21/09/2026
ມໍຣະນະນຸສະຕິ ຄືການລະນຶກເຖິງຄວາມຕາຍ
ຟັງແລ້ວອາດເບິ່ງຄືໜ້າເສົ້າ ແຕ່ຄວາມຈິງ
ມັນຄືຫຼັກທຳທີ່ເຮັດໃຫ້ເຮົາໃຊ້ຊີວິດຢ່າງມີຄຸນຄ່າ
ເປັນຫຍັງຕ້ອງລະນຶກເຖິງຄວາມຕາຍ?
ການລະນຶກເຖິງຄວາມຕາຍບໍ່ແມ່ນເພື່ອໃຫ້ຢ້ານ ຫຼື ໂສກເສົ້າ
ແຕ່ເພື່ອເຕືອນໃຈເຮົາວ່າ:
• ຊີວິດບໍ່ແນ່ນອນ
• ເວລາມີຈຳກັດ
• ບໍ່ຄວນປະໝາດ
ປະໂຫຍດຂອງມໍຣະນະນຸສະຕິ:
1. ເຮັດໃຫ້ບໍ່ປະໝາດ
ຮູ້ວ່າເວລາມີຈຳກັດ ຈຶ່ງຮີບເຮັດຄວາມດີ
2. ເຮັດໃຫ້ປ່ອຍວາງ
ຮູ້ວ່າສຸດທ້າຍ ກໍເອົາຫຍັງໄປບໍ່ໄດ້ ຈຶ່ງບໍ່ຍຶດຕິດ
3. ເຮັດໃຫ້ໃຊ້ເວລາມີຄ່າ
ບໍ່ເສຍເວລາ ກັບເລື່ອງໄຮ້ສາລະ ການໂກດແຄ້ນ
4. ເຮັດໃຫ້ຮັກ ແລະ ໃຫ້ອະໄພ
ໃຊ້ເວລາທີ່ມີ ກັບຄົນທີ່ຮັກ ແລະໃຫ້ອະໄພກັນ
ຄຳເຕືອນໃຈ:
ຖ້າຮູ້ວ່າມື້ນີ້ ອາດເປັນວັນສຸດທ້າຍ
ເຮົາຈະຍັງໂກດເລື່ອງເລັກນ້ອຍຢູ່ບໍ?
ເຮົາຈະຍັງຜັດວັນ ການເຮັດຄວາມດີຢູ່ບໍ?
ມໍຣະນະສະຕິ ບໍ່ໄດ້ສອນໃຫ້ຢ້ານຕາຍ
ແຕ່ສອນໃຫ້ "ໃຊ້ຊີວິດໃຫ້ເຕັມທີ່ ກ່ອນທີ່ຈະບໍ່ມີໂອກາດ"
ຂໍຈະເລີນພອນ