07/04/2024
👏 ຂໍສະແດງຄວາມຍິນດີ ກັບນັກຮຽນເກັ່ງລະດັບຊາດ ຊັ້ນ ມັດທະຍົມປາຍ ວິຊາ ຄະນິດສາດ ໂດຍໃນປີນີ້, ທ້າວ ລີປໍ້ ຈື່ປໍ້ຈ່າ ຈາກໂຮງຮຽນ ມສ ສັນຕິພາບ, ແຂວງຫຼວງພະບາງ ສາມາດຍາດໄດ້ ອັນດັບ #1 ດ້ວຍຄະແນນ 9,0 ຈາກຄະແນນເຕັມ 10,0
ລີປໍ້ ໄດ້ໃຫ້ສໍາພາດ ຕໍ່ທີມງານ Lao Youth Radio ວ່າ ນ້ອງເອງມີຄວາມຮູ້ສຶກພາກພູມໃຈທີ່ສຸດ ທີ່ຕົນເອງ ສາມາດມາຮອດຈຸດນີ້ ແລະ ຂໍຂອບໃຈພໍ່ແມ່ຜູ້ໃຫ້ຊີວິດ ພ້ອມດ້ວຍທຸກໆຄົນ ທີ່ເປັນກຳລັງໃຈ ໃຫ້ນ້ອງຕະຫລອດມາ. ສຳລັບນ້ອງເອງຄິດວ່າ ວິຊາ ຄະນິດສາດ ເປັນວິຊາທີ່ດີທີ່ສຸດ ທີ່ຊ່ວຍພັດທະນາສະຫມອງ ແລະ ການຮຽນ ທັງຍັງເປັນວິຊາຫຼັກ ຂອງໂລກທີ່ສາມາດປັບໃຊ້ ໃນການພັດທະນາ ດ້ານເຕັກໂນໂລຊີ, ຄອມພິວເຕີ, ການສ້າງໂປຣແກຣມ, ປັນຍາປະດິດ ແລະ ອື່ນໆ. ນອກຈາກນີ້, ວິຊາຄະນິດສາດ ຍັງເປັນວິຊາຫລັກ ທີ່ໃຊ້ເຂົ້າສອບເສັງ ເອົາທຶນໄປຮຽນຕ່າງປະເທດ.
ເມື່ອຖາມເຖິງເຄັດລັບການຮຽນ, ລີປໍ້ ກ່າວວ່າ ຕົນເອງ ພະຍາຍາມ ຫາເວລາ ທີ່ເໝາະສົມໃຫ້ຕົນເອງ ເພື່ອໃຊ້ໃນການຮຽນ ເຊັ່ນ: ລະຫວ່າງເວລາ 20:00-23:00 ຈາກນັ້ນ, ຈຶ່ງເຂົ້ານອນ ບໍ່ຫລິ້ນໂທລະສັບ ເພື່ອໃຫ້ສະໝອງ ຄ່ອຍໆຊຶມຊັບ ບົດຮຽນກ່ອນນອນ.
ນອກຈາກນີ້, ຕົນເອງ ກໍ່ມັກຕື່ນເດິກລຸກເຊົ້າ ເພື່ອຊອກຫາຮຽນຮູ້ ສິ່ງໃຫມ່ໆ ໂດຍກ່ອນເລີ່ມຮັບສິ່ງໃໝ່ ຕົນເອງມັກນັ່ງສະມາທິ 10-20 ນາທີ ເພື່ອໃຫ້ຈິດໃຈສະຫງົບ ແລະ ມີຄວາມສຸກໃນທຸກໆມື້. ນອກນີ້, ກໍ່ຍັງຕ້ອງ ແບ່ງເວລາອອກກຳລັງກາຍ ແລະ ສ້າງແຮງໃຈ ໃຫ້ຕົນເອງສະເໝີ ເພື່ອໃຫ້ກາຍເປັນສະບຽງ ກ້າວສູ່ຄວາມສໍາເລັດ. ສິ່ງໜຶ່ງ ທີ່ຕົນເອງມັກ ຄືການ ຄົ້ນຄວ້າຮຽນດ້ວຍຕົນເອງ ຫຼາຍກວ່າລໍຖ້າແຕ່ຮຽນນໍາອາຈານ, ຊຶ່ງມັນໄດ້ຄ່ອຍໆ ເຮັດໃຫ້ນ້ອງ ໄດ້ພັດທະນາ ການຄິດຢ່າງເປັນລະບົບ.
ໃນອະນາຄົດ ລີປໍ້ ກ່າວວ່າ ຢາກຈະນຳໃຊ້ ຄວາມຮູ້ ດ້ານຄະນິດສາດ ເພື່ອສອບເສັງເອົາທຶນ ໄປຮຽນຕໍ່ ໃນລະດັບສູງໆ ຢູ່ປະເທດຍີ່ປຸ່ນ ແລະ ສາຂາທີ່ຕົນເອງຫຼົງໄຫຼ ແມ່ນສາຂາສາຍ ICT Computer ເປັນຕົ້ນ.
ໃນຕອນທ້າຍ ລີ້ປໍ້ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງການຈັດຕັ້ງ ພະແນກການສຶກສາແຂວງ ພ້ອມດ້ວຍຄູອາຈານທີ່ໄດ້ເອົາໃຈໃສ່ສອນບຳລຸງ ເນັ້ນຫນັກກ່ອນຈະເຂົ້າເສັງລະດັບຊາດ ເພີ່ມພະລັງໃຈ ແລະ ໃຫ້ຄວາມຮູ້ ແລະ ອີກຢ່າງຂໍຂອບໃຈ ທາງລຸ້ນອ້າຍທີ່ຈົບໄປກ່ອນ ທີ່ໄດ້ແນະນຳບົດຮຽນສອນເຕັກນິກ ແລະ ສົ່ງຄວາມຮູ້ທາງອອນໄລເພີ່ມຕື່ມໃຫ້ນ້ອງ ຈື່ງສາມາດພັດທະນາຄວາມຮູ້ຂອງນ້ອງມາຮອດຈຸດນີ້ໄດ້.
ລາຍງານ