Namtha Aa-Saa Our page focuses on environmental conservation efforts, tackling single-use plastic pollution, and highlighting the beauty of our local culture.

We share educational content, community projects, and cultural promotions

As our time in the    comes to a close, our mission to protect the environment and inspire action is far from over.This ...
23/09/2026

As our time in the comes to a close, our mission to protect the environment and inspire action is far from over.
This program taught us a vital lesson: Plastic Free July isn't just about reducing waste for a single month—it is about driving long-term behavior change so that avoiding single-use plastics becomes second nature.
Throughout this experience, learning alongside fellow participants has been incredibly inspiring. Seeing their brilliant ideas for waste management and environmental conservation emphasized how deeply our ecosystem's health is connected to human health—a true perspective.
Bringing together individuals who share the same passion allowed us to explore practical approaches to tackling plastic pollution. Most importantly, we learned how to build sustainable, lasting solutions grounded in the circular economy.
A huge thank you to the Plastic Free July team for organizing this amazing fellowship and empowering environmental leaders around the world. I highly recommend this program to anyone passionate about making a real, lasting impact on our planet.
The fellowship may be ending, but our collective journey toward a cleaner, plastic-free future is just beginning.

Namtha Aa-Saa

[𝗘𝗻𝗴𝗹𝗶𝘀𝗵 𝗕𝗲𝗹𝗼𝘄]ວັນທີ 18 ກັນຍາ ຂອງທຸກໆປີຄື ວັນໄມ້ໄຜ່ໂລກ!ໄມ້ໄຜ່ ບໍ່ພຽງແຕ່ມີປະໂຫຍດຕໍ່ສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງສະທ້ອນເຖິງ...
19/09/2026

[𝗘𝗻𝗴𝗹𝗶𝘀𝗵 𝗕𝗲𝗹𝗼𝘄]

ວັນທີ 18 ກັນຍາ ຂອງທຸກໆປີຄື ວັນໄມ້ໄຜ່ໂລກ!
ໄມ້ໄຜ່ ບໍ່ພຽງແຕ່ມີປະໂຫຍດຕໍ່ສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງສະທ້ອນເຖິງ ທົນທານ ໃນການລົ້ມ ແລ້ວ ລຸກ ຂອງມະນຸດ ອີກດ້ວຍ.
ໃນລະຫວ່າງລົງວຽກສະໜາມ ທີ່ຫຼວງນ້ຳທາ, ພວກເຮົາມີໂອກາດໄດ້ພົບກັບ ຊ່າງຫັດຖະກຳພື້ນບ້ານຜູ້ໜຶ່ງ ທີ່ມີຄວາມສາມາດສູງຫຼາຍ. ເຖິງວ່າເພິ່ນຈະເປັນຜູ້ພິການທາງດ້ານຮ່າງກາຍ (ບໍ່ສາມາດຍ່າງໄດ້), ແຕ່ເພິ່ນກໍສາມາດສ້າງສັນ ການຈັກສານຈາກໄມ້ໄຜ່ ໄດ້ຢ່າງງົດງາມ ແລະ ມີຄຸນນະພາບຫຼາຍ.
ຫຼາຍຄົນອາດຈະສົງໄສວ່າ "ເພິ່ນໄປເອົາໄມ້ໄຜ່ມາແຕ່ໃສ?"
💡ຄຳຕອບຄື: ພໍ່ຂອງເພິ່ນ ຈະເປັນຜູ້ເຂົ້າປ່າໄປຕັດ ແລະ ແບກໄມ້ໄຜ່ກັບມາເຮືອນໃຫ້ ເພື່ອໃຫ້ລູກຊາຍໄດ້ເຮັດຈັກສານ. 🌾💪
ຄວາມຮັກ ແລະ ການຊ່ວຍເຫຼືອກັນຂອງສອງພໍ່ລູກນີ້ ຄືຕົວຢ່າງທີ່ຊັດເຈນຂອງ ຫຼັກການ GEDSI (ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄົນພິການ ແລະ ການມີສ່ວນຮ່ວມຂອງທຸກຄົນ) ທີ່ອົງການ ໃຫ້ຄວາມສໍາຄັນ.
ເລື່ອງນີ້ເປັນບົດຮຽນ ແລະ ແຮງບັນດານໃຈໃຫ້ເຮົາເຫັນວ່າ: "ຢ່າຟ້າວຍອມແພ້ໃນໂຊກຊະຕາ". ການທີ່ເຮົາເຮັດບາງຢ່າງບໍ່ໄດ້ (ເຊັ່ນ: ການຍ່າງເຂົ້າປ່າ) ບໍ່ໄດ້ໝາຍຄວາມວ່າ ເຮົາຈະເຮັດສິ່ງອື່ນໃຫ້ສໍາເລັດບໍ່ໄດ້. ດ້ວຍຄວາມຮັກຈາກຄອບຄົວ ແລະ ການສະໜັບສະໜູນຈາກຊຸມຊົນ, ທຸກຄົນມີຄຸນຄ່າ ແລະ ສາມາດປະກອບສ່ວນໃຫ້ກັບສັງຄົມໄດ້ສະເໝີ.
ຂໍໃຫ້ທຸກຄົນເຊື່ອໝັ້ນໃນຕົນເອງ, ບໍ່ຍອມແພ້, ແລະ ພ້ອມກັນ "ກ້າວໄປຂ້າງໜ້າ ໂດຍບໍ່ຖິ້ມໃຜໄວ້ຂ້າງຫຼັງ"! 💚

--------
𝗜𝗻𝗰𝗹𝘂𝘀𝗶𝗼𝗻 𝗦𝘁𝗮𝗿𝘁𝘀 𝗮𝘁 𝗛𝗼𝗺𝗲
World Bamboo Day (September 18) is not just about environmental protection—it is about human resilience. 🎍✨
During our fieldwork in Luang Namtha, we met a talented craftsman with a mobility disability who creates incredible bamboo handcrafts. Every day, his father ventures into the forest to harvest bamboo and bring it home for him to weave.
This partnership embodies (Gender Equality, Disability, and Social Inclusion) in action. It proves that physical limitations do not define your ability to achieve greatness. With family and community support, everyone brings value to our world.
Believe in your potential and never give up. Inclusion means leaving no one behind! 💚
#ວັນໄມ້ໄຜ່ໂລກ #ຫຼວງນ້ຳທາ #ຄວາມສະເໝີພາບ #ບໍ່ຖິ້ມໃຜໄວ້ຂ້າງຫຼັງ

𝐇𝐚𝐩𝐩𝐲 𝐖𝐨𝐫𝐥𝐝 𝐁𝐚𝐦𝐛𝐨𝐨 𝐃𝐚𝐲! 𝐒𝐞𝐩 𝟏𝟖[𝗘𝗻𝗴𝗹𝗶𝘀𝗵 𝗯𝗲𝗹𝗼𝘄]ວັນທີ 18 ເດືອນກັນຍາ ຂອງທຸກໆປີ ຄື  #ວັນໄມ້ໄຜ່ໂລກ! 🎍✨ຢູ່ປະເທດລາວເຮົາ, ໄມ້ໄຜ່ແ...
18/09/2026

𝐇𝐚𝐩𝐩𝐲 𝐖𝐨𝐫𝐥𝐝 𝐁𝐚𝐦𝐛𝐨𝐨 𝐃𝐚𝐲! 𝐒𝐞𝐩 𝟏𝟖
[𝗘𝗻𝗴𝗹𝗶𝘀𝗵 𝗯𝗲𝗹𝗼𝘄]
ວັນທີ 18 ເດືອນກັນຍາ ຂອງທຸກໆປີ ຄື #ວັນໄມ້ໄຜ່ໂລກ! 🎍✨
ຢູ່ປະເທດລາວເຮົາ, ໄມ້ໄຜ່ແມ່ນຜູກພັນກັບວິຖີຊີວິດປະຈຳວັນມາຍາວນານ. ບໍ່ວ່າຈະເປັນໜໍ່ໄຜ່ທີ່ເຮົາກິນໃນອາຫານແຕ່ລະຄາບ, ເຄື່ອງຈັກສານ, ເຄື່ອງໃຊ້ໃນເຮືອນ, ຫຼື ການປູກສ້າງຕ່າງໆ.

⁉️ແຕ່ທ່ານຮູ້ບໍ່ວ່າ... ໄມ້ໄຜ່ຍັງມີຄຸນປະໂຫຍດອັນມະຫາສານຕໍ່ກັບສິ່ງແວດລ້ອມຂອງໂລກເຮົາອີກດ້ວຍ?
ມື້ນີ້ #ນ້ຳທາອາສາ ຈະພາທຸກທ່ານມາຮຽນຮູ້ຄຸນປະໂຫຍດຂອງໄມ້ໄຜ່ ທີ່ເປັນຫຼາຍກວ່າເຄື່ອງໃຊ້ໃນເຮືອນ:
🌿 ຫຼຸດຜ່ອນໂລກຮ້ອນ: ໄມ້ໄຜ່ດູດຊຶມຄາບອນໄດ້ເຖິງ 12 ຕັນ/ເຮັກຕາ/ປີ ແລະ ປ່ອຍອົກຊີແຊນໄດ້ຫຼາຍກວ່າຕົ້ນໄມ້ທົ່ວໄປເຖິງ 35%.
🌊 ປ້ອງກັນໄພພິບັດ: ລະບົບຮາກທີ່ແໜ້ນໜາຊ່ວຍຍຶດເກາະດິນໄດ້ດີ, ປ້ອງກັນດິນເຈື່ອນ ແລະ ນ້ຳຖ້ວມເຊາະຝັ່ງ (FAO).
🌱 ຟື້ນຟູທຳມະຊາດ: ຊ່ວຍຟື້ນຟູດິນເສື່ອມໂຊມໃຫ້ກັບມາອຸດົມສົມບູນ ແລະ ສ້າງອາຊີບທີ່ຍືນຍົງໃຫ້ຊຸມຊົນ (IUCN & INBAR).
ເນື່ອງໃນໂອກາດ ວັນໄມ້ໄຜ່ໂລກ, ພວກເຮົາມາຮ່ວມສະຫຼອງ ແລະ ເຫັນຄຸນຄ່າຂອງໄມ້ໄຜ່—ພືດທຳມະຊາດທີ່ລ້ຽງຊີວິດ, ສ້າງວັດທະນະທຳ, ແລະ ປົກປ້ອງໂລກຂອງເຮົາ! 💚

-------
September 18th is World Bamboo Day! 🎍✨
In , bamboo is deeply woven into our daily lives. From delicious bamboo shoots on our dinner tables to handwoven tools, crafts, and homes, bamboo has supported our communities for generations.

⁉️But did you know this humble plant is also a powerful environmental protector?
Today, Namtha A-Sa invites you to explore the amazing ecological benefits of bamboo beyond our homes:
🌿 Climate Action: Bamboo absorbs up to 12 tons of carbon dioxide per hectare each year and releases 35% more oxygen than standard trees.
🌊 Disaster Protection: Its strong root system holds topsoil tightly, preventing soil erosion, riverbank collapse, and landslides (FAO).
🌱 Ecosystem Restoration: It rapidly restores degraded land while creating sustainable livelihoods for rural communities (IUCN & INBAR).

This World Bamboo Day, let’s celebrate the incredible plant that feeds our families, shapes our culture, and protects our environment! 💚

𝗖𝗢𝗠𝗠𝗨𝗡𝗜𝗧𝗬 𝗥𝗘𝗟𝗜𝗘𝗙 𝗗𝗜𝗦𝗧𝗥𝗜𝗕𝗨𝗧𝗜𝗢𝗡 𝗥𝗘𝗣𝗢𝗥𝗧: 𝗙𝗟𝗢𝗢𝗗 𝗥𝗘𝗦𝗣𝗢𝗡𝗦𝗘 𝗜𝗡 𝗡𝗔𝗠𝗗𝗘𝗘 𝗩𝗜𝗟𝗟𝗔𝗚𝗘 [𝙴𝚗𝚐𝚕𝚒𝚜𝚑 𝚋𝚎𝚕𝚘𝚠]ທີມງານ ນໍ້າທາອາສາ ຂໍສະແດງຄວາມຂອບໃຈ...
18/09/2026

𝗖𝗢𝗠𝗠𝗨𝗡𝗜𝗧𝗬 𝗥𝗘𝗟𝗜𝗘𝗙 𝗗𝗜𝗦𝗧𝗥𝗜𝗕𝗨𝗧𝗜𝗢𝗡 𝗥𝗘𝗣𝗢𝗥𝗧: 𝗙𝗟𝗢𝗢𝗗 𝗥𝗘𝗦𝗣𝗢𝗡𝗦𝗘 𝗜𝗡 𝗡𝗔𝗠𝗗𝗘𝗘 𝗩𝗜𝗟𝗟𝗔𝗚𝗘
[𝙴𝚗𝚐𝚕𝚒𝚜𝚑 𝚋𝚎𝚕𝚘𝚠]

ທີມງານ ນໍ້າທາອາສາ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທຸກພາກສ່ວນ, ຜູ້ບໍລິຈາກ ແລະ ມິດສະຫາຍ ທຸກໆທ່ານ ທີ່ໄດ້ຮ່ວມກັນແບ່ງປັນ, ບໍລິຈາກເຄື່ອງນຸ່ງຫົ່ມ ແລະ ສົມທົບທຶນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ. ໃນວັນທີ 28 ສິງຫາ 2026, ທີມງານໄດ້ລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອ ແລະ ທຶນບັນເທົາທຸກ ຢູ່ ບ້ານນໍ້າດີ ເພື່ອຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການນໍ້າໄຫຼຫຼາກ ໃນວັນທີ 11 ສິງຫາ 2026.

ພວກເຮົາຂໍຖືໂອກາດນີ້ ແບ່ງປັນສະພາບ ແລະ ເຫດການໃນພື້ນທີ່ ໃນຊ່ວງໄລຍະທີ່ທີມງານໄດ້ລົງປະຕິບັດງານ.
ຈາກການປະເມີນຄວາມເສຍຫາຍ ແລະ ຜົນກະທົບທີ່ຮ່ວມກັບອຳນາດການປົກຄອງບ້ານ ມີທັງໝົດ 28 ຄອບຄົວ ທີ່ໄດ້ຮັບຜົນກະທົບ, ໂດຍແບ່ງອອກເປັນ 3 ລະດັບ ດັ່ງນີ້:
🛖 ປະເພດທີ 1 (ເສຍຫາຍໜັກທັງໝົດ): 6 ຄອບຄົວ ທີ່ເຮືອນ ຫຼື ເຮືອນຄົວ ຖືກນໍ້າພັດໄຫຼເສຍຫາຍທັງໝົດ.
🛖 ປະເພດທີ 2 (ເສຍຫາຍປານກາງ): 10 ຄອບຄົວ ທີ່ເຮືອນ ແລະ ເຄື່ອງໃຊ້ສ່ວນຕົວ ໄດ້ຮັບຄວາມເສຍຫາຍຈາກນໍ້າຖ້ວມຂັງ.
🛖 ປະເພດທີ 3 (ໄດ້ຮັບຜົນກະທົບທົ່ວໄປ): 12 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກລະດັບນໍ້າຖ້ວມ.

ຈາກທຶນຊ່ວຍເຫຼືອທີ່ໄດ້ຮັບລວມ $185.75 ໂດລາ ແລະ 1,000,000 ກີບ, ພວກເຮົາໄດ້ມອບເງິນສົດ 250,000 ກີບ/ຄອບຄົວ ໃຫ້ກັບຜູ້ເສຍຫາຍໃນລະດັບ 1 ແລະ 2 ເພື່ອຟື້ນຟູສະເພາະໜ້າ, ພ້ອມທັງມອບນໍ້າດື່ມຕຸກໃຫຍ່ (20 ລິດ) ຄອບຄົວລະ 2 ຕຸກໃຫຍ່ ໃຫ້ກັບທັງ 28 ຄອບຄົວ.

ເນື່ອງຈາກຍັງມີຝົນຕົກໜັກຢ່າງຕໍ່ເນື່ອງໃນຊ່ວງທີ່ລົງພື້ນທີ່ (28-31 ສີງຫາ 2026), ທີມງານ ແລະ ອຳນາດການປົກຄອງບ້ານ ໄດ້ຮ່ວມກັນຕິດຕາມລະດັບນໍ້າຢ່າງໃກ້ຊິດ. ພວກເຮົາຈະສືບຕໍ່ຄຽງຄູ່ ແລະ ໃຫ້ການຊ່ວຍເຫຼືອຊຸມຊົນໃນໄລຍະຟື້ນຟູນີ້ຢ່າງເຕັມທີ່.

The Namtha Aa-Saa team extends our sincere gratitude to all organizations, donors, and friends who shared our posts, donated clothing, and contributed financial aid to support flood victims. On August 28, 2026, our team visited Namdee Village to deliver emergency relief supplies and financial assistance to help families affected by the flash flood on August 11, 2026.

We would also like to share an update on what was happened on the ground during our time there.

Based on a joint damage assessment conducted with local village authorities, a total of 28 households were affected, categorized into three levels:
🛖 Category 1 (Severe Impact): 6 households whose homes or kitchens were completely swept away or destroyed by floodwaters.
🛖 Category 2 (Moderate Impact): 10 households whose homes and personal belongings suffered water damage from flooding.
🛖 Category 3 (General Impact): 12 households affected by general floodwaters.

From the total relief funds raised—$185.75 USD and 1,000,000 LAK—we provided 250,000 LAK in cash per household to those in Categories 1 and 2 to support immediate recovery. In addition, we distributed two 20-liter drinking water containers per household to all 28 affected families.

Due to ongoing heavy rainfall during our visited (28-31 Aug 2026), our team worked closely with village authorities to monitor rising water levels. We remain fully committed to standing alongside and supporting the community throughout this recovery phase.

📢 ປະກາດຢ່າງເປັນທາງການ / Important Announcement ‼️​ແຂວງຫຼວງນ້ຳທາ ຖືກປະກາດເປັນ ເຂດປະສົບໄພພິບັດນ້ຳຖ້ວມ (ວັນທີ 29/08/2026) 👇...
30/08/2026

📢 ປະກາດຢ່າງເປັນທາງການ / Important Announcement ‼️

​ແຂວງຫຼວງນ້ຳທາ ຖືກປະກາດເປັນ ເຂດປະສົບໄພພິບັດນ້ຳຖ້ວມ (ວັນທີ 29/08/2026) 👇🏻👇🏻
​ເຖິງ ພໍ່-ແມ່ ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມຢູ່ ແຂວງຫຼວງນ້ຳທາ:
​ສຳລັບປະຊາຊົນ ຫຼື ຄອບຄົວໃດທີ່ ບໍ່ມີບ່ອນພັກເຊົາ ແລະ ຕ້ອງການເຂົ້າພັກຢູ່ສູນຊ່ວຍເຫຼືອສຸກເສີນ, ຂໍໃຫ້ແຈ້ງຕໍ່ຄະນະກຳມະການຕອບໂຕ້ໄພພິບັດ. ທັງນີ້, ຄະນະຮັບຜິດຊອບຂັ້ນແຂວງໄດ້ຈັດກຽມ 6 ຈຸດພັກເຊົາສຸກເສີນ ໄວ້ຮອງຮັບ ດັ່ງນີ້:
1. ​ສູນສະໂມສອນດອກປີກໄກ່ (ເດີນກິລາເກົ່າແຂວງ)
2. ​ສູນ ມສ ເທດສະບານ
3. ​ໂຮງໝໍຕຳຫຼວດ
4. ​ສູນການຄ້າມະນຸດແມ່ຍິງ (ທາງເຂົ້າຟາມໄກ່ ບ້ານນາລື)
5. ​ສູນ ມສ ທົ່ງປຸງ
6. ​ກອງບັນຊາການທະຫານເມືອງ

​ຂໍສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພທຸກໆ ທຸກຄົນ 🥹

​ #ຈຸດພັກເຊົາສຸກເສີນ #ແຈ້ງການສຳຄັນ #ຫຼວງນ້ຳທາ

30/08/2026

ອັບເດດທາງໄປນາເຕີຍ 30.08.2026

📹Taxi Driver LNT

29/08/2026

𝐅𝐥𝐨𝐨𝐝 𝐒𝐢𝐭𝐮𝐚𝐭𝐢𝐨𝐧 𝐔𝐩𝐝𝐚𝐭𝐞 𝐢𝐧 𝐋𝐮𝐚𝐧𝐠 𝐍𝐚𝐦𝐭𝐡𝐚 𝐃𝐢𝐬𝐭𝐫𝐢𝐜𝐭
📌ອັບເດດສະຖານະການນ້ຳຖ້ວມຢູ່ເມືອງຫຼວງນ້ຳທາ (ຊ່ວງເວລາ 15:00 - 17:20 ຂອງວັນທີ 29.08.2026) 🌊🌧️
​ຂໍສົ່ງກຳລັງໃຈຢ່າງສຸດຊຶ້ງໃຫ້ພີ່ນ້ອງທຸກຄົນທີ່ກຳລັງປະເຊີນກັບເຫດການນ້ຳຖ້ວມໃນຄັ້ງນີ້. ເຫັນສະພາບນ້ຳທີ່ເພີ່ມຂຶ້ນຢ່າງໄວວາແລ້ວ ມັນສະເທືອນໃຈ ແລະ ເປັນຫ່ວງຄວາມປອດໄພຂອງທຸກໆຄົນຫຼາຍ.
🎥 Namtha Aa-Saa

📢 ເຕືອນໄພ! ແຂວງຫຼວງນ້ຳທາ ສັ່ງ 5 ເມືອງ ເຝົ້າລະວັງນ້ຳຖ້ວມດ່ວນ!📅 (ປະຈຳວັນທີ 29 ສິງຫາ 2026)ຍ້ອນສະພາບຝົນຕົກໜັກຢ່າງຕໍ່ເນື່ອງ, ...
29/08/2026

📢 ເຕືອນໄພ! ແຂວງຫຼວງນ້ຳທາ ສັ່ງ 5 ເມືອງ ເຝົ້າລະວັງນ້ຳຖ້ວມດ່ວນ!

📅 (ປະຈຳວັນທີ 29 ສິງຫາ 2026)

ຍ້ອນສະພາບຝົນຕົກໜັກຢ່າງຕໍ່ເນື່ອງ, ທາງແຂວງຫຼວງນ້ຳທາ ໄດ້ອອກແຈ້ງການດ່ວນ ໃຫ້ 5 ເມືອງ (ເມືອງນ້ຳທາ, ສີງ, ລອງ, ວຽງພູຄາ ແລະ ນາແລ) ໂດຍສະເພາະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ໃກ້ແຄມນ້ຳ, ຢູ່ຈຸດຕໍ່າ ແລະ ບໍລິເວນທີ່ສ່ຽງ ເຮັດການຍົກສູງສະຕິລະວັງຕົວ ແລະ ຕຽມພ້ອມຮັບມືລ່ວງໜ້າ.

💡 ຄຳແນະນຳໃນການຕຽມພ້ອມ ແລະ ປ້ອງກັນ:
📦 ມ້ຽນເຄື່ອນຂຶ້ນບ່ອນສູງ: ເກັບຮັກສາເອກະສານສຳຄັນ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງຂອງທີ່ມີຄ່າ ຂຶ້ນໄວ້ບ່ອນສູງ ຫຼື ບ່ອນທີ່ປອດໄພ.
🎒 ກຽມກະເປົາຍັງຊີບ: ກຽມນ້ຳດື່ມ, ອາຫານແຫ້ງ, ຢາປະຈຳຕົວ, ໄຟສາຍ ແລະ ແບັດເຕີຣີສຳຮອງ (Power bank) ໃຫ້ພ້ອມໃຊ້.
🐄 ເບິ່ງແຍງສັດລ້ຽງ: ຍົກຍ້າຍສັດລ້ຽງ (ງົວ, ຄວາຍ, ໝູ, ໄກ່) ໄປໄວ້ໃນຄອກ ຫຼື ພື້ນທີ່ສູງທີ່ນ້ຳຖ້ວມບໍ່ເຖິງ.
🔌 ລະວັງເລື່ອງໄຟຟ້າ: ຖ້ານ້ຳເລີ່ມຍື່ງຂຶ້ນເຮືອນ ໃຫ້ຟ້າວສັບຄັດເອົາ (Cut-out) ໄຟຟ້າລົງທັນທີ ເພື່ອປ້ອງກັນໄຟດູດ.
📻 ຕິດຕາມຂ່າວສານ: ຕິດຕາມການແຈ້ງເຕືອນອາກາດ ແລະ ລະດັບນ້ຳ ຈາກທາງການຢ່າງໃກ້ຊິດ.
💚 ຂໍໃຫ້ພໍ່ແມ່ປະຊາຊົນທຸກທ່ານ ປອດໄພ ແລະ ຜ່ານພົ້ນສະພາບໄພພິບັດນີ້ໄປດ້ວຍກັນຢ່າງປອດໄພ!

#ແຂວງຫຼວງນ້ຳທາ #ເຕືອນໄພນ້ຳຖ້ວມ #ແຈ້ງການດ່ວນ #ນ້ຳຖ້ວມ2026

𝗥𝗲𝗳𝗿𝗲𝘀𝗵𝗲𝗿 𝗪𝗼𝗿𝗸𝘀𝗵𝗼𝗽 𝗼𝗻 𝗠𝗲𝗱𝗶𝗮 𝗟𝗶𝘁𝗲𝗿𝗮𝗰𝘆 & 𝗛𝗼𝘄 𝘁𝗼 𝗣𝘂𝗯𝗹𝗶𝘀𝗵 𝟮𝟬𝟮𝟲[English Below]ລະຫວ່າງວັນທີ 17–19 ສິງຫາ 2026 ທີ່ຜ່ານມາ, ທີມງານ...
26/08/2026

𝗥𝗲𝗳𝗿𝗲𝘀𝗵𝗲𝗿 𝗪𝗼𝗿𝗸𝘀𝗵𝗼𝗽 𝗼𝗻 𝗠𝗲𝗱𝗶𝗮 𝗟𝗶𝘁𝗲𝗿𝗮𝗰𝘆 & 𝗛𝗼𝘄 𝘁𝗼 𝗣𝘂𝗯𝗹𝗶𝘀𝗵 𝟮𝟬𝟮𝟲
[English Below]
ລະຫວ່າງວັນທີ 17–19 ສິງຫາ 2026 ທີ່ຜ່ານມາ, ທີມງານ #ນ້ຳທາອາສາ ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມອົບຮົມ "Media Literacy & How to Publish 2026" ທີ່ຈັດຂຶ້ນໂດຍ Swisscontact Lao (SCP Lao).
ຕະຫຼອດ 3 ວັນ ແມ່ນເຕັມໄປດ້ວຍຄວາມຮູ້ ແລະ ເຕັກນິກໃໝ່ໆ ໃນການໃຊ້ເພື່ອສື່ສານໃຫ້ທັນກັບຍຸກ 2026.
ຂໍຂອບໃຈຢ່າງຍິ່ງມາຍັງ (ວິທະຍາກອນ) ທີ່ໄດ້ມາແບ່ງປັນຄວາມຮູ້ ແລະ ປະສົບການທີ່ດີຫຼາຍ, ແລະ ຂໍຂອບໃຈ & SwissContact ທີ່ໄດ້ເຊີນພວກເຮົາເຂົ້າຮ່ວມ ແລະ ໃຫ້ໄດ້ແລກປ່ຽນກັບບັນດາພາກສ່ວນກ່ຽວຂ້ອງ. ພ້ອມແລ້ວທີ່ຈະນຳເອົາຄວາມຮູ້ນີ້ມາປັບໃຊ້ໃນວຽກງານຕົວຈິງ! 💡📚✨

----------------

August 17–19, 2026, the attended the "Media Literacy & How to Publish 2026" workshop, organized by Swisscontact Lao & SCP Lao.

It was a fantastic 3 days packed with up-to-date knowledge and modern techniques to improve our communication skills for 2026.

A big thank you to our trainer, , for sharing her valuable experience and insights. We also want to thank and for inviting us and creating a great space to connect with other partners.
We are excited to put these new skills into practice! 💡📚✨

📸 Photo Credit: Swisscontact Lao & SCP Lao

Address

Luang Namtha
Louang Namtha
03000

Telephone

+8562052348982

Website

Alerts

Be the first to know and let us send you an email when Namtha Aa-Saa posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to Namtha Aa-Saa:

Share

Category