ປ່າສະຫງວນແຫ່ງຊາດດົງອໍາພາມ DongAmpham National Park

ປ່າສະຫງວນແຫ່ງຊາດດົງອໍາພາມ DongAmpham National Park ອະນຸລັກຊີວີນາໆພັນ

ອຸທິຍານແຫ່ງຊາດ (National Parks )ໃນສປປລາວ:1. ອຸທິຍານແຫ່ງຊາດ ນໍ້າແອັດ - ພູເລີຍ ສ້າງຕັ້ງໃນວັນທີ 15 ກຸມພາ 2019 ມີເນື້ອທີ່ 41...
24/01/2023

ອຸທິຍານແຫ່ງຊາດ (National Parks )ໃນສປປລາວ:
1. ອຸທິຍານແຫ່ງຊາດ ນໍ້າແອັດ - ພູເລີຍ ສ້າງຕັ້ງໃນວັນທີ 15 ກຸມພາ 2019 ມີເນື້ອທີ່ 410.720 ຮຕ (ດຳລັດ ເລກທີ 35/ນຍ)
2. ອຸທິຍານແຫ່ງຊາດ ນາກາຍ - ນໍ້າເທີນ ສ້າງຕັ້ງໃນວັນທີ 15 ກຸມພາ 2019 ມີເນື້ອທີ່ 427.770 ຮຕ (ດຳລັດ ເລກທີ 36/ນຍ)
3. ອຸທິຍານແຫ່ງຊາດ ຫີນໜາມໜໍ່ ສ້າງຕັ້ງໃນວັນທີ 15 ມັງກອນ 2020 ມີເນື້ອທີ່ 94.121 ຮຕ (ດຳລັດ ເລກທີ 70/ນຍ)
4. ອຸທິຍານແຫ່ງຊາດ ດົງຫົວສາວ ສ້າງຕັ້ງໃນວັນທີ 30 ມີນາ 2021 ມີເນື້ອທີ່ 99.795 ຮຕ (ດຳລັດ ເລກທີ 268/ນຍ)
5. ອຸທິຍານແຫ່ງຊາດ ເຊປຽນ ສ້າງຕັ້ງໃນວັນທີ 30 ມີນາ 2021 ມີເນື້ອທີ່ 258.634 ຮຕ (ດຳລັດ ເລກທີ 269/ນຍ)
6. ອຸທິຍານແຫ່ງຊາດ ພູເຂົາຄວາຍ ສ້າງຕັ້ງໃນວັນທີ 30 ທັນວາ 2021 ມີເນື້ອທີ່ 191.942 ຮຕ (ດຳລັດ ເລກທີ 773/ນຍ)

ປ່າສະຫງວນແຫ່ງຊາດ 19 ແຫ່ງ
1. ປ່າສະຫງວນແຫ່ງຊາດ ພູແດນດິນ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 222.000 ຮຕ (ດຳລັດ ເລກທີ 164/ນຍ)
2. ປ່າສະຫງວນແຫ່ງຊາດ ນໍ້າຫາ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 222.400 ຮຕ (ດຳລັດ ເລກທີ 164/ນຍ)
3. ປ່າສະຫງວນແຫ່ງຊາດ ນໍ້າຊໍາ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 70.000 ຮຕ (ດຳລັດ ເລກທີ 164/ນຍ)
4. ປ່າສະຫງວນແຫ່ງຊາດ ນໍ້າປຸຍ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 191.200 ຮຕ (ດຳລັດ ເລກທີ 164/ນຍ)
5. ປ່າສະຫງວນແຫ່ງຊາດ ພູພະນັງ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 70.000 ຮຕ (ດຳລັດ ເລກທີ 164/ນຍ)
6. ປ່າສະຫງວນແຫ່ງຊາດ ນໍ້າກະດິງ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 169.000 ຮຕ (ດຳລັດ ເລກທີ 164/ນຍ)
7. ປ່າສະຫງວນແຫ່ງຊາດ ພູຫີນປູນ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 150.000 ຮຕ (ດຳລັດ ເລກທີ 164/ນຍ)
8. ປ່າສະຫງວນແຫ່ງຊາດ ພູຊ້າງແຫ່ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 109.000 ຮຕ (ດຳລັດ ເລກທີ 164/ນຍ)
9. ປ່າສະຫງວນແຫ່ງຊາດ ເຊບັ້ງນວນ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 150.000 ຮຕ (ດຳລັດ ເລກທີ 164/ນຍ)
10. ປ່າສະຫງວນແຫ່ງຊາດ ພູຊຽງທອງ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 120.000 ຮຕ (ດຳລັດ ເລກທີ 164/ນຍ)
11. ປ່າສະຫງວນແຫ່ງຊາດ ດົງອຳພາມ ສ້າງຕັ້ງໃນວັນທີ 29 ຕຸລາ 1993 ມີເນື້ອທີ່ 200.000 ຮຕ (ດຳລັດ ເລກທີ 164/ນຍ)
12. ປ່າສະຫງວນແຫ່ງຊາດ ດົງພູວຽງ ສ້າງຕັ້ງໃນວັນທີ 7 ກໍລະກົດ 1995 ມີເນື້ອທີ່ 197.000 ຮຕ (ດຳລັດ ສະບັບປັບປຸງ ເລກທີ 579/ນຍ 21 ພຶດສະພາ 1998)
13. ປ່າສະຫງວນແຫ່ງຊາດ ເຊຊັບ ສ້າງຕັ້ງໃນວັນທີ 9 ກຸມພາ 1996 ມີເນື້ອທີ່ 133.500 ຮຕ (ດຳລັດ ເລກທີ 210/ນຍ)
14. ປ່າສະຫງວນແຫ່ງຊາດ ນໍ້າກ່ານ ສ້າງຕັ້ງໃນວັນທີ 19 ກັນຍາ 2008 ມີເນື້ອທີ່ 136.000 ຮຕ (ດຳລັດ ເລກທີ 163/ນຍ)
15. ປ່າສະຫງວນແຫ່ງຊາດ ພູສະບົດ-ປຸງຈອງ ສ້າງຕັ້ງໃນວັນທີ 11 ມັງກອນ 2011 ມີເນື້ອທີ່ 149.030 ຮຕ (ດຳລັດ ເລກທີ 17/ນຍ)
16. ປ່າສະຫງວນແຫ່ງຊາດ ພູຫີຜີ ສ້າງຕັ້ງໃນວັນທີ 11 ກັນຍາ 2012 ມີເນື້ອທີ່ 87.350 ຮຕ (ດຳລັດ ເລກທີ 396/ນຍ)
17. ປ່າສະຫງວນແຫ່ງຊາດ ລະວິງ - ລະເວີນ ສ້າງຕັ້ງໃນວັນທີ 11 ກັນຍາ 2012 ມີເນື້ອທີ່ 86.000 ຮຕ (ດຳລັດ ເລກທີ 397/ນຍ)
18. ປ່າສະຫງວນແຫ່ງຊາດ ຂຸນເຊ - ໜອງມ້າ ສ້າງຕັ້ງໃນວັນທີ 6 ມັງກອນ 2021 ມີເນື້ອທີ່ 53.863 ຮຕ (ດຳລັດ ເລກທີ 05/ນຍ)
19. ປ່າສະຫງວນແຫ່ງຊາດ ຍອດນໍ້າໂມ້ - ພູສາມສຸມ ສ້າງຕັ້ງໃນວັນທີ 15 ມີນາ 2022 ມີເນື້ອທີ່ 98.873 ຮຕ (ດຳລັດ ເລກທີ 87/ນຍ)
Source: Lao Youth Magazines Facebook.

ສັດທີ່ມີຄວາມສ່ຽງສູງ ອາດຈະສູນພັນໃນອະນາຄົດ ຂອງປະເທດລາວເຮົາ ເຊິ່ງປະກອບມີ :1 ເສົາຫຼາ2 ຂາແດງ3 ມະນີແກ້ມຂາວ(ຖິ່ນເໜືອ)4 ລິ່ນຄວາຍ...
26/07/2022

ສັດທີ່ມີຄວາມສ່ຽງສູງ ອາດຈະສູນພັນໃນອະນາຄົດ ຂອງປະເທດລາວເຮົາ ເຊິ່ງປະກອບມີ :
1 ເສົາຫຼາ
2 ຂາແດງ
3 ມະນີແກ້ມຂາວ(ຖິ່ນເໜືອ)
4 ລິ່ນຄວາຍ,ລິ່ນງົວ
5 ຝານເຂົາໃຫ່ຍ
6 ແຂ້
7 ເຕົ່າງັບເຜີ້ງ(ທຸກຊະນິດ)
8 ນົກວູ່ວ່າວ (ນົກຍຸງທອງ)
9 ເຕົ່າຫົວໃຫ່ຍ ຫຼື ເຕົ່າກຸຍ (ປູລູ)

ສະພາບລວມທຳມະຊາດ ອ່າງເກັບນ້ຳ ແລະ ການຊອກຢູ່ຫາກິນຢູ່ ຢູ່ເຂື່ອນໄຟຟ້າເຊຂະໝານ1  #ປ່າສະຫງວນແຫ່ງຊາດດົງອຳພາມ
09/07/2022

ສະພາບລວມທຳມະຊາດ ອ່າງເກັບນ້ຳ ແລະ ການຊອກຢູ່ຫາກິນຢູ່ ຢູ່ເຂື່ອນໄຟຟ້າເຊຂະໝານ1
#ປ່າສະຫງວນແຫ່ງຊາດດົງອຳພາມ

ທ່ານຮູ້ບໍວ່າ ປະເທດລາວເຮົາ ມີອຸທິຍານທັງໝົດຢູ່ 6 ແຫ່ງຄື.1 ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ(ແຂວງຫົວພັນ,ຊຽງຂວາງ,ຫຼວງພະບາງ)2ອຸທິຍາ...
02/07/2022

ທ່ານຮູ້ບໍວ່າ ປະເທດລາວເຮົາ ມີອຸທິຍານທັງໝົດຢູ່ 6 ແຫ່ງຄື.
1 ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ(ແຂວງຫົວພັນ,ຊຽງຂວາງ,ຫຼວງພະບາງ)
2ອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ(ແຂວງຄຳມ່ວນ,ບໍລິຄຳໄຊ)
3ອຸທິຍານແຫ່ງຊາດຫີນໜາມໜໍ່(ແຂວງຄຳມ່ວນ)
4ອຸທິຍານແຫ່ງຊາດດົງຫົວສາວ(ແຂວງຈຳປາສັກ)
5ອຸທິຍານແຫ່ງຊາດເຊປຽນ(ແຂວງຈຳປາສັກ,ອັດຕະປື)
6ອຸທິຍານແຫ່ງຊາດພູເຂົາຄວາຍ(ນະຄອນຫຼວງວຽງຈັນ,ວຽງຈັນ,ໄຊສົມບູນ,ບໍລິຄຳໄຊ)
ນອກຈາກນັ້ນແລ້ວ ທ່ານຮູ້ຄວາມໝາຍ ແລະ ຄວາມແຕກຕ່າງກັນແລ້ວ ຫຼື ຍັງ ລະຫວ່າງ ປ່າສະຫງວນແຫ່ງຊາດ ແລະ ອຸທິຍານແຫ່ງຊາດ ສະນັ້ນແອັດມິນ ຈະມາໃຫ້ຄວາມຮູ້ ແລະ ເຂົ້າໃຈເພີ່ມຕື່ມ
- ປ່າສະຫງວນແຫ່ງຊາດ : ແມ່ນປ່າໄມ້ທີ່ໄດ້ກຳນົດຂື້ນ ເພື່ອຈຸດປະສົງນຳໃຊ້ໃນການອະນຸລັກທຳມະຊາດ,ປົກປັກຮັກສາ ແລະ ຂະຫຍາຍພັນພືດ,ພັນສັດນ້ຳ ແລະ ສັດປ່ານາໆຊະນິດ,ລະບົບນິເວດປ່າໄມ້ ແລະ ສິ່ງຕ່າງໆທີ່ມີຄຸນຄ່າທາງດ້ານທຳມະຊາດ,ປະຫວັດສາດ,ວັດທະນະທຳ,ການທ່ຽວທ່ຽວ,ສິ່ງແວດລ້ອມ,ການສຶກສາ ແລະ ການຄົ້ນຄ້ວາທົດລອງວິທະຍາສາດ.(ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ,2019 ມາດຕາ 16 ໜ້າທີ 08).
- ອຸທິຍານແຫ່ງຊາດ : ແມ່ນປ່າສະຫງວນທີ່ມີຄຸນລັກສະນະສະເພາະ ແລະ ມີຄວາມຫຼາກຫຼາຍທາງດ້ານລະບົບນິເວດທຳມະຊາດ ທີ່ໂດດເດັ່ນມີຄຸນຄ່າແກ່ການສຶກສາຄົ້ນຄ້ວາທາງວິທະຍາສາດ,ການທ່ອງທ່ຽວ,ປົກປັກຮັກສາສິ່ງແວດລ້ອມ ແລະ ວັດທະນະທຳ.(ດຳລັດວ່າດ້ວຍປ່າສະຫງວນ,2015 ມາດຕາ 7 ໜ້າ 04)
#ສະຫຼຸບຄື : ປ່າສະຫງວນແຫ່ງຊາດ ໄດ້ຖືກແຕ່ງຕັ້ງໃຫ້ເປັນອຸທິຍານແຫ່ງຊາດ ຍ້ອນມີຄວາມຫຼາກຫຼາຍທາງລະບົບນິເວດທຳມະຊາດທີ່ໂດດເດັ່ນ ແລະ ມີເງື່ອນໄຂທີ່ເໝາະສົມ.(ອີງຕາມດຳລັດວ່າດ້ວຍປ່າສະຫງວນ ມາດຕາ07 ໜ້າ 04)

ພາບທຳມະຊາດ ບ້ານຕັງເກີເກົ່າ ເມືອງຊານໄຊ ແຂວງອັດຕະປື ເຊິ່ງປັດຈຸບັນຍັງເຫຼືອ12ຄອບຄົວ ທີ່ຍັງອາໃສຢູ່ ອີກຈຳນວນຫຼາຍຄອບຄົວແມ່ນໄດ້ຖ...
22/06/2022

ພາບທຳມະຊາດ ບ້ານຕັງເກີເກົ່າ ເມືອງຊານໄຊ ແຂວງອັດຕະປື ເຊິ່ງປັດຈຸບັນຍັງເຫຼືອ12ຄອບຄົວ ທີ່ຍັງອາໃສຢູ່ ອີກຈຳນວນຫຼາຍຄອບຄົວແມ່ນໄດ້ຖືກຍົກຍ້າຍລົງໄປຢູ່ບ້ານຈັດສັນຫີນດຳ-ດອນແຄນ ຂອງໂຄງການເຂື່ອນໄຟຟ້າເຊຂະໝານ1
#ປ່າສະຫງວນແຫ່ງຊາດດົງອຳພາມ

ທີວທັດທຳມະຊາດ ຍາມເຊົ້າ ທີ່ພູປະອໍ   #ປ່າສະຫງວນແຫ່ງຊາດດົງອຳພາມ
06/06/2022

ທີວທັດທຳມະຊາດ ຍາມເຊົ້າ ທີ່ພູປະອໍ #ປ່າສະຫງວນແຫ່ງຊາດດົງອຳພາມ

ຄວາມອຸດົມສົມບູນ ຂອງປ່າສະຫງວນແຫ່ງຊາດດົງອຳພາມ
25/05/2022

ຄວາມອຸດົມສົມບູນ ຂອງປ່າສະຫງວນແຫ່ງຊາດດົງອຳພາມ

ແຜນທີ່ປ່າສະຫງວນແຫ່ງຊາດດົງແພພາມ
06/05/2022

ແຜນທີ່ປ່າສະຫງວນແຫ່ງຊາດດົງແພພາມ

ຄວາມໝາແໝ້ນຂອງປ່າໄມ້ #ປ່າສະຫງວນແຫ່ງຊາດດົງອຳພາມ
05/02/2022

ຄວາມໝາແໝ້ນຂອງປ່າໄມ້
#ປ່າສະຫງວນແຫ່ງຊາດດົງອຳພາມ

ພາບທຳມະຊາດ ໝອງຟ້າ ເມືອງຊານໄຊ ແຂວງອັດຕະປື  #ປ່າສະຫງວນແຫ່ງຊາດດົງອຳພາມ
04/02/2022

ພາບທຳມະຊາດ ໝອງຟ້າ ເມືອງຊານໄຊ ແຂວງອັດຕະປື
#ປ່າສະຫງວນແຫ່ງຊາດດົງອຳພາມ

Address

18 B
Muang Xaiséttha

Website

Alerts

Be the first to know and let us send you an email when ປ່າສະຫງວນແຫ່ງຊາດດົງອໍາພາມ DongAmpham National Park posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category