SOS School Pakse

SOS School Pakse ໂຮງຮຽນ​ ເອັສໂອເອັສ​ ປາກ​ເຊ​

ຊົມເຊີຍ ນາງ ແສງພະຈັນ ວິຈິດ ນັກຮຽນຈາກໂຮງຮຽນ ເອັສໂອເອັສ ປາກເຊ ໄດ້ຂຶ້ນຮັບ🏆ລາງວັນຊະນະເລີດ 🥇ການແຂ່ງຂັນແຕ້ມຮູບ ຢ່າງເປັນທາງການ ...
11/08/2026

ຊົມເຊີຍ ນາງ ແສງພະຈັນ ວິຈິດ ນັກຮຽນຈາກໂຮງຮຽນ ເອັສໂອເອັສ ປາກເຊ ໄດ້ຂຶ້ນຮັບ🏆ລາງວັນຊະນະເລີດ 🥇ການແຂ່ງຂັນແຕ້ມຮູບ ຢ່າງເປັນທາງການ ວັນນີ້ ທີ່ ນະຄອນ​ຫຼວງວຽງຈັນ ຄັ້ງວັນທີ 11 ສິງຫາ 2026
ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ
ນາງ ແສງພະຈັນ ວິຈິດ ນັກຮຽນຊັ້ນ ມ.3 ຂອງ ໂຮງຮຽນ ເອັສໂອເອັສ ປາກເຊ ທີ່ໄດ້ຮັບ
🥇ລາງວັນ ຊະນະເລີດ ອັນດັບທີ 1 ໃນໂຄງການປະກວດແຕ້ມຮູບ " ຂໍ້ຄວາມຈາກອະດີດສົ່ງເຖິງອະນາຄົດ " ປະເພດເຍົາວະຊົນ ຮຸ່ນອາຍຸ 9-14ປີ
ເນື່ອງໃນໂອກາດ ສປປ ລາວ ເປັນປະທານກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM).
ເພື່ອສະເຫຼີມສະຫຼອງວັນສຳຄັນຂອງວຽກງານເເກ້ໄຂບັນຫາລະເບີດບໍ່ທັນເເຕກ ເເລະ ການເປັນປະທານກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026, ທີ່ນະຄອນຫຼວງວຽງຈັນ ນັ້ນກໍຄືງານສະເຫຼີມສະຫຼອງ ວັນມີຜົນບັງຄັບໃຊ້ ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ 1 ສິງຫາ 2010 - 1 ສິງຫາ 2026 (The 2026 Commemoration of the Convention on Cluster Munitions (CCM) ​entry into force (1st August 2010–1st August 2026)​
🤝ການປະກວດການເເຂ່ງຂັນໃນຄັ້ງນີ້ ເເມ່ນໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ໄອແລນ (Government of Ireland), European Union in Laos ແລະ MAG (Mines Advisory Group) ຈັດກິດຈະກຳການແຂ່ງຂັນໂດຍ ຄະນະກຳມະການຄຸ້ມຄອງແຫ່ງຊາດ (ຄຊກລ)ເພື່ອແກ້ໄຂບັນຫາລະເບີດຄົງຄ້າງທີ່ບໍ່ທັນແຕກຢູ່ ສປປ ລາວ.

10/08/2026

ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ຢູ່ທີ່ຕາແສງນາແມວ, ເມືອງວຽງໄຊ, ແຂວງຫົວພັນ ແລະ ໄດ້ເຂົ້າຮ່ວມພັກປະຊາຊົນ ປະຕິວັດລາວ ໃນປີ 1976. ເປັນລູກຊາຍກົກຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ນຳທີ່ດີເດັ່ນຂອງການປະຕິວັດລາວ ແລະ ເປັນຜູ້ວາງຮາກຖານໃຫ້ແກ່ລັດລາວ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສືບທອດມູນເຊື້ອປະຕິວັດອັນສະຫງ່າລາສີຂອງຄອບຄົວ ແລະ ໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ລາວ ແລະ ຫວຽດນາມ. ໄລຍະທີ່ຍັງມີຊີວິດ ເພິ່ນ ໄດ້ດຳລົງຕຳແໜ່ງເປັນກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເນັ້ນວ່າ: ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫຼັກແຫຼ່ງຂອງຄະນະບໍລິຫານງານສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ມີຄວາມສາມາດ, ມີພິກໄຫວ ແລະ ມີປະສົບການສູງ ຜ່ານການເປັນຜູ້ນຳຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ ກ່ອນທີ່ຈະມາຮັບໜ້າທີ່ເປັນປະທານສະພາແຫ່ງຊາດລາວ.
ເສັ້ນທາງການເຮັດວຽກຂອງສະຫາຍ ໄຊສົມພອນ ພົມວິຫານ ກວມເອົາຂະແໜງການສຳຄັນສ່ວນໃຫຍ່ຂອງລະບົບການຈັດຕັ້ງລັດຖະບານລາວ. ພາຍຫຼັງການປະຕິບັດໜ້າທີ່ຢູ່ແຂວງສະຫວັນນະເຂດ (ປີ 1987–1995), ສະຫາຍ ໄດ້ດຳລົງຕຳແໜ່ງຕ່າງໆຕາມລຳດັບຄື: ລັດຖະມົນຕີກະຊວງການເງິນ (ປີ 1995–1998); ລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ປີ 1998–2001); ປະທານຄະນະກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະມາຊິກຄະນະປະຈຳສະພາແຫ່ງຊາດ (ປີ 2001–2006); ຮອງປະທານສະພາແຫ່ງຊາດ (ປີ 2006–2016); ປະທານສູນກາງແນວລາວສ້າງຊາດ (ປີ 2016–2020). ປະທານສະພາແຫ່ງຊາດລາວ (ນັບຕັ້ງແຕ່ເດືອນມີນາ 2021). ສະຫາຍ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະກົມການເມືອງສູນກາງພັກ ໃນເດືອນມັງກອນ ປີ 2016 ແລະ ຍັງສືບຕໍ່ໄດ້ຮັບຄວາມໄວ້ວາງໃຈຈາກພັກ ຕະຫຼອດໄລຍະເວລາຂອງວາລະການດຳລົງຕຳ ແໜ່ງໃນໄລຍະຕໍ່ໆມາ.
ໃນຖານະປະທານສະພາແຫ່ງຊາດ, ສະຫາຍ ໄດ້ຖືເອົາການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການຕິດຕາມກວດກາສູງສຸດ ແລະ ການຕັດສິນບັນຫາສຳຄັນຂອງຊາດ ເປັນບຸລິມະສິດສະ ເໝີມາ; ສະຫາຍ ໄດ້ຊີ້ນຳການປັບປຸງລະບົບກົດໝາຍ ເພື່ອຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ, ປັບປຸງສະພາບແວດລ້ອມການລົງທຶນ, ແກ້ໄຂສິ່ງທ້າທາຍທາງດ້ານເສດຖະກິດ ແລະ ຊຸກຍູ້ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຕາມທິດສັງຄົມນິຍົມຢູ່ ສປປ ລາວ. ນອກຈາກນັ້ນ, ສະຫາຍ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການເພີ່ມທະວີການປະສານງານ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນວຽກງານການເງິນ, ງົບປະມານ, ການລົງທຶນຂອງລັດ ແລະ ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາແຫ່ງຊາດ.
ໃນເດືອນມີນາ 2021, ທີ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ 9, ສະຫາຍ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດລາວ. ໃນໄລຍະ ປີ 2021–2026, ສະຫາຍ ໄດ້ນຳພາສະພາແຫ່ງຊາດ ສຸມໃສ່ການປັບປຸງກອບກົດໝາຍ ເພື່ອສະໜັບສະໜູນແຜນງານການພັດທະນາ ເສດຖະກິດ-ສັງຄົມ ແລະ ເພີ່ມທະວີການຕິດຕາມກວດກາ ການຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ກ່ຽວກັບການເງິນ, ງົບປະມານ, ການລົງທຶນຂອງລັດ, ການປະຕິຮູບການບໍລິຫານ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.
ໃນເດືອນມີນາ ປີ 1996, ທີ່ກອງປະຊຸມຄັ້ງທຳອິດ ຂອງສະພາແຫ່ງຊາດ ຊຸດທີ 10, ສະຫາຍໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດອີກຄັ້ງໜຶ່ງ ໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຊຸດທີ 10.
ດ້ວຍປະສົບການການເຮັດວຽກຢ່າງຕໍ່ເນື່ອງເກືອບ 4 ທົດສະວັດ ໃນຕຳແໜ່ງຜູ້ນຳຕັ້ງ ນັບຕັ້ງແຕ່ຂັ້ນທ້ອງຖິ່ນຈົນເຖິງຂັ້ນສູນກາງ, ພ້ອມທັງມີປະສົບການອັນກວ້າງຂວາງ ແລະ ຫຼາກຫຼາຍໃນຂົງເຂດການເງິນ, ເສດຖະກິດ, ການປຸກລະດົມມະຫາຊົນ, ແນວລາວສ້າງຊາດ, ການຕ່າງປະເທດ ແລະ ວຽກງານນິຕິບັນຍັດ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຮັບການຍົກຍ້ອງວ່າ ເປັນຜູ້ນຳທີ່ມີຄວາມສາມາດ ແລະ ເປັນທີ່ເຄົາລົບນັບຖືຢ່າງສູງຂອງພັກ ແລະ ລັດ ສປປ ລາວ, ຜູ້ທີ່ມີຜົນງານອັນສຳຄັນຍິ່ງຕໍ່ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.
ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເນັ້ນວ່າ: ສະຫາຍ ໄຊສົມພອນ ພົມວິຫານ ແມ່ນຜູ້ນຳທີ່ມີຜົນງານອັນພົ້ນເດັ່ນຫຼາຍປະການ. ຕະຫຼອດໄລຍະເວລາການເຄື່ອນໄຫວວຽກງານຂອງເພິ່ນ, ເພິ່ນໄດ້ອຸທິດສະຕິປັນຍາ ແລະ ກຳລັງແຮງຂອງຕົນ ເຂົ້າໃນພາລະກິດປະຕິວັດຂອງພັກ, ການພັດທະນາປະເທດຊາດ ແລະ ຊີວິດການເປັນຢູ່ທີ່ສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ. ໃນແຈ້ງຂ່າວພິເສດ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວວ່າ: ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຢືນຢັນວ່າ: ໃນໄລຍະເວລາແຫ່ງຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງນີ້, ທົ່ວພັກ, ລັດ ແລະ ທົ່ວກຳລັງປະກອບອາວຸດ, ພ້ອມດ້ວຍພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງເອົາຄວາມໂສກເສົ້າ ແລະ ຄວາມອາໄລຮັກ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນພະລັງແຮງ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນອ້ອມຂ້າງຄະນະບໍລິຫານງານສູນກາງພັກ; ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງຊາດ ແລະ ຂອງພັກ; ເດັດດ່ຽວຈັດຕັ້ງຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ຢ່າງໜັກແໜ້ນ ແລະ ຮອບດ້ານ; ພ້ອມທັງສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ກ້າວສູ່ຈຸດໝາຍສັງຄົມນິຍົມ.
ເພື່ອເປັນການສະແດງຄວາມເຄົາລົບຕໍ່ຄຸນງາມຄວາມດີ ແລະ ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ, ສູນກາງແນວລາວສ້າງຊາດ, ໄດ້ຕົກລົງຈັດພິທີໄວ້ອາໄລລະດັບຊາດ ເປັນເວລາ 5 ວັນ, ນັບແຕ່ວັນທີ 8 ຫາ ວັນທີ 12 ສິງຫາ 2026, ທີ່ຫໍກອງປະຊຸມແຫ່ງຊາດ.
ໂດຍ: ບກ

ທີ່ມາ:ໜັງສືພິມປະຊາຊົນ
ປະຊາຊົນ
ສະຖານີວິທະຍຸແຂວງຈຳປາສັກ Champasak Radio station 100,7 Mhz

🏆 #ຊະນະເລີດອັນດັບທີ1 🥇ຂໍສະແດງຄວາມຍິນດີ ແລະ ຊົມເຊີຍນາງ ແສງພະຈັນ ວິຈິດ ນັກຮຽນຊັ້ນ ມ.3 ຂອງ ໂຮງຮຽນ ເອັສໂອເອັສ ປາກເຊ ທີ່ໄດ້ຮັ...
06/08/2026

🏆 #ຊະນະເລີດອັນດັບທີ1 🥇
ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ
ນາງ ແສງພະຈັນ ວິຈິດ ນັກຮຽນຊັ້ນ ມ.3 ຂອງ ໂຮງຮຽນ ເອັສໂອເອັສ ປາກເຊ ທີ່ໄດ້ຮັບ
🥇ລາງວັນ ຊະນະເລີດ ອັນດັບທີ 1 ໃນໂຄງການປະກວດແຕ້ມຮູບ " ຂໍ້ຄວາມຈາກອະດີດສົ່ງເຖິງອະນາຄົດ " ປະເພດເຍົາວະຊົນ ຮຸ່ນອາຍຸ 9-14ປີ ແລະ 💐ນາງ ສຸກມະນີ ແກ້ວສີພັນດອນ ໄດ້ຮັບລາງວັນຊົມເຊີຍ ປະເພດຊາວໜຸ່ມ ຮຸ່ນອາຍຸ 15-35ປີ
ເນື່ອງໃນໂອກາດ ສປປ ລາວ ເປັນປະທານກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM).
ເພື່ອສະເຫຼີມສະຫຼອງວັນສຳຄັນຂອງວຽກງານເເກ້ໄຂບັນຫາລະເບີດບໍ່ທັນເເຕກ ເເລະ ການເປັນປະທານກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026, ທີ່ນະຄອນຫຼວງວຽງຈັນ ນັ້ນກໍຄືງານສະເຫຼີມສະຫຼອງ ວັນມີຜົນບັງຄັບໃຊ້ ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ 1 ສິງຫາ 2010 - 1 ສິງຫາ 2026 (The 2026 Commemoration of the Convention on Cluster Munitions (CCM) ​entry into force (1st August 2010–1st August 2026)​
🤝ການປະກວດການເເຂ່ງຂັນໃນຄັ້ງນີ້ ເເມ່ນໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ໄອແລນ (Government of Ireland), European Union in Laos ແລະ MAG (Mines Advisory Group) ຈັດກິດຈະກຳການແຂ່ງຂັນໂດຍ ຄະນະກຳມະການຄຸ້ມຄອງແຫ່ງຊາດ (ຄຊກລ)ເພື່ອແກ້ໄຂບັນຫາລະເບີດຄົງຄ້າງທີ່ບໍ່ທັນແຕກຢູ່ ສປປ ລາວ.

ຂໍສະແດງຄວາມຍິນດີ ແລະ ຊົມເຊີຍນາງ ຄຳພາມີ ວິຈິດ ນັກຮຽນຊັ້ນ ມ.5 ຂອງ ໂຮງຮຽນ ເອັສໂອເອັສ ປາກເຊ ທີ່ໄດ້ຮັບລາງວັນ🥉 ຮອງຊະນະເລີດ ອັນ...
06/08/2026

ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ
ນາງ ຄຳພາມີ ວິຈິດ ນັກຮຽນຊັ້ນ ມ.5 ຂອງ ໂຮງຮຽນ ເອັສໂອເອັສ ປາກເຊ ທີ່ໄດ້ຮັບລາງວັນ
🥉 ຮອງຊະນະເລີດ ອັນດັບທີ 3 ໃນໂຄງການປະກວດແຕ້ມຮູບ #ດອກຝາງແດງ ຄັ້ງທີ 4 ປະຈຳປີ 2026 ຈັດໂດຍ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ

01/08/2026

🌿ການແຂ່ງຂັນໂຕ້ວາທີ-ການສະແດງລະຄອນ-ປະກວດສິ່ງປະດິດ ໃນງານ ສັບປະດາສີຂຽວລາວໃຕ້ 2020 Zero Waste Laos ທີ່ ສະໂມສອນຫ້ອງວ່າການປົກຄອງນະຄອນປາກເຊ🌿
Environmental week southern Laos 🇱🇦

ນັກຮຽນ ໂຮງຮຽນ ເອັສໂອເອັສ  ປາກເຊ ຄວ້າລາງວັນຊະນະເລີດ🏆 ຈາກກິດຈະກຳແຂ່ງຂັນ ໃນງານສັບປະດາສີຂຽວລາວໃຕ້ ຈັດໂດຍ ໂຄງການເຊໂລເວສລາວ Ze...
31/07/2026

ນັກຮຽນ ໂຮງຮຽນ ເອັສໂອເອັສ ປາກເຊ ຄວ້າລາງວັນຊະນະເລີດ🏆 ຈາກກິດຈະກຳແຂ່ງຂັນ ໃນງານສັບປະດາສີຂຽວລາວໃຕ້ ຈັດໂດຍ ໂຄງການເຊໂລເວສລາວ Zero Waste Laos ຄັ້ງວັນທີ 31 ກໍລະກົດ 2026
🥇ຊະນະເລີດ ອັນດັບທີ 1 ການແຂ່ງຂັນໂຕ້ວາທີ ປະເພດທີມ ໂດຍ
ທ.ນັດທະວຸດ ສີຫານາດ
ນ.ສຸກມະນີ ແກ້ວສີພັນດອນ
ທ.ສິດທິໄຊ ກິ່ນມາລາ
🥇ຊະນະເລີດ ອັນດັບທີ 1 ການແຂ່ງຂັນຕອບຄຳຖາມດ້ານການອະນຸລັກສິ່ງແວດລ້ອມ
ໂດຍ ນ. ອາລິຍາ ພູນສະຫວັດ
🥈ຮອງຊະນະເລີດ ອັນດັບທີ 2 ການແຕ້ມຮູບອະນຸລັກສິ່ງແວດລ້ອມ
ໂດຍ ທ.ວັນສົງການ ຫານ​ຊະນະ
Environmental week southern Laos 🇱🇦 🌳

31/07/2026

ຮີບມາລົງທະບຽນຮຽນນຳພວກເຮົາເນີ🥰📒
#ໂຮງຮຽນເອັສໂອເອັສປາກເຊ

ນັກຮຽນເຍົາວະຊົນທັນວາ ໂຮງຮຽນ ເອັສໂອເອັສ ປາກເຊ ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ວຽກງານອະນຸຊົນ-ເຍົາວະຊົນ ແລະ ຮຽນຮູ້ເຝິກແອບການເສບ...
30/07/2026

ນັກຮຽນເຍົາວະຊົນທັນວາ ໂຮງຮຽນ ເອັສໂອເອັສ ປາກເຊ ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ວຽກງານອະນຸຊົນ-ເຍົາວະຊົນ ແລະ ຮຽນຮູ້ເຝິກແອບການເສບດົນຕີກອງດຸລິຍາງ ຈັດໂດຍ ກົມເຍົາວະຊົນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຄັ້ງວັນທີ 28-30 ກໍລະກົດ 2026

ເຍົາວະຊົນທັນວາຈາກໂຮງຮຽນເອັສໂອເອັສ ປາກເຊ ຕົວແທນຕ່າງໜ້າໃຫ້ແກ່ເຍົາວະຊົນທັນວາຈາກແຂວງຈຳປາສັກ ໄດ້ເຂົ້າຮ່ວມໃນງານພົບປະຕັ້ງຄ້າຍ ເ...
29/07/2026

ເຍົາວະຊົນທັນວາຈາກໂຮງຮຽນເອັສໂອເອັສ ປາກເຊ ຕົວແທນຕ່າງໜ້າໃຫ້ແກ່ເຍົາວະຊົນທັນວາຈາກແຂວງຈຳປາສັກ ໄດ້ເຂົ້າຮ່ວມໃນງານພົບປະຕັ້ງຄ້າຍ ເຍົາວະຊົນ 3ຊາດ ລາວ-ຫວຽດນາມ-ກຳປູເຈຍ ທີ່ ນະຄອນໂຮ່ຈີມິນ ສສ.ຫວຽດນາມ
ຄັ້ງວັນທີ 28-30 ກໍລະກົດ 2026

24/07/2026

Address

Houaynyangkham Village
Paksé

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85631212524

Alerts

Be the first to know and let us send you an email when SOS School Pakse posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category