27/12/2024
🔔ປະກາດແຈ້ງຜົນການແຂ່ງຂັນກິລາ ແລະ ສີລະປະວັນນະຄະດີພາຍໃນໂຮງຮຽນ ມສ ຊຽງເງິນ ປະຈຳສົກຮຽນ 2024-2025🔔
📣ໃນຕອນເຊົ້າມື້ນີ້ວັນສຸກ ກົງກັບວັນທີ 27 ທັນວາ 2024 ເວລາ 8 ໂມງ 00 ນາທີ ທາງຄະນະອຳນວຍການໂຮງຮຽນ ມສ ຊຽງເງິນ ພ້ອມດ້ວຍສະມາຄົມພໍ່, ແມ່ນັກຮຽນ, ຄູ-ອາຈານ ຕະຫລອດຮອດ ນ້ອງໆນັກຮຽນທັງຫມົດ ພາຍໃນໂຮງຮຽນ ມສ ຊຽງເງິນ ແມ່ນໄດ້ພ້ອມກັນຈັດການປິດພິທີການແຂ່ງຂັນກິລາປະເພດຕ່າງໆ ແລະ ການແຂ່ງຂັນສີລະປະວັນນະຄະດີພາຍໃນໂຮງຮຽນ ປະຈຳສົກຮຽນ 2024-2025, ເຊິ່ງໃຫ້ກຽດເປັນປະທານປິດງານໃນຄັ້ງນີ້ໂດຍທ່ານ ບຸນເພັດ ພູນຜົນ ຮອງເຈົ້າເມືອງ ເມືອງ ຊຽງເງິນ, ມີທ່ານ ສົມສະຫນິດ ປັນຍາວົງ ກຳມະການພັກເມືອງ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຊຽງເງິນ, ມີທ່ານສະມາຄົມພໍ່ແມ່ນັກຮຽນ, ມີຄະນະອຳນວຍການໂຮງຮຽນ ຕະຫລອດຮອດຄູ-ອາຈານ ແລະ ນ້ອງນັກຮຽນທັງຫມົດພາຍໃນໂຮງຮຽນກໍພາກັນເຂົ້າຮ່ວມຢ່າງພ້ອມພຽງ; ການແຂ່ງຂັນໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາ 8 ວັນເຕັມ ນັບຕັ້ງແຕ່ວັນທີ 18 ທັນວາ 2024 ຈົນເຖິງ ວັນທີ 27ທັນວາ2024 ນີ້ເຫັນວ່າການແຂ່ງຂັນແມ່ນໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ.
ດັ່ງນັ້ນ, ໃນມື້ນີ້ທາງຄະນະຮັບຜິດຊອບຈຶ່ງໄດ້ພ້ອມກັນຈັດພິທີປິດງານການແຂ່ງຂັນຂຶ້ນຢ່າງເປັນທາງການ. ໃນນາມຕ່າງຫນ້າໃຫ້ແກ່ທາງຄະນະອຳນວຍການໂຮງຮຽນ, ສະມາຄົມພໍ່,ແມ່ນັກຮຽນ ຕະຫລອດຮອດບັນດາຄູ-ອາຈານ ແລະ ນ້ອງນັກຮຽນທັງຫມົດພາຍໃນໂຮງຮຽນ ມສ ຊຽງເງິນ ຂໍສະແດງຄວາມຍ້ອງຍໍ, ຊົມເຊີຍມາຍັງຄະນະຮັບຜິດຊອບການຈັດງານການແຂ່ງຂັນບໍ່ວ່າຈະເປັນຄະນະກຳມະການຈັດການແຂ່ງຂັນ, ກຳມະການຕັດສິນ, ກຳມະການໃຫ້ຄະແນນສີລະປະວັນນະຄະດີ, ຄູປະຈຳຫ້ອງ, ນັກກິລາຫ້ອງ ແລະ ນັກສີລະປະວັນນະຄະດີຂອງແຕ່ລະຫ້ອງທີ່ໄດ້ເອົາໃຈໃສ່ຝຶກຊ້ອມ, ປະຕິບັດຕາມໂມງ, ເວລາ ແລະ ກະຕິກາການແຂ່ງຂັນກິລາແຕ່ລະປະເພດ ພ້ອມທັງນຳນັກກິລາຫ້ອງຂອງຕົນເຂົ້າຮ່ວມການແຂ່ງຂັນທຸກລາຍການຈົນສຳເລັດ ແລະ ມີຫລາຍຫ້ອງທີ່ສາມາດຍາດເອົາອັນດັບທີດີມາສູ່ຫ້ອງຂອງຕົນ;
ອີກເທື່ອຫນຶ່ງ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທ່ານຜູ້ຊົມຜູ້ເຊຍທຸກພາກສ່ວນທີ່ເສຍສະຫລະດວລາ ມາຊົມ, ມາເຊຍ ແລະ ປະກອບສ່ວນ, ອຸປະຖຳ ແລະ ຊຸກຍູ້ ຊ່ວຍເຫລືອໂຮງຮຽນ, ຊ່ວຍເປັນກຳລັງໃຈແກ່ບັນດານ້ອງໆນັກກິລາ ແລະ ນັກສີລະປະວັນນະຄະດີພາຍໃນໂຮງຮຽນຂອງພວກເຮົາໃນຄັ້ງນີ້ ກໍຄືຕະຫລອດໃນໄລຍະທີ່ຜ່ານມາ ແລະ ຂໍໃຫ້ບັນດາທ່ານຈົ່ງສືບຕໍ່ສະຫນັບສະຫນູນຊ່ວຍເຫລືອໂຮງຮຽນຂອງພວກເຮົາໃນອະນາຄົດຕໍ່ໄປຕື່ມອີກ.
#ສຳລັບລາຍລະອຽດປະເພດການແຂ່ງຂັນໃນແຕ່ລະລາຍການແມ່ນ ຂໍໃຫ້ນ້ອງໆນັກຮຽນ ແຕ່ລະຫ້ອງ, ແຕ່ລະຊັ້ນ ອ່ານເບິ່ງເປັນແຕ່ລະລຳດັບລາຍການລຸ່ມນີ້:
1. ປະເພດບານເຕະ ຊາຍ ລຸ້ນ ມ ປາຍ
- ອັນດັບທີ 1 ຫ້ອງ ມ.7/2
-ອັນດັບທີ 2 ຫ້ອງ ມ 5/3
- ອັນດັບທີ 3 ຫ້ອງ ມ 6/1
- ອັນດັບທີ 4 ຫ້ອງ ມ7/3
2. ປະເພດບານເຕະ ຍິງ ລຸ້ນ ມ ປາຍ
- ອັນດັບທີ 1 ຫ້ອງ ມ7/2
- ອັນດັບທີ 2 ຫ້ອງ ມ 6/1
- ອັນດັບທີ 3 ຫ້ອງ ມ5/3
- ອັນດັບທີ 4 ຫ້ອງ ມ 6/4
3. ປະເພດບານ ເຕະ ຊາຍ ລຸ້ນ ມ ຕົ້ນ
- ອັນດັບທີ 1 ຫ້ອງ ມ4/1
- ອັນດັບທີ 2 ຫ້ອງ ມ 4/2
- ອັນດັບທີ 3 ຫ້ອງ ມ 3/2
- ອັນດັບທີ 4 ຫ້ອງ ມ 3/1
4. ປະເພດບານເຕະ ຍິງ ລຸ້ນ ມ ຕົ້ນ
- ອັນດັບທີ 1 ຫ້ອງ ມ 4/1
- ອັນດັບທີ 2 ຫ້ອງ ມ 2/2
-ອັນດັບທີ 3 ຫ້ອງ ມ 3/2
-ອັນດັບທີ 4 ຫ້ອງ ມ 1 /1
5. ປະເພດບານສົ່ງ ຊາຍ ລຸ້ນ ມ ປາຍ
-ອັນດັບທີ 1 ຫ້ອງ ມ 7/2
-ອັນດັບທີ 2 ຫ້ອງ ມ7/1
-ອັນດັບທີ 3 ຫ້ອງ ມ5/2
-ອັນດັບທີ 4 ຫ້ອງ ມ5/3
6. ປະເພດບານ ສົ່ງ ຍິງ
-ອັນດັບທີ 1 ຫ້ອງ ມ7/2
-ອັນດັບທີ່ 2 ຫ້ອງ ມ7/3
-ອັນດັບທີ 3 ຫ້ອງ ມ 6/2
-ອັນດັບທີ 4 ຫ້ອງ ມ 6/1
7. ປະເພດບານສົ່ງ ຊາຍ
- ອັນດັບທີ 1 ຫ້ອງ ມ4/2
-ອັນດັບທີ 2 ຫ້ອງ ມ2/1
-ອັນດັບທີ 3 ຫ້ອງ ມ 4/1
-ອັນດັບທີ 4 ຫ້ອງ ມ 2/3
8. ປະເພດບານສົ່ງ ຍິງ
-ອັນດັບທີ 1 ຫ້ອງ ມ4/1
- ອັນດັບທີ 2 ຫ້ອງ ມ 2/1
-ອັນດັບທີ 3 ຫ້ອງ ມ2/2
-ອັນດັບທີ 4 ຫ້ອງ ມ4/2
9. ປະເພດກະຕໍ້ ຊາຍ ລຸ້ນ ມ ປາຍ
-ອັນດັບທີ 1 ຫ້ອງ ມ6/1
-ອັນດັບທີ 2 ຫ້ອງ ມ5/1
-ອັນດັບທີ 3 ຫ້ອງ ມ.7/2
- ອັນດັບທີ 4 ຫ້ອງ ມ6/3
10. ປະເພດກະຕໍ້ ຍິງ ລຸ້ນ ມ ປາຍ
- ອັນດັບທີ 1 ຫ້ອງ ມ6/2
- ອັນດັບທີ 2 ຫ້ອງ ມ7/2
-ອັນດັບທີ 3 ຫ້ອງ ມ6/14
-ອັນດັບທີ່ 4 ຫ້ອງ ມ 5/4
11. ປະເພດ ກະຕໍ້ ຊາຍ ລຸ້ນ ມ ຕົ້ນ
-ອັນດັບທີ 1 ຫ້ອງ ມ 4/2
- ອັນດັບທີ 2 ຫ້ອງ ມ3/2
- ອັນດັບທີ 3 ຫ້ອງ ມ4/1
- ອັນດັບທີ 4 ຫ້ອງ ມ2/1
12. ປະເພດກະຕໍ້ ຍິງ ລຸ້ນ ມ ຕົ້ນ
- ອັນດັບທີ 1 ຫ້ອງ ມ2/2
- ອັນດັບທີ 2 ຫ້ອງ ມ3/1
- ອັນດັບທີ 3 ຫ້ອງ ມ2/3
- ອັນດັບທີ 4 ຫ້ອງ ມ3/2
13. ປະເພດແລ່ນ 100 ແມັດ ຊາຍ ລຸ້ນ ມ ປາຍ
- ອັນດັບທີ 1 ທ້າວ ໂຊກໄຊ ຫ້ອງ ມ6/1
- ອັນດັບທີ 2 ທ້າວ ບັນດິດ ຫ້ອງ ມ7/1
14. ປະເພດແລ່ນ 100 ແມັດ ຍິງ ລຸ້ນ ມ ປາຍ
- ອັນດັບທີ 1 ນາງ ລັດທິດາ ຫ້ອງ ມ6/2
- ອັນດັບທີ 2 ນາງ ສຸລາພອນ ຫ້ອງ ມ6/3
16. ປະເພດແລ່ນ 100 ແມັດ ຊາຍ ລຸ້ນ ມ ຕົ້ນ
- ອັນດັບທີ 1 ທ້າວ ພອນປະສິດ ຫ້ອງ ມ4/2
- ອັນດັບທີ 2 ທ້າວ ພິລາພົນ ຫ້ອງ ມ4/1
17. ປະເພດແລ່ນ 100 ແມັດ ຍິງ ລຸ້ນ ມ ຕົ້ນ
- ອັນດັບທີ 1 ນາງ ມິນ ຫ້ອງ ມ3/1
- ອັນດັບທີ 2 ນາງ ສຸໄພລິນ ຫ້ອງ ມ2/3
#ສຳລັບຜົນການແຂ່ງຂັນສິລະປະວັນນະຄະດີ ມີດັ່ງນີ້:
1. ລຸ້ນ ມ.ປາຍ:
- ອັນດັບທີ 1: ຫ້ອງ ມ7/3
- ອັນດັບທີ 2: ຫ້ອງ ມ 7/1
- ອັນດັບທີ 3: ຫ້ອງ ມ 6/4
2. ລຸ້ນ ມ.ຕົ້ນ:
- ອັນດັບທີ 1: ຫ້ອງ ມ4/1
- ອັນດັບທີ 2: ຫ້ອງ ມ3/1
- ອັນດັບທີ 3: ຫ້ອງ ມ 1/1
#ຫມາຍເຫດ: ຂໍປະຊາສຳພັນເຖິງບັນດາຄູ-ອາຈານ ແລະ ນ້ອງນັກຮຽນທຸກຄົນ ສຳລັບວັນຈັນອາທິດຫນ້າແມ່ນໃຫ້ມາຂຶ້ນຫ້ອງຮຽນດຳເນີນການຮຽນ-ການສອນເປັນປົກກະຕິ.
🙏🙏🙏ຂໍຂອບໃຈ🙏🙏🙏