ຄະນະເສດຖະສາດ ແລະ ການທ່ອງທ່ຽວ - Faculty of Economics and Tourism

ຄະນະເສດຖະສາດ ແລະ ການທ່ອງທ່ຽວ - Faculty of Economics and Tourism ເພດທາງການຂອງ ຄະນະເສດຖະສາດ ແລະ ການທ່ອງທ່ຽວ (ຄສທ)
Official Page of Faculty of Economics and Tourism (FET)

ໃນວັນທີ 16 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ 101 ຄະນະເສດຖະສາດ ແລະ ການທ່ອງທ່ຽວ (ຄສທ), ມະຫາວິທະຍາໄລສຸພານຸວົງ, ໄດ້ມີການຈັດພິທີມອບ...
21/09/2026

ໃນວັນທີ 16 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ 101 ຄະນະເສດຖະສາດ ແລະ ການທ່ອງທ່ຽວ (ຄສທ), ມະຫາວິທະຍາໄລສຸພານຸວົງ, ໄດ້ມີການຈັດພິທີມອບ-ຮັບທຶນການສຶກສາ ສົກສຶກສາ 2026-2027 ຢ່າງເປັນທາງການ ໃຫ້ແກ່ນັກສຶກສາລະດັບປະລິນຍາຕີ ໃນສາຂາວິຊາ ບໍລິຫານການທ່ອງທ່ຽວ, ບໍລິຫານການໂຮງແຮມ, ເສດຖະສາດ ແລະ ບໍລິຫານການທ່ອງທ່ຽວ (ຫຼັກສູດນານາຊາດ) ຈຳນວນທຶນທັງໝົດ 24 ທຶນ, ມູນຄ່າລວມ: 60,000,000 ກີບ. ທຶນການສຶກສາດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ສະມາຄົມ The MANRIHYUN Community Scholarship Association & SIS ທີ່ຂຶ້ນກັບໂຮງຮຽນນານາຊາດຊາຣອນຈໍາກັດຜູ້ດຽວ ນະຄອນຫຼວງວຽງຈັນ. ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການເຂົ້າຮ່ວມຂອງ ຮສ. ປອ. ນ. ວິໄລພອນ ສົມສະໝອນ ຮັກສາການ ຫົວໜ້າຄະນະວິຊາ, ພ້ອມດ້ວຍປະທານສະມາຄົມຜູ້ໃຫ້ທຶນ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກສຶກສາຜູ້ທີ່ໄດ້ຮັບທຶນຢ່າງພ້ອມພຽງ. ການມອບທຶນໃນຄັ້ງນີ້ ມີຈຸດປະສົງເພື່ອສົ່ງເສີມ ແລະ ສະໜັບສະໜູນໂອກາດທາງການສຶກສາ ໃຫ້ແກ່ນັກສຶກສາທີ່ມີຜົນການສຶກສາດີເດັ່ນ ແລະ ມີຄວາມດຸໝັ້ນ-ຫ້າວຫັ້ນ ເພື່ອພັດທະນາຕົນເອງໃຫ້ເປັນກຳລັງສໍາຄັນຂອງຊາດໃນອະນາຄົດ.
#ມະຫາວິທະຍາໄລສຸພານຸວົງ #ຄະນະເສດຖະສາດແລະການທ່ອງທ່ຽວ #ທຶນການສຶກສາ

ໃນຕ່ອນເຊົ້າຂອງວັນຈັນ ວັນທີ 21ກັນຍາ 2026 ຄສທ ໄດ້ຈັດພິທີເຄົາລົບທຸງ ຂື້ນທີ່ເດີ່ນ ຄສທ. ພ້ອມທັງເປັນການແນະນຳໃຫ້ນ້ອງຯນັກສຶກສາໃໝ...
21/09/2026

ໃນຕ່ອນເຊົ້າຂອງວັນຈັນ ວັນທີ 21ກັນຍາ 2026 ຄສທ ໄດ້ຈັດພິທີເຄົາລົບທຸງ ຂື້ນທີ່ເດີ່ນ ຄສທ. ພ້ອມທັງເປັນການແນະນຳໃຫ້ນ້ອງຯນັກສຶກສາໃໝ່ ປີທີ1 ໄດ້ຮູ້ຈັກພາບລວມກ່ຽວກັບໂຄງຮ່າງການຈັດຕັ້ງ, ການຈັດການຮຽນ-ການສອນ, ການເຄື່ອນໄຫວກິດຈະກຳຕ່າງຯຂອງ ຄສທ ໃນແຕ່ລະໄລຍະ.
#ມະຫາວິທະຍາໄລສຸພານຸວົງ
#ຄະນະເສດຖະສາດແລະການທ່ອງທ່ຽວ

ຂໍສະແດງຄວາມຍິນດີແກ່ ນັກສຶກສາ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ທີ່ສຳເລັດການສຶກສາຢ່າງເປັນທາງການໃນ ວັນທີ 12 ກັນຍາ 2026 🎉, ໃນສົກ...
19/09/2026

ຂໍສະແດງຄວາມຍິນດີແກ່ ນັກສຶກສາ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ທີ່ສຳເລັດການສຶກສາຢ່າງເປັນທາງການໃນ ວັນທີ 12 ກັນຍາ 2026 🎉, ໃນສົກສຶກສາ 2025-2026 ນີ້ມີນັກສຶກສາຈາກ ຄສທ ຈົບການສຶກສາທັງໝົດ 209 ຄົນ ເປັນຍິງ 143 ຄົນ ດັ່ງນີ້:

📝 ນັກສຶກສາປະລິນຍາໂທ 30 ຄົນ ເປັນຍິງ 7 ຄົນ.
📝 ນັກສຶກສາຕໍ່ເນື່ອງປະລິນຍາຕີ 24 ຄົນ ເປັນຍິງ 16 ຄົນ.
📝 ນັກສຶກສາປະລິນຍາຕີ 155 ຄົນ ເປັນຍິງ 120 ຄົນ.

ມະຫາວິທະຍາໄລ ສຸພານຸວົງ ປະກາດຮັບສະໝັກນັກສຶກສາເຂົ້າຮຽນ ໃນສາຂາວິຊາທີ່ຍັງບໍ່ເຕັມ ນ້ອງໆນັກຮຽນ ແລະ ຜູ້ທີ່ມີຄວາມສົນໃຈສາມາດເບິ່ງ...
15/09/2026

ມະຫາວິທະຍາໄລ ສຸພານຸວົງ ປະກາດຮັບສະໝັກນັກສຶກສາເຂົ້າຮຽນ ໃນສາຂາວິຊາທີ່ຍັງບໍ່ເຕັມ ນ້ອງໆນັກຮຽນ ແລະ ຜູ້ທີ່ມີຄວາມສົນໃຈສາມາດເບິ່ງລາຍລະອຽດໃນແຈ້ງການເລີຍ🥳

On behalf of Faculty of Economics and Tourism is very much appreciated for Sa Sa Cruise of the valuable supports and gen...
07/09/2026

On behalf of Faculty of Economics and Tourism is very much appreciated for Sa Sa Cruise of the valuable supports and generous contribution in hosting and facilitating a professors and students in providing meaningful practical learning experiences and strengthening university–industry collaboration. Contribution Value more than LAK 16,520,000 (Sixteen Million Five hundred and twenty thousand Lak) With sincere appreciation for your contribution to student learning, professional development, and tourism education.

https://maps.app.goo.gl/62fCaQjwJVQCh2vv8?g_st=iw

ເຊີນຊວນບັນດາທ່ານຜູ້ທີ່ມີຄວາມສົນໃຈໃນການຍົກລະດັບການສຶກສາ.ຜະລິດຕະພັນລະດັບປະລິນຍາໂທທັງໝົດຂອງ ມະຫາວິທະຍາໄລສຸພານຸວົງ, ສ່ວນຜະລິ...
24/08/2026

ເຊີນຊວນບັນດາທ່ານຜູ້ທີ່ມີຄວາມສົນໃຈໃນການຍົກລະດັບການສຶກສາ.
ຜະລິດຕະພັນລະດັບປະລິນຍາໂທທັງໝົດຂອງ ມະຫາວິທະຍາໄລສຸພານຸວົງ,
ສ່ວນຜະລິດຕະພັນລະດັບປະລິນຍາໂທຂອງ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ປະກອບມີ 3 ຫຼັກສູດ: ປ ໂທ ເສດຖະສາດ, ປ ໂທການບໍລິຫານທຸລະກີດ ແລະ ປ ໂທ ການພັດທະນາການທ່ອງທ່ຽວ (ຫຼັກສູດໃໝ່)

ຜະລິດຕະພັນໃໝ່ອ່ຽມຂອງສົກສຶກສາ 2026-2027 ຫຼັກສູດປະລິນຍາໂທການທ່ອງທ່ຽວ ສາຂາພັດທະນາການທ່ອງທ່ຽວ ຂອງ ຄະນະເສດຖະສາດ ແລະ ການທ່ອງທ່...
18/08/2026

ຜະລິດຕະພັນໃໝ່ອ່ຽມຂອງສົກສຶກສາ 2026-2027 ຫຼັກສູດປະລິນຍາໂທການທ່ອງທ່ຽວ ສາຂາພັດທະນາການທ່ອງທ່ຽວ ຂອງ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ.
ທ່ານໃດສົນໃຈສາມາດອ່ານລາຍລະອຽດເພີ່ມເຕີມໄດ້ໃນແຜ່ນພັບຂ້າງລຸ່ມນີ້

ຄະນະເສດຖະສາດ ແລະ ການທ່ອງທ່ຽວ ໄດ້ສຳເລັດການຈັດກອງປະຊຸມປະຈຳປີ ເຊິ່ງຈັດຂຶ້ນໃນວັນທີ 6 ສິງຫາ 2026, ຈຸດປະສົງກໍ່ເພື່ອເປັນການສະຫຼ...
15/08/2026

ຄະນະເສດຖະສາດ ແລະ ການທ່ອງທ່ຽວ ໄດ້ສຳເລັດການຈັດກອງປະຊຸມປະຈຳປີ ເຊິ່ງຈັດຂຶ້ນໃນວັນທີ 6 ສິງຫາ 2026, ຈຸດປະສົງກໍ່ເພື່ອເປັນການສະຫຼຸບຜົນສຳເລັດຂອງວຽກງານ ສົກສຶກສາ 2025-2026 ແລະທິດທາງແຜນການຕໍ່ໜ້າໃນສົກ 2026-2027, ເຊິ່ງພະນັກງານ-ອາຈານທຸກທ່ານໃນ ຄສທ ໄດ້ເຂົ້າຮ່ວມພ້ອມພຽງກັນຢ່າງທົ່ວໜ້າ.

ໃນວັນທີ 15 ສິງຫາ 2026 ທີ່ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ໄດ້ຈັດ “ກອງປະຊຸມສຳມະນາວິຊາການ ກ່ຽວກັບ ການປັ...
15/08/2026

ໃນວັນທີ 15 ສິງຫາ 2026 ທີ່ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ໄດ້ຈັດ “ກອງປະຊຸມສຳມະນາວິຊາການ ກ່ຽວກັບ ການປັບຕົວທາງດ້ານເສດຖະກິດ ແລະ ການທ່ອງທ່ຽວສີຂຽວ ຄັ້ງທີ 1 - the 1st Academic Conference on Economic Resilience and Green Tourism (ERGT1)” ໃນຫົວຂໍ້ ການຫັນປ່ຽນໂຄງສ້າງ ແລະ ນະວັດຕະກຳ ເພື່ອການພັດທະນາທ້ອງຖິ່ນແບບຍືນຍົງ. ມີຄະນະອາຈານ ແລະ ນັກສຶກສາ ປະລິນຍາໂທຈາກ ຄສທ ຫຼວງພະບາງ ແລະ ອຸດົມໄຊ ເຂົ້າຮ່ວມຈຳນວນ 70ກວ່າທ່ານ.

10/08/2026

ສາຂາວິຊາເສດຖະສາດ ເປັນສາຂາໜຶ່ງໃນ 10 ສາຂາ ໃນຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ

Address

13 North Road
Luang Prabang
06000

Alerts

Be the first to know and let us send you an email when ຄະນະເສດຖະສາດ ແລະ ການທ່ອງທ່ຽວ - Faculty of Economics and Tourism posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share