18/09/2026
ສາຂາສັດຕະວະແພດ ຄະນະກະເສດສາດ ມຊ ສະຫຼຸບຜົນສຳເລັດການສອບເສັງປ້ອງກັນບົດໂຄງການຈົບຊັ້ນ ລະດັບປະລິນຍາຕີ ຫຼັກສູດ DVM ຮຸ້ນທີ 07 ທັງໝົດ 45 ຫົວຂໍ້
ໃນວັນທີ 18 ກັນຍາ 2026, ຢູ່ທີ່ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ), ພາກວິຊາສັດຕະວະແພດ ໄດ້ຈັດພິທີສະຫຼຸບຜົນສຳເລັດການສອບເສັງປ້ອງກັນບົດໂຄງການຈົບຊັ້ນ ລະດັບປະລິນຍາຕີ ຫຼັກສູດສັດຕະວະແພດສາດ (Doctor of Veterinary Medicine - DVM) ຮຸ້ນທີ 07 ປະຈຳສົກສຶກສາ 2025 - 2026 ຂອງສາຂາສັດຕະວະແພດ, ເຊິ່ງໄດ້ສຳເລັດການສອບເສັງປ້ອງກັນບົດໂຄງການທັງໝົດ 45 ຫົວຂໍ້.
ບັນຍາກາດພາຍໃນພິທີສະຫຼຸບໄດ້ດຳເນີນໄປຢ່າງເປັນວິຊາການ ແລະ ເຕັມໄປດ້ວຍຄວາມເອົາໃຈໃສ່. ຕະຫຼອດໄລຍະການປ້ອງກັນບົດທີ່ຜ່ານມາ, ຄະນະກຳມະການປະເມີນໄດ້ໃຫ້ການປະເມີນ, ຄຳແນະນຳ ແລະ ຂໍ້ຄິດເຫັນທີ່ເປັນປະໂຫຍດທາງດ້ານວິຊາການຢ່າງເລິກເຊິ່ງ ເພື່ອໃຫ້ນັກສຶກສານຳໄປປັບປຸງບົດໂຄງການໃຫ້ມີຄວາມສົມບູນແບບ ແລະ ຖືກຕ້ອງຕາມຫຼັກການ.
ທັງນີ້, ຫຼັກສູດ DVM ເປັນຫຼັກສູດວິຊາຊີບສັດຕະວະແພດສາດ ລະດັບປະລິນຍາຕີ ໃຊ້ເວລາຮຽນ 6 ປີ ໂດຍເນັ້ນໃສ່ການສຶກສາຄົ້ນຄວ້າທັງພາກທຶດສະດີ ແລະ ພາກປະຕິບັດຕົວຈິງ ເຊັ່ນ: ກາຍະວິພາກສາດ, ສະລີລະວິທະຍາ, ການຍາວິທະຍາ, ການວິນິດໄສ ແລະ ປິ່ນປົວພະຍາດສັດ-ການຜ່າຕັດ, ການຄຸ້ມຄອງຟາມ... ລວມເຖິງສຸຂະພາບສາທາລະນະສຸກ (One Health) ແລະ ຄວາມປອດໄພທາງດ້ານອາຫານ. ຫຼັກສູດນີ້ມີເປົ້າໝາຍສຳຄັນໃນການສ້າງສັດຕະວະແພດໃຫ້ມີຄວາມຮູ້, ຄວາມຊ່ຽວຊານ, ມີຈັນຍາບັນ ແລະ ທັກສະທາງດ້ານວິຊາຊີບທີ່ເຂັ້ມແຂງ.
ການສອບເສັງປ້ອງກັນບົດໂຄງການ ແລະ ພິທີສະຫຼຸບໃນຄັ້ງນີ້ ໄດ້ສຳເລັດລົງຢ່າງຈົບງາມ, ເຊິ່ງຖືເປັນອີກໜຶ່ງຄວາມສຳເລັດສຳຄັນຂອງພາກວິຊາສັດຕະວະແພດ ຄະນະກະເສດສາດ ມຊ ໃນການສ້າງ ແລະ ພັດທະນາບຸກຄະລາກອນສັດຕະວະແພດທີ່ມີຄວາມຮູ້ຄວາມສາມາດ ເພື່ອອອກໄປຮັບໃຊ້ສັງຄົມ ແລະ ປະກອບສ່ວນເຂົ້າໃນການພັດທະນາ ຂົງເຂດກະສິກຳ-ການລ້ຽງສັດ, ສຸຂະພາບສັດ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງຂອງປະເທດຊາດ.
ໃນໂອກາດນີ້, ຂໍອວຍພອນໃຫ້ນັກສຶກສາສັດຕະວະແພດ DVM ຮຸ້ນທີ 07 ທຸກໆນ້ອງໄດ້ຮັບຜົນການສຶກສາສຳເລັດດ້ວຍດີຕາມຄາດໝາຍທີ່ຕັ້ງໃຈໄວ້ຕະຫຼອດໄລຍະເວລາຮຽນ 6 ປີ ແລະ ກະກຽມຄວາມພ້ອມເຂົ້າຮ່ວມພິທີຮັບໃບປະກາດສະນີຍະບັດໃນໄວໆນີ້.
--------------------
Department of Veterinary Medicine, Faculty of Agriculture, NUOL Concludes Senior Project Defense for DVM Batch 07 (Total 45 Topics)
On September 18, 2026, at the Faculty of Agriculture, National University of Laos (Dongdok Campus), the Department of Veterinary Medicine held a summary ceremony for the successful completion of the Bachelor of Veterinary Medicine (DVM) senior project defense, Batch 07 for the academic year 2025–2026, covering a total of 45 research topics.
The atmosphere of the ceremony was highly academic and filled with dedication. Throughout the defense period, the evaluation committee provided deep insights, constructive feedback, and academic guidance to enable students to refine their project reports to perfection according to standard guidelines..
The DVM program is a 6-year professional Bachelor's degree in Veterinary Medicine that focuses on both theoretical study and practical experience, including Anatomy, Physiology, Pharmacology, Animal Disease Diagnosis, Treatment & Surgery, and Farm Management, as well as Public Health (One Health) and Food Safety. The core objective of this curriculum is to produce highly qualified veterinarians equipped with strong professional skills, expertise, and ethics.
The defense and summary ceremony concluded with great success, marking another significant milestone for the Department of Veterinary Medicine, Faculty of Agriculture, NUOL, in nurturing and developing competent veterinary personnel to serve society and contribute to the national development of agriculture, livestock, animal health, and related sectors.
On this occasion, we wish all Batch 07 DVM students great success in achieving their goals throughout their 6-year academic journey and wish them the best as they prepare to join the upcoming graduation ceremony.
🌐 Website: nuol.edu.la
📞 Tel: +856 20 28 122 544
✉️ Email: [email protected]
📘 Facebook: ຄະນະກະເສດສາດ, ມຊ - Faculty of Agriculture
#ມຊ #ຄະນະກະເສດສາດ #ສາຂາສັດຕະວະແພດ