ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ

ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ໃຊ້ສຳລັບກິດຈະກໍາການສຶກສາ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ບໍລິຫານການໂຮງແຮມ

🎊🎂ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ຂໍອວຍພອນໃຫ້ ທ່ານ ນາງ ສຸປະຕະ ຈັນທະວົງ ພະນັກງານວິຊາການ ພາກ...
05/04/2026

🎊🎂ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ຂໍອວຍພອນໃຫ້ ທ່ານ ນາງ ສຸປະຕະ ຈັນທະວົງ ພະນັກງານວິຊາການ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ ເນື່ອງໃນວັນຄ້າຍວັນເກີດໃນປີ 2026 ນີ້ ຂໍອວຍພອນໄຊໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ, ຈະເລີນກ້າວຫນ້າໃນຫນ້າທີ່ການງານ ແລະ ການເງິນ ຕະຫລອດປີ ແລະ ຕະຫລອດໄປ.
#ພາກວິຊາບໍລິຫານການທ່ອງທ່ຽວ
#ສາຂາບໍລິຫານການໂຮງແຮມ

ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ຄະນະບໍລິຫານທຸລະກິດ, ມະຫາວິທະຍາໄລສະຫວັນນະເຂດ ໄດ້ສຳເລັດການຈັດສຳມະນາ ເພື່ອງສົ່ງເສີມສົ...
11/03/2026

ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ຄະນະບໍລິຫານທຸລະກິດ, ມະຫາວິທະຍາໄລສະຫວັນນະເຂດ ໄດ້ສຳເລັດການຈັດສຳມະນາ ເພື່ອງສົ່ງເສີມສົ່ງເສີມຫຼັກສູດນະວັດຕະກຳສຳລັບການຮຽນຮູ້ຕະຫຼອດຊີວິດ ຂອງກຳລັງແຮງງານການທ່ອງທ່ຽວແບບຍືນຍົງ ພາຍໃຕ້ໂຄງການ "Innovative Curricula for Lifelong Learning of Sustainable Tourism Workforce"
ພາຍໃຕ້ຫົວຂໍ້: ຄວາມຮູ້ສູ່ການພັດທະນາທັກສະດ້ານດີຈີຕອລ ແລະ ບຸກຄະລິກກະພາບດ້ານການບໍລິການ (Piloting of the New Curricula on Sustainable Tourism ( D5.7) ແລະ Piloting of the New Curricula on Sustainable Tourism ( D5.8))
ງານສຳມະນາໄດ້ຈັດຂຶ້ນຮູບແບບ Online ຜ່ານໂປຣແກຣມ Meet ໃນລະຫວ່າງ ວັນທີ 10-11 ມີນາ 2026 ໂດຍມີຜູ້ເຂົ້າຮ່ວມຈາກຕ່າງຫນ້າຫົວຫນ່ວຍທຸລະກິດທີ່ກ່ຽວຂ້ອງພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ເຊິ່ງຜູ່ເຂົ້າຮ່ວມໄດ້ມີການແລກປ່ຽນຄວາມຮູ້ ແລະ ປະສົບການທາງດານການນຳໃຊ້ດີຈີຕອລ ແລະ ບຸກຄະລິກກະພາບດ້ານການບໍລິການ ທີ່ສຳຄັນໃນການປະກອບທຸລະກິດ ໃນໂອກາດດັ່ງກ່າວ ທ່ານ Thongxay Phithamma Managing Dicrector of SK Travel and Tours ກໍ່ໄດ້ສະແດງຄວາມຄິດເຫັນເພີ່ມຕື່ມອີກວ່າ ຄວາມມີການຈັດກິດຈະກຳ Camping ຮ່ວມກັນຫາກມີໂອກາດໃນອານາຄົດ ໂດຍສົມທົບກັບ ທາງພະແນກວັດທະນາທຳ ແລະ ການທ່ອງທ່ຽວໃນການຈັດກິດຈະກຳ ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດ ລວມທັງພາກລັດມີໂອກາດໄດ້ຮູ້ຈັກ ເຊິ່ງກັນ ແລະ ກັນຫລາຍຂຶ້ນ ແລະ ທ່ານ ອຈ ສົມພອນ ວົງແກ້ວ ຮອງຫົວຫນ້າພາກວິຊາໄດ້ສະແດງຄວາມຄິດເຫັນເຖິງໂອກາດໃນອານາຄົດໄວ້ວ່າຄວນມີການຮ່ວມມື້ກັນລະຫວ່າງ UBC ໃຫ້ຫລາຍຂຶ້ນ.
ໃນຕອນທ້າຍຂອງງານສຳມະນາ ທ່ານ ຊອ ວິໄລພອນ ຫັນທະວົງ ຮັກສາການຫົວຫນ້າພາກວິຊາໄດ້ກ່າວຄຳຂອບໃຈນັກສຳມະນາກອນທຸກທ່ານທີ່ເສຍສະຫລະເວລາເຂົ້າຮ່ວມໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ມີໂອກາດຮ່ວມງານກັນໄປເລີ້ຍໆ ເພື່ອສົ່ງເສີມ ແລະ ພັດທະນາສັ່ງຄົມ.



office


#ສາຂາບໍລິຫານການທ່ອງທ່ຽວ
#ສາຂາບໍລິຫານການໂຮງແຮມ
#ຄະນະບໍລິຫານທຸລະກິດ
#ມະຫາວິທະຍາໄລສະຫວັນນະເຂດ

🎊🎂ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ຂໍອວຍພອນໃຫ້ ທ່ານ ອາຈານ ດວງເດືອນ ກົມມະນີວັນ ພະນັກງານ ພາກວ...
10/03/2026

🎊🎂ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ຂໍອວຍພອນໃຫ້ ທ່ານ ອາຈານ ດວງເດືອນ ກົມມະນີວັນ ພະນັກງານ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ ເນື່ອງໃນວັນຄ້າຍວັນເກີດໃນປີ 2026 ນີ້ ຂໍອວຍພອນໄຊໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ, ຈະເລີນກ້າວຫນ້າໃນຫນ້າທີ່ການງານ ແລະ ການເງິນ ຕະຫລອດປີ ແລະ ຕະຫລອດໄປ.
#ພາກວິຊາບໍລິຫານການທ່ອງທ່ຽວ
#ສາຂາບໍລິຫານການໂຮງແຮມ

ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ຄະນະບໍລິຫານທຸລະກິດ, ມະຫາວິທະຍາໄລສະຫວັນນະເຂດ ໄດ້ສຳເລັດການຈັດສຳມະນາສົ່ງເສີມສົ່ງເສີມຫ...
07/03/2026

ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ຄະນະບໍລິຫານທຸລະກິດ, ມະຫາວິທະຍາໄລສະຫວັນນະເຂດ ໄດ້ສຳເລັດການຈັດສຳມະນາສົ່ງເສີມສົ່ງເສີມຫຼັກສູດນະວັດຕະກຳສຳລັບການຮຽນຮູ້ຕະຫຼອດຊີວິດ ຂອງກຳລັງແຮງງານການທ່ອງທ່ຽວແບບຍືນຍົງ ພາຍໃຕ່ໂຄງການ "Innovative Curricula for Lifelong Learning of Sustainable Tourism Workforce" ພາຍໃຕ້ຫົວຂໍ້: ຄວາມຮູ້ສູ່ການພັດທະນາທັກສະດ້ານດີຈີຕອລ ແລະ ບຸກຄະລິກກະພາບດ້ານການບໍລິການ.
ງານສຳມະນາໄດ້ຈັດຂຶ້ນທີ່ໃນລະຫວ່າງ ວັນທີ 5-6 ມີນາ 2026 ທີ່:ຫ້ອງປະຊຸມຊັ້ນ3 ຕຶກຄະນະວິຊະວະກຳສາດ ມະຫາວິທະຍາໄລສະຫວັນນະເຂດ (ວິທະຍາເຂດໜອງຜື)



office


#ສາຂາບໍລິຫານການທ່ອງທ່ຽວ
#ສາຂາບໍລິຫານການໂຮງແຮມ
#ຄະນະບໍລິຫານທຸລະກິດ
#ມະຫາວິທະຍາໄລສະຫວັນນະເຂດ

ເຊີນຊວນ ນັກສຶກສາ, ຄູ-ອາຈານ, ພະນັກງານລັດ, ພະນັກງານເອກະຊົນ, ຜູ້ປະກອບງານທຸລະກິດ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວ...
16/02/2026

ເຊີນຊວນ ນັກສຶກສາ, ຄູ-ອາຈານ, ພະນັກງານລັດ, ພະນັກງານເອກະຊົນ, ຜູ້ປະກອບງານທຸລະກິດ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານສຳມະນາ ພາຍໃຕ້ຫົວຂໍ້: ຄວາມຮູ້ສູ່ການພັດທະນາທັກສະດ້ານດີຈີຕອລ ແລະ ບຸກຄະລິກກະພາບດ້ານການບໍລິການສຳລັບການຈ້າງງານໃນອະນາຄົດ.
***********************************************
ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ໄດ້ຈັດສຳມະນາສົ່ງເສີມສົ່ງເສີມຫຼັກສູດນະວັດຕະກຳສຳລັບການຮຽນຮູ້ຕະຫຼອດຊີວິດ ຂອງກຳລັງແຮງງານການທ່ອງທ່ຽວແບບຍືນຍົງ ພາຍໃຕ່ໂຄງການ "Innovative Curricula for Lifelong Learning of Sustainable Tourism Workforce" ພາຍໃຕ້ຫົວຂໍ້: ຄວາມຮູ້ສູ່ການພັດທະນາທັກສະດ້ານດີຈີຕອລ ແລະ ບຸກຄະລິກກະພາບດ້ານການບໍລິການສຳລັບການຈ້າງງານໃນອະນາຄົດ.
ງານສຳມະນາໄດ້ຈັດຂຶ້ນທີ່ມະຫາວິທະຍາໄລສັະຫວັນນະເຂດ (ວິທະຍາເຂດຫນອງຜື) ລາຍລະອຽດຂອງງານດັ່ງລຸ່ມນີ້
- 5-6 ມີນາ 2026 ຈັດຂຶ້ນທີ່:ຫ້ອງປະຊຸມຊັ້ນ3 ຕຶກຄະນະວິຊະວະກຳສາດ ມະຫາວິທະຍາໄລສະຫວັນນະເຂດ (ວິທະຍາເຂດໜອງຜື)
- 10-11 ມີນາ 2026 ຈັດສຳມະນາທາງຊ່ອງທາງອອນລາຍ (Online ຜ່ານ Meet) ທີ່ລິງ Link: https://meet.google.com/kph-hhvd-sdd



office


#ສາຂາບໍລິຫານການທ່ອງທ່ຽວ
#ສາຂາບໍລິຫານການໂຮງແຮມ
#ຄະນະບໍລິຫານທຸລະກິດ
#ມະຫາວິທະຍາໄລສະຫວັນນະເຂດ

ຜູ້ສະໝັກ ສສຊ ແລະ ສສຂ ຈາກມະຫາວິທະຍາໄລສະຫວັນນະເຂດ ລົງພື້ນທີ່ພົບປະ ປະຊາຊົນ ຊາວແຂວງສະຫວັນນະເຂດ.....ຊ່ວຍສະໜັບສະໜູນ ແລະ ສົ່ງກຳ...
10/02/2026

ຜູ້ສະໝັກ ສສຊ ແລະ ສສຂ ຈາກມະຫາວິທະຍາໄລສະຫວັນນະເຂດ ລົງພື້ນທີ່ພົບປະ ປະຊາຊົນ ຊາວແຂວງສະຫວັນນະເຂດ.....ຊ່ວຍສະໜັບສະໜູນ ແລະ ສົ່ງກຳລັງໃຈ .....ທັງ 4 ທ່ານ ມີຄວາມພ້ອມດ້ານຄວາມຮູ້, ຄວາມສາມາດ, ມີປະສົບການໃນການຄົ້ນຄວ້າວິທະຍາສາດ, ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຂັບເຄື່ອນຂົງເຂດວຽກງານການສຶກສາໃຫ້ຈະເລີນກ້າວໜ້າ

 #ສູນທົດລອງບໍລິການກາເຟ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມເປີດໃຫ້ບໍລິການປົກກະຕິນັບແຕ່ວັນທີ 14/1/2026 ເວລາ 8:30-16:00...
13/01/2026

#ສູນທົດລອງບໍລິການກາເຟ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ
ເປີດໃຫ້ບໍລິການປົກກະຕິນັບແຕ່ວັນທີ 14/1/2026 ເວລາ 8:30-16:00 ນາທີ.
ສາມາດມານັ່ງເຮັດວຽກ ແລະ ຄົ້ນຄວ່າບົດຮຽນໄດ້ ມີແບບຫ້ອງແອ ແລະ ຫ້ອງພັດລົມ.

🌱☘🍀ໃນວັນທີ 27-28 ພະຈິກ 2025 ຕົວແທນທີມງານໂຄງການ   ຈາກມະຫາວິທະຍາໄລສະຫວັນນະເຂດ ໄດ້ເຂົ້າກອງປະຊຸມ Interim Meeting ຄັ້ງທີ 2 ຂອ...
29/11/2025

🌱☘🍀ໃນວັນທີ 27-28 ພະຈິກ 2025 ຕົວແທນທີມງານໂຄງການ ຈາກມະຫາວິທະຍາໄລສະຫວັນນະເຂດ ໄດ້ເຂົ້າກອງປະຊຸມ Interim Meeting ຄັ້ງທີ 2 ຂອງໂຄງການ ທີ່ ມະຫາວິທະຍາໄລແຫ່ງຊາດ, ພາຍໃນກອງປະຊຸມໄດ້ມີການ ສົນທະນາແລກປ່ຽນ ເພື່ອທົບທວນແຜນວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 2 ປີ ຜ່ານມາ 2024-2025 ແລະ ປຶກສາຫາລືກ່ຽວກັບແຜນວຽກໃນການຈັດຕັ້ງປະຕິບັດໂຄງການໃນອີກ 1 ປີຕໍ່ຫນ້າ 2026 ກ່ອນສິ້ນສຸດອາຍຸໂຄງການ.
🎊ພາຍຫລັງປະຊຸມປິດລົງຕາມວາລະໃນມື້ທີ 2 ທິມງານໂຄງການ ຍັງໄດ້ຖືໂອກາດເດີນທາງລົງໄປທ່ຽມຊົມສະຖານທີ່ທ່ອງທ່ຽວ Lao Art Meseum ເງິນເປັນສະຖານທີ່ທ່ຽວທ່ຽວທີ່ ສຳຄັນຂອງ ນະຄອນຫຼວງວັນຈັນ ກໍ່ຄືຂອງຊາດລາວ ເປັນແຫລ່ງທ່ອງທ່ຽວທີ່ມີຄວາມສວຍງາມທາງດ້ານສິນລະປະວັດທະນະທຳ ອັນເປັນເອກະລັກ.
#ສາຂາບໍລິຫານການໂຮງແຮມ
#ສາຂາບໍລິຫານການທ່ອງທ່ຽວ
#ພາກວິຊາບໍລິຫານການທ່ອງທ່ຽວ ແລະການໂຮງແຮມ
#ຄະນະບໍລິຫານທຸລະກິດ
#ມະຫາວິທະຍາໄລສະຫວັນນະເຂດ




20/11/2025

ນ້ອງນັກສຶກສາ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ທົດລອງງຂີ່ລົດໄຟຟ້າ.

ສູນທົດລອງຮ້ານກາເຟ ແລະ ເຮືອນພັກ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ຂອບໃຈຄູນາພາທີ່ແວ່ມາເຊັກອິນ ...
20/11/2025

ສູນທົດລອງຮ້ານກາເຟ ແລະ ເຮືອນພັກ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ຂອບໃຈຄູນາພາທີ່ແວ່ມາເຊັກອິນ ທີ່ ສູນທົດລອງຮ້ານກາເຟ ແລະ ເຮືອນພັກ ຂອງພວກເຮົາ😊
#ສາຂາບໍລິຫານການໂຮງແຮມ
#ສາຂາບໍລິຫານການທ່ອງທ່ຽວ
#ຄະນະບໍລິຫານທຸລະກິດ
#ມະຫາວິທະຍາໄລສະຫວັນນະເຂດ

ໃນວັນທີ 18 ພະຈິກ 2025 ອາຈານ  ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມໄດ້ຈັດສຳມະນາ ໃຫ້ກັບນັກສຶກສາຜູ້ທີ່ສົນໃຈ ພັດທະນາທັກສະໃນຫົ...
19/11/2025

ໃນວັນທີ 18 ພະຈິກ 2025 ອາຈານ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມໄດ້ຈັດສຳມະນາ ໃຫ້ກັບນັກສຶກສາຜູ້ທີ່ສົນໃຈ ພັດທະນາທັກສະໃນຫົວຂໍ້: ທັກສະດ້ານດີຈີຕອລ ແລະ ຄວາມສາມາດດ້ານການປະກອບອາຊີບທີ່ຈຳເປັນສຳລັບການຈ້າງງານໃນອະນາຄົດ (Digital Skills and Essential Career Competencies for Future Employment).
***********************************************
ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ໄດ້ຈັດສຳມະນາສົ່ງເສີມສົ່ງເສີມຫຼັກສູດນະວັດຕະກຳສຳລັບການຮຽນຮູ້ຕະຫຼອດຊີວິດ ຂອງກຳລັງແຮງງານການທ່ອງທ່ຽວແບບຍືນຍົງ ພາຍໃຕ່ໂຄງການ "Innovative Curricula for Lifelong Learning of Sustainable Tourism Workforce" ພາຍໃຕ້ຫົວຂໍ້: ທັກສະດ້ານດີຈີຕອລ ແລະ ຄວາມສາມາດດ້ານການປະກອບອາຊີບທີ່ຈຳເປັນສຳລັບການຈ້າງງານໃນອະນາຄົດ (Digital Skills and Essential Career Competencies for Future Employment) ງານສຳມະນາໄດ້ຈັດຂຶ້ນທີ່ ຫ້ອງປະຊຸມຂອງ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ, ຕຶກຄະນະວິສາວະກຳສາດຊັ້ນ3, ມະຫາວິທະຍາໄລສະຫວັນນະເຂດ (ວິທະຍາເຂດໜອງຜື)


office


#ສາຂາບໍລິຫານການທ່ອງທ່ຽວ
#ສາຂາບໍລິຫານການໂຮງແຮມ
#ຄະນະບໍລິຫານທຸລະກິດ
#ມະຫາວິທະຍາໄລສະຫວັນນະເຂດ

ເຊີນຊວນ ນັກສຶກສາ, ຄູ-ອາຈານ, ພະນັກງານລັດ, ພະນັກງານເອກະຊົນ, ຜູ້ປະກອບງານທຸລະກິດ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວ...
17/11/2025

ເຊີນຊວນ ນັກສຶກສາ, ຄູ-ອາຈານ, ພະນັກງານລັດ, ພະນັກງານເອກະຊົນ, ຜູ້ປະກອບງານທຸລະກິດ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານສຳມະນາ ພາຍໃຕ້ຫົວຂໍ້: ທັກສະດ້ານດີຈີຕອລ ແລະ ຄວາມສາມາດດ້ານການປະກອບອາຊີບທີ່ຈຳເປັນສຳລັບການຈ້າງງານໃນອະນາຄົດ (Digital Skills and Essential Career Competencies for Future Employment).
***********************************************
ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ ໄດ້ຈັດສຳມະນາສົ່ງເສີມສົ່ງເສີມຫຼັກສູດນະວັດຕະກຳສຳລັບການຮຽນຮູ້ຕະຫຼອດຊີວິດ ຂອງກຳລັງແຮງງານການທ່ອງທ່ຽວແບບຍືນຍົງ ພາຍໃຕ່ໂຄງການ "Innovative Curricula for Lifelong Learning of Sustainable Tourism Workforce" ພາຍໃຕ້ຫົວຂໍ້: ທັກສະດ້ານດີຈີຕອລ ແລະ ຄວາມສາມາດດ້ານການປະກອບອາຊີບທີ່ຈຳເປັນສຳລັບການຈ້າງງານໃນອະນາຄົດ (Digital Skills and Essential Career Competencies for Future Employment) ງານສຳມະນາໄດ້ຈັດຂຶ້ນທີ່ ຫ້ອງປະຊຸມຂອງ ພາກວິຊາບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ, ຕຶກຄະນະວິສາວະກຳສາດຊັ້ນ3, ມະຫາວິທະຍາໄລສະຫວັນນະເຂດ (ວິທະຍາເຂດໜອງຜື)


office


#ສາຂາບໍລິຫານການທ່ອງທ່ຽວ
#ສາຂາບໍລິຫານການໂຮງແຮມ
#ຄະນະບໍລິຫານທຸລະກິດ
#ມະຫາວິທະຍາໄລສະຫວັນນະເຂດ

Address

R9
Savannakhét
1300

Website

Alerts

Be the first to know and let us send you an email when ພາກວິຊາບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລສະຫວັນນະເຂດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share