21/09/2026
ຂໍ້ມູນຈາກ ອົງການສະຫະປະຊາຊາດ (UN Women) ແລະ ສະຫະພັນລັດຖະສະພາລະຫວ່າງຊາດ (IPU) ໄດ້ເປີດເຜີຍເຫດຜົນຫຼັກທີ່ເຮັດໃຫ້ ແຟງລັງ, ນູແວນເຊລັງ ແລະ ນອກແວກາຍເປັນ 3 ປະເທດມະຫາອຳນາດດ້ານຄວາມເທົ່າທຽມທາງເພດ ທີ່ສ້າງປະຫວັດສາດມີນາຍົກລັດຖະມົນຕີຜູ້ຍິງຫຼາຍເຖິງປະເທດລະ 3 ຄົນ ດັ່ງນີ້:
🔑 3 ປັດໄຈຄວາມສຳເລັດທີ່ທົ່ວໂລກຕ້ອງຍົກຍ້ອງ
1. ລະບົບໂຄຕ້າ ແລະ ການສະໜັບສະໜູນໃນພັກການເມືອງ: ພັກການເມືອງໃນກຸ່ມປະເທດນອກດິກ (ແຟງລັງ, ນອກແວ) ໄດ້ນຳໃຊ້ກົນໄກໂຄຕ້າທາງເພດຢ່າງເຂັ້ມງວດ ເພື່ອຮັບປະກັນວ່າຜູ້ຍິງຈະມີສັດສ່ວນໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງບໍ່ໜ້ອຍກວ່າ 40-50%.
2. ກົດໝາຍ ແລະ ນະໂຍບາຍສະຫວັດດີການທີ່ເອື້ອອຳນວຍ: ປະເທດເຫຼົ່ານີ້ມີກົດໝາຍ "ລາພັກມາລ້ຽງລູກ" ທີ່ໃຫ້ສິດທັງພໍ່ ແລະ ແມ່ ຢ່າງເທົ່າເທຽມ ພ້ອມທັງມີລະບົບລ້ຽງດູເດັກນ້ອຍທີ່ມີຄຸນນະພາບ ຜູ້ຍິງບໍ່ຕ້ອງເລືອກລະຫວ່າງ "ຄອບຄົວ" ຢ່າງດຽວ ຫຼື "ອາຊີບການງານ".
3. ປະຫວັດສາດການໃຫ້ສິດທິທາງການເມືອງທີ່ຍາວນານ: ນູແວນເຊລັງເປັນປະເທດທຳອິດໃນໂລກທີ່ໃຫ້ສິດຜູ້ຍິງອອກສຽງເລືອກຕັ້ງ (ປີ 1893) ເຮັດໃຫ້ວັດທະນະທຳປະຊາທິປະໄຕທີ່ໃຫ້ກຽດຜູ້ຍິງຖືກປູກຝັງມາຢ່າງຍາວນານ ແລະ ປະຊາຊົນເບິ່ງວ່າຜູ້ຍິງມີຄວາມສາມາດໃນການນຳພາບໍ່ຕ່າງຈາກຜູ້ຊາຍ.
📊 ສັດສ່ວນຜູ້ຍິງໃນສະພາ
1. ນູແວນເຊລັງ: ມີສັດສ່ວນ ສ.ສ ຜູ້ຍິງ ໃນສະພາສູງເຖິງ 50.4% (ກ້າວຂ້າມຈຸດຄວາມເທົ່າທຽມ 50/50 ຢ່າງສົມບູນ).
2. ແຟງລັງ: ມີສັດສ່ວນ ສ.ສ ຜູ້ຍິງ ໃນສະພາສູງເຖິງ 46%.
3. ນອກແວ: ມີສັດສ່ວນ ສ.ສ ຜູ້ຍິງ ໃນສະພາສູງເຖິງ 41.4%.