຂົ້າທຸກໆ​ວັນບໍ່ໃຫ້ຂາດ ຢູ່ມາວັນໜື່ງຝົນຕົກແຮງນໍ້ານອງ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ເລີຍກັບມາເຫັນພິກຂຸ ໄປບິນທະບາດ ຈິ່ງເອົາເຂົ້າໃສ່ບາດ ແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ. ໃນຄືນວັນນັ້ນເອງ ພາມຜູ້ເປັນພໍ່ ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕາຍໄປ ບໍ່ເຄີຍໄດ້ກິນເຂົ້າຈາກພໍ່ ໄດ້ກິນເຂົ້າຄາບດຽວແຕ່ມື້ວານນີ້ເທົ່ານັ້ນ ພາມຕື່ນຂື້ນນຶກປະຫຼາດໃຈ ໃນຄວາມຝັນນັ້ນ ຈຶ່ງ​ເອີ້ນຄົນໃຊ້ນັ້ນມາຖາມວ່າ ຂ້ອຍໃຫ້ໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ​ເຈົ້າໄດ້ໄປທຸກມື້ ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວານນີ້​ໄປບໍ່ໄດ້ ເພາະຝົນຕົກແຮງນໍ້າຫຼາຍ ຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈຶ່ງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸ ແລ້ວອຸທິດສ່ວນບຸນກຸສົນ ໄປໃຫ້ລູກຊາຍຂອງທ່ານ ເມື່ອພາມໄດ້ຟັງຄົນໃຊ້ຕອບ​ເຊັ່ນ​ນັ້ນກໍນຶກປະຫຼາດ​ໃນໃຈ ຈຶ່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທູນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່​ແມ່ນ​ແນວທາງ​ທີ່ຖືກຕ້ອງ ເຮົາຈະສະແດງທັມໃຫ້ທ່ານຟັງ ຜູ້ມີສັດທາຢາກຈະອະນຸເຄາະແກ່​ເຜດ ທີ່ລ່ວງລັບໄປແລ້ວນັ້ນ ໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປ ຍ່ອມໄດ້ຮັບຜົນທານນັ້ນ ເໝືອນດັ່ງຄົນໃຊ້ຂອງທ່ານ ທີ່ເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ລູກຂອງທ່ານ ຈຶ່ງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາເຫຼື່ອມໃສສະແດງຕົນເປັນພຸດທະມາມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ.

2.) ການເຮັດບຸນຫໍ່ເຂົ້າປະດັບ​ດິນ​ນີ້ ມີມູນເຫດເກີດຈາກຄວາມເຊື່ອຕາມນິທານທໍາມະບົດວ່າ: ຍາດພີ່ນ້ອງ ຂອງພະເຈົ້າພິມພິສານໄດ້ສໍ້ໂກງເງີນວັດຂອງສົງຕ່າງໆໄປເປັນຂອງຕົນ ໃນສະໄໝພຣະກັດສະປະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພະເຈົ້າພີມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດປັນເຜດ ​​ເປັນ​ເຜດໃນນະຮົກຕະຫຼອດພຸດທະນິລັນດອນ ເມື່ອພະເຈົ້າພີມພິສານຖວາຍທານແດ່ພະສະມະນະໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ກໍ່ບໍ່ໄດ້ຢາດນໍ້າອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດເຫຼົ່ານັ້ນ ພໍຕົກເຖິງກາງຄືນມາ ພວກເຜດຍາດພີ່ນ້ອງດັ່ງກ່າວໄດ້ມາສົ່ງສຽງຮ້ອງຄວນຄາງ, ອາໄລທຸກຂະເວທະນາ ແລະ ສະແດງຮ່າງອັນເປັນຕາຢ້ານໃຫ້ແກ່ພະເຈົ້າພີມພິສານ​ເຫັນ, ພໍມື້ເຊົ້າວັນໃໝ່ຂື້ນມາພະ​ເຈົ້າ​ພິມ​ພິສານ ກໍ່ສະເດັດໄປຖາມ ພະພຸດທະເຈົ້າ​ເຖິງ​​ເລື່ອງດັ່ງກ່າວ ພະພຸດທະອົງກໍ່ຊົງໄດ້ເລົ່າເລື່ອງລາວ ທີ່ເປັນຕົ້ນເຫດໃຫ້ພະເຈົ້າພິມພິສານ ໄດ້ຊົງຊາບ ພະເຈົ້າພິມພິສານຈິ່ງໄດ້ເຮັດບຸນຖວາຍທານອີກ ແລ້ວ​ໄດ້ຢາດນໍ້າ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ ບັນດາຍາດ​ພີ່ນ້ອງ ເມື່ອພວກ​ເຂົາໄດ້ຮັບສ່ວນບຸນກຸສົນຕາມການເອີ້ນມາແລ້ວນັ້ນ ພວກ​ເຜດກໍໄດ້ມາປະກົດຕົນ ໃຫ້ພະເຈົ້າພິມພິສານເຫັນ ແລະ ຊາບວ່າ ຄວາມທຸກທີ່ພວກເຂົາໄດ້ຮັບນັ້ນໄດ້ທຸເລົາເບົາບາງລົງແລ້ວ ເພາະອະນິສົງການອຸທິດສ່ວນບຸນກຸສົນຂອງພະ​ເຈົ້າ​ພິມ​ພິສານນັ້ນແລ ດັ່ງນັ້ນພຸດທະສາສະນິກະຊົນລາວຈິ່ງຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນ ນັບແຕ່ມື້ນັ້ນ ຈົນເຖິງປັດຈຸບັນ.

3.) ການເຮັດບຸນຫໍ່ເຂົ້າປະດັບດິນເປັນອີກປະເພນີໜື່ງໃນຮີດສີບສອງທີ່ນິຍົມກັນເຮັດໃນມື້ແຮມສິບສີ່ຄໍ່າເດືອນ 9 ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ,ຈົນກາຍເປັນຮີດຄອງປະເພນີ ແລະ ວັດທະນາທຳອັນ​ດີງາມ​ຂອງ​ຊາດ.
ກ່ຽວກັບບຸນຫໍ່ເຂົ້າປະດັບດິນຂອງຄົນບູຮານທີ່ໄດ້ປະຕິບັດກັນມາຈົນເຖິງປັດຈຸບັນນີ້ ກ່ອນມີການທຳບຸນ ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານ ອື່ນໆໄວ້ພ້ອມ, ເຂົ້າຕົ້ມເຂົ້າໜົມເຫຼົ່ານັ້ນຈະແບ່ງອອກເປັນສ່ວນໆ ຄື: ສ່ວນທີ 1 ແບ່ງໄວ້ຮັບປະທານພາຍໃນຄອບຄົວ, ສ່ວນທີ່ 2 ແບ່ງໃຫ້ຍາດພີ່ນ້ອງແລະ ມິດສະຫາຍກິນ, ສ່ວນທີ່ 3 ແບ່ງໄວ້ເຮັດບຸນຕັກບາດ ຖວາຍທານໃຫ້ແກ່ພຣະສົງສາມະເນນ ແລ້ວອຸຸທິດຢາດນໍ້າໄປໃຫ້​ແກ່ພວດ​ເຜດທັງຫຼາຍ, ສ່ວນທີ່ 4 ເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸທານອື່ນໆລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ແລ້ວກໍເອົາໄປວາງ​ໄວ້ຕາມດິນ, ຕາມ​ຫຍ້າ, ຕາມ​ເຫງົ້າ​ໄມ້, ຕາມ​ໜ້າ​ເຮືອນ​ຂອງ​ຕົນ, ຕາມ​ທາດ​ເຈດີ , ກຳແພງວັດ ແລະ ບ່ອນ​ອື່ນໆເປັນຕົ້ນ ຕັ້ງ​ແຕ່​ເຊົ້າ​ມືດປະມານ 4-5 ​ໂມງ​ເຊົ້າ ຂອງ​ມື້​ເດືອນ 9 ດັບ ​ເອີ້ນ​ວ່າ: ຫໍ່​ເຂົ້າປະດັບດິນ.

III. ຄວາມ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ:
​ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ ວັດຖຸທານຕ່າງໆມາລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ​ໂດຍ​ການ​ຫໍ່​ໃສ່​ໃບຕອງ​ກ້ວຍ ຫຼື ​ໃບຕອງ​ອື່ນໆ ຢໍ້າອີກ​ເທື່ອ​ໜຶ່ງວ່າ​ຫໍ່​ໃສ່​ໃບຕອງ (ບໍ່​ແມ່ນ​ກ່ອງ​ໂຟມ ​ແລະ ຖົງ​ຢາງ) ແລ້ວກໍເອົາໄປວາງປະດັບ​ໄວ້ຕາມດິນ ​ໃນ​ມື້​ເດືອນ 9 ດັບ ​ເອີ້ນ​ວ່າ​: ຫໍ່​ເຂົ້າປະດັບດິນ.
​ເຊິ່ງມີ​ຄວາມສໍາຄັນ​ຫຼາຍ​ ​ໃນ​ການ​ເຮັດ​ຄຸນງາມຄວາມ​ດີ​ ຄື​ເຮັດບຸນ ​​ເພື່ອຕອບ​ແທນ​ບຸນຄຸນ​ແຜນ​ດິນ, ບັນພະ​ບູລຸດ ​ແລະ ສັບພະສັດ​ພວກ​ຜີ​ເຜດທັງຫຼາຍ ຕາມ​ຄວາມ​ເຊື່ອ​ຖື​ມາແຕ່ຍາ​ວນານ.

IIII. ວິທີ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ ​ແລະ ກິດຈະ​ກໍາ​ຕ່າງໆ:
​ບຸນຫໍ່ເຂົ້າປະດັບດິນ ​ແມ່ນ​ຈັດ​ຂຶ້ນໃນມື້ແຮມ 14 ຄໍ່າ ເດືອນ 9 ລາວ ຂອງ​ທຸກໆ​ປີ ​ເຊິ່ງປີ​ນີ້ ປີພຣະພຸດທະ​ສັງກາດ 2566 ​ແມ່ນ​ກົງ​ກັບ​ວັນ​ພະຫັດ ວັນ​ທີ 14 ກັນຍາ 2023 ​ເປັນ​ມື້​ເຮັດບຸນຫໍ່ເຂົ້າປະດັບດິນ, ວິທີ​ຫໍ່​ເຂົ້າປະດັບດິນ​ນັ້ນ ຄວນຫໍ່ໃສ່ໃບຕອງກ້ວຍ, ໃບບົວ ຫຼື ໃບໄມ້ປະເພດຕ່າງໆ ບໍ່ຄວນ​ເຮັດໃສ່ກ່ອງໂຟມ ຫຼື ຖົງຢາງ, ໃນຫໍ່ເຂົ້າປະດັບ​ດິນນັ້ນປະກອບມີ ​ເຂົ້າຕົ້ມ​ເຂົ້າໜົມ ເຂົ້າສຸກ ຊີ້ນແຫ້ງ ປາຕາຍ ອາຫານ​ຫວານຄາວ ໝາກໄມ້ປະເພດຕ່າງໆທີ່​ຊື້​ມາຕາມ​ຕະຫຼາດ ຫຼື​ໝາກ​ໄມ້​ປ່າ ​ເຊັ່ນ: ໝາກຫວດ, ໝາກເໝົ້າ, ໝາກພີພ່ວນ, ໝາກບົກ, ໝາກເຄັງ, ໝາກຂາມປ້ອມ, ໝາກສົ້ມມໍ ແລະ ອື່ນໆ ນອກ​ນີ້​ຍັງ​ມີ ຄໍາໝາກ, ກອກຢາ... ​ເຫຼົ່າ​ນີ້​ເປັນ​ຕົ້ນ. ຫຼັງ​ຈາກ​ທີ່​ຫໍ່​ຮຽບຮ້ອຍ​ແລ້ວ ນໍາເອົາໄປບູຊາຕອນເຊົ້າກ່ອນຕາເວັນຂຶ້ນ ຂອງມື້ແຮມ 14 ຄໍ່າ ເດືອນ 9 ຫຼື ເດືອນ 9 ດັບ ​ໃຫ້ຖືເອົາເວລາປະມານ 04:00-05:00 ​ໂມງ​ເຊົ້າ ຢ່າ​ໄປ​ບູຊາເດິກ​ຫຼາຍ​ເພາະ​ເປັນ​​ເວລາ​ບໍ່​ເໝາະ​ສົມ ​ໃນ​ການ​ໄປ​ບູຊາ​ນັ້ນ ​ໃຫ້​ນໍາ​ເອົາ​ໄປ​ບູຊາ​ໂລດ ໂດຍບໍ່ຕ້ອງເຄນໃຫ້ພຣະສົງ ເອົາໄປຢາຍບູຊາປະດັບ​ໄວ້ ​ໃນສະຖານທີ່ບູຊາ ມີ ໜ້າ​ເຮືອນຕົນເອງ ຕາມກຳແພງວັດ ຕາມທາດ​ເຈດີ ຕາມຫົວໄຮ່ປາຍນາ ຕາມ​ດິນ​ດອນຕ່ອນຫຍ້າ, ​ເຫງົ້າ​ໄມ້ ວາງລົງກັບພື້ນດິນ​ໂລດ ​ແລ້ວໄຕ້ທູບທຽນບູຊາ ຢາດນໍ້າ ຫຼື ບໍ່ຢາດນໍ້າ ເວົ້າເອົາກະໄດ້ວ່າ: ຂ້າພະເຈົ້າຊື່…. ໄດ້ແຈກຢາຍຫໍ່ເຂົ້າປະດັບດິນ ບູຊາແຜ່ນດິນ ພຣະແມ່ທໍລະນີ, ຍາດພີ່ນ້ອງຊື່…. ຕະຫຼອດເຖິງຜີ​ເຜດ ຜີທີ່ມີຍາດ ແລະ ບໍ່ມີຍາດ ກໍ​ດີ ຂໍໃຫ້ມາຮັບ​ເອົາ​ຫໍ່​ເຂົ້າປະດັບດິນ​ນີ້ ​ໃຫ້ໄດ້ຢູ່ໄດ້ກິນ ແລ້ວໃຫ້ໄປເກີດທີ່ດີເຖິງສຸກພຸ້ນເທີ້ນ ສາທຸ ຖື​ວ່າຈົບພິທີ, ​ເວລາ​ຟ້າແຈ້ງ ເວລາ 7 ໂມງເຊົ້າ ຈິ່ງ​ໄປ​ເວນພາເຂົ້າ, ຖວາຍພາເຂົ້າທິບ, ອາຫານຫວານຄາວ ແລະ ຕັກບາດຢາດນໍ້າອຸທິດ​ສ່ວນ​ບຸນ​ກຸສົນ ​ໄປຫາບັນພະບຸລຸດ ຢູ່​ໃນ​ວັດ ຕາມປະເພນີ ທີ່​ເຮັດ​ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານ.
✨️​ສ່ວນ​ກິດຈະ​ກໍາ​ອື່ນໆ ​ໃນ​ບຸນ​ຫໍ່​ເຂົ້າປະດັບດິນ​ມີ ​ໄຫວ້​ພຣະສູດ​ມົນ, ຟັງ​ເທດ​ສະໜາ, ລົງ​ອຸ​ໂປ​ສົດ​ສັງຄະ​ກັມ, ຈໍາ​ສິນ​ແປດ, ວຽນທຽນ ​ແລະ ປະ​ເພນີ​ບຸນຊ່ວງ​ເຮືອ​ແຂວງ​ຫຼວງ​ພະ​ບາງ.

V. ສະຫຼຸບ​ລວມ ຄວາມ​ເຊື່ອ​ສັດທາ​ຂອງ​ຍາດ​ໂຍມ​ຕໍ່​ກັບ​ການ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ:
✨️​ຍາດ​ໂຍມ​ມີ​ຄວາມ​ເຊື່ອ ​ແລະ ສັດທາ​ກັບ​ການ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ​ມາ​ແຕ່​ອະດີດ ​ຈົນເຖິງ​ປັດຈຸບັນ ບໍ່​ມີ​ວັນ​ຈະ​ເສື່ອ​ມຄາຍ​ລົງ ​ເພາະວ່າ​ຍາດ​ໂຍມ​ມີ​ຄວາມ​ເຊື່ອ​ວ່າ ການ​ເຮັດບຸນ​ໃນວັນ​ດັ່ງກ່າວ​ນັ້ນ ​ເປັນ​ການອຸທິດສ່ວນບຸນກຸສົນໄປຫາເຜດ ຫຼື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ​ໂດຍ​ເຊື່ອ​ກັນ​ວ່າ​ເປັນ​ວັນ​ທີ່​ຈ່າ​ຍົມພິບານ​ເປີດ​ປະຕູ​ນະຣົກ ​ໃຫ້​ແກ່​ພວກຜີ ພວກ​ເຜດ ທັງຫຼາຍ ຂຶ້ນ​ມາ​ຊອກ​ຫາ​ອາຫານ​ກິນ​ໃນ​ມື້​ນັ້ນ ​ເພາະ​ອີກ​ຄວາມ​ເຊື່ອ​ໜຶ່ງ ​ເຊື່ອ​ກັນວ່າ ການ​ເຮັດບຸນຫໍ່ເຂົ້າປະດັບດີນ ​ເປັນ​ຮີດຄອງ​ທີ່​ມີ​ມາ​ກ່ອນ​ສາສະໜາ​ພຸດ ​ເປັນ​ຮີດຄອງ​ສືບ​ເນື່ອງ​ມາ​ຈາກ ລັດທິ​ຖື​ຜີ ມີ​ຈຸດປະສົງ​ເພື່ອ​ກິນ​ທານ​ຫາ​ບັນພະບຸລຸດ​ຜູ້​ລ່ວງ​ລັບ​ໄປ​ແລ້ວ ​ໂດຍ​ມີ​ການຮ້ອງເຊີນເອົາດວງວິນຍານຍາດພີ່ນ້ອງ ມາຮັບເອົາຕາມ​ຄວາມ​ເຊື່ອ​ຖື ​ເມື່ອ​ມີ​ສາສະໜາ​ພຸດ​ເຂົ້າ​ມາ​ໃນ​ອານາຈັກ​ລ້ານ​ຊ້າງ ຈຶ່ງ​​ໄດ້​ມີ​ການ​ປັບ​ເຂົ້າ​ຫາ​ກັນ ແລະ ຈຶ່ງ​ເກີດ​ມີ​ພິທີ​ກໍາ​ພິທີການ ໄຫວ້​ພຣະ ສະ​ມະ​ທານ​ສິນ ຕັກບາດ ຖວາຍພັດຕະຫານ, ຟັງທໍາມະເທສະຫນາ, ວຽນທຽນ ແລະ ກິດຈະ​ກໍາອື່ນໆ ສືບ​ເນື່ອງ​ມາ​ຈົນເຖິງປັດຈຸບັນ ​ແລະ ຍັງ​ຄົງ​ຄວາມ​ເຊື່ອ​ນີ້​ໄວ້ຢ່າງຍືນ​ຍົງ​ຕໍ່​ໄປອີກ.

ຂໍໃຫ້ພວກເຮົາຊາວພຸດຈົ່ງຕັ້ງຢູ່ໃນ ສິນ ຄືການຮັກສາກາຍ ແລະວາຈາ ໃຫ້ຮຽບຮ້ອຍ, ສະມາທິ ການຕັ້ງໃຈຫມັ້ນ ບໍ່ຂາດສະຕິ ແລະ ປັນຍາ ຄືຄວາມຮູ້ຮອບຄອບ ຄວາມສະຫວ່າງ ບໍ່ຫລົງກົນຄົນບໍ່ດີ ສາມຢ່າງນີ້ ຈົ່ງມີໄວ້ໃນໃຈ ເທີ້ນ....
•=====• ສາທຸ ສາທຸ ສາທຸ ອະນຸໂມທາມິ •=======•

18/07/2023

เราอยู่ในสังคมที่ถูกปรุงแต่ง
ไปด้วยความ “ฉาบฉวย” และการ “โอ้อวด”

อวดความร่ำรวย
อวดความสุข
อวดความสำเร็จ
อวดความฉลาด
อวดความสมบูรณ์แบบของชีวิต

ถามว่า .... จริงแค่ไหน? ไม่มีใครรู้!!!
บางคน หนี้สินท่วมหัว แต่ทำตัวไฮโซ
บางคน ใจร้าย แต่อยู่ในคราบคนดี
บางคน สร้างภาพว่าประสบความสำเร็จ

ทั้งๆ ที ไปต่อแทบไม่ไหว
ฉะนั้น! เลิกเปรียบเทียบ!
โมเดลชีวิตของคนต่างกัน
ไม่มีใครเพอร์เฟคท์ 100%
อยู่ที่เขาเลือกจะโชว์ด้านไหนให้เราเห็น

หน้าที่เราคือ “สนใจชีวิตตัวเอง”
หาความสุขเล็กๆ ให้ได้ในทุกวัน
อยู่ให้ได้ในลู่วิ่งของเราเอง
และเต็มที่กับชีวิตในแบบของเรา

อย่าให้สิ่งที่ปรุงแต่งมา “ปั่น” ให้เรา “ป่วน”
อย่ามั่วสนใจแต่เรื่องของคนอื่น
จนลืมมองสิ่งดีๆ ที่อยู่รอบตัว

ใครชีวิตดี ก็ควรยินดีกับเขา
ไม่ใช่เอาแต่ “เปรียบเทียบ”
แล้วหันมาจ้อง “จับผิด” ชีวิตตัวเอง !!

ขอบคุณภาพสาวสายแคมปิ้งจาก Papha
ที่ อุทยานแห่งชาติภูผาม่าน อ.ภูผาม่าน จ.ขอนแก่น⛰️🌄

+++++++++++++
#ที่กินขอนแก่น #ที่พักขอนแก่น #ที่เที่ยวขอนแก่น #ข่าวสารขอนแก่น #ขอนแก่นStation

08/07/2023

🙏🏻 ຮຽນຮູ້ ແລະ ເກັບປະສົບການ ວົນປາຍຍຍ

ຂອບໃຈຂໍ້ຄວາມດີໆຈາກ page ເພື່ອນບ້ານ 🥰🙏🏻

19/05/2023

Passion ແມ່ນຫຍັງງງ ?

14/04/2023

Happy Lao New Year 💦🎉

08/12/2022

It's impossible to be successful unless you're all in.

Photos from ຊື້ງ່າຍ ຂາຍດີ Hatsady Online's post 29/11/2022

💚

28/11/2022

practise and practise 💪🏻

Want your school to be the top-listed School/college in Vientiane?

Click here to claim your Sponsored Listing.

Location

Category

Telephone

Website

Address


Vientiane