24/11/2023
ສະບາຍດີທຸກຄົນມື້ນີ້ແອັດມິນເອົາສູດສາລະເປົາມາຝາກຈ້າ ແປ້ງນຸ້ມໆ ບໍ່ໄດ້ໃສ່ແອມໂມເນຍ(ແປ້ງເໝັນ)ສາມາດລອງເຮັດຕາມໄດ້ເລີຍ😘
- - - - - - - - - - - - - - - - - - - - - - - - - -
📌ຢ່າລືມຮ່ວມຫຼິ້ນເກມກ້ອງຄອມເມັ້ນນີ້ເພື່ອຮັບຂອງລາງວັນນະຈະ
❣️ຄຳຖາມ: ເຮົາໃຊ້ແປ້ງຫຍັງເຮັດສາລະເປົາ?
- - - - - - - - - - - - - - - - - - - - - - - - - - - -
❣️ກົດເຂົ້າເບິ່ງວິທີເຮັດ ແລະ ສ່ວນປະສົມທັງໝົດໄດ້ເລີຍ
📍ຢ່າລືມກົດໄລ ກົດແຊສ ຄອມເມັ້ນເປັນກຳລັງໃຈໃຫ້ແອັດມິນແນ່ເດີ້😉
❣️ສ່ວນປະສົມທີ1:
1. ແປ້ງເຄັກກາເມຊານ 700 ກລາມ
2. ຢີສ 9 ກລາມ
3. ນ້ຳ 450 ກລາມ
❣️ສ່ວນປະສົມທີ2
1. ແປ້ງແປ້ງເຄັກກາເມຊານ 360 ກລາມ
2. ນ້ຳຕານ 250 ກລາມ
3. ນ້ຳ 4 ບ່ວງແກງ
4. ຜົງຟູ 2 ບ່ວງແກງ
5. ເກືອ 1 ບ່ວງກາເຟ
6. ເນີຍຂາວ 75 ກລາມ
❣️ສ່ວນປະສົມໄສ້ໝູ
1. ຊີ້ນໝູບົດ 500 ກລາມ
2. ຫອມຫົວໃຫຍ່ 50 ກລາມ
3. ສະອິ້ວ 2 ບ່ວງແກງ
4. ນ້ຳມັນຫອຍ 2 ບ່ວງແກງ
5. ນ້ຳຕານ 2 ບ່ວງແກງ
6. ພິກໄທ 1 ບ່ວງກາເຟ
7. ແປ້ງນົວ 1 ບ່ວງກາເຟ
❣️ວິທີເຮັດໄສ້ໝູ:
1. ປະສົມຊີ້ນໝູບົດ, ຫອມຫົວໃຫຍ່, ນ້ຳຕານ, ສະອິ້ວ, ນ້ຳມັນຫອຍ, ແປ້ງນົວ, ພິກໄທຄົນໃຫ້ເຂົ້າກັນແລ້ວໝັກປະໄວ້1 ຊົ່ວໂມງ
❣️ວິທີເຮັດແປ້ງສ່ວນປະສົມທີ1
1. ເທແປ້ງ, ຢີສ, ນ້ຳໃສ່ໃນໂຖຕີແລ້ວຕີໃຫ້ເຂົ້າກັນ ຫຼັງຈາກນັ້ນແພັກປະໄວ້ 1 ຊົ່ວໂມງ
❣️ວິທີເຮັດແປ້ງສ່ວນປະສົມທີ2 ແລະຂຶ້ນຮູບສະາລະເປົາ
1. ເທນ້ຳ, ນ້ຳຕານ, ຜົງຟູ, ແປ້ງ, ເນີຍຂາວ, ເກືອ, ສ່ວນປະສົມທີ1 ທີ່ພັກໄວ້ຄົບຊົ່ວໂມງແລ້ວໃສ່ໃນໂຖຕີແລ້ວຕີໃຫ້ເຂົ້າກັນ, ໃຫ້ນຽນ ຫຼັງຈາກນັ້ນແພັກປະໄວ້ອີກ1ຊົ່ວໂມງ
2. ເມື່ອພັກແປ້ງຄົບຊົ່ວໂມງແລ້ວນຳແປ້ງອອກມາຕັດເປັນກ້ອນ 40 ກລາມຄຶງແປ້ງໃຫ້ເປັນກ້ອນມົນ ແລ້ວລິ້ງອອກເປັນແຜ່ນບາງໃສ່ໄສ້ທີ່ໝັກໄວ້ ແລ້ວຂຶ້ນສະລະເປົາໄດ້ເລີຍ
3. ເມື່ອຂຶ້ນຮູບສະລະເປົາແລ້ວພັກໄວ້ອີກ15-20 ນາທີຈຶ່ງນຳໄປໜຶ້ງ
4. ຄ້າງໝໍ້ໜຶ້ງໃຊ້ໄຟປານການ-ແຮງເມື່ອນ້ຳຟົດແລ້ວກໍ່ນຳເອົາສາລະເປົາທີ່ຫໍ່ໄວ້ມາໜຶ້ງ ໃຊ້ເວລາ 15-20 ນາທີເປັນອັນສຳເລັດ.............................................................................
ປລ. ຊື້ແປ້ງໄດ້ທີ່ຮ້ານຊຸບເປີມາເກັດໂຊກທະວີສາຂາວຽງຈັນເຊັນເຕີ, ຮ້ານຊຸບເປີມາເກັດ P-mart (ຫນ້າຫ້າງວຽງຈັນເຊັນເຕີ), ຮ້ານຊຸບເປີມາເກັດຈີລາຟ (ຫນ້າເດີ່ນສະຕາດ), ຮ້ານບຸນທະວີ ສີດຳດວນ, ຊຸບເປີມາເກັດໂຊກທະວີ, ຊຸບເປີມາເກັດລິມປິງ, ມິນິມາກ ແລະ ຊຸບເປີມາເກັດທົ່ວໄປ, ຕະຫຼາດທົ່ວໄປ. ຢູ່ຕ່າງແຂວງກະມີເດິ້ ຊຽງຂວາງ, ຊໍາເໜືອ, ສະຫວັນ, ທ່າແຂກ, ປາກເຊ ແລະ ຫຼວງພະບາງ.