13/08/2026
#ຮຽນຟຣີພ້ອມມີເບ້ຍລ້ຽງ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ເປີດຮັບສະໝັກນັກຮຽນວິຊາຊີບໄລຍະສັ້ນ ສະໝັກໄດ້ຈົນເຖິງວັນທີ 25 ກັນຍາ 2026
ໂອກາດດີໆ ສຳລັບນ້ອງໆ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ເປີດຮັບນັກຮຽນວິຊາຊີບໄລຍະສັ້ນ ຮຽນຟຣີ ມີເບ້ຍລ້ຽງ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ເປີດຮັບນັກຮຽນວິຊາຊີບໄລຍະສັ້ນ ໂດຍເນັ້ນຜູ້ທີ່ຂາດໂອກາດ ຫຼື ມາຈາກເຂດຫ່າງໄກ.
✅ຮຽນຫຍັງ?
ມີ 2 ສາຂາໃຫ້ເລືອກ:
ການເຮັດເຂົ້າໜົມອົບ (Bakery) ໄລຍະ 4 ເດືອນ, 25 ຄົນ
ພະນັກງານເສີບ ໄລຍະ 3 ເດືອນ, 25 ຄົນ
*ສິດທີ່ຈະໄດ້ຮັບ
- ຮຽນຟຣີ
- ເບ້ຍລ້ຽງ 1,200,000 ກີບ/ເດືອນ ຕະຫຼອດ 5 ເດືອນ
- ທີ່ພັກຟຣີ + ເງິນຊື້ເຄື່ອງນອນ 1,000,000 ກີບ
- ຊ່ວຍຄ່າເດີນທາງໄປ 600,000 ກີບ ແລະ ກັບ 600,000 ກີບ
- ໄດ້ຊຸດຮຽນຟຣີ
- ປະກັນໄພສຸຂະພາບຟຣີ
- ຮຽນຈົບມີການຊ່ວຍຫາວຽກ
📌ໃຜສາມາດສະໝັກ?
- ອາຍຸ 15–35 ປີ
- ຈົບຢ່າງໜ້ອຍ ປ.5
- ເນັ້ນຜູ້ມາຈາກເຂດຫ່າງໄກ/ຊົນເຜົ່າ ແລະ ຜູ້ຂາດທຶນຊັບ ລວມເຖິງເດັກກຳພ້າ ແລະ ຜູ້ທີ່ເຄີຍພົບຄວາມຫຍຸ້ງຍາກ
*ເອກະສານ
- ໃບສະໝັກ + ໃບຈົບ ປ.5 + ສຳມະໂນຄົວ + ໃບຢັ້ງຢືນຄອບຄົວ/ທີ່ຢູ່ + ຮູບ 3x4 ຈຳນວນ 4 ໃບ
* ກຳນົດສະໝັກຕັ້ງແຕ່ວັນນີ້ຈົນຮອດ ວັນທີ 25 ກັນຍາ 2026
📍ສະຖານທີ່: ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ, ບ້ານດອຍ, ນະຄອນຫຼວງພະບາງ
———
©️ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ