01/09/2026
✨ບັນຍາກາດ Workshop “𝐘𝐨𝐮𝐭𝐡 𝐅𝐨𝐫 𝐒𝐃𝐆𝐬” ທີ່ຈັດຂຶ້ນໃນວັນຈັນ 🗓️ວັນທີ 𝟑𝟏/𝟎𝟖/𝟐𝟎𝟐𝟔 ທີ່ຜ່ານມາ, ທ່າມກາງບັນຍາກາດອັນອົບອຸ່ນ ແລະ ເປັນກັນເອງ ບັນດາຜູ້ເຂົ້າຮ່ວມໄດ້ທຳຄວາມຮູ້ຈັກກັນຜ່ານກິດຈະກຳ Ice-breaking ກ່ອນຈະເລີ່ມຕົ້ນຮຽນຮູ້ ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບເປົ້າໝາຍການພັດທະນາແບບຢືນຍົງ 🌍
ພາຍໃນກິດຈະກຳ ທຸກໆຄົນໄດ້ເປີດໃຈໂອ້ລົມ, ແລກປ່ຽນມຸມມອງ ແລະ ແຊຣ໌ປະສົບການກ່ຽວກັບ SDGs ທັງໃນຊີວິດປະຈຳວັນ ແລະ ສັງຄົມອ້ອມຕົວເຮົາ. ເຮັດໃຫ້ການສົນທະນາເຕັມໄປດ້ວຍຄວາມໝາຍ ແລະ ແຮງບັນດານໃຈ💡. ເຊິ່ງໃນນັ້ນວິທະຍາກອນຍັງໄດ້ຍົກຕົວຢ່າງສິ່ງໃກ້ຕົວທີ່ຊ່ວຍໃຫ້ທຸກຄົນໄດ້ເຂົ້າໃຈວ່າ SDGs ບໍ່ແມ່ນສິ່ງທີ່ໄກຕົວເຮົາ, ແຕ່ມັນກ່ຽວຂ້ອງກັບຊີວິດປະຈຳວັນ ແລະ ອະນາຄົດຂອງພວກເຮົາທຸກຄົນ🌍 🚀✨.
ບັນຍາກາດການສົນທະນາໂອບອວນໄປດ້ວຍຄຳຖາມ-ຄຳຕອບ ແລະ ໄອເດຍໃໝ່ໆ ພ້ອມທັງຮອຍຍິ້ມ, ສຽງຫົວ ແລະ ຄວາມຄິດສ້າງສັນ,... ປິດທ້າຍດ້ວຍການຖ່າຍຮູບລວມເພື່ອສະແດງໃຫ້ເຫັນເຖິງພະລັງຂອງເຍົາວະຊົນຄົນຮຸ່ນໃໝ່ທີ່ຈະເປັນແຮງຂັບເຄື່ອນສູ່ອະນາຄົດທີ່ຢືນຍົງ,...
----------------------------------
----------------------------------
ທີ່: ຫໍສະໝຸດແອັດມາຍລາຍແບຣຣີ
🏡 ສະຖານທີ່: ບ້ານອາໄພ, ຕິດກັບຮ້ານອາຫານ Jungala Lounge Bar, ນະຄອນຫຼວງພະບາງ
ເປີດ: ວັນຈັນ - ວັນພະຫັດ
⏰ເວລາ: 𝟖:𝟑𝟎 - 𝟏𝟐:𝟎𝟎 (ເຊົ້າ), 𝟏:𝟎𝟎 - 𝟗:𝟎𝟎 (ຄືນ),
ວັນສຸກ - ວັນເສົາ
⏰ເວລາ: 𝟖:𝟑𝟎 - 𝟏𝟐:𝟎𝟎 (ເຊົ້າ), 𝟏:𝟎𝟎 - 𝟒:𝟎𝟎 (ແລງ)