23/07/2025
Forum Jeunesse 2025 - Cap sur les océans !
Avec le soutien des Ambassades de France au Cambodge, au Viêtnam et au Laos et grâce au succès du programme de mobilités régionales “ Refaire le monde en français 2024”, 4 professeurs et 8 élèves de classes bilingues lao-français du Laos avaient l’opportunité de participer au Forum Jeunesse 2025 sous thème des océans. Cette belle rencontre régionale a été organisé du 29 juin au 1er juillet 2025 à l’International Center for Interdisciplinary Science and Education (ICISE) de Quy Nhon, au Viêtnam. Ce forum a réuni les professeurs et les élèves du Cambodge, du Viêtnam et du Laos.
Pendant trois jours, ces jeunes francophones ont échangé en français et ont été sensibilisés aux enjeux de la préservation des océans, de la protection de la biodiversité marine et de l’engagement pour un avenir durable.
Ce forum a été soutenu par la Ministère de l’Europe et des Affaires étrangères et l’Agence pour l’Enseignement Français a l’Étranger (AEFE)
ເວທີສົນທະນາ ຊາວໜຸ່ມ 2025 - ເສັ້ນທາງສູ່ມະຫາສະໝຸດ !
ພາຍໃຕ້ການສະໜັບສະໜູນຈາກສະຖານທູດຝຣັ່ງປະຈຳກຳປູເຈຍ, ຫວຽດນາມ ແລະ ລາວ ແລະ ຈາກຜົນສຳເລັດຂອງໂຄງການທັດສະນະສຶກສາລະດັບພາກພື້ນ “ Refaire le monde en français” ໃນປີ 2024, ຄູອາຈານ 4 ທ່ານ ພ້ອມດ້ວຍນັກຮຽນຈຳນວນ 8 ນ້ອງຈາກຫ້ອງຮຽນສອງພາສາລາວ-ຝຣັ່ງຂອງ ສປປ ລາວ ໄດ້ມີໂອກາດເຂົ້າຮ່ວມງານເວທີສົນທະນາຊາວໜຸ່ມ 2025 ພາຍໃຕ້ຫົວຂໍ້ກ່ຽວກັບມະຫາສະໝຸດ. ເວທີສົນທະນາລະດັບພາກພື້ນຄັ້ງນີ້ແມ່ນໄດ້ຈັດຂຶ້ນລະຫວ່າງວັນທີ 29 ມີຖຸນາ ຫາ 1 ກໍລະກົດ 2025 ທີ່ ສູນວິທະຍາສາດ ແລະ ການສຶກສາ ສາກົນ (ICISE) ທີ່ເມືອງ ກຸຍເຍີນ, ປະເທດຫວຽດນາມ ເຊິ່ງມີຄູ ແລະ ນັກຮຽນທີ່ມາຈາກປະເທດກຳປູເຈຍ, ປະເທດຫວຽດນາມ ແລະ ປະເທດລາວເຂົ້າຮ່ວມ.
ຕະຫຼອດໄລຍະເວລາ 3 ວັນຂອງງານນີ້, ຊາວໜຸ່ມທີ່ໃຊ້ພາສາຝຣັ່ງໄດ້ມີການສົນທະນາແລກປ່ຽນເປັນພາສາຝຣັ່ງ ແລະ ປູກຈິດສຳນຶກກ່ຽວກັບ ບັນຫາການປົກປັກຮັກສາມະຫາສະໝຸດ, ການປົກປ້ອງຊີວະນາໆພັນທາງທະເລ ແລະ ຄວາມມຸ່ງໝັ້ນໃນການສ້າງອະນາຄົດທີ່ຍືນຍົງ.
ເວທີສົນທະນາດັ່ງກ່າວນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກກະຊວງເອີຣົບ ແລະ ການຕ່າງປະເທດ ແຫ່ງສາທາລະນະລັດຝຣັ່ງ ແລະ ອົງການສິດສອນພາສາຝຣັ່ງຢູ່ຕ່າງປະເທດ (AEFE).
́an
#ຫ້ອງຮຽນສອງພາສາລາວຝຣັ່ງ #ໂຮງຮຽນມສສະຫວັນ