22/08/2026
#ເມືອງໂພນໂຮງສຳເລັດການຝຶກອົບຮົມການນຳໃຊ້ສະມາດສະຄູນໃນໂຮງຮຽນປະຖົມແລະອະນຸບານ #
ກອງປະຊຸມຝືກອົບຮົມການນຳໃຊ້ສະມາດສະຄູນໃຫ້ແກ່ໂຮງຮຽນປະຖົມ ແລະ ອະນຸບານໄດ້ຈັດຂື້ນໃນລະຫວ່າງວັນທີ 19-20 ສິງຫາ 2026 ພາຍໃຕ້ການເປັນປະທານຂອງທ່ານສຸວັນທອງເຂັມມະລາດ ຫົວຫນ້າຫ້ອງການສຶກສາທິການ ແລະ ມິລາເມືອງ, ມີຜູ້ຮັບຜິດຊອບວຽກງານສະມາດສະຄູນຈາກພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ຮັບຜິດຊອບຂັ້ນເມືອງ ແລະຂັ້ນໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັງນີ້ແມ່ນມີຄວາມຫມາຍຄວາມສຳຄັນໃຫ້ແກ່ວຽກງານການສຶກສາເນືອງຈາກວ່າລະບົບສະມາດສະຄູນແມ່ນໄດ້ລວມເອົາສະຖະຕິຕ່າງໆຂອງໂຮງຮຽນ ແລະ ນັກຮຽນໄວ້ຈື່ງເຮັດໃຫ້ມີຄວາມສະດວກສະບາຍໃນການນຳໃຊ້ຂໍ້ມູນຕ່າງຈາກຈາກພື້ນຖານສູ່ຂັ້ນເທີງ.
ກອງປະຊຸມໄດ້ໃຊ້ເວລາ2ວັນແລະໄດ້ປິດລົງດ້ວຍຜົນສຳເລັດ