ວິທະຍາໄລຄູສາລະວັນ - Salavan Teacher Training College

ວິທະຍາໄລຄູສາລະວັນ - Salavan Teacher Training College ກິດຈະກຳການເຄື່ອນໄຫວຂອງ ວຄ ສາລະວັນ

ວິທະຍາໄລຄູສາລະວັນ ຕັ້ງຢູ່ບ້ານນາໂດນ ເມືອງ ສາລະວັນ, ແຂວງ ສາລະວັນ ສ້າງນັກສຶກສາຕາມຫຼັກສູດສ້າງຄູຂອງກົມສ້າງຄູທີ່ປະກອບດ້ວຍ ຄູອະນຸບານ, ຄູປະຖົມ ແລະ ຄູມັດທະຍົມສອນ ມ1-ມ7 ໃນວຸດທິອະນຸປະລິນຍາ ແລະ ປະລິນຍາຕີ

ພາກວິຊາສ້າງຄູພາສາອັງກິດ-ໄອທີ ວິທະຍາໄລຄູສາລະວັນ ຈັດກອງປະຊຸມສະຫລຸບສົກຮຽນ ສາຍພາສາອັງກິດຕໍ່ເນື່ອງພັກສິ້ນປີຮຽນ ປະຈຳສົກຮຽນ 202...
20/08/2026

ພາກວິຊາສ້າງຄູພາສາອັງກິດ-ໄອທີ ວິທະຍາໄລຄູສາລະວັນ ຈັດກອງປະຊຸມສະຫລຸບສົກຮຽນ ສາຍພາສາອັງກິດຕໍ່ເນື່ອງພັກສິ້ນປີຮຽນ ປະຈຳສົກຮຽນ 2025-2026
++++++++++++++++++++++++++++
ກອງປະຊຸມໄດ້ຈັດຂື້ນໃນຕອນບ່າຍ ເວລາ 13:30ໂມງ ຂອງວັນທີ 20 ສິງຫາ 2026 ໂດຍການເປັນປະທານຂອງທ່ານ ປທ ອຸດຕະມະ ແສງອາລຸນ ຮອງຜູ້ອຳນວຍການຝ່າຍວິຊາການ ເຂົ້າຮ່ວມມີຫົວຫນ້າພາກວິຊາສ້າງຄູພາສາອັງກິດ-ໄອທີ, ຮອງພາກວິຊາ ຄູອາຈານທີ່ສອນໃນພາກວິຊາ ແລະ ນັກສຶກສາຄູພາສາອັງກິດຕໍ່ເນື່ອງພັກສິ້ນປີຮຽນ

ແຈ້ງການເຖິງນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນປາຍ ເລື່ອງການເປີດການຮຽນ-ການສອນ ທີ່ວິທະຍາໄລຄູສາລະວັນ ປະຈຳສົກຮຽນ 2026-2027
18/08/2026

ແຈ້ງການເຖິງນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນປາຍ ເລື່ອງການເປີດການຮຽນ-ການສອນ ທີ່ວິທະຍາໄລຄູສາລະວັນ ປະຈຳສົກຮຽນ 2026-2027

ທ່ານຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ວິທະຍາໄລຄູສາລະວັນ++++++...
11/08/2026

ທ່ານຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ວິທະຍາໄລຄູສາລະວັນ
++++++++++++++++++++++++++++++++++++++++++++++++++++++++++++
ໃນຕອນເຊົ້າ ເວລາ 8:30 ໂມງຂອງວັນທີ 11 ສິງຫາ 2026 ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານ ປອ ທ່ານ ປອ ລຳພູນ ຫຼວງໄຊ ຄະນະພັກກະຊວງສຶກສາທິການແລະກິລາ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ເປັນກຽດເຂົ້າຮ່ວມມີ ທ່ານ ວັດທະນາ ໝັ້ນວິໄລ ຜູ້ອຳນວຍການວິທະຍາໄລຄູສາລະວັນ, ມີຄະນະອຳນວຍການ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ຫົວຫນ້າພາກວິຊາ, ຮອງຫົວຫນ້າພາກວິຊາ ພ້ອມດ້ວຍຄູອາຈານ ຕະຫລອດຮອດນັກສຶກສາຄູພາກຕໍ່ເນື່ອງພັກສິ້ນປີຮຽນເຂົ້າຮ່ວມຈຳນວນ 250ຄົນ.

ວິທະຍາໄລຄູສາລະວັນສຳເລັດພິທີປ້ອງກັນບົດຈົບຊັ້ນສາຍຄູມັດທະຍົມ, ສາຍຄູປະຖົມ ແລະ ສາຍຄູອະນຸບານ ຂອງນັກສຶກສາຄູຕໍ່ເນື່ອງພັກສິ້ນປີຮຽ...
05/08/2026

ວິທະຍາໄລຄູສາລະວັນສຳເລັດພິທີປ້ອງກັນບົດຈົບຊັ້ນສາຍຄູມັດທະຍົມ, ສາຍຄູປະຖົມ ແລະ ສາຍຄູອະນຸບານ ຂອງນັກສຶກສາຄູຕໍ່ເນື່ອງພັກສິ້ນປີຮຽນ ປະຈຳສົກຮຽນ 2025-2026

ງານປະກວດສິລະປະ ຂອງນັກສຶກສາຕໍ່ເນື່ອງພັກສິ້ນປີຮຽນ ສົກ2025-2026 ວິທະຍາໄລຄູສາລະວັນ
30/07/2026

ງານປະກວດສິລະປະ ຂອງນັກສຶກສາຕໍ່ເນື່ອງພັກສິ້ນປີຮຽນ ສົກ2025-2026 ວິທະຍາໄລຄູສາລະວັນ

ວິທະຍາໄລຄູສາລະວັນຈັດພິທີສະເຫຼີມສະຫຼອງວັນແມ່ຍີງລາວ ຄົບຮອບ 71 ປີ  ຕິດພັນກັບການເປີດງານກິລາ-ສິລະປະ ຂອງນັກສຶກສາພາກຕໍ່ເນື່ອງພັ...
22/07/2026

ວິທະຍາໄລຄູສາລະວັນຈັດພິທີສະເຫຼີມສະຫຼອງວັນແມ່ຍີງລາວ ຄົບຮອບ 71 ປີ ຕິດພັນກັບການເປີດງານກິລາ-ສິລະປະ ຂອງນັກສຶກສາພາກຕໍ່ເນື່ອງພັກສິ້ນປີຮຽນສົກຮຽນ 2025-2026
+++++++++++++++++++
ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າວັນທີ 22 ກໍລະກົດ 2026 ທີ່ເດີ່ນບູນ ວິທະຍາໄລຄູສາລະວັນ ໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ວັດທະນາ ຫມັ້ນວິໄລ ຜູ້ອຳນວຍການວິທະຍາໄລຄູສາລະວັນ ເຂົ້າຮ່ວມ ມີຄະນະອຳນວຍການ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ຫົວໜ້າພາກວິຊາ ຮອງຫົວຫນ້າພາກວິຊາ, ຄູອາຈານ ຕະຫລອດຮອດນັກສຶກສາພາກຕໍ່ເນື່ອງພັກສິ້ນປີຮຽນທຸກສາຍປີທີ1-4 ເຂົ້າຮ່ວມ.
ໃນງານຄັ້ງນີ້ຍັງໄດ້ມີການຈັດກິດຈະກຳຫຼາຍຢ່າງເປັນຕົ້ນການແຂ່ງຂັນປະກວດການເຮັດອາຫານພື້ນບ້ານເຮັດໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ພາກວິຊາຄູປະຖົມ ວິທະຍາໄລຄູສາລະວັນ ຈັດກອງປະຊຸມແລກປ່ຽນບົດຮຽນຄູສອນໃນສາຍປະຖົມ ຄັ້ງວັນທີ 15 ກໍລະກົດ 2026++++++++++++++++++++++...
16/07/2026

ພາກວິຊາຄູປະຖົມ ວິທະຍາໄລຄູສາລະວັນ ຈັດກອງປະຊຸມແລກປ່ຽນບົດຮຽນຄູສອນໃນສາຍປະຖົມ
ຄັ້ງວັນທີ 15 ກໍລະກົດ 2026
++++++++++++++++++++++++++++++++
ກອງປະຊຸມໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 15 ກໍລະກົດ 2026 ທີ່ຫ້ອງຝຶກສອນສາຍຄູປະຖົມ ວິທະຍາໄລຄູສາລະວັນ ໂດຍການເປັນປະທານຂອງທ່ານ ອຈ ສົມບູນ ຊາມຸນຕີ ຫົວຫນ້າພາກວິຊາຄູປະຖົມ ເຂົ້າຮ່ວມມີຮອງພະແນກວິຊາການ, ຮອງພາກວິຊາ ຄູອາຈານທີ່ສອນໃນສາຍຄູປະຖົມ ຈຳນວນ 32 ຄົນ, ຍິງ 16 ຄົນ

ກອງປະຊຸມການຝຶກອົບຮົມຄູຝຶກກ່ຽວກັບພົນລະເມືອງໂລກສຳລັບຄູສອນ ທີ່ວິທະຍາໄລຄູສາລະວັນ ຄັ້ງວັນທີ 13-15 ກໍລະກົດ 2026+++++++++++++++...
14/07/2026

ກອງປະຊຸມການຝຶກອົບຮົມຄູຝຶກກ່ຽວກັບພົນລະເມືອງໂລກສຳລັບຄູສອນ ທີ່ວິທະຍາໄລຄູສາລະວັນ ຄັ້ງວັນທີ 13-15 ກໍລະກົດ 2026
++++++++++++++++++++++++++++++++++++++
ກອງປະຊຸມໄດ້ຈັດຂື້ນໃນຕອນເຊົ້າວັນທີ 13-15 ກໍລະກົດ 2026 ໂດຍການເປັນປະທານຂອງທ່ານ ອຈ ນາງ ສົມປອງ ແສນທະວີສຸກ ຮອງຜູ້ອຳນວຍການວິທະຍາໄລຄູສາລະວັນ ທ່ານ ປອ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນ ການສຶກສາຊຸມຊົນຊົງເຂດອາຊີຕາເວັນອອກສຽງໃຕ້ ຫລື (ສູນຊີເມວ) ເຂົ້າຮ່ວມມີທີມງານຄູຝຶກ ແລະ ນັກຄົ້ນຄວ້າ ຈາກ ສູນປະສານງານການສຶກສາພົນລະເມືອງໂລກປະຈໍາ ສປປ ລາວ, ຄູອາຈານນັກສຶກສາພາກຕໍ່ເນື່ອງພັກສິ້ນປີຮຽນ ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ອາຈານ ແລະ ນັກສຶກສາ ວິທະຍາໄລຄູສາລະວັນ ກ່ຽວກັບ ການສຶກສາພົນລະເມືອງໂລກ (ສພລ) ແລະ ສອດແຊກແນວຄວາມຄິດ ແລະ ເນື້ອໃນ ສພລ ເຂົ້າໃນຫຼັກສູດການຮ່ຽນການສອນ... [At Salavan, during 13-15 July 2026, trainers and researchers from Global Citizenship Education Cooperation Center- Lao PDR were delivering the capacity building workshop on global citizenship education (GCED) and curriculum integration to college teachers and students at Salavan Teacher Training College]

ຄູອາຈານ ວິທະຍາໄລຄູສາລະວັນ ນຳພານັກສຶກສາທົດລອງການກວດສອບຄຸນນະພາບນ້ຳ------------------------------         ວິທະຍາໄລຄູສາລະວັນ...
08/07/2026

ຄູອາຈານ ວິທະຍາໄລຄູສາລະວັນ ນຳພານັກສຶກສາທົດລອງການກວດສອບຄຸນນະພາບນ້ຳ
------------------------------
ວິທະຍາໄລຄູສາລະວັນ ໄດ້ຈັດການທົດລອງການກວດສອບຄຸນນະພາບນ້ຳ ສໍາລັບພາກພັກສິ້ນປີຮຽນ ສາຍຊີວະ - ຄະນິດສາດ ເປັນການຫັນເອົາທິດສະດີສູ່ການປະຕິບັດຕົວຈິງ, ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2026, ຢູ່ທີ່ສະໂມສອນວິທະຍາໄລຄູສາລະວັນ, ໂດຍການເຂົ້າຮ່ວມຂອງ ທ່ານ ອຸດຕະມະ ແສງອາລຸນ ຮອງຜູ້ອຳນວຍການວິທະຍາໄລຄູສາລະວັນ, ມີຫົວໜ້າ ແລະ ຮອງຫົວໜ້າພາກວິຊາ, ຊ່ຽວຊານອາສາສະໝັກຢີ່ປຸ່ນ, ຄູອາຈານໃນພາກວິຊາ ຕະຫຼອດຮອດນັກສຶກສາໃນສາຍຊີວະສາດ, ຄະນິດສາດ ໃນພາກຕໍ່ເນື່ອງພັກສິ້ນປີຮຽນ ເຂົ້າຮ່ວມ.
ທ່ານ ນາງ ຮິໂລະມິ ສຸກິມຸລະ ຊ່ຽວຊານດ້ານສາທາລະນະສຸກ ປະຈຳໂຮງໝໍຈຳປາສັກ ໄດ້ບັນລະຍາຍ ແລະ ຍົກໃຫ້ເຫັນເຖີງຄວາມສຳຄັນຢ່າງຍິ່ງຕໍ່ການດໍາລົງຊີວິດ ໂດຍສະເພາະການນຳໃຊ້ທີ່ນ້ຳສະອາດ, ມີຄຸນນະພາບ ຊ່ວຍສ້າງພູມຄຸ້ມກັນ, ຫຼຸດຜ່ອນອັດຕາການເຈັບປ່ວຍຈາກພະຍາດທາງເດີນອາຫານ ແລະ ສົ່ງເສີມໃຫ້ທຸກຄົນໃນຊຸມຊົນມີສຸຂະພາບທີ່ດີ ແລະ ຫຼຸດຜ່ອນຈາກການເກີດເປັນພະຍາດຕ່າງໆໄດ້ ແລະ ຖ້າຫາກໄດ້ດື່ມ ຫຼື ນ້ຳໃຊ້ນ້ຳທີ່ເປິເປື້ອນ ຈະພາໃຫ້ເກີດພະຍາດຖອກທ້ອງ, ເຈັບທ້ອງ, ຮາກ, ເປັນໄຂ້, ພະຍາດໃບໄມ້ໃນເລືອດ, ພະຍາດຕັບອັກເສບ, ພາວະຂາດອົກຊີໃນກະແສເລືອດ ແລະ ພາວະພິດສະສົມ. ສໍາລັບວິທີການປ້ອງກັນ ທີ່ທຸກຄົນມີສ່ວນຮ່ວມ ແລະ ສາມາດປະຕິບັດໄດ້ຄື: ຟື້ນຟູສະພາບແວດລ້ອມທາງທໍາມະຊາດ, ການຖີ້ມຂີ້ເຫຍື້ອຊະຊາຍຕາມສະຖານທີ່ຕ່າງໆ, ຕາມແຄມແມ່ນຳ້ ເປັນຕົ້ນ: ເສດອາຫານ, ຂີ້ເຫຍື້ອພຣາສະຕິກ, ລ້າງມືດ້ວຍສະບູກ່ອນແຕ່ງກິນ ແລະ ອື່ນໆ. ນອກນັ້ນ ໄດ້ຊົມໃຊ້ນໍ້າປະປາ ແລະ ລະບົບລະບາຍນໍ້າເສຍໃຫ້ໄດ້ມາດຕະຖານ, ບຳບັດນໍ້າເສຍຈາກຄົວເຮືອນຢ່າງຖືກວິທີ, ປະຊາຊົນຄວນມີສ່ວນຮ່ວມໃນການຕິດຕາມກວດກາການບຳບັດນໍ້າເສຍຈາກໂຮງງານອຸດສາຫະກຳ ແລະ ອື່ນໆ.
ໂອກາດດັ່ງກ່າວ, ກໍໄດ້ນໍາພາຄູອາຈານ ແລະ ນັກສຶກສາ ປະຕິບັດການທົດລອງກວດສອບຄຸນນະພາບນ້ຳ ເປັນຕົ້ນ: ຊອກຫາຄ່າ pH ວັດແທກວ່ານ້ຳເປັນກົດ ຫຼື ເປັນດ່າງ, COD ປະລິມານອົກຊີໃນນ້ຳ, ຊອກເຊື້ອພະຍາດ E-coli ແມ່ນເຊື້ອພະຍາດໃນອາຈົມ ແລະ ກລໍ ທີ່ສາມາດຂ້າເຊື້ອແບັກທີເຮັຍໄດ້ ໂດຍໄດ້ນຳໃຊ້ນ້ຳຈາກ 5 ແຫຼ່ງນ້ຳ ຄື: 1) ນ້ຳເປື້ອນຈາກຕະຫຼາດ, 2) ນ້ຳເຊໂດນ, 3) ນ້ຳປະປາ, 4) ນ້ຳບາດານ ແລະ 5) ນ້ຳດື່ມ ທີ່ຈຳໜ່າຍໃນຕະຫຼາດ ໂດຍການນຳພາປະຕິບັດຂອງຄູອາຈານພາຍໃນວິທະຍາໄລຄູສາລະວັນ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ຂະບວນການວິເຄາະກວດສອບສິ່ງເຈືອປົນ ແລະ ສານເຄມີຕ່າງໆ ທີ່ມີຢູ່ໃນນ້ຳ ແນໃສ່ບົ່ງບອກໄດ້ເຖິງຄວາມປອດໄພໃນການນຳໃຊ້ ແລະ ເປັນການເຝົ້າລະວັງບັນຫາສິ່ງແວດລ້ອມພາຍໃນຊຸມຊົນໄປພ້ອມໆກັນ. ທັງເປັນການເກັບກຳບົດຮຽນ, ຄວາມຮູ້ໃໝ່ໆ ເພື່ອຈະນຳເອົາຄວາມຮູ້ດ້ານວິທະຍາສາດ ແລະ ການອະນຸລັກສິ່ງແວດລ້ອມ ໄປຖ່າຍທອດໃຫ້ແກ່ນັກຮຽນ ແລະ ຊຸມຊົນໃນອະນາຄົດ.
----------------------------------
ພາບ:ວິທະຍາໄລຄູສາລະວັນ
ຂ່າວ: ນັກຂ່າວໂທລະພາບແຂວງສາລະວັນ

ຂະບວນການອອກແຮງງານລວມຂອງນັກສຶກສາຕໍ່ເນື່ອງພັກສິ້ນປີຮຽນເພື່ອຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດ.
26/06/2026

ຂະບວນການອອກແຮງງານລວມຂອງນັກສຶກສາຕໍ່ເນື່ອງພັກສິ້ນປີຮຽນເພື່ອຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດ.

Address

15A
Salavan

Opening Hours

Monday 07:30 - 16:00
Tuesday 07:30 - 16:00
Wednesday 07:30 - 16:00
Thursday 07:30 - 16:00
Friday 07:30 - 16:00

Telephone

+85634211227

Alerts

Be the first to know and let us send you an email when ວິທະຍາໄລຄູສາລະວັນ - Salavan Teacher Training College posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ວິທະຍາໄລຄູສາລະວັນ - Salavan Teacher Training College:

Shortcuts

Share