Xiengkhor Upper Secondary School

Xiengkhor Upper Secondary School Contact information, map and directions, contact form, opening hours, services, ratings, photos, videos and announcements from Xiengkhor Upper Secondary School, School, Muang Xiangkho.

ຄວາມໝາຍຊີວິດ - ມີບ້ານໃຫ້ກັບ - ມີວຽກໃຫ້ເຮັດ - ມີຄົນຮັກໃຫ້ຄິດຮອດ - ມີເວລາເຮັດໃນສີ່ງທີ່ມັກ - ມີໂອກາດໄດ້ເປັນຜູ້ໃຫ້ - ມີລົມຫາ...
07/02/2022

ຄວາມໝາຍຊີວິດ
- ມີບ້ານໃຫ້ກັບ
- ມີວຽກໃຫ້ເຮັດ
- ມີຄົນຮັກໃຫ້ຄິດຮອດ
- ມີເວລາເຮັດໃນສີ່ງທີ່ມັກ
- ມີໂອກາດໄດ້ເປັນຜູ້ໃຫ້
- ມີລົມຫາຍໃຈເພື່ອຄອບຄົວ♥️

27/08/2021

ກ່ອນຈະເປີດສົກຮຽນໃໝ່:2021-2022 .... ຂໍຝາກກໍາລັງໃຈ ໃຫ້ຄູທຸກໆທ່ານ ຈົ່ງພູມໃຈໃນອາຊີບຄູ" ຄູສ້າງຄົນ ຄົນສ້າງຊາດ, ທຸກຄົນສາມາດເປັນຄູໄດ້ ແຕ່ບໍ່ແມ່ນວ່າທຸກຄົນ ຈະເປັນຄູທີ່ດີໄດ້" ເພາະອາຊີບຄູເປັນອາຊີບທີ່ມີກຽດທີ່ສຸດ ໃນການສິດສອນ ແລະ ສຶກສາອົບຮົມນັກຮຽນຮູ້ປັນຍາຊົນ ໃຫ້ເປັນຄົນດີ-ຄົນເກັ່ງ ຂອງສັງຄົມ ແຕ່ອາຊີບຄູກໍ່ມີສິ່ງທ້າທາຍຫຼາຍດ້ານ ແລະ ຕ້ອງໄດ້ສຶກສາຮຽນຮູ້ຢູ່ຕະຫຼອດເວລາ ກັບການປ່ຽນແປງຕາມສະຖານະການຂອງໂລກປະຈຸບັນ ເຊີ່ງຄູທຸກຄົນ ຕ້ອງຮັກອາຊີບແລະຈັນຍາບັນຂອງຄູ ແລະ ມີປະໂຫຍກທີ່ມີກຽດທີ່ສຸດວ່າ: "ຄູຄືແມ່ພີມຂອງຊາດ, ຄູຄືພໍ່ແມ່ຜູ້ທີ່2ຂອງນັກຮຽນ". ການເປັນຄູແມ່ນງ່າຍທີ່ສຸດ ແຕ່ການເປັນຄູທີ່ດີ,ຜູ້ຮຽນຍອມຮັບ ແລະ ສັດທາ, ມັກ-ມ່ວນກັບການຮຽນ,ເຮັດໃຫ້ຜູ້ຮຽນໄດ້ຄິດ,ມີພະລັງຂຶ້ນ ເປັນສິ່ງທີ່ຍາກທີ່ສຸດ ເພາະຄູທຸກຄົນ ເປັນຜູ້ທີ່ສາມາດໃຫ້ປຶກສາ,ໃຫ້ຄໍາແນະນໍາແກ່ຜູ້ຮຽນໄດ້ ແຕ່ສິ່ງສໍາຄັນຄູທຸກຄົນຕ້ອງຮູ້ແກ່ນແທ້" 5ຫຼັກມູນຂອງການສຶກສາ ແລະ 3ລັກສະນະການສຶກສາ" ແລະ ຂໍ້ແຂ່ງຂັນ ຫຼື ຄວາມຮູ້ຕ່າງໆ ທີ່ເປັນປະໂຫຍດ ວ່າຄວນຈະເນັ້ນຈຸດໃດ,ວິເຄາະ-ວິໃຈຈຸດໃດ ເພຶ່ອໃຫ້ຜູ້ຮຽນ ໄດ້ເຫັນພາບ ແລະ ມີຈິນຕະນາການ ທີ່ກວ້າງໄກ ພ້ອມທັງເນັ້ນສະພາບບັນຫາທີ່ເກີດຂຶ້ນ,ຕັ້ງເປັນຄໍາຖາມ ໃຫ້ຜູ້ຮຽນ ຊອກຫາຄໍາຕອບດ້ວຍຕົນເອງ ເພາະການສຶກສາບໍ່ມີພົມແດນ ແລະ ຂໍ້ຈໍາກັດໃດໆ .....ຂໍແຕ່ຄູເປີດໃຈຍອມຮັບການປ່ຽນແປງ,ບໍ່ຍືດຄໍາພີຕາຍຕົວ ແລະ ຮູ້ປະຍຸກໄປຕາມກົນໄກ ແລະ ພາບການຕ່າງໆ ທີ່ເກີດຂຶ້ນ ແລະ ທັງຮູ້ວິເຄາະ ອັນໃດດີແລະອັນໃດບໍ່ດີ ເພຶ່ອແນະນໍາໃຫ້ຜູ້ຮຽນໄດ້ເຂົ້າໃຈເນື້ອແທ້ຂອງບັນຫາ....ເພາະຄວາມຜິດບໍ່ແມ່ນຄວາມຊົ່ວ, ຄວາມຊົ່ວຄືການທີ່ເຮັດຜິດແລ້ວບໍ່ຍອມປ່ຽນແປງຕ່າງຫາກ...ເພາະໂລກນີ້ບໍ່ມີຫັຍງຖືກໄປໜົດ ແລະ ຜິດໄປໝົດ ຂໍແຕ່ທຸກຄົນກ້າຮຽນຮູ້,ກ້າປ່ຽນແປງ ແລະ ຢູ່ກັບຄວາມເຫັນທີ່ແຕກຕ່າງໃຫ້ໄດ້ ....ທຸກຄົນຈະມີຄວາມສຸກກັບການຮຽນຮູ້ຢູ່ຕະຫຼອດເວລາ.

02/03/2020

ພວກເຮົາສັນຫາຂຸມພະລັງແຫ່ງສຸດຍອດສຽງມາບໍລິການທ່ານຖ້າຫາກທ່ານຕັດສີນໃຈ ທ່ານອາດຈະບໍ່ຜິດຫວັງ ສົມກັບຄຳລໍຄອຍທ່ານຈະຕ້ອງພືງພໍໃຈໃນຄວາມເປັນເອກະລັກອັນສຸດຍອດແຫ່ງຂຸມພະລັງນີ້

08/12/2019

ບັນເທີງ ມີເຊັກພັນທຸກມື້ ຊ່ວຍໃຫ້ມີອາຍຸຍືນ ແລະ ຊ່ວຍໃຫ້ແມ່ຍິງງາມຂື້ນ Posted on 4 ธันวาคม 2019 Author khokhid Comment(0) ມີເຊັກພັນທຸກມື້ ....

28/11/2019

#ຄຸ້ມຄ່າກັບການເສຍເວລາ 5 ນາທີ ອ່ານສາລະດີໆ!

ຜົວເມຍຊາວນາທີ່ຍາກຈົນຄູ່ໜື່ງຫາກໍ່ເເຕ່ງງານໃໝ່ໆຍັງບໍ່ຮອດເດືອນເເລ້ວຜົວບອກເມຍວ່າ: ອ້າຍຈະອອກຈາກບ້ານໄປ ເເລະ ຈະເດີນທາງໄປໄກ ເພື່ອຊອກວຽກງານດີໆເຮັດເພື່ອໃຫ້ອະນາຄົດຂອງພວກເຮົາດີຂື້ນກວ່າຕອນນີ້, ອ້າຍບໍ່ຮູ້ວ່າຈະໄປດົນປານໃດຈື່ງຈະໄດ້ກັບມາ ເເຕ່ອ້າຍຂໍໃຫ້ນ້ອງລໍຖ້າອ້າຍ ເເລະ ຢ່ານອກໃຈອ້າຍ ສ່ວນອ້າຍກໍ່ຈະບໍ່ນອກໃຈນ້ອງເຊັ່ນກັນ.

ເມຍກໍ່ຕອບວ່າໄປວ່າ ນ້ອງສັນຍາວ່ານ້ອງຈະຊື່ສັດ ເເລະ ລໍຖ້າຈົນກວ່າອ້າຍກັບມາ. ມື້ຕໍ່ມາຜົວກໍ່ອອກເດີນໄປຫຼາຍມື້ຫຼາຍວັນເເລ້ວກໍ່ມີເສດຖີຄົນໜື່ງຮັບລາວເຮັດວຽກ. ເເຕ່ກ່ອນຈະເຮັດວຽກນໍາເສດຖີລາວໄດ້ເວົ້າກັບເສດຖີວ່າ: ຂໍໃຫ້ທ່ານຮັບຂ້າພະເຈົ້າເຮັດນໍາທ່ານຈົນກວ່າຂ້າພະເຈົ້າຄິດວ່າພໍເລ້ວ ເເລະ ຂໍໃຫ້ທ່ານຊ່ວຍຮັກສາເງີນເດືອນທຸກໆເດືອນຂອງຂ້າພະເຈົ້າຈົນກວ່າຂ້າພະເຈົ້າຈະຕັດສິນໃຈລາອອກ. ເສດຖີກໍ່ຕົກລົງຕາມຂໍ້ສະເໝີ ເເລະ ໃຫ້ລາວເຮັດວຽກນໍາ.

ຊາຍຄົນນັ້ນກໍ່ຕັ້ງໃຈເຮັດວຽກນໍາເສດຖີໄດ້ຫ້າປີໂດຍບໍ່ມີຮອດວັນພັກເພື່ອກັບໄປຢາມບ້ານເລີຍ. ເມື່ອຮອດວັນຄົບຫ້າປີລາວກໍ່ໄປຫາເສດຖີ ເເລະ ເວົ້າກັບເສດຖີວ່າ: ທ່ານເອີຍຂ້າພະເຈົ້າຢາກໄດ້ເງີນເດືອນຂອງຂ້າພະເຈົ້າເພາະຢາກກັບບ້ານເກີດເເລ້ວ. ເສດຖີກໍ່ຕອບໄປວ່າ: ໃນເມື່ອຂ້ອຍໃຫ້ສັນຍາກັບເຈົ້າເເລ້ວຂ້ອຍຕ້ອງເຮັດຕາມສັນຍາເເນ່ນອນ ເເຕ່ຂ້ອຍມີຂໍ້ສະເໝີ 2 ຂໍ້:

1. ຂ້ອຍໃຫ້ເງິນຄ່າເເຮງງານທັງໝົດໃຫ້ເຈົ້າ ເເລະ ໃຫ້ເຈົ້າກັບບ້ານ.
2. ຂ້ອຍຈະໃຫ້ຄໍາສອນສາມຂໍ້ ເເຕ່ຄ່າເເຮງງານຕະຫຼອດໄລຍະ 5 ປີ.
ເຈົ້າຈະເລືອກເອົາສິ່ງໃດ? ເເລະ ເຈົ້າບໍ່ຕ້ອງຕອບຕອນນີ້ກໍ່ໄດ້ ກັບໄປນອນຄິດມື້ໃໝ່ຄ່ອຍກັບມາຕອບ.

ມື້ຕໍ່ມາລາວກໍ່ມາຫາເສດຖີເເລ້ວບອກວ່າ: “ຂ້າພະເຈົ້າຢາກໄດ້ຄໍາສອນສາມຂໍ້.“ ເສດຖີກໍ່ຕອບໄປວ່າ: ”ຄິດດີເເລ້ວບໍ, ຖ້າຂ້ອຍໃຫ້ຄໍາສອນສາມຂໍ້ເເລ້ວຂ້ອຍຈະບໍ່ໃຫ້ເງິນຄ່າເເຮງງານເລີຍ“

ເສດຖີກໍ່ເວົ້າກັບລາວອີກວ່າ: “ຂ້ອຍໃຫ້ໂອກາດເຈົ້າອີກເປັນເທື່ອສຸດທ້າຍກັບຄືນໄປຄິດອີກເເລ້ວຄ່ອຍມາຕອບອີກເທື່ອໜື່ງ.“

ມື້ຕໍ່ມາຊາຍຄົນນັ້ນກັບມາຫາເສດຖີເເລ້ວຢືນຢັນຄໍາເດີມວ່າ: ”ຂ້ານ້ອຍຂໍຄໍາສອນສາມຂໍ້” ໃນເມື່ອລາວຕັດສິນໃຈເຊັ່ນນັ້ນເສດຖີກໍ່ບອກຄໍາສອນສາມຂໍ້ໃຫ້ລາວຄື:

1. ເຈົ້າບໍ່ຄວນຈະເລືອກເດີນທາງລັດທີ່ທີ່ໃກ້ກວ່າ ເເຕ່ເຈົ້າບໍ່ຮູ້ຈັກປະຫວັດເສັ້ນທາງນັ້ນເລີຍ.
2. ຢ່າຊອດຮູ້ຊອດເຫັນຫຼາຍເພາະອາດຈະເຖີງເເກ່ຊີວິດ.
3. ຢ່າຕັດສິນໃຈເຮັດຫຍັງເວລາອາລົມຮ້າຍ ເເລະ ເຈັບຊໍ້າເພາະມັນຈະເຮັດໃຫ້ເຈົ້າເສຍໃຈຕາມຫຼັງ.

ຫຼັງຈາກໃຫ້ຄໍາສອນສາມຂໍ້ເເລ້ວເສດຖີກໍ່ໃຫ້ຫໍ່ເຂົ້າສາມຫໍ່ໃຫ້ລາວ ເເລະ ເວົ້າວ່າ: ສອງຫໍ່ນີ້ເອົາໄປກິນລະຫວ່າງການເດີນທາງຂອງເຈົ້າ ສ່ວນອີກຫໍ່ທີ່ເຫຼືອເອົາໄປກິນກັບເມຍ.

ຈາກນັ້ນລາວກໍ່ເດີນທາງກັບບ້ານ, ໃນການທາງມື້ທີ່ໜື່ງມີຊາຍເເປກໜ້າທັກທາຍ ເເລະ ຖາມວ່າ: ທ່ານຈະເດີນທາງໄປໃສ?

ລາວຕອບກັບຊາຍເເປກໜ້າວ່າ: ຂ້ອຍຈະເດີນທາງກັບບ້ານເກີດເຊີ່ງຈະໃຊ້ເວລາ 20 ກວ່າມື້ຈື່ງຮອດ.ຊາຍເເປກໜ້າບອກລາວວ່າ: ຂ້ອຍຮູ້ທາງລັດໃຊ້ເວລາພຽງຫ້າມື້ກໍ່ຮອດ, ເພາະຄວາມຄິດຮອດບ້ານລາວຈື່ງຕັດສິນໃຈໄປນໍາຄົນເເປກໜ້າ. ສ່ວນຄົນເເປກໜ້າກໍ່ເເນະນໍາທາງໃຫ້ຈົນລາວຄິດຮອດຄໍາສອນຂໍ້ທີ່ 1 ຂອງເສດຖີທີ່ວ່າ:“ເຈົ້າບໍ່ຄວນຈະເລືອກເດີນທາງລັດທີ່ທີ່ໃກ້ກວ່າ ເເຕ່ເຈົ້າບໍ່ຮູ້ຈັກປະຫວັດເສັ້ນທາງນັ້ນເລີຍ.“ ເເລ້ວລາວກໍ່ຕັດສິນໃຈຍ່າງກັບມາໃຊ້ເສັ້ນທາງເດີມ. ມື້ຕໍ່ມາລາວສືບຮູ້ວ່າທາງທີ່ຄົນເເປກໜ້າເເນະນໍານັ້ນເປັນທາງກັບດັກຂອງໂຈນ.

ຈາກນັ້ນລາວກໍ່ເດີນທາງໄປຕໍ່ໄດ້ສິບມື້ກໍ່ເຫັນເຮືອນພັກເເຄມທາງບ່ອນທີ່ລາວສາມາດພັກໄດ້. ລາວກໍ່ໄປຈ່າຍເງິນເເລ້ວເຂົ້າໄປກໍ່ອາບນໍ້າຈາກນັ້ນກໍ່ນອນ. ເເຕ່ພໍຮອດເວລາທ່ຽງຄືນລາວກໍ່ຕື່ນເນື່ອງຈາກມີຄົນຮ້ອງສຽງດັງຈາກທາງນອກ ເເລະ ດ້ວຍຄວາມສົນໃຈວ່າທາງນອກເກີດຫຍັງຂື້ນ. ລາວກໍ່ລຸກເເລ້ວຈະອອກໄປເບີ່ງ ເເຕ່ຂະນະຍ່າງຮອດປະຕູລາວກໍ່ຄິດເຖີງຄໍາສອນຂໍ້ທີ່ສອງຂອງເສດຖີທີ່ວ່າ:“ຢ່າຊອດຮູ້ຊອດເຫັນຫຼາຍເພາະອາດຈະເຖີງເເກ່ຊີວິດ” ລາວກໍ່ບໍ່ສົນໃຈເເລ້ວກັບມານອນຈົນຮຸ້ງເຊົ້າຈື່ງລຸກມາກຽມຕົວເເລ້ວໄປລາເຈົ້າຂອງເຮືອນພັກ. ເຈົ້າຂອງເຮືອນພັກກໍ່ຖາມ: ທ່ານບໍ່ໄດ້ຍິນສຽງຮ້ອງມື້ຄືນບໍ?

ລາວຢືນຢັນວ່າໄດ້ຍິນ ເເຕ່ຂ້ອຍບໍ່ໄດ້ອອກມາເບີ່ງ ມັນເກີດຫຍັງຂື້ນ? ເຈົ້າຂອງເຮືອນພັກກໍ່ຕອບວ່າ: ທ່ານເປັນຄົນດຽວທີ່ຫຼອດຊີວິດເນື່ອງຈາກມີຄົນບ້າໃກ້ເເຖວນີ້ມາຮ້ອງເພື່ອສ້າງຄວາມສົນໃຈໃຫ້ຄົນທີ່ມາພັກໃນນີ້ອອກໄປເບີ່ງເເລ້ວລາວກໍ່ຂ້າພວກເຂົາຕາຍທັງໝົດເລີຍ.

ຈາກນັ້ນລາວກໍ່ສືບຕໍ່ເດີນທາງອີກສິບກວ່າມື້ກໍ່ມາຮອດບ້ານເວລາຄໍ່າທີ່ພະຈັນດວງ. ເເຕ່ຍ້ອນບໍ່ຢາກປຸກເມຍຈື່ງເຂົ້າໄປໃນເຮືອນເເບບງຽບໆ ພໍຮອດຕຽງນອນລາວກໍ່ເຫັນມີເກີບເເຕະຜູ້ໃຫຍ່ສອງຄູ່ ເເລະ ເກີບເດັກນ້ອຍໜື່ງຄູ່ເເລ້ວເບີ່ງເທີງຕຽງມີສາມຄົນນອນນໍາກັນ ທັນໃດນັ້ນລາວຄຽດເເຮງເນື່ອງຈາກຄວາມອິດເມື່ອຍຂອງການເດີນທາງໄກ ເເລະ ກ່ອນອອກເດິນທາງລາວຂໍເມຍໃຫ້ຢ່ານອກໃຈລາວ ສ່ວນລາວກໍ່ຈະບໍ່ເຄີຍນອກໃຈເມຍເລີຍ. ເເຕ່ຕອນນີ້ເມຍນອກໃຈລາວຈົນມີລູກເເລ້ວເຮັດໃຫ້ລາວຄິດວ່າຕ້ອງຂ້າເມຍ, ຜົວໃໝ່ ເເລະ ເດັກ. ຈາກນັ້ນ, ລາວກໍ່ຍ່າງໄປຈັບພ້າຈາກເຮືອນຄົວເພື່ອໄປຂ້າທັງສາມຄົນ ພໍກັບມາຮອດຕຽງ ເເລະ ຫາຍໃຈເລີກໆກຽມຂ້າທັງສາມຄົນທີ່ນອນໃນຕຽງນັ້ນ ເເຕ່ໂຊກດີທີ່ຄິດຮອດຄໍາສອນຂໍ້ທີສາມຂອງເສດຖີທີ່ບອກວ່າ: “ຢ່າຕັດສິນໃຈເຮັດຫຍັງເວລາອາລົມຮ້າຍ ເເລະ ເຈັບຊໍ້າເພາະມັນຈະເຮັດໃຫ້ເຈົ້າເສຍໃຈຕາມຫຼັງ.“ ລາວກໍ່ສະຫງົບສະຕິເເລ້ວຍ່າງອອກໄປນອນນອກເຮືອນເເລ້ວຄິດໃນໃຈວ່າລາວຈະບໍ່ຂ້າເມຍ, ຜົວໃໝ່ ເເລະ ລູກຂອງພວກເຂົາ ເເຕ່ຈະລໍຖ້າລາໃຫ້ທັງສາມຕື່ນເເລ້ວລາເມຍກ່ອນຈື່ງຈາກໄປ.

ຮຸ້ງເຊົ້າມື້ຕໍ່ມາເມຍກັບລູກເປີດປະຕູບ້ານກໍ່ເຫັນລາວຍັງນອນຫຼັບຢູ່ນອກບ້ານຍ້ອນຄວາມອິດເມື່ອຍຈາກການເດີນທາງ. ເມຍກໍ່ໄປປຸກລາວດ້ວຍຄວາມດີໃຈ ພໍລາວຕື່ນຈາກການປຸກຂອງເມຍກັບລູກ. ລາວກໍ່ຖາມເມຍທັນທີວ່າ: ເປັນຫຍັງນ້ອງນອກໃຈອ້າຍຈົນມີລູກໃຫຍ່ສໍ້ານີ້ເເລ້ວ? ເເລ້ວເມຍກໍ່ຕອບໄປວ່າ: ນ້ອງບໍ່ໄດ້ນອກໃຈ ເເລະ ລູກຄົນນີ້ເປັນຂອງພວກເຮົາເພາະນ້ອງທ້ອງຕອນອ້າຍອອກເດີນທາງເເລ້ວ ສ່ວນອີກຄົນທີ່ນອນນໍາເເມ່ນເເມ່ຂອງນ້ອງ. ພໍໄດ້ຟັງຄໍາອະທິບາຍລາວກໍ່ຄິດໃຈວ່າຖ້າລາວຕັດສິນໃຈຂ້າທັງສາມຄົນມື້ຄືນນີ້ຄົນທີ່ຕາຍບໍ່ເເມ່ນເມຍທີ່ນອກໃຈ, ຜົວໃໝ່ ເເລະ ລູກຂອງເມຍນອກໃຈກັບຜົວໃໝ່ ເເຕ່ເປັນເມຍທີ່ເເສນຊື່ສັດ, ເເມ່ເມຍ ເເລະ ລູກຂອງຕົວເອງ.

ຫຼັງຈາກລົມກັນເຂົ້າໃຈ ລາວກໍ່ເລົ່າທຸກຍ່າງໃຫ້ເມຍຟັງເເລ້ວກໍ່ເອົາຫໍ່ເຂົ້າທີ່ເສດຖີໃຫ້ມາກິນນໍາເມຍມາໄຂອອກມາກິນນໍາກັນ ພໍໄຂອອກມາມັນບໍ່ເເມ່ນຫໍ່ເຂົ້າ ເເຕ່ເປັນເພັດພອຍທີ່ມີມູນຄ່າຫຼາຍກວ່າຄ່າເເຮງງານຂອງລາວທີ່ເຮັດວຽກໃຫ້ເສດຖີຕະຫຼອດຫ້າທີ່ຜ່ານມາ.

ເລື່ອງນີ້ສອນໃຫ້ພວກເຮົາຮູ້ວ່າ:

1. ຄົນທີ່ຮັກເຮົາເໜືອນເສດຖີໃນເລື່ອງນີ້ຈະໃຫ້ເຮົາທັງຄວາມຮູ້, ເງິນທອງ ເເລະ ໃຫ້ຫຼາຍກວ່າສິ່ງທີ່ເຮົາຕ້ອງການ.
2. ຢ່າເຊື່ອໃຈຄົຍງ່າຍໆເພາະສັງຄົມມີທັງຄົນດີ ເເລະ ຄົນບໍ່ດີ.
3. ການຊອດຮູ້ຊອດເຫັນມັນບໍ່ດີຫຼາຍເກີນໄປຕົວຢ່າງ: ກ່ອນການລະເບີດຂ້າຕົວຢູ່ຕ່າງປະເທດ ຄົນທີ່ເກາະເຫດສ້າງໃຫ້ຄວາມສົນໃຈໃຫ້ຄົນມາເບີ່ງເຫດການເເລ້ວຈຶ່ງລະເບີດເຮັດໃຫ້ມີຄົນບາດເຈັບ ເເລະ ເສຍຊີວິດ.
3. ບໍ່ຄວນເເກ້ໄຂບັນຫາໃດໆດ້ວຍອາລົມ ເເຕ່ຄວນເເກ້ໄຂດ້ວຍຄວາມມານະອົດທົນ ຄິດກ່ອນຈື່ງເຮັດຕັດສິນໃຈເຮັດຫຍັງ.

ຖ້າທ່ານຄິດວ່າເລື່ອງນີ້ໃຫ້ຄວາມຮູ້, ຄະຕິເຕືອນໃຈ ເເລະ ຢາກໃຫ້ໝູ່ເພື່ອນຂອງທ່ານໄດ້ອ່ານ.

ກົດໄລ້ ກົດເເຊ່ ຫຼື ເອົາໄປໂພສຕ໌ຕໍ່ເລີຍ.

26/12/2018

ເຫລົ້າຂາວ ລ້າງໃຈ ເຫລົ້າໄຫ ລ້າງໂສດ
ກິນຫລາຍເປັນໂທດ ມີປະໂຫຍດແມ່ນກິນນຳຜູ້ສາວ

02/10/2018

"ຂອງຂວັນຄູ"
ຂອງຂວັນທີ່ຄູຢາກໄດ້ ຄືການເຫັນລູກສິດເປັນຄົນດີ ຮຽນເກ່ງປະສົບຜົນສຳເລັດ
ນໍ້າໃຈວັນທີ່ 7 ຕຸລາ ວັນຄູແຫ່ງຊາດຢ່າງສຸດໃຈ
--------------------------------------------------------------------
♦ຄູເອີຍ ! ທ່ານຄືດວງໜ່ວຍແກ້ວ ແສນປະເສີດຄຸນສູງ
ພໍ່ແມ່ລູງອາວອາ ພອ້ມພໍ່າຫລານກໍ່ເຫັນພອ້ມ
ດອມກັນດາດີໄດ້ ສະຫລອງໄຊຄຸນຊາດ
7 ຕຸລາປະກາດກ້ອງ ຊົມເຊີຍຍ້ອງຄ່າຄູ
♦ຄູເປັນແບບເບົ້າ ເກີດກໍ່ຕົວອັກສອນ
ຕົວສະຫລະພະຍັນຊະນະ ຕໍ່າກາງສູງເຕ້ຍ
ສະຫລະສຽງສູງສັ້ນ ສຽງຍາວສະຫລະພິເສດ
ກໍ່ແມ່ນຄູເປັນຜູ້ປາດເປື້ອງ ປະດິດຄົ້ນຄິດຕໍ່າລາ
♦ຍ້ອນຄູເປັນຜູ້ໃຫ້ ໄຟສະຫວ່າງການສຶກສາ
ເຮັດໃຫ້ດວງຕາຄົມ ທຸກເຜົ່າຊົນໄດ້ເຫັນຮູ້
ເປັນຄູຫູຕາແຈ້ງ ສະແຫວງຫາຄຸນຄ່າ
ມີບັນຍາຮອບຮູ້ ຍອ້ນຄູເຈົ້າສັ່ງສອນນັ້ນແລ້ວ
♦ຄວາມດີຄວາມສະຫລາດໄດ້ ປັນຍາໃໝ່ຄົມແຫລມ
ກໍແມ່ນຄູເຍືອງແຍງ ສ່ອງແສງສອນຊີ້
ຄູນີ້ລະເປັນສະພານໃຫ້ ຊາວຊົນໄດ້ທຽວໄຕ່
ຄູນີ້ລະຈັບມືຂຽນຂີດແຕ້ມ ສໍຂາວເນັ້ນໃສ່ກະດານ
♦ດັ່ງນັ້ນ , ຮອງຈາກພໍ່ແມ່ລ້ຽງ ຕຸ້ມຕ່ອມແຍງຖະໜອມ
ພໍ່ແມ່ຄົນທີສອງກໍ່ຄືຄູ ສ່ອງແນມນຳຊິ້
ຄຸນພໍ່ທຽບເທົ່າພູເຂົາກ້າ ຄຸນມານດາກໍ່ຍິ່ງໃຫ່ຍ
ພຣະຄຸນຄູອະເນກນອງມາກລົ້ນ ບໍ່ມີຂໍ້ທຽບສະເໜືອນນັ້ນແລ້ວ
♦ໃນບົດກອນສຸດທ້າຍ ຂໍຫວ່ານດວງຫອມ
ອວຍພອນຈອມໃຈຄູ ທ່ານຜູ້ມີຄຸນລົ້ນ
ໃຈກາຍຂໍໃຫ້ສຸກສະບາຍແຍ້ມ ປັນຍາໃສສະໝອງເດັ່ນ
ຂໍໃຫ້ຄູຈົ່ງເປັນດວງມະນີຮຸ່ງເຫລື້ອມ ປະດັບເອ້ຄູລາວນັ້ນທ້ອນ

26/09/2018

ການກ່າວຄໍາໂອວາດໃນງານດອງ ກໍ່ເເມ່ນການເວົ້າຕໍ່ຫນ້າມວນຊົນອີກຮູບເເບບຫນື່ງ.

ກ່າວຄໍາໂອວາດເເບບ #ສັ້ນໆກົງໆ 2ນາທີເເຂກໄດ້ກິນເຂົ້າໄວ. ດັ່ງລຸ່ມນີ້

ຮຽນເຈົ້າໂຄດລຸງຕາສອງກໍ້າສອງຝ່າຍ ຮຽນເເຂກທີ່ມີກຽດຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຕາງຫນ້າເຈົ້າພາບມາກ່າວຄໍາໂອວາດໃຫ້ຄູ່ບ່າວສາວໃນງານມຸງຄົນມື້ນີ້.

ບັນດາເເຂກທຸກທ່ານຄວາມຮັກຂອງ ນາງ ເເລະ ທ້າວ ເປັນຄວາມຮັກທີ່ສວຍງາມ ເຊິ່ງເກີດຂື້ນຈາກສອງຫົວໃຈ ຈາກໃຜ່ຕ່າງກໍຈາກຫນໍ່ຕ່າງເເນວ ເເຕ່ໄດ້ຕັດສິນໃຈລວມເຂົ້າເປັນອັນດຽວ ຖືເປັນເລື່ອງສີລິມຸງຄຸນຢ່າງຍິ່ງ.

ຂ້າພະເຈົ້າຂໍຕາງຫນ້າໃຫ້ເຈົ້າໂຄດລຸງຕາສອງຝ່າຍ ອວຍພອນໃຫ້ພວກນ້ອງນຸ່ງລູກຫລານຮັກກັນຍາວນານ ຫນັກຊ່ວຍກັນຫາບຫຍາບຊ່ວຍກັນດຶງ ພ້ອມກັນດຸຫມັ່ນຂະຫຍັນພຽນຫາເງິນມາຮັກສາໄວ້ຕາມລະບຽບກົດຫມາຍ ບ້ານເມືອງ. ໃຫ້ເປັນຜົວຍິບເມຍເເຊ່ວ ຜົວຕໍາເເຈ່ວເມຍເປັນຜູ້ຊິມ.

ຂ້າພະເຈົ້າຂໍຝາກລູກຫລານທັງສອງໄວ້ໃນການເຍິ່ງເເຍງຂອງເເຂກທຸກທ່ານ ຈົ່ງຊ່ວຍກັນໃຫ້ຄໍາເເນະນໍາເພື່ອໃຫ້ເຂົາທັງສອງເປັນຄອບຄົວຕົວຢ່າງ ປະກອບສ່ວນສ້າງສາເສດຖະກິດຄອບຄົວ ກໍ່ຄືຂອງບ້ານ ເມືອງ ລວມເຖິງປະເທດຊາດ.

ຕາງຫນ້າໃຫ້ເຈົ້າພາບສະເເດງຄວາມຂອບໃຈເເຂກທຸກທ່ານທີ່ມາຮ່ວມງານມື້ນີ້ ພວກເຮົາມີເເຕ່ພາເຂົ້າສາມັກຄີຕ້ອນຮັບ ຖ້າຫາກມີອັນໃດບໍ່ຖ່ວງບໍ່ທັນກໍຂໍອະໄພມານະທີ່ນີິດ້ວຍ.

ຕໍ່ໄປຂໍຕາງຫນ້າເຈົ້າພາບເຊີນທ່ານຍົກຈອກຊົມເຊີຍເເດ່ຄູ່ສ້າງຄອບຄົວໃຫມ່ດ້ວຍ. ເຊີນຍົກຈອກ. ຊົມເຊີຍໆ

ຕໍ່ໄປຮຽນເຊີນຮັບປະທານອາຫານເພື່ອເປັນສີລິມຸງຄຸນເເກ່ຄູ່ສ້າງຄອບຄົວໃຫມ່ດ້ວຍ. ເເລະສືບຕໍ່ຮ່ວມມ່ວນຊື່ນນໍາພວກເຮົາດ້ວຍ.

31/03/2018
อาดีดนักรยน มส ชยงค้มอบคอมและเคื่องกิลา
22/04/2017

อาดีดนักรยน มส ชยงค้มอบคอมและเคื่องกิลา

Address

Muang Xiangkho

Website

Alerts

Be the first to know and let us send you an email when Xiengkhor Upper Secondary School posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category