09/09/2026
#ໃນຄັ້ງວັນທີ 07 ກັນຍາ 2026 ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ ໄດ້ເປັນກຽດຕ້ອນຮັບ ການມາຢ້ຽມຢາມ, ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດມະຕິຂອງສະພາປະຊາຊົນແຂວງໃນຂົງເຂດວັດທະນະທຳ-ສັງຄົມຂອງຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງຈຳປາສັກ ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ນາງ ບຸນສຸວັນ ໂພໄຊຊະນະສັກ ຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ນອກຈາກນັ້ນຍັງມີ ທ່ານ ຮອງປະທານຄະນະກຳມະການ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການ ຈາກ ສະພາປະຊາຊົນແຂວງ ແລະ ມີ ທ່ານ ຄຳຜ່ອນ ລາດຊະວົງສາ ຜູ້ອຳນວຍການວິທະຍາໄລ, ມີຄະນະອຳນວຍການ, ຄະນະຜູ້ບໍລິຫານ ແລະ ຄູ ໃນທົ່ວວິທະຍາໄລ ເຂົ້າຮ່ວມຢ່າງພ້ອມພຽງ. ຈາກນັ້ນໃນພິທີຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງເຄື່ອນໄຫວການພັດທະນາວຽກງານອາຊີວະສຶກສາ ຂອງ ທ່ານ ຜູ້ອຳນວຍການ ວິທະຍາໄລ ໂດຍສັງເຂບເຊີ່ງ: ໃນສົກຮຽນ 2026-2027 ນີ້ ນັກສຶກສາທີ່ຈະເຂົ້າມາຮຽນໃນວິທະຍາໄລທຸກສາຂາວິຊາ ແມ່ນໄດ້ຮັບທຶນເບ້ຍລ້ຽງຈາກລັດຖະບານ 100%, ນອກຈາກນັ້ນຍັງມີທຶນຝຶກອົບຮົມໄລຍະສັ້ນໂດຍການສະໜັບສະໜູນຈາກໂຄງການ ລາວ/336 ແລະ ໂຄງການ Lao-PSG ( ໄດ້ຮັບທຶນເບ້ຍລ້ຽງ 1.200.000 ກີບ/ຄົນ/ເດືອນ...), ໃນກອງປະຊຸມຍັງມີຄູອາຈານຂອງວິທະຍາໄລ ກໍ່ໄດ້ສະເໜີ ແລະ ມີຂໍຊັກຖາມຕໍ່ສະພາຢ່າງກົງໄປກົງມາຢ່າງເປັນຂະບວນຟົດຟື້ນ ແລະ ສຸດທ້າຍກອງປະຊຸມກໍ່ໄດ້ຮັບກຽດຈາກ ທ່ານ ປະທານ ເພື່ອໂອ້ລົມ, ແລກປ່ຽນ ແລະ ກ່າວປິດຢ່າງເປັນທາງການ.
#ທີ່ວິທະຍາເຂດທີ2 ບ້ານພັດທະນາຫົວແຊ, ເມືອງ ບາຈຽງຈະເລີນສຸກ, ແຂວງ ຈຳປາສັກ