ໂຮງຮຽນ ສີວິໄລ ຫຼວງພະບາງ

ໂຮງຮຽນ ສີວິໄລ ຫຼວງພະບາງ

Share

ໂຮງຮຽນສີວິໄລ ມຸ້ງສ້າງຄວາມຮັບຜິດຊອບ ເນັ້ນຄຸນນະພາບ ສົ່ງເສີມຄຸນນະທຳ ກ້າວນຳຍຸກສະໄໝ

Photos from ໂຮງຮຽນ ສີວິໄລ ຫຼວງພະບາງ's post 28/04/2026

ໃນວັນທີ 20 ເມສາ 2026 ສະຖາບັນພັດທະນາການບໍລິຫານການສຶກສາຮ່ວມກັບ ສູນ SEAMEO RETRAC ຈັດກອງປະຊຸມຝຶກອົບຮົມການສ້າງຂີດຄວາມສາມາດດ້ານພາວະຜູ້ນຳ ແລະ ການຄຸ້ມຄອງການສຶກສາພື້ນຖານ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ລຳພູນ ຫຼວງໄຊ ແລະ ທ່ານ ນາງ LE THI THUY DUONG, ຜູ້ອຳນວຍການສູນ SEAMEO RETRAC ແລະ ຍັງມີວິທະຍາກອນ ມາຈາກ ສສ ຫວຽດນາມ ມີທ່ານ Dr. DO THI HOAI THU ແລະ ທ່ານ Dr. NGUYEN HOANG MINH THUAN.
ການຮ່ວມມືລະຫວ່າງ 2 ສະຖາບັນໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການພັດທະນາຄຸນນະພາບດ້ານການສຶກສາໃນລະດັບພາກພື້ນ.
ເພື່ອເພີ່ມທະວີທັກສະການບໍລິຫານໃຫ້ບຸກຄະລາກອນທາງການສຶກສາ ມີຄວາມເຂັ້ມແຂງ ແລະ ທັນສະໄໝ ໂດຍເນັ້ນ 4 ຫົວຂໍ້ສຳຄັນຄື:
1. ການຄຸ້ມຄອງຊັບພະຍາກອນມະນຸດ.
2. ການເປັນຜູ້ນຳແຫ່ງການປ່ຽນແປງ.
3. ການພັດທະນາວິຊາຊີບຄູ.
4. ການວັດ ແລະ ປະເມີນຜົນການຮຽນຂອງນັກຮຽນ.
ໂອກາດສຳຄັນນີ້, ທາງໂຮງຮຽນ ສີວິໄລຂອງເຮົາກໍ່ໄດ້ມີ ຜູ້ປະກອບການ ແລະ ອຳນວຍການໂຮງຮຽນ ໄດ້ເຂົ້າຮ່ວມຖອດຖອນບົດຮຽນໃນຄັ້ງນີ້ ເພື່ອນຳມາໝູນໃຊ້ເຂົ້າໃນການພັດທະນາໂຮງຮຽນ- ພັດທະນາການຮຽນການສອນ ໃຫ້ມີປະສິດທິຜົນດີທີ່ສຸດ.

================{{{{✓}}}}===============
🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

Photos from ໂຮງຮຽນ ສີວິໄລ ຫຼວງພະບາງ's post 24/04/2026

ໂຮງຮຽນ ສີວິໄລ ຫຼວງພະບາງ
#ສຳເລັດກອງປະຊຸມຝຶກອົບຮົມທີ່ນະຄອນຫຼວງວຽງຈັນ
ກອງປະຊຸມຝຶກອົບຮົມການສ້າງຂີດຄວາມສາມາດດ້ານພາວະຜູ້ນຳ ແລະ ການຄຸ້ມຄອງການສຶກສາຂັ້ນພື້ນຖານ.
CAPACITY BUILDING IN LEADERSHIP AND MANAGEMENT IN BASIC EDUCATION
ທີ່ສະຖາບັນພັດທະນາການບໍລິຫານການສຶກສາ, ນະຄອນຫຼວງວຽງຈັນ ວັນທີ 20-23 ເມສາ 2026

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

Photos from ໂຮງຮຽນ ສີວິໄລ ຫຼວງພະບາງ's post 22/04/2026

ໂຮງຮຽນ ສີວິໄລ ຫຼວງພະບາງ
💐ມື້ນີ້ເປັນມື້ທີ່ຖ່າຍຮູບໃຫ້ກັບນ້ອງໆນັກຮຽນຊັ້ນ ປໍ5 ຫຼັງຈາກທີ່ຕັ້ງໃຈຮ່ຳຮຽນມາຕະຫຼອດ 5 ປີເຕັມ.

📸ຂໍໃຫ້ມື້ຖ່າຍຮູບນີ້ ເປັນມື້ທີ່ມີແຕ່ຮອຍຍິ້ມ ແລະ ຄວາມຊົງຈຳທີ່ງົດງາມ. ຂໍໃຫ້ນ້ອງໆທຸກຄົນກ້າວໄປສູ່ຊັ້ນມັດທະຍົມດ້ວຍຄວາມໝັ້ນໃຈ, ຮຽນເກັ່ງໆ, ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນສິດທີ່ດີຂອງຄູອາຈານ. ໃບປະກາດສະນີຍະບັດໃບນີ້ ເປັນພຽງຈຸດເລີ່ມຕົ້ນຂອງຄວາມສຳເລັດທີ່ຍິ່ງໃຫຍ່ໃນອະນາຄົດ.

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

Photos from ໂຮງຮຽນ ສີວິໄລ ຫຼວງພະບາງ's post 20/04/2026

ໂຮງຮຽນ ສີວິໄລ ຫຼວງພະບາງ
#ຂອບໃຈທີມງານນົມໂອເມກ້າ_OMEGA🥰
🌼ສະບາຍດີຕອນເຊົ້າ ວັນທີ 20 ເມສາ 2026 ສະບາຍດີທີມງານນົມ Omega ຜູ້ໃຈດີ ແລະ ນ້ອງໆນັກຮຽນທີ່ໜ້າຮັກທຸກຄົນ ມື້ນີ້ໂຮງຮຽນ ສີວິໄລ 2 ຂອງພວກເຮົາມີຄວາມຄຶກຄັກເປັນພິເສດ ເພາະມີແຂກຄົນສຳຄັນມາຢ້ຽມຢາມ. ທາງທີມງານນົມໂອເມກ້າເພີ່ນບໍ່ໄດ້ມາລ້າໆ ແຕ່ຍັງຂົນເອົາທັງ ຄວາມຮູ້, ຄວາມມ່ວນຊື່ນ ແລະ ຂອງລາງວັນ ມາແຈກແບບຈັດເຕັມໃຫ້ກັບນ້ອງນັກຮຽນ
✨ ກິດຈະກຳໃນມື້ນີ້ ບໍ່ແມ່ນພຽງແຕ່ການມາຫຼິ້ນເກມເທົ່ານັ້ນ ແຕ່ແມ່ນການມາ ເຕີມພະລັງສະໝອງ ໃຫ້ກັບໄວໜຸ່ມຮຸ່ນໃໝ່.
🥛ນົມ Omega ບໍ່ໄດ້ມີແຕ່ຄວາມແຊບ ແຕ່ຍັງມາຊ່ວຍເສີມສ້າງໄອເດຍ ແລະ ຄວາມສະຫຼາດໃຫ້ກັບນ້ອງໆນັກຮຽນຂອງພວກເຮົາ ໃຫ້ກາຍເປັນເດັກທີ່ເກັ່ງ ແລະ ສົມບູນແບບ.
🙏 ທາງໂຮງຮຽນສີວິໄລຂອງພວກເຮົາ ຂໍຂອບໃຈມາຍັງທີມງານທຸກໆທ່ານຂໍຂອບໃຈມາຍັງທີມງານນົມ Omega ເປັນຢ່າງສູງ ທີ່ໄດ້ເລືອກໂຮງຮຽນຂອງພວກເຮົາໃຫ້ເປັນສ່ວນໜຶ່ງຂອງກິດຈະກຳດີໆແບບນີ້🥰
ຂອບໃຈທີ່ມອບໂອກາດ: ໃຫ້ເດັກນ້ອຍໄດ້ຮຽນຮູ້ຜ່ານການຫຼິ້ນ.
ຂອບໃຈທີ່ໃສ່ໃຈ:ເລື່ອງສຸຂະພາບ ແລະ ພັດທະນາການຂອງນ້ອງໆ.
ຂອບໃຈສຳລັບຂອງລາງວັນ: ທີ່ສ້າງຮອຍຍິ້ມ ແລະ ສຽງຫົວໃຫ້ກັບທຸກຄົນໃນມື້ນີ້.
✅ ປະໂຫຍດດື່ມ Omega ມື້ນີ້ ສະຫຼາດດີ ມີພະລັງຂໍໃຫ້ທີມງານ Omega ຈະເລີນຮຸ່ງເຮືອງ, ໄປແຈກຄວາມສຸກຢູ່ໃສກໍມີແຕ່ຮອຍຍິ້ມ ແລະ ສຽງຕົບມືຄືຢູ່ໂຮງຮຽນສີວິໄລ 2 ຂອງພວກເຮົາເດີ

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

12/04/2026

#ແຈ້ງພັກການຮຽນການສອນຂອງໂຮງຮຽນສີວິໄລ1_2
🎊ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ທາງໂຮງຮຽນຂອງພວອກເຮົາຈະໄດ້ພັກການຮຽນ-ການສອນ
ເລີ່ມພັກຕັ້ງແຕ່ວັນທີ 13 ຮອດ ວັນທີ 17 ເມສາ 2026
✅ວັນຈັນທີ 20 ເມສາແມ່ນເຂົ້າຮຽນເປັນປົກກະຕິ

Photos from ໂຮງຮຽນ ສີວິໄລ ຫຼວງພະບາງ's post 11/04/2026

ໂຮງຮຽນ ສີວິໄລ ຫຼວງພະບາງ
#ສະບາຍດີປີໃໝ່ລາວ_ພສ_2569🎊🇱🇦
🎉ສະບາຍດີປີໃໝ່ລາວ ໃນໂອກາດອັນເປັນສິລິມົງຄຸນນີ້ ທາງໂຮງຮຽນສີວິໄລຂອງພວກເຮົາໄດ້ຈັດກິດຈະກຳ ແລະ ຮ່ວມສະຫຼອງບຸນປີໃໝ່ລາວ ມີພະນັກງານຄູອາຈານ ແລະ ນ້ອງນັກຮຽນ ໂຮງຮຽນສີວິໄລ ທຸກຄົນ ມາຮ່ວມສ້າງຄວາມຊົງຈຳທີ່ງົດງາມນຳກັນ.
ມື້ນີ້ແມ່ນມື້ທີ່ພວກເຮົາຈະໄດ້ຮ່ວມກັນ ສົມມາຄາລະວະ ບຸນຄຸນຂອງຄູອາຈານ ຜູ້ທີ່ປຽບດັ່ງເຮືອຈ້າງທີ່ສົ່ງພວກເຮົາເຖິງຝັ່ງ, ພ້ອມທັງຮ່ວມກິດຈະກຳມ່ວນຊື່ນເພື່ອສ້າງຄວາມສາມັກຄີ. ຂໍໃຫ້ປີໃໝ່ນີ້ ນຳພາຄວາມສຸກ, ຄວາມສຳເລັດ ແລະ ຮອຍຍິ້ມມາສູ່ຄອບຄົວສີວິໄລຂອງພວກເຮົາທຸກໆຄົນ🥰❤️

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

09/04/2026

🇱🇦ແຈ້ງການລາຍການກິດຈະກຳເນື່ອງໃນໂອກາດປີໃໝ່ລາວ🇱🇦
ໂຮງຮຽນ ສີວິໄລ ຫຼວງພະບາງ ຂອງພວກເຮົາຈະໄດ້ຈັດງານຫຼີ້ນບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້ ໃນວັນທີ 10 ເມສາ 2026 ກົງກັບວັນສຸກ ທີ່ເດີນໂຮງຮຽນຂໍໃຫ້ພະນັກງານຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

03/04/2026

#ມູມມອງໃໝ່ຈາກຟາກຟ້າ_ມູມສູງຂອງໂຮງຮຽນສີວິໄລ1
#ໃນພິທີມອບຮັບໃບຍ້ອງຍໍ🎊🎊
🎇ການບິນໂດນຄັ້ງນີ້ແມ່ນຢາກຝາກຄວາມຊົງຈຳທີ່ສວຍງາມໄວ້ກັບ Facebook ມື້ແຫ່ງຄວາມສຳເລັດທີ່ສວຍງາມທີ່ສຸດ.
ເພາະຄວາມສຳເລັດບໍ່ໄດ້ມາດ້ວຍຄວາມບັງເອີນ.
ພາບມູມສູງນີ້ຄືຫຼັກຖານຂອງຄວາມພະຍາຍາມທີ່ພວກເຮົາຮ່ວມສ້າງນຳກັນ. ເບິ່ງລົງມາຈາກຟ້າ ຈຶ່ງເຫັນວ່າໂຮງຮຽນຂອງພວກເຮົາກວ້າງໃຫຍ່ ແລະ ອົບອຸ່ນຫຼາຍ.
ຍິນດີກັບຄູອາຈານ ແລະ ນ້ອງນັກຮຽນທຸກຄົນໃນມື້ພິທີມອບໃບຍ້ອງຍໍໃຫ້ກັບນ້ອງນັກຮຽນເກັ່ງ 3ຂັ້ນ, ຂັ້ນກຸ່ມ, ຂັ້ນນະຄອນ, ຂັ້ນແຂວງ ແລະ ມອບໃບຍ້ອງຍໍໃຫ້ກັບນ້ອງນັກຮຽນທີ່ຊະນະການປະກວດເດີນແບບ.💝

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

Photos from ໂຮງຮຽນ ສີວິໄລ ຫຼວງພະບາງ's post 26/03/2026

#ຂໍກຳລັງໃຈຄົນລະດວງ❤️ ໃຫ້ກັບນັກກິລາຕົວນ້ອຍເຮົາແດ່❤️
⚽ການແຂ່ງຂັນເຕະບານຊັ້ນປະຖົມ ບໍ່ໄດ້ວັດກັນທີ່ຈຳນວນປະຕູທີ່ຍິງໄດ້, ແຕ່ວັດກັນທີ່ ຮອຍຍິ້ມ ແລະ ຄາບຂີ້ຝຸ່ນ ທີ່ຕິດຢູ່ເສື້ອຂອງເດັກນ້ອຍທຸກຄົນ.

✅ເມື່ອນັກຮຽນມີຄວາມສຸກໃນການຮຽນ, ນ້ອງໆຈະມີກຳລັງໃຈ, ມີຄວາມຄິດສ້າງສັນ ແລະ ຢາກພັດທະນາຕົນເອງ. ຄວາມສຸກນີ້ບໍ່ໄດ້ໝາຍເຖິງການຫຼິ້ນສະໜຸກສະໜານຢ່າງດຽວ, ແຕ່ແມ່ນ ຄວາມພູມໃຈໃນຄວາມສຳເລັດ ແລະ ການຖືກຍອມຮັບ.
#ຄວາມສຸກຂອງຄູອາຈານ
ສຳລັບຄູແລ້ວ, ບໍ່ມີລາງວັນໃດຈະຍິ່ງໃຫຍ່ໄປກວ່າການໄດ້ເຫັນລູກສິດ:ເຂົ້າໃຈບົດຮຽນ: ເຫັນແວວຕາທີ່ເປັນປະກາຍເວລາ "ອໍ້! ເຂົ້າໃຈແລ້ວ".
ມີລະບຽບວິໄນ: ການສອນຈະງ່າຍຂຶ້ນ ແລະ ມີຄວາມໝາຍເມື່ອນັກຮຽນໃຫ້ຄວາມຮ່ວມມື.
ປະສົບຜົນສຳເລັດ: ເມື່ອເຫັນລູກສິດເຕີບໃຫຍ່ເປັນຄົນດີ, ຄູກໍຮູ້ສຶກວ່າພາລະກິດຂອງຕົນເອງບັນລຸເປົ້າໝາຍ.

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

19/03/2026

🎤ໂ ຮ ງ ຮ ຽ ນ ສີ ວິ ໄລ🎤
#ບົດຂັບທຸ້ມຈາກນ້ອງນ້ອຍນັກຮຽນໂຮງຮຽນສີວິໄລທີ່ສະແດງໃນມື້ມອບໃບຍ້ອງຍໍນັກຮຽນເກັ່ງປະຈຳສົກຮຽນ2025_2026🥁

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

Photos from ໂຮງຮຽນ ສີວິໄລ ຫຼວງພະບາງ's post 18/03/2026

❤️🥰ຂໍສະແດງຄວາມຍິນດີນຳນ້ອງໆທຸກຄົນເດີ້ ນີ້ແມ່ນຜົນສຳເລັດທີ່ໜ້າພາກພູມໃຈຫຼາຍຂອງໂຮງຮຽນ ສີວິໄລ
ຂໍສະແດງຄວາມຍິນດີຢ່າງຍິ່ງກັບ ນ້ອງໆທີ່ເປັນຕົວແທນຈາກໂຮງຮຽນຂອງພວກເຮົາ ທີ່ສາມາດຄວ້າ ລາງວັນຊະນະເລີດ ໃນການປະກວດເດີນແບບ MISS & MISTER MODEL LUANGPRABANG ປະຈຳປີ 2026.
🥰ດ້ວຍຄວາມສາມາດ, ຄວາມໝັ້ນໃຈ ແລະ ບຸກຄະລິກກະພາບທີ່ໂດດເດັ່ນ, ນ້ອງໄດ້ສ້າງຊື່ສຽງ ແລະ ຮອຍຍິ້ມໃຫ້ກັບຄູ-ອາຈານ ແລະ ໝູ່ເພື່ອນທຸກຄົນ. ຂໍໃຫ້ຮັກສາຄວາມເກັ່ງ ແລະ ພັດທະນາຕົນເອງຕໍ່ໆໄປໃຫ້ກາຍເປັນດາວທີ່ຮຸ່ງເຮືອງໃນອະນາຄົດ🥰

🏫ໂຮງຮຽນ ສີວິໄລ1 ຢູ່ຕັ້ງຢູ່ບ້ານ ນາຫຼວງ(ຮ່ອມ08) ແລະບ້ານ ວຽງໃໝ່ ສາຂາ2, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ📍
- ທາງໂຮງຮຽນຂອງເຮົາເປີດຮັບນັກຮຽນ ຕັ້ງແຕ່ ຊັ້ນລ້ຽງເດັກ- ອະນຸບານ - ປະຖົມສົມບູນ✅
- ຮັບຕັ້ງແຕ່ເດັກອາຍຸເລີ່ມຕົ້ນ 1 ປີ 2 ເດືອນຂື້ນໄປ.
➡️ສົນໃຈສາມາດພົວພັນ ຫ້ອງການໂຮງຮຽນ ສີວິໄລ1
☎️ເບີໂທຕິດຕໍ່: 0305142222
🥰ພວກເຮົາຍິນດີຕ້ອນຮັບໃຫ້ບໍລິການທ່ານ🙏🏼

Want your school to be the top-listed School/college in Luang Prabang?

Click here to claim your Sponsored Listing.

Location

Category

Telephone

Website

Address


Ban Naluang
Luang Prabang
06000

Opening Hours

Monday 07:30 - 16:30
Tuesday 07:30 - 16:30
Wednesday 07:30 - 16:30
Thursday 07:30 - 16:30
Friday 07:30 - 16:30