21/03/2022
ລະນຶກວັນເຫດການປະຫວັດສາດ 21 ມີນາ 1946 ທີ່ເມືອງທ່າແຂກ
ປະຫວັດສາດຮູ້ໄວ້ເປັນບົດຮຽນ ອະນາຄົດສົດໃສຮ່ວມໃຈກັນສ້າງ ຢາກໄປໜ້າ ໃຫ້ເບິ່ງຫລັງ!...
ວັນທີ 21 ມີນາ 1946 ເວລາ 4 ໂມງ 50 ນາທີ ພວກຝຣັ່ງ ໃຊ້ຍົນສະປິດຟາຍ 4 ລຳ ບິນຂຶ້ນຫວ່ານໃບປິວທີ່ມີລາຍ ເຊັນຜູ້ບັນຊາການທະຫານສູງສຸດຂອງຝຣັ່ງປະຈຳຢູ່ອິນດູຈີນ ເຊິ່ງມີເນື້ອໃນວ່າ '' ໃຫ້ກອງກຳລັງປະກອບອາວຸດ ປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກ ກິໂລແມັດທີ 4 ນາມະລາດ ໂດຍດ່ວນ. ຖ້າບໍ່ປະຕິບັດພາຍ ໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນ ຈະຖືກດັບສູນ ''. ກອງກຳລັງຂອງ ສະເດັດເຈົ້າ ສຸພານຸວົງ ໄດ້ເດັດດ່ຽວບໍ່ ຍອມຈຳນົນ ແລະ ສຽງປືນກໍແຕກຂຶ້ນໃນໄລຍະຕໍ່ມາ. ພວກເຂົາໄດ້ນຳໃຊ້ທັງປືນໃຫຍ່ ແລະ ເຮືອບິນສູ້ຮົບເຂົ້າ ທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນລົ້ມຕາຍ ເປັນຈຳນວນຫຼວງຫຼາຍ.
ຮອດເວລາ 12 ໂມງທ່ຽງຂອງ ວັນດຽວກັນ, ເມື່ອເຫັນວ່າສະພາບການເຫຼັກຫຼາຍກ່ວາຖ່ານ ແລະ ເພື່ອຮັກສາຄວາມປອດໄພ ໃຫ້ແກ່ສະເດັດ ເຈົ້າສຸພານຸວົງ. ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ ລຸງສຸພານຸ ວົງ ໂຕນໜີຂ້າມໄປນະຄອນພະນົມເພື່ອຫຼົບໄພເສຍ ກ່ອນ, ແຕ່ເພິ່ນຊ້ຳພັດບໍ່ຍອມໄປ ເພາະຕ້ອງລໍຟັງ ລາຍງານ ສະພາບການຈາກແນວຮົບ.
ສະເດັດເຈົ້າສຸພານຸວົງ ໄດ້ເວົ້າຂຶ້ນວ່າ '' ຈະໜີຈາກປະຊາຊົນໄດ້ຢ່າງໃດ ໃນເມື່ອເມືອງທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດຕູຢູ່ '' ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມ ກ້າຫານ ແລະ ເດັດດ່ຽວຕໍ່ສູ້ຍອມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນ ຂອງ ສະເດັດເຈົ້າ ສຸພານຸວົງ ຢ່າງແທ້ຈິງ!
ພາຍຫຼັງຈາກນັ້ນ, ເມື່ອສະພາບການບີບຮັດ ລຸງສຸພານຸວົງ ຈິ່ງໄດ້ຖອຍໜີຈາກເມືອງທ່າແຂກທາງເຮືອ ເພື່ອຂ້າມໄປຝັ່ງໄທ ແຕ່ກໍຖືກເຮືອບິນຂອງສັດຕູບິນຍິງທຳລາຍ ເຮັດໃຫ້ເພິ່ນຖືກບາດເຈັບ ກະສຸນລູກປືນຍິງຖືກ ໂຕເພິ່ນກະດູກຂ້າງຫັກ 3 ຊີກ ແລະ ທະຫານຄຸ້ມກັນ ເພິ່ນໄດ້ເສຍສະຫຼະຊີວິດເພື່ອກັ້ງບັງກະສຸນລູກປືນໃຫ້ ເພິ່ນອີກ 2 ສະຫາຍ. ແຕ່ຖືວ່າໂຊກດີີ່ທີ່ເພິ່ນສາມາດ ຂ້າມໄປຝັ່ງນະຄອນພະນົມ ແລະ ຮັກສາຕົວຢູ່ທີ່ນັ້ນ.
ສົງຄາມຮຸກຮານເມືອງທ່າແຂກ ໃນວັນທີ 21 ມີນາ 1946 ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ສັງຫານປະຊາຊົນຊາວເມືອງທ່າແຂກຜູ້ບໍລິສຸດປະມານ 3,000 ຄົນ ເຊິ່ງໃນນັ້ນ 1/5 ແມ່ນເປັນເດັກນ້ອຍ.
ສອງວັນຜ່ານໄປຊາກສົບກໍເລີ່ມເນົ່າໄຄ່ ແລະ ຟູຂຶ້ນທົ່ວໜ້ານ້ຳແມ່ນ້ຳຂອງ ສົ່ງກິ່ນເໝັນສະເອືອນໄປທົ່ວບໍລິເວນ, ວັນດັ່ງກ່າວ ຈິ່ງໄດ້ກາຍມາເປັນວັນຄຽດແຄ້ນຫາອັນປຽບບໍ່ໄດ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວເມືອງທ່າແຂກວິລະຊົນ!
ສະເດັດເຈົ້າ ສຸພານຸວົງ ວິລະບູລຸດຜູ້ພິລະອາດຫານ ຈະຍັງຄົງຍືນຍົງຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ!!
ໝາຍເຫດ: ປະຫວັດສາດຮູ້ໄວ້ເພື່ອເປັນບົດຮຽນ ການໃຫ້ອະໄພຄືສິ່ງປະເສີດຂອງມະນຸດ
ຂໍ້ມູນຈາກ: ກົມຮູບເງົາ
--------------------------------