21/08/2026
ສະມາຄົມພັດທະນາເດັກ ແລະ ໄວໜຸ່ມລາວ
ຈັດກອງປະຊຸມສຳມະນາເພື່ອຢັ້ງຢືນຜົນການວິໄຈ ແລະ ຮ່ວມກັນອອກແບບກິດຈະກຳຕົວແບບ..........................................................
ໃນຕອນເຊົ້າຂອງວັນທີ 20 ສິງຫາ 2026 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດກອງປະຊຸມສຳມະນາເພື່ອຢັ້ງຢືນຜົນການວິໄຈ ແລະ ຮ່ວມກັນອອກແບບກິດຈະກຳຕົວແບບ ໂດຍເປັນປະທານຮ່ວມຂອງທ່ານ ນາງ ສີທອນ ຄຳອ່ອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ , ທ່ານ ວິລະໄຊ ທຳມະວົງ ຜູ້ອຳນວຍການສະມາຄົມພັດທະນາເດັກ ແລະ ໄວໜຸ່ມລາວ ມີຕາງໜ້າສະຫະພັນແມ່ຍິງແຂວງ, ຊາວໜຸມແຂວງ, ຊາວໜຸ່ມເມືອງ, ສະຫະພັນແມ່ຍິງເມືອງ, ສູນບໍລິການປະຕູດຽວ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ນາງ ສີທອນ ຄຳອ່ອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ສະແດງຄວາມຕ້ອນຮັບຕໍ່ທີມງານສະມາຄົມພັດທະນາເດັກ ແລະ ໄວໜຸ່ມລາວ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າຈັດກອງປະຊຸມສຳມະນາເພື່ອງຢັ້ງຢືນຜົນການວິໄຈ ແລະ ຮ່ວມກັນອອກແບບກິດຈະກຳຕົວແບບໃນຄັ້ງນີ້. ຖືວ່າແຂວງໄຊຍະບູລີ ກໍເປັນແຂວງໜື່ງ ທີ່ທາງສະມາຄົມພັດທະນາເດັກ ແລະ ໄວໜຸ່ມລາວໄດ້ໃຫ້ການຊ່ວຍເຫຼືອ ນັ້ນສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໄຍຂອງສະມາຄົມ ທີ່ຢາກໃຫ້ນ້ອງນັກຮຽນມີການພັດທະນາທາງດ້ານທັກສະຊີວິດ ແລະ ການກະກຽມພ້ອມທາງດ້ານອາຊີບ. ເຊິ່ງໄວໜຸ່ມແມ່ນກຳລັງແຮງຕົ້ນຕໍ ແລະ ເປັນອານາຄົດຂອງຊາດ ຮັບປະກັນໃຫ້ໄວໜຸ່ມມີ ທັກສະຊີວິດທີ່ເຂັ້ມແຂງ ແລະ ການກຽມພ້ອມທາງດ້ານອາຊີບທີ່ທັນສະໄໝ ເປັນປັດໃຈຕັດສິນໃນການສ້າງອານາຄົດທີ່ຍືນຍົງ. ໄລຍະຜ່ານມາ ພະແນກສຶກສາທິການ ແລະ ກິລາ ຮ່ວມກັບສະມາຄົມພັດທະນາເດັກ ແລະ ໄວໜຸ່ມລາວ ໄດ້ດຳເນີນ ການຄົ້ນຄ້ວາແບບມີສ່ວນຮ່ວມ ໂດຍເປີດໂອກາດໃຫ້ໄວໜຸ່ມໄດ້ມີສ່ວນຮ່ວມ ຢ່າງແທ້ຈິງໃນການຮວບຮວມ, ວິເຄາະ ,ສະທ້ອນບັນຫາ ແລະ ສິ່ງທ້າທາຍທີ່ເຂົາເຈົ້າກຳລັງປະເຊີນຢູ່, ເພື່ອໃຫ້ການວິໄຈນີ້ ສະທ້ອນເຖິງຄວາມເປັນຈິງ ແລະ ນຳໄປໃຊ້ໄດ້ຢ່າງມີປະສິດທິພາບ. ກອງປະຊຸມໃນຄັ້ງນີ້ຈຸດປະສົງກໍ່ແມ່ນເພື່ອລາຍງານຜົນການຄົ້ນຄວ້າແບບມີສ່ວນຮ່ວມ(PAR) ຈາກການປະເມີນຄວາມຕ້ອງການຂອງໄວໜຸ່ມ 100 ຄົນ ໃນເມືອງໄຊຍະບູລີ, ແຂວງໄຊຍະບູລີຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ, ຂະແໜງການພາກລັດທີ່ກ່ຽວຂ້ອງ ແລະ ພາກສ່ວນຕ່າງໆ. ເປັນການເປີດເວທີປຶກສາຫາລື, ຖາມ-ຕອບ ແລະຮັບຮອງເອົາຜົນການຄົ້ນຄວ້າວິໄຈ ເພື່ອເປັນພື້ນຖານໃຫ້ໄວໜຸ່ມ ໃນການຂຽນແຜນທົດລອງກິດຈະກຳຂະໜາດນ້ອຍ ເພື່ອເຄື່ອນໄຫວກິດຈະກຳພາຍໃນໂຮງຮຽນ ຫຼື ຊຸມຊົນ. ການກຳນົດວຽກງານບູລິມະສິດ ແລະ ວິທີທາງແກ້ໄຂ ທີ່ສາມາດປະຕິບັດໄດ້ຕົວຈິງໂດຍອີງໃສ່ຜົນການວິໄຈຮ່ວມກັບໄວໜຸ່ມນັກຄົ້ນຄ້ວາ. ຮ່ວມກັນອອກແບບ ແລະ ສະເໜີໂຄງການ( ກິດຈະກຳຂະໜາດນ້ອຍ) ໃຫ້ສຳເລັດ 3 ກິດຈະກຳທີ່ຈະນຳພາປະຕິບັດໂດຍໄວໜຸ່ມ. ກອງປະຊຸມຈະໄດ້ຮັບຟັງການນຳສະເໜີຜົນການຄົ້ນຄວ້າວິໄຈທີ່ຜ່ານມາ, ມີຄຳເຫັນ ຖາມ-ຕອບ ແລະ ຮັບຮອງຜົນການຄົ້ນຄວ້າວິໄຈ ເພື່ອເປັນພື້ນຖານໃຫ້ໄວໜຸ່ມສ້າງໂຄງການ ແລະ ໄວໜຸ່ມເປັນຜູ້ນຳພາ. ກອງປະຊຸມດັ່ງກ່າວຈະໃຊ້ເວລາ 1 ວັນຈຶ່ງສຳເລັດ.