27/07/2020
ອອກມາໄດ້ຊ່ວງຫນື່ງແລ້ວ ແຕ່ແອັດຫາກໍມີເວລາເອົາມາໃຫ້ເບີ່ງ
Archicad24 ແລະ Add-on ທັງຫມົດສາມາດໂຫລດໄດ້ຈາກ Graphisoft
ArchiCAD laos BIM ໄດ້ລວມ link ໄວ້ໃຫ້ ແຕ່ກ່ອນໂຫລດຕ້ອງສ້າງ Graphisoft ID ກ່ອນໃນເວັບໄຊ້ www.myarchicad.com
1) ArchiCAD24 INT (3008) - https://graphisoft.com/downloads
2) BimX - https://graphisoft.com/downloads/bimx
3) Bimcloud - https://graphisoft.com/downloads/bimcloud
4) Add-ons
https://graphisoft.com/downloads/addons
Version24 Add-on MEP Modeler ສາມາດໃຊ້ງານຟຣີໄດ້ເລີຍໃນໂຕ.
18/09/2019
เปิดกรุ Thai Architect's Data ของ อ.วิชิตคงประกายวุฒิลำดับที่ 4 "ที่จอดรถ"
หวังว่าจะเป็นประโยชน์แก่สถาปนิก นักศึกษาและผู้ที่อยู่ในแวดวงการออกแบบและก่อสร้างนะครับ
07/07/2019
ໃຜທີ່ສົນໃຈ ຮຽນຮູ້ເລື່ອງ BIM ແລະ ArchiCAD ສາມາກົດເບີ່ງລາຍລະອຽດຈາກລິ້ງລຸ່ມນີ້
ລາຍລະອຽດຫຼັກສູດ ການນຳໃຊ້ໂປຣແກຣມ ArchiCAD BIM
ໄລຍະເວລາໃນການຮຽນ: ວັນຈັນ-ວັນສຸກ ເວລາ 13:30-16:30/19:00-21:00 ວັນເສົາ-ອາທິດ ເວລາ 9:00-16:00 ສະຖານທີ່: ບ້ານ ພອນໄຊ ນະ....
12/06/2019
ກົດ Like & Share Page ເປັນສາທາລະນະ ຈະແຈກ Surface ລາຍວັດສະດຸທີ່ສ້າງໄວ້ ຫຼາຍກວ່າ 300 Surface
ຕອນນແລງຈະມາສອນສ້າງ Surface ລາຍວັດສະດຸຕ່າງໆ ໃນໂປຣແກຣມ ARCHICAD
ຝາກກົດ Like & Share Page ArchiCAD Laos BIM ເພື່ອບໍ່ພາດເທັກນິກດີໆໃນການໃຊ້ງານArchiCAD ເພື່ອໃຫ້ສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ ໄດ້ໃຊ້ເຄື່ອງມື BIM ໄດ້ຢ່າງມີປະສິດທິພາບ
30/04/2019
BIM ແມ່ນຫຍັງ ? ແບບຈຳລອງຂໍ້ມູນອາຄານ BIM (Building Information Modeling ມີຊື່ຕົ້ນແບບຄື Building Description System ເຊິ່ງຖືກຕີພິມຄັ້ງທຳອິດໃນວາລະສານເອໄອເອ (AIA Journal) ໃນປີ ຄສ 1975 ໂດຍ Charles M. “Chuck” Eastman ທີ່ໄດ້ສະເໜີແນວຄິດທີ່ວ່າ: “ອົງປະກອບຕ່າງໆໃນງານກໍ່ສ້າງທີ່ມາຈາກແບບເຊັ່ນ: ແຜນຜັງ, ຮູບຕັດ, ຮູບດ້ານ, ລວມໄປເຖິງຮູບໄອໂຊເມຕຣິກ (Isometric)ຈະຕ້ອງມີຄວາມເຊື່ອມໂຍງກັນ ເຊິ່ງໝາຍເຖິງຫາກມີການປ່ຽນແປງເກີດຂື້ນໃນແບບໃດແບບໜື່ງເຊິ່ງແກ້ໄຂຄັ້ງດຽວຈະສະແດງອອກໄປຍັງແບບທຸກຊະນິດທັນທີ ນອກຈາກນັ້ນຍັງຊ່ວຍໃນການປະມານລາຄາລວມເຖິງສາມາດຖອດປະລິມານວັດສະດຸໄດ້ອີກດ້ວຍ” ໂດຍມີການໃຫ້ຄວາມໝາຍຂອງຄຳວ່າ: ການຈຳລອງຂໍ້ມູນອາຄານ BIM (Building Information Modeling) ຫຼາຍໆຄວາມໝາຍດັ່ງລຸ່ມນີ້: “BIM ຄືເຕັກໂນໂລຢີທີ່ສາມາດຈຳລອງອາຄານ ໃຫ້ຢູ່ໃນຮູບແບບຂອງ 3ມິຕິ ໂດຍຖານຂໍ້ມູນຈະມີຂໍ້ມູນທີ່ແຕກຕ່າງກັນໃນຮູບແບບຕ່າງໆ ທີ່ມີຄວາມເຊື່ອມໂຍງກັນ ແລະ ກັນ ທັງຍັງສາມາດແບ່ງປັນຂໍ້ມູນຮ່ວມກັນໄດ້ອີກດ້ວຍ” (ທະນັດຊາ ສຸກຂີ 2011). “BIM ຄືລະບົບ Digital ທີ່ສະແດງຂໍ້ມູນທາງກາຍະພາບສະເພາະຂອງສິ່ງກໍ່ສ້າງ ໂດຍທີ່ມີການແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງກັນເພື່ອຊ່ວຍໃນການຕັດສິນໃຈຕັ້ງແຕ່ເລີ່ມຕົ້ນຈົນສິ້ນສຸດໂຄງການກໍ່ສ້າງ” ( Baldwin and Bordoli, 2014). [ 90 more words ]
ArchiCAD BIM Laos
It's time to BIM
26/04/2019
ເປັນຫຍັງຕ້ອງໃຊ້?
Why? ເປັນຫຍັງຕ້ອງໃຊ້ ArchiCAD
1. ArchiCAD ເປັນSoftwareທີ່ໄດ້ຮັບການຍອມຮັບໃນເລື່ອງການໃຊ້ງານງ່າຍ 2.All in one ຈົບໄດ້ໃນໂປຣແກຣມດຽວ ຮອງຮັບທຸ....