20/08/2026
#ສະຫຼຸບການກໍ່ສ້າງວິຊາການຫຼັກສູດຊັ້ນສູງ_ກະສິກຳ_ແລະ_ປ່າໄມ້_ເຂດເນີນສູງລະບົບກໍ່ສ້າງ_ຮຸ່ນທີ_14_ສົກປີ_2025-2026
-------------------------------------
ໃນວັນທີ 20 ສິງຫາ 2026 ຢູ່ທີ່ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີສະຫຼຸບການກໍ່ສ້າງວິຊາການຫຼັກສູດຊັ້ນສູງ ກະສິກຳ ແລະ ປ່າໄມ້ ເຂດເນີນສູງ ລະບົບຕໍ່ເນື່ອງ ຮຸ່ນທີ 13 ແລະ ລະບົບຊັ້ງສູງ ຮຸ່ນທີ 14 ສົກຮຽນປີ 2025-2026 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ອຸ່ນເຮືອນ ໄຊຍະຈັກ ເລຂາຄະນະພັກຮາກຖານ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກ ເໜືອ, ມີຄະນະອໍານວຍການ, ມີຫົວໜ້າພະແນກ, ຫົວໜ້າພາກວິຊາ ພ້ອມດ້ວຍ ພະນັກງານຄູອາຈານ ແລະ ນັກສຶກສາ ປີທີ 3 ຮຸ່ນທີ 14 ແລະ ນັກສຶກສາລະບົບຕໍ່ເນື່ອງ ຮຸ່ນທີ 13 ເຂົ້າຮ່ວມ. ໃນພິທີ ທ່ານ ປອ ຈັນມະນີ ສຸພັນນະວົງ ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ວ່າດ້ວຍການອະນຸມັດ ຈັດພິທີສະຫຼຸບການກໍ່ສ້າງວິຊາການຫຼັກສູດຊັ້ນສູງ ກະສິກຳ ແລະ ປ່າໄມ້ ເຂດເນີນສູງ ສົກປີ 2025-2026, ຈາກນັ້ນ ທ່ານ ນາງ ຈັນທະພອນ ພົງດາລາ ຮັກສາການແທນຫົວໜ້າພະແນກພັດທະນາວິຊາການ ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງວິຊາການຫຼັກສູດກະສິກຳ ແລະ ປ່າໄມ້ ເຂດເນີນສູງ ລະບົບກໍ່ສ້າງ ຮຸ່ນທີ 14 ແລະ ລະບົບຕໍ່ເນື່ອງຮຸ່ນທີ 13 ວ່າ: ນັກສຶກສາຮຸ່ນນີ້ເປັນນັກສຶກສາທີ່ມາຈາກຫຼາຍແຂວງ ລາຍທ້ອງຖິ່ນ ມີຫຼາຍຊົນເຜົ່າ ແລະ ລະດັບຄວາມຮູ້ທີ່ແຕກຕ່າງກັນ, ໄດ້ເຂົ້າມາສຶກສາຢູ່ທີ່ວິທະຍາໄລໃນສົກປີ 2024-2026, ຊຶ່ງມີນັກສຶກສາລະບົບກໍ່ສ້າງທັງໝົດ 18 ຄົນ, ຍິງ 1 ຄົນ ແລະ ລະບົບຕໍ່ເນື່ອງມີ 7ຄົນ, ຍິງ 1 ຄົນ, ໃນນີ້ມີນັກສຶກສາ ພາກວິຊາລ້ຽງສັດ ແລະ ປະມົງ 14 ຄົນ, ຍິງ 1 ຄົນ, ພາກວິຊາປູກຝັງ 4 ຄົນ, ຍິງ 0 ຄົນ, ລະບົບຕໍ່ເນື່ອງຮຸ່ນທີ 13 ມີຈໍານວນ 7 ຄົນ, ຍິງ 1 ຄົນ, ຕໍ່ເນື່ອງພາກວິຊາລ້ຽງສັດ ແລະ ປະມົງ ມີ 5 ຄົນ, ຍິງ 1 ຄົນ, ພາກວິຊາປູກຝັງ 2 ຄົນ, ຍິງ 0 ຄົນ ແລະ ຕໍ່ເນື່ອງພາກວິຊາ ປ່າໄມ້ 1 ຄົນ, ຍິງ 1 ຄົນ ໃນການສຶກສາທັງໝົດໃນລະບົບກໍ່ສ້າງທັງໝົດ 3 ປີ, ມີ 6 ພາກຮຽນ, ມີ 113 ໜ່ວຍກິດ, ໃນ 4 ສາຂາວິຊາ ຄື: ສາຂາວິຊາປູກຝັງ, ສາຂາວິຊາລ້ຽງສັດ ແລະ ການປະມົງ, ສາຂາວິຊາທຸລະກິດກະສິກໍາ ແລະ ສາຂາວິຊາປ່າໄມ້; ລະບົບຕໍ່ເນື່ອງ 1.5 ປິ ໃນໜຶ່ງເດືອນຮຽນ 9 ວັນ ເລີ່ມ ວັນເສົາ-ວັນທິດ ລວມທັງໝົດ 55 ໜ່ວຍກິດ ຕະຫຼອດໄລຍະທີ່ຜ່ານມາ ນັກສຶກສາ ໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ຜ່ານການສອບເສັງແຕ່ລະວິຊາ ແລະ ລົງຝຶກງານ ຈຶ່ງສາມາດປ້ອງກັນບົດຈົບຊັ້ນຕາມຫຼັກສູດການຮຽນ-ການສອນ ຢ່າງຄົບຖ້ວນ. ຜ່ານການຈັດຕັ້ງການປ້ອງກັນບົດຕົວຈິງ ຜົນໄດ້ຮັບ ຄື ໄດ້ເກຼດ A ມີ 3 ຄົນ, ຍິງ 1 ຄົນ ເທົ່າກັບ 12%. ນອກຈາກການຮຽນໃນຫ້ອງຮຽນແລ້ວ ນັກສຶກສາກໍຍັງໄດ້ປະກອບສ່ວນໃນວຽກງານນອກຫຼັກສູດຕື່ມອີກ. ຈາກຜົນງານດັ່ງກ່າວຈຶ່ງໄດ້ມີການຍ້ອງຍໍ ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ແກ້ຜູ້ທີ່ມີຜົນງານດີເດັ່ນ ຈໍານວນ 4 ປະເພດຄື: ດີເດັ່ນດ້ານການອອກແຮງງານ 18 ຄົນ, ຍິງ 1 ຄົນ; ເດັ່ນການປະກອບສ່ວນອາສາສະໝັກຈັດລາຍການໂທລະໂຄ່ງ, ຖ່າຍຮູບ, ເກັບຂ່າວ-ຂຽນຂ່າວ ພາຍໃນວິທະຍາໄລ 3 ຄົນ, ຍິງ 0 ຄົນ; ເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານປ້ອງກັນ 8 ຄົນ, ຍິງ 0 ຄົນ; ເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານກິລາ 4 ຄົນ, ຍິງ 0 ຄົນ, ຫຼັງຈາກນັ້ນ ທ່ານ ອຸ່ນເຮືອນ ໄຊຍະຈັກ ອຳນວຍການວິທະຍາໄລ ກໍໄດ້ມອບໃບປະກາສະນິຍະບັດ ໃຫ້ແກ່ນັກສຶກສາທີ່ສໍາເລັດການສຶກສາໃນຄັ້ງນີ້ ພ້ອມທັງມີຄໍາເຫັນໂອ້ລົມ ເຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍບັນດາຄູ-ອາຈານ ທີ່ໄດ້ເອົາໃຈໃສ່ ຕັ້ງໜ້າສິດສອນ ຖ່າຍທອດຄວາມຮູ້-ປະສົບການ ແລະ ນັກສຶກສາທີ່ໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ ພ້ອມທັງຜົນງານທີ່ດີເດັ່ນຫຼາຍດ້ານໃນໄລຍະ 3 ປີ, ທ່ານຍັງໄດ້ເນັ້ນໃຫ້ບັນດາຄູ-ອາຈານ ຈົ່ງສືບຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະການກໍ່ສ້າງບຸກຄະລາກອນທາງດ້ານການກະສິກຳ ແລະ ປ່າໄມ້ ພ້ອມທັງ ປັບປຸງຫຼັກສູດການຮຽນ-ການສອນໃຫ້ສອດຄ່ອງກັບຕະຫຼາດແຮງງານ, ພ້ອມທັງຍົກສູງຄຸນນະພາບຂອງການສຶກສາໃຫ້ນັບມື້ນັບດີຂຶ້ນ, ໃນຕອນທ້າຍ ທ່ານໄດ້ຮຽກຮ້ອງໃຫ້ນັກສຶກສາ ທີ່ສຳເລັດການສຶກສາຄັ້ງນີ້ ກຽມຕົວເພື່ອເຂົ້າສູ່ຕະຫຼາດແຮງງານໃນການປະກອບອາຊີບວຽກເຮັດງານທໍາ ແລະ ນໍາເອົາຄວາມຮູ້-ປະສົບການ ທີ່ໄດ້ຮຽນມານັ້ນໄປໝູນໃຊ້ໃນການປະຕິບັດວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.
꒷꒦꒷꒦꒷꒦꒷꒦꒷꒦꒷꒷꒦꒷꒦꒷꒦
ພາບ ມະນີຈັນ ສີບົວຄໍາ, ສີສະຫວາດ ພັນທຸວົງ
ຂ່າວ ມະນີຈັນ ສີບົວຄໍາ
#ຂໍ້ມູນຕິດຕໍ່ໄດ້ທີ່👇👇
☎️ #ໂທ: 𝟎𝟕𝟏 𝟐𝟏𝟗 𝟎𝟑𝟔
#𝐟𝐚𝐜𝐞𝐛𝐨𝐨𝐤:
https://www.facebook.com/NAFCluangprabang &
https://www.facebook.com/NAFCLaos
📧 𝐧𝐚𝐟𝐜.𝐥𝐮𝐚𝐧𝐠𝐩𝐫𝐚𝐛𝐚𝐧𝐠@𝐠𝐦𝐚𝐢𝐥.𝐜𝐨𝐦
🌎 https://nafclao.wordpress.com
▶️ 𝐘𝐨𝐮𝐓𝐮𝐛𝐞: https://www.youtube.com/-luangprabang
♪ https://www.tiktok.com/.org ดูน้อยลง ดูน้อยลง ดูน้อยลง ดูน้อยลง ดูน้อยลง