ສະຖາບັນ ໄຊສົມບັດ ເຕັກໂນໂລຊີ Institute of Xaysombath Technology Savannakhet

ສະຖາບັນ ໄຊສົມບັດ ເຕັກໂນໂລຊີ Institute of Xaysombath Technology Savannakhet ສະຖາບັນ ໄຊສົມບັດ ເຕັກໂນໂລຊີ

🎉📚 ໃກ້ຮອດມື້ເປີດຮຽນແລ້ວ!📅 ເປີດຮຽນວັນທີ 21 ກັນຍາ 2026⏰ ໂຄ້ງສຸດທ້າຍ! ສຳລັບນ້ອງໆທີ່ກຳລັງລັງເລ ຫຼື ຍັງບໍ່ທັນສະໝັກ ຢ່າປ່ອຍໃຫ້...
15/09/2026

🎉📚 ໃກ້ຮອດມື້ເປີດຮຽນແລ້ວ!
📅 ເປີດຮຽນວັນທີ 21 ກັນຍາ 2026

⏰ ໂຄ້ງສຸດທ້າຍ! ສຳລັບນ້ອງໆທີ່ກຳລັງລັງເລ ຫຼື ຍັງບໍ່ທັນສະໝັກ ຢ່າປ່ອຍໃຫ້ໂອກາດນີ້ຜ່ານໄປ!

👉 ຟ້າວມາສະໝັກຮຽນດ່ວນ!
ເລືອກສາຍທີ່ມັກ ພັດທະນາທັກສະ ແລະ ກຽມພ້ອມສູ່ອາຊີບໃນອະນາຄົດ 💪✨

🎓 ແລ້ວພົບກັນໃນມື້ເປີດຮຽນ 21 ກັນຍາ 2026! 💙

📩 ສອບຖາມລາຍລະອຽດ / ສະໝັກຮຽນ ສາມາດຕິດຕໍ່ຫາສະຖາບັນໄດ້ເລີຍ

#ໄຊສົມບັດເຕັກໂນໂລຊີ #ເປີດຮຽນ #ສະໝັກຮຽນ #ຮຽນສາຍອາຊີບ #ຮຽນຊັ້ນສູງ #ການສຶກສາ #21ກັນຍາ2026 #ສະຫວັນນະເຂດ

🚀 4 ສາຂາ ຫຼັກສູດຊັ້ນສູງດ້ານເຕັກໂນໂລຊີ ແລະ ວິດສະວະກຳ ທີ່ກຳລັງມາແຮງ ທີ່ ໄຊສົມບັດ!ບໍ່ໄດ້ຈຳກັດວ່າເປັນອາຊີບສຳລັບໃຜ 💪✨ບໍ່ວ່າຈະ...
15/09/2026

🚀 4 ສາຂາ ຫຼັກສູດຊັ້ນສູງດ້ານເຕັກໂນໂລຊີ ແລະ ວິດສະວະກຳ ທີ່ກຳລັງມາແຮງ ທີ່ ໄຊສົມບັດ!
ບໍ່ໄດ້ຈຳກັດວ່າເປັນອາຊີບສຳລັບໃຜ 💪✨
ບໍ່ວ່າຈະເປັນນ້ອງໆຜູ້ຊາຍ ຫຼື ນ້ອງໆຜູ້ຍິງ ກໍສາມາດຮຽນ ແລະ ສ້າງອາຊີບໃນສາຍເຕັກໂນໂລຊີ ແລະ ວິດສະວະກຳໄດ້! 👩‍🔧👩‍💻⚡

📚 4 ສາຂາທີ່ເປີດໃຫ້ເລືອກ:
🔧 ສາຂາ ເຕັກໂນໂລຊີການຜະລິດ-ສ້ອມແປງ
🚗 ສາຂາ ລົດຍົນ
⚡ ສາຂາ ໄຟຟ້າເຕັກນິກ
💻 ສາຂາ ໄອທີ ແລະ ຄອມພິວເຕີກາຟຟິກ

🌟 ເລືອກຮຽນໃນມື້ນີ້ ເພື່ອສ້າງທັກສະ ແລະ ອາຊີບໃນອະນາຄົດ!

👩‍🔧👩‍💻 ນ້ອງໆນັກສຶກສາຜູ້ຍິງກໍເກັ່ງດ້ານເຕັກໂນໂລຊີໄດ້ ແລະ ທີ່ຜ່ານມາກໍ່ມີລຸ່ນເອື້ອຍທີ່ພິສູດຮຽນມາແລ້ວ — ກ້າຝັນ ກ້າຮຽນ ກ້າສ້າງອະນາຄົດ! 💜

#ໄຊສົມບັດ #ຫຼັກສູດຊັ້ນສູງ #ສາຍເຕັກໂນໂລຊີ #ເຕັກໂນໂລຊີ

🎉 ຍິນດີຕ້ອນຮັບນ້ອງໆນັກສຶກສາໃໝ່! 🎓✨ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ຂໍຕ້ອນຮັບນ້ອງໆທີ່ມາສະໝັກຮຽນຊັ້ນສູງ ພາສາອັງກິດ ເພີ່ມອີກ 2 ຄ...
10/09/2026

🎉 ຍິນດີຕ້ອນຮັບນ້ອງໆນັກສຶກສາໃໝ່! 🎓✨
ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ຂໍຕ້ອນຮັບນ້ອງໆທີ່ມາສະໝັກຮຽນຊັ້ນສູງ ພາສາອັງກິດ ເພີ່ມອີກ 2 ຄົນ

ນ້ອງໆ ມ.7 ທີ່ຮຽນຈົບແລ້ວ ມີບ່ອນຮຽນຕໍ່ແລ້ວບໍ? 🤔
ຖ້າກຳລັງຊອກຫາບ່ອນຮຽນຕໍ່ ຫຼື ຍັງລັງເລວ່າຈະເລືອກຮຽນສາຂາໃດດີ ມາຮຽນນຳກັນເດີ! 😊

📚 ທີ່ ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ພວກເຮົາມີຫຼາກຫຼາຍສາຂາວິຊາ ໃຫ້ນ້ອງໆໄດ້ເລືອກຕາມຄວາມສົນໃຈ ແລະ ຄວາມຝັນຂອງຕົນເອງ ✨

🎓 ສະໝັກຮຽນໄດ້ແລ້ວມື້ນີ້!
ຖ້ານ້ອງໆຍັງລັງເລ ຫຼື ຢາກປຶກສາເລື່ອງການຮຽນຕໍ່ ສາມາດ Inbox ເຂົ້າມາສອບຖາມ ແລະ ປຶກສາພວກເຮົາໄດ້ເລີຍ 💬
ພວກເຮົາພ້ອມໃຫ້ຄຳແນະນຳ ແລະ ຊ່ວຍນ້ອງໆເລືອກເສັ້ນທາງການຮຽນທີ່ເໝາະສົມ ❤️

ແລ້ວພົບກັນໃນມື້ເປີດຮຽນ! 🎉📚✨

#ສະຖາບັນໄຊສົມບັດເຕັກໂນໂລຊີ #ສະໝັກຮຽນ #ຮຽນຕໍ່ #ນ້ອງມ7 #ອະນາຄົດເລີ່ມຕົ້ນໄດ້ທີ່ນີ້

🎓✨ ຫຼັກສູດເຊື່ອມຕໍ່ — ອັບສະກິວ ເພີ່ມໂອກາດໃຫ້ອະນາຄົດ!💼 ສຳລັບພະນັກງານເຮັດວຽກປະຈຳ ທີ່ຢາກ ພັດທະນາຕົນເອງ ເພີ່ມຄວາມຮູ້ ແລະ ຕໍ່...
10/09/2026

🎓✨ ຫຼັກສູດເຊື່ອມຕໍ່ — ອັບສະກິວ ເພີ່ມໂອກາດໃຫ້ອະນາຄົດ!
💼 ສຳລັບພະນັກງານເຮັດວຽກປະຈຳ ທີ່ຢາກ ພັດທະນາຕົນເອງ ເພີ່ມຄວາມຮູ້ ແລະ ຕໍ່ຍອດອາຊີບ ແຕ່ກັງວົນວ່າການຮຽນຈະກະທົບກັບຫນ້າວຽກ?

📚 ຫຼັກສູດເຊື່ອມຕໍ່ ສະຖາບັນໄຊສົມບັດ ເຕັກໂນໂລຊີ ອອກແບບມາເພື່ອຄົນເຮັດວຽກໂດຍສະເພາະ!

🗓️ ຮຽນວັນເສົາ-ອາທິດ
✅ ບໍ່ກະທົບກັບວຽກງານປະຈຳ
✅ ສາມາດເຮັດວຽກໄປ ຮຽນໄປໄດ້
✅ ເພີ່ມຄວາມຮູ້ ແລະ ທັກສະວິຊາຊີບ
✅ ນຳຄວາມຮູ້ໄປປັບໃຊ້ກັບວຽກງານໄດ້ຈິງ
✅ ເພີ່ມໂອກາດໃນການເຕີບໂຕ ແລະ ກ້າວໜ້າໃນອາຊີບ
✅ ລົງທຶນກັບຄວາມຮູ້ ເພື່ອສ້າງໂອກາດໃໝ່ໃນອະນາຄົດ 🚀

🎯 ມີ 4 ສາຂາວິຊາໃຫ້ເລືອກ:
1️⃣ເຕັກໂນໂລຊີຄຸ້ມຄອງການເງິນ-ການບັນຊີ
2️⃣ເຕັກໂນໂລຊີຂໍ້ມູນຂ່າວສານ
3️⃣ເຕັກໂນໂລຊີໄຟຟ້າເຕັກນິກ
4️⃣ເຕັກໂນໂລຊີອຸດສາຫະກຳການຜະລິດ

📌 ເລີ່ມຕົ້ນອັບສະກິວຂອງເຈົ້າໄດ້ແລ້ວມື້ນີ້!

ສຳລັບນ້ອງໆ ຫຼື ຄົນເຮັດວຽກທີ່ຍັງລັງເລວ່າ “ຈະຮຽນຕໍ່ຫຍັງດີ?” 🤔
💬 Inbox ເຂົ້າມາປຶກສາເຮົາໄດ້ເລີຍ!
Admin ພ້ອມໃຫ້ຄຳແນະນຳ ແລະ ຕອບທຸກຄຳຖາມ ❤️

📩 ສະໝັກຮຽນມື້ນີ້ — ຢ່າປ່ອຍໃຫ້ໂອກາດດີໆຜ່ານໄປ!

#ສະຖາບັນໄຊສົມບັດເຕັກໂນໂລຊີ #ຫຼັກສູດເຊື່ອມຕໍ່ #ອັບສະກິວ #ຄົນເຮັດວຽກ #ຮຽນເສົາອາທິດ #ພັດທະນາຕົນເອງ #ກ້າວໜ້າໃນອາຊີບ

🎓 ສະຖາບັນໄຊສົມບັດ ມີທີ່ພັກຟຣີ! 💙ສຳລັບນ້ອງໆທີ່ຢູ່ ເຂດນອກຕົວເມືອງສະຫວັນນະເຂດ ແລະກັງວົນເລື່ອງການເດີນທາງ ຫຼື ຄ່າທີ່ພັກເມື່ອມ...
08/09/2026

🎓 ສະຖາບັນໄຊສົມບັດ ມີທີ່ພັກຟຣີ! 💙
ສຳລັບນ້ອງໆທີ່ຢູ່ ເຂດນອກຕົວເມືອງສະຫວັນນະເຂດ ແລະກັງວົນເລື່ອງການເດີນທາງ ຫຼື ຄ່າທີ່ພັກເມື່ອມາຮຽນ

🏡 ສະຖາບັນໄຊສົມບັດ ສະໜັບສະໜູນ ທີ່ພັກຟຣີ ໃຫ້ນັກຮຽນທີ່ຢູ່ນອກເຂດຕົວເມືອງ
📚 ໄດ້ຮຽນຢ່າງເຕັມທີ່
✨ຢູ່ໃກ້ໂຕເມືອງສາມາດໄປເຮັດວຽກ part time ໄດ້
💰 ຊ່ວຍຫຼຸດພາລະຄ່າໃຊ້ຈ່າຍ
❤️ ໃຫ້ນ້ອງໆ ແລະຜູ້ປົກຄອງອຸ່ນໃຈຫຼາຍຂຶ້ນ

✨ ຢູ່ໄກກໍຮຽນໄດ້! ເພາະໂອກາດດີໆ ບໍ່ຄວນຖືກຈຳກັດດ້ວຍໄລຍະທາງ. 🎓💙

📩 ສົນໃຈສອບຖາມລາຍລະອຽດ ຫຼື ສະໝັກຮຽນ ສາມາດທັກຫາເຮົາໄດ້ເລີຍ!
📩Inbox
ໂທ 02057050234

#ສະຖາບັນໄຊສົມບັດ #ທີ່ພັກຟຣີ #ຮຽນທີ່ສະຫວັນນະເຂດ #ສະຫວັນນະເຂດ #ໂອກາດທາງການສຶກສາ

01/09/2026
🎓 SEMESTER OPENING 2026–2027✨ ພ້ອມແລ້ວບໍ? ສຳລັບສົກຮຽນໃໝ່ 2026–2027! ✨📅 ວັນທີ 14/09/2026📌 ລົງທະບຽນ ແລະ ຮັບເຄື່ອງແບບ📅 ວັນທ...
26/08/2026

🎓 SEMESTER OPENING 2026–2027

✨ ພ້ອມແລ້ວບໍ? ສຳລັບສົກຮຽນໃໝ່ 2026–2027! ✨

📅 ວັນທີ 14/09/2026
📌 ລົງທະບຽນ ແລະ ຮັບເຄື່ອງແບບ

📅 ວັນທີ 21/09/2026
📚 ເລີ່ມຮຽນເປັນທາງການ

🚀 ເປີດປະຕູສູ່ການຮຽນຮູ້ ແລະ ໂອກາດໃໝ່ໆ ໃນສົກຮຽນນີ້!

💭 ຍັງລັງເລ ຫຼື ບໍ່ແນ່ໃຈວ່າຈະຮຽນສາຂາໃດ?
ບໍ່ຕ້ອງກັງວົນ! 😊
ພຽງແຕ່ inbox ຫາເຮົາ 💬 ແລ້ວແອັດມິນທີ່ແສນໃຈດີຂອງພວກເຮົາພ້ອມໃຫ້ຄຳແນະນຳ ແລະ ຊ່ວຍນ້ອງໆເລືອກສາຂາຮຽນທີ່ເໝາະສົມທີ່ສຸດ ❤️

📩 ສົນໃຈສອບຖາມ ທັກ Inbox ຫາເຮົາໄດ້ເລີຍ!
ໂທ 02057050234

#ສົກຮຽນໃໝ່ #ຮຽນຕໍ່ #ສະໝັກຮຽນ

ມາແລ້ວຕາມຄຳຮຽກຮ້ອງ ໂອກາດດີ ສຳລັບຄົນເຮັດວຽກ ແລະ ຜູ້ທີ່ຢາກຍົກລະດັບທັກສະ!ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ເປີດຮັບສະໝັກນັກສຶກສາໃໝ...
12/08/2026

ມາແລ້ວຕາມຄຳຮຽກຮ້ອງ ໂອກາດດີ ສຳລັບຄົນເຮັດວຽກ ແລະ ຜູ້ທີ່ຢາກຍົກລະດັບທັກສະ!
ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ເປີດຮັບສະໝັກນັກສຶກສາໃໝ່ ສຳລັບ ຫຼັກສູດຮຽນ ເສົາ - ອາທິດ ແລ້ວມື້ນີ້!

💡 ຫຼັກສູດນີ້ເໝາະກັບໃຜ?
👥 ພະນັກງານ/ຄົນເຮັດວຽກປະຈຳ: ຢາກອັບສະກິລ ເພີ່ມໂອກາດເລື່ອນຂັ້ນ-ຂຶ້ນເງິນເດືອນ ໂດຍບໍ່ກະທົບເວລາວຽກ.
🔄 ຜູ້ທີ່ຢາກປ່ຽນສາຍວຽກ: ຢາກຍ້າຍມາສາຍ IT, ບັນຊີ, ໄຟຟ້າ ຫຼື ອຸດສາຫະກຳ ເພື່ອສ້າງໂອກາດໃໝ່.
💼 ເຈົ້າຂອງທຸລະກິດ/ຜູ້ປະກອບການ: ຢາກໄດ້ຄວາມຮູ້ໄປບໍລິຫານ ແລະ ພັດທະນາກິດຈະການໃຫ້ທັນສະໄໝ.
🎓 ຜູ້ທີ່ບໍ່ສະດວກຮຽນ ວັນຈັນ-ສຸກ: ຕ້ອງເຮັດວຽກ/ມີພາລະກິດໃນວັນທຳມະດາ ແຕ່ຢາກຄວ້າປະລິນຍາ/ວຸທິການສຶກສາ.

📚 ເປີດຮັບ 4 ສາຂາວິຊາທີ່ຕະຫຼາດຕ້ອງການສູງ:
1️⃣ ເຕັກໂນໂລຊີຄຸ້ມຄອງການບັນຊີ-ການເງິນ
2️⃣ ເຕັກໂນໂລຊີຂໍ້ມູນຂ່າວສານ (IT)
3️⃣ ເຕັກໂນໂລຊີໄຟຟ້າເຕັກນິກ
4️⃣ ເຕັກໂນໂລຊີອຸດສາຫະກຳການຜະລິດ

✨ ຈຸດເດັ່ນ: ຮຽນສະດວກ | ເນັ້ນປະຕິບັດຈິງ | ອາຈານມີປະສົບການ

📲 ລົງທະບຽນ/ສອບຖາມຂໍ້ມູນເພີ່ມເຕີມ:
📥 ດ່ວນ! ທັກຂໍ້ຄວາມຫາເພຈ (Inbox)
📞 ໂທ: 020 910 73486, 020 594 85588, 020 57050234

👉 ສະໝັກກ່ອນ ມີສິດກ່ອນ! ມາຮ່ວມສ້າງອະນາຄົດທີ່ດີກວ່າໄປກັບ ສະຖາບັນ ໄຊສົມບັດ ເຕັກໂນໂລຊີ.

ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ຂໍນ້ອມຮ່ວມໄວ້ອາໄລ ແດ່ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາ...
11/08/2026

ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ຂໍນ້ອມຮ່ວມໄວ້ອາໄລ ແດ່ການຈາກໄປຂອງ
ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ໃນນາມຄະນະຜູ້ບໍລິຫານ, ຄະນະຄູອາຈານ ແລະ ນັກສຶກສາ ສະຖາບັນ ໄຊສົມບັດ ເຕັກໂນໂລຊີ ຂໍຮ່ວມສະແດງຄວາມເສົ້າໂສກ ແລະ ອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງທ່ານ.

ພວກເຮົາຂໍນ້ອມລຳລຶກເຖິງຄຸນງາມຄວາມດີ, ຜົນງານ ແລະ ຄຸນູປະການອັນຍິ່ງໃຫຍ່ ທີ່ທ່ານໄດ້ອຸທິດແຮງກາຍ ແຮງໃຈ ແລະ ເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນລາວ.

ເຖິງແມ່ນວ່າທ່ານຈະຈາກພວກເຮົາໄປແລ້ວ ແຕ່ຄຸນງາມຄວາມດີ ແລະ ຜົນງານຂອງທ່ານ ຈະຍັງຄົງຢູ່ໃນຄວາມຊົງຈຳ ແລະ ຄວາມລຳລຶກຂອງປະຊາຊົນລາວຕະຫຼອດໄປ.

ດ້ວຍຄວາມອາໄລຮັກຢ່າງສຸດຊຶ້ງ
ແລະ ນ້ອມລຳລຶກເຖິງຄຸນງາມຄວາມດີຕະຫຼອດໄປ

04/08/2026

Address

ຖະໜົນ ໄກສອນພົມວິຫານ A1
Savannakhét
877

Opening Hours

Monday 07:30 - 17:00
Tuesday 07:30 - 17:00
Wednesday 07:30 - 17:00
Thursday 07:30 - 17:00
Friday 07:30 - 17:00

Alerts

Be the first to know and let us send you an email when ສະຖາບັນ ໄຊສົມບັດ ເຕັກໂນໂລຊີ Institute of Xaysombath Technology Savannakhet posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ສະຖາບັນ ໄຊສົມບັດ ເຕັກໂນໂລຊີ Institute of Xaysombath Technology Savannakhet:

Shortcuts

Share