ສູນວັດທະນະທຳເດັກ ຫຼື ສ.ວ.ດ ສ້າງຕັ້ງຂຶ້ນໃນປີ 1994 ເປັນບ່ອນທີ່ເປີດໂອກາດໃຫ້ເດັກນ້ອຍຜູ້ທີ່ມີຄວາມສົນໃຈໃນການໃຊ້ເວລາຫວ່າງຂອງຕົນໃຫ້ເປັນປະໂຫຍດ ໂດຍການມາຮ່ຳຮຽນກ່ຽວກັບວັດທະນະທຳລາວ ເຊັັ່ນວ່າ ການຮຽນຟ້ອນ,ຮຽນດົນຕຼີພື້ນເມືອງ,ຮຽນຮ້ອງເພງ,ຮຽນພາສາ-ວັນນະຄະດີ, ການເຮັດກິດຈະກຳສຳລັບເດັກ ນອກຈາກນີ້ ສ.ວ.ດ ຍັງເປັນບ່ອນສ້າງຄົນ ຈາກເດັກນ້ອຍທຳມະດາຜູ້ໜຶ່ງໃຫ້ກາຍເປັນຄົນທີ່ມີຄວາມສາມດ ແລະພອນສະຫວັນ, ມີຄວາມກ້າຫານ ສະແດງອອກ ແລະ ສ້າງເດັກນ້ອຍໃຫ້ກາຍເປັນອາສາສະໝັກທີ່ດີ
ໃນປະຈຸບັນ ມີການສ້າງຕັ້ງ ສ.ວ.ດ ຢູ່ທຸກແຂວງຂອງປະເທດ ແລະມີບາງແຂວງໄດ້ຂະຫຍາຍຮອດເມືອງ ແລະ ບ້ານ
ອາສາສະໝັກເຮັດວຽກບໍ່ຫວັງສິ່ງຕອບແທນ ພຽງແຕ່ໄດ້ຮັບຮູ້ວ່າເດັກນ້ອຍມີຄວາມສຸກ ແລະ ມີຄວາມກ້າຫານທີ່ຈະມາຮ່ວມສ້າງສັນກິດຈະກຳນຳພວກເຮົາ