Knowledge and Pleasure

Knowledge and Pleasure ແບ່ງປັນ ແລະ ແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ

ດວງປີນີ້ຈະເປັນແນວໃດລອງສ່ອງສະຕານຳກັນເລີຍ🙏🏻🔎ຜູ້ຍິງໃຫ້ນັບຊ້າຍ🔎ຜູ້ຊາຍໃຫ້ນັບຂວາ✨ພະເຈດີ ດວງປີນີ້ສະຫງົບຮົ່ມເຢັນມີຄວາມສຸກ ສຸກກາຍ...
28/02/2025

ດວງປີນີ້ຈະເປັນແນວໃດລອງສ່ອງສະຕານຳກັນເລີຍ🙏🏻
🔎ຜູ້ຍິງໃຫ້ນັບຊ້າຍ
🔎ຜູ້ຊາຍໃຫ້ນັບຂວາ

✨ພະເຈດີ ດວງປີນີ້ສະຫງົບຮົ່ມເຢັນມີຄວາມສຸກ ສຸກກາຍສະບາຍໃຈ ຈະກະທຳ ຫຼື ສ້າງສາສິ່ງໃດກໍສົມຫວັງ ແລະ ສຳເລັດ ເງິນຄໍາໄຫລມາເທມາ

✨ພະຍານາກ ປີນີ້ໃຫ້ລະວັງອຸບັດເຫດການໄປມາ ເຖິງຂັ້ນເລືອດຕົກຢາງອອກ ຈະມີຄົນຄອຍປອງຮ້າຍ ໝັ່ນຈຳສິນພາວະນາໃຫ້ທານ ເຮັດບຸນ ຄວາມໂຊກຮ້າຍຈະເບົາລົງ ຈົ່ງມີສະຕິໃນການໃຊ້ຊີວິດ

✨ແມ່ມົດ ດວງດີມີຄົນອຸປະຖໍາຊ່ວຍ ໄດ້ພົບຄວາມກ້າວໜ້າໃນການຮຽນ ການງານ ຄໍາເວົ້າເຮັດໃຫ້ມີສະເໜ່ຄົນຮັກຫອມ ໄວ້ເນື້ອເຊື່ອໃຈ ຈະໄປທີ່ແຫ່ງໃດຄົນກໍຮັກພ້ອມສະໜັບສະໜຸນ ແລະ ມີຍາດພີ່ນ້ອງນຳໂຊກມາໃຫ້

✨ຫຼວງປູ່ ປີນີ້ດວງແຂງອາຍຸໝັ້ນຂວັນຍືນ ລະວັງຂອງມີຄົມ ແລະ ການຖືກລັງແກເອົາປຽບ ສໍ້ໂກງ

✨ນັກໂທດ ເງິນຄໍາເກັບບໍ່ຢູ່ຖົງ ໃຊ້ຈ່າຍຟຸມເຟືອຍ ມີຄົນບໍ່ພໍໃຈນິນທາໃຫ້ຈົ່ງຢ່າໄດ້ສົນ ໝັ່ນທຳຄວາມດີ ໂທດໜັກຈະເປັນເບົາ ຈະໄດ້ຮັບຂ່າວດີ ມີໂຊກຈາກຄົນທາງໄກ

✨ຊັດເງິນ ຊີວິດດີຂຶ້ນກວ່າປີຜ່ານມາ ຫາເງິນໄດ້ງ່າຍ ເກັບເງິນຢູ່ກວ່າແຕ່ກ່ອນ ເດີນທາງແຄ້ວຄາດປອດໄພຈາກອັນຕະລາຍ ເຮັດບຸນກັບສັດນໍ້າເສີມດວງຊີວິດ ແລະ ຄວາຮັກຈະດີແລ

✨ເທວະດາຂີ່ເຕົ່າ ຈະມີຄວາມສຸກພໍປະມານ ການເງິນມີພໍໃຊ້ຈ່າຍ ລົງທຶນຄ້າຂາຍພໍມີເກັບ ແລະ ໄດ້ກຳໄລ ແຕ່ໃຫ້ຄິດໄຕ່ຕອງໃຫ້ດີ ລະວັງການແບ່ງຜົນປະໂຫຍດທີ່ບໍ່ລົງໂຕ ຖ້າຜິດພາດອາດນຳໄພມາສູ່ຊີວິດ

✨ຊັດຄໍາ ຊະຕາປີນີ້ມີໂຊກລາບມັ່ງມີ ໃຜເຮັດວຽກມີສິດເລື່ອນຕໍາແໜ່ງ ຖ້າຄ້າຂາຍກິດຈະການກໍຈະເລີນກ້າວໜ້າ

✨ລາຫູ ດວງເຈົ້າປີນີ້ໜັກ ຈະໄດ້ຮັບຂ່າວຮ້າຍບໍ່ຄາດຄິດ ມີເລື່ອງທຸກໃຈຮ້ອນໃຈມາໃຫ້ແກ້ໄຂບັນຫາຕະຫຼອດ ເສຍຊັບແບບໄຮ້ປະໂຫຍດ ໝັ່ນພາວະນາໃຫ້ທານ ເລື່ອງຮ້າຍຈະກາຍເປັນດີ

✨ພະສາດຄໍາ ນັບວ່າດີຄົນເປັນໂສດຈະໄດ້ເນື້ອຄູ່ຊີວິດຈະມີຄວາມສຸກ ການງານກ້າວໜ້າ ເຮັດໜ້ອຍໄດ້ຫຼາຍ ເຮັດບຸນກັບສັດ 4 ຕີນເສີມໂຊກ

✨ເຮືອນຫຼວງ ດວງປີນີ້ດີ ຖາມໜີ້ແມ່ນຈະຄ່ອຍໄດ້ຄືນ ສຸກກາຍສະບາຍໃຈ ຄິດການໃຫຍ່ຈະສຳເລັດໃຫ້ໝັ້ນໃຈໃນຕົນເອງ ກິດຈະການຮຸ່ງເຮືອງ ສັດຕູໜີຫາຍເທວະດາຄຸ້ມຄອງ

✨ຄົນຄໍຂາດ ປີນີ້ບໍ່ແມ່ນປີທີ່ດີຈະໄດ້ຮັບຄວາມເດືອດຮ້ອນຈາກຄົນໃກ້ໂຕ ເຮັດໃຫ້ເຈົ້າຕ້ອງເສຍຊັບຕະຫຼອດທັງທຸກໃຈ ໃຫ້ສະເດາະເຄາະປ່ອຍສັດນໍ້າ ເຮັດບຸນກັບຄົນຊີວິດຈະດີຂຶ້ນ

💝💝👼👼ສາລະພັດປະໂຫຍດເລື່ອງແມ່ຕຽມເກີດ1. ລອງເຕັດໄມ້ລອງຍ່ຽວ (ປະຈຳເດືອນມາຊ້າ7-10 ວັນແມ່ນຖືກຕ້ອງທີ່ສູດ). ໄປເອໂກ້ກວດເບີ່ງວ່າມີລູກ...
28/11/2024

💝💝👼👼ສາລະພັດປະໂຫຍດເລື່ອງແມ່ຕຽມເກີດ
1. ລອງເຕັດໄມ້ລອງຍ່ຽວ (ປະຈຳເດືອນມາຊ້າ7-10 ວັນແມ່ນຖືກຕ້ອງທີ່ສູດ). ໄປເອໂກ້ກວດເບີ່ງວ່າມີລູກໃນມົດລູກຫລືນອກໂພກ,ຖ້ານອກໂພກຕ້ອງຂໍຄຳປືກສາຈາກຫມໍ
2. ອາທີດທີ່ 6+: ກວດຫົວໃຈເດັກຫລັງຈາກນີ້ແມ່ນ2ອາທີ່ເອໂກ້ການເຕັ້ນຂອງຫົວໃຈ1ຄັ້ງ
3. ອາທີດທິ12: ກວດກາປ້ອງກັນການພີການແລກເກີດ(ຂໍຄວາມແນະນຳຈາກທ່ານຫມໍ)
ອາທີດທີ16 :ກວດກາຄວາມຜີດປົກະຕິດ້ານຫນ້າຈາແລະຮູບຮ່າງປະພັນແລະເຮັດ Tripletest.(ຂໍຄຳແນະນຳຈາກທ່ານຫມໍທີ່ແມ່ຟາກທ້ອງຢູ່)
4. ອາທີດ22 22: ເອໂກ4d, ກວດເບີ່ງຄວາມຜີດປົກະຕິ(ຕອນນີ້ສຳຄັນທີສູດແລະຕ້ອງຫາຄຳປືກສາຈາກຫມໍ)
5. ອາທີດທີ26: ສີດວັກຊີນກັນແຕຕານົດເຂັມທີ1
6. ອາທີດທີ28: ກວດກາເບົາຫວານຕາມໄລຍະຕັ້ງທ້ອງ/ສີດວັກຊີນປ້ອງກັນເຕຕານົດເຂມທີ່2(ຂໍຄຳແນະນຳຈາກຫມໍ)
7. ອາທີດ32: ກວດກາຄືນວ່າລູກຢູ່ທ່າຫົວຫລືຍັງ.ກວດປະລີມານນ້ຳຄາວປາຫລັງຈາກນັ້ນແມ່ນ2ອາທີດກວດ1ຄັ້ງ,
ແຕ່ອາທີດ 36 _38ໄປເອໂກອາທີດລະຄັ້ງ
ແຕ່ອາທີດ 38-40 ເອໂກ 5-7/ຄັ້ງເພື່ອກວດກາການເຕ້ນຂອງຫົວໃຈແລະປະລີມານນ້ຳຄາສປາ
* ໃນຊວ່ງໄລຍະຖືພາຢູ່ຖ້າມີອາການເຈັຍທ້ອງຫລືອອກມູກສີບົວແມ່ນໄປພົບຫມໍດ່ວນຫລືເວລາຍ່ຽວມີອາການແຊບຮູຍ່ຽວແມ່ນແນະນຳກວດກາດ່ວນເພາະອັກເສບທໍ່ນ້ຳຍ່ຽວກະແມ່ນອາການອັນຕາລາຍເສັ່ນກັນ
⛔ຕອນກຳລັງຢູ່ຊື່ໆຮູ້ສືກວ່າເຊົາແພ້ທ້ອງແລະຫົວນົມເປັນສີບົວລະຕອ້ງຮີບໄປຫາຫມໍດ່ວນ

⛔⛔ອາຫານທີຕ້ອງຫ້າມ
1. ອາຫານເຮັດໃຫ້ຮ້ອນໃນເຊັ່ນປີ້ງ/ດາດ.ອາຫານເຜັດນ້ຳອັດລົມແລະເຫລົ້າເບຍແອນກໍຮໍ(ເບຍກີນນ້ອຍ1ກະໄດ້ເດີເພື່ອຜີວລູກງາມ)
2. ອາຫານທີ່ເປັນຂອງດອງ
3. ປາແດກກະປິ
4. ຜັກຫວານ, ຫມາກນັດ, ລຳໄຍ, ຫມາກຮູ່ງດີບ (ເຮັດໃຫ້ຫມົດລູກປັ້ນງ່າຍອອກລູກກ່ອນກຳນົດ).ບໍ່ກີນຜົກຫົມແລະຜັກນອກເຢັນເກີນໄປພາໃຫ້ເຈັບທ້ອງຖ່າຍ
5. ກ້ວຍດີບແລະຊີ້ນແບ້(ຮອ້ນໃນເຮັດໃຫ້ລູກມີອາການຊອກງ່າຍ/ຕາມຄວາມເຊື່ອຂອງຄົນຈີນnón
6. ຖົ່ວດີນ (ອາດເຮັດໃຫ້ລູກມີອາການແພ້ອາຫານງ່າຍ).
7. ຜ່ອນອາຫານຫວານ (ປ້ອງກັນອາການທາດນ້ຳຕານຊ່ວງຖືພາ).

#ອາຫານທີ່ຄວນກີນ
1. ນ້ຳຫມາກກ້ຽງມື້ລະຈອກ (ຊ່ວຍສ້າງພູ້ມຕ້ານທ້ານໃນຮ່າງກາຍ).
2. ກິນໂຢເກີດມື້ລະກ່ອງ(ຊ່ວຍການຕົກຂາວໃນຊາວງຖືພາ)
3. ກິນນ້ຳອູ່ນໃຫ້ໄດ້ມື້ລະ2ລີດ
4. ບຳລູງອາຫານແລະມີຖາດເລກແລະແຄວຊ່ຽມຕາມຄຳແນະນຳຂອງຫມໍ
5. ຫມາກໄມ້:ອາວາຄາໂດ/ກ້ວຍ/ແອບເປີ້ນແດງ/ຫມາກຮູ່ງສູກຫມາກນ້ຳນົມ/ຫມາກສີດາສູກ/ຫມາກພີລາ
6. ຜັກກີນແຄລອດ/ມັນດ້າງ/ສາລີ/ຫມາກຮູ່ງສູກ(ຊ່ວຍນ້ຳນົມມາຫລາຍ)
7. ກີນຊີ້ນງົວ/ປາຄໍ/ປາໃນ/ໄຂ່ໄກ່ລາດ/ປູ/ກູ້ງຊ່ວຍໃຫ້ເດັກສະຫລາດ(ມີໂອເມກາ3ຫລາຍ)
8. ກີນນ້ຳອອ້ຍ/ນ້ຳຫມາກພ້າວຢູ່ໄຕມາດທີ່2
ນ້ຳອອ້ຍກີນອາທີດ2-3ເທື່ອກີນຫລາຍຈະເປັນເບົາຫວານງ່າຍ
[ ] ນ້ຳຫມາກພ້າວກີນອາທີດລະ3-4ຫນ່ວຍກິນຫລ່ຍເກີດຈະເຮັດໃຫ້ເລືອດຈາງແລະມີອາການເລືອດບໍ່ກ້າມເວລາເກີດ
9. ກີນນົມແມ່ມານບໍ່ໄດ້ກະກີນນົມສົດໂຣດຈືດໄດ້
10. ກີນທັນຍາພືດທູກຊະນີດເຊັ່ນ:ຖົ່ວດຳຖົ່ວແດງຖົວຂຽວຖົ່ວເຫລືອງ.

#ສີ່ງຄວນສັງເກດແລະລະວັງ
- .ຄ່ອຍຍ່າງວັນລະ30ນາທີເພື່ອຈະໄດ້ເກີດງ່າຍ
- ເວລານອນແມ່ນແຄງຊາຍເປັນທ່ານອນທີ່ເຫມາະສົມທີສູດສຳລັບແມ່ແລະລູກ(ເອົາຫມອນກ່າຍຂາເພືອ່ແກ້ປວດຫລັງ)ບໍ່ຄວນນອນຫງາຍປ້ອງກັນການຂາດອອກຊີສຳລັບລູກນ້ອຍ
-ກກນຄວນປ່ຽນເປັນແບບຜ້າກອດຕ້ອນແລະສີແຈ້ງເພື່ອຕີດຕາມການລົງສີຂອງມວກກ່ອນເກີດ/ກວດກາເປົ້າກກນຕະຫລອດເວລາທີເຂົ້າຫ້ອງນ້ຳ/ປ່ຽນເສື້ອໃນເປັນແບບໄສ່ງ່າຍແລະໄລຂອບເພືອ່ການຫາຍໃຈສະດວກ
+ຄວນນວດເປີດທໍ່ນ້ຳນົມກ່ອນເກີດຕອນໄດ້34ອາທີດ
- ບໍ່ກີນນ້ຳປັ່ນຫອມເຫືອກເກີນ1ຈອກເດີກີນນ້ອຍດີແຕ່ກີນຫລາຍຈະເຮັດໃຫ້ຕົກເລືອດບໍ່ຢູດ
- ກີນຫມາກນັດ/ນ້ຳຫວານງ່າດຳ/ຍອດມັນດ້າງຢູ່ຊ່ວງໄຕມາດ3(ຫມາກນັດກີນຕອນ39ອາທີດ)ຊ່ວຍໃຫ້ອອກລູກງ່າຍແລະບໍ່ມີໄຂຫລາຍ
- ບໍ່ແນະນຳເດີນທາງໄກຄົນດຽວເດີແມ່ໆອັນຕະລາຍຢ້ານເອົາກັນບໍ່ທັນ
- ຕະຄີວກີນແມ່ນຕົ້ມນ້ຳຂີງແຊຕີນພ້ອມກີນນ້ຳໃຫ້ພໍເດີ
- ຖ້າເປັນຫວັດເປັນໄອແມ່ນຖາມເອົາສູດຕົ້ມນ້ຳຊູບນຳເອື້ອຍຕູ່ເດີ.ຫ້າມຮົມຢາຖ້າກາຍ3ມື້ບໍ່ລົງແນະນຳໄປຫາຫມໍເດີ
- ຫ້າມກີນຢາທູກຊະນີດຖ້າຫມໍບໍ່ແນະນຳ
- ຟັງດົນຕີຜ່ອນຄາຍເບົາໆຕາມໂມງທີ່ກຳນົດໄວ້ຄັ້ງລະ15ຫາ30ນາທີ.ອ່ານນິທານໃຫ້ລູກຟັງແຕ່ບໍ່ຄວນເປີດດັງເກີດເພື່ອພັດທານາສະຫມອງລູກນ້ອຍ
-ພໍ່ແມ່ຄວນລົມນຳລູກໃນທ້ອງເພື່ອສ້າງສາຍສຳພັນໃນຄອບຄົວ
- ບໍ່ລີ້ງຫົວນົມແລະລູບທ້ອງຈະກະຕູ້ນໃຫ້ຫມົດລູກປັ້ນອອກກ່ອນກຳນົດ
- ບໍ່ຄວນຊື້ຊູດຄູມຫລາຍປະມານ5_6ຊູດກະພໍຄວນເອົາເປັນຊູດກະໂປ່ງໄສ່ງ່າຍແລະສະດວກຫລາຍ
- ເກັບຜົນກວດທູກຄັ້ງໄວເພື່ອການຕີດຕາມຂອງຫມໍຈະສພດວກຂື້ນແລະໄວເປັນທີລະລືກໃຫ້ລູກນ້ອຍນຳ
- ສັງເກດການເໜັງຕີງຂອງລູກນ້ອຍຖ້າເຫັນວ່າມັນຫ່າງກວ່າປົກກະຕິແມ່ນໄປພົບແພດດ່ວນ
- ເບີ່ງຄລີບສອນວິທີລ້ຽງລູກນ້ອຍເພື່ອໄດ້ບົດຮຽນ

#ເຄື່ອງລູກນ້ອຍ
1. ຖົງຕີນຖົງມື10ຄູ່
2. ເສື່ອແລກເກີດ10ຜືນ
3. ຜ້າຫໍ່ໂຕຜ້າມ່ານ6ຜືນ
4. ຜ້າຂົນຫນູ6ຜືນ
5. ຊາມນ້ອຍລ້າງຫນ້າ1ອັນ/ຊາມນ້ອຍລ້າງກົ້ນ1ອັນ.ຜ້າແພມົນເຊດຫນ້າ10ຜືນ
6. ຜ້າອ້ອມ1ໂຫລ
7. ໂສ້ງນູ່ງໄສ່ເປີເກີດໄຫມ່
8. ໂສ້ງຂາຍາວ: 10 ຜືນ
9. ຈອມກວມບ່ອນນອນ : 1 ອັນ
10. ເຕົ້ານົມ pigeon2ຫນ່ວຍ
11. ນົມຜົງນ້ອຍ1ກ່ອງ(ປ້ອງກັນນ້ຳນົມບໍ່ທັນມາ)
13. ຜ້າເຊດປາກ
14. ນ້ຳເກືອລ້າງດັງ
15. ເຫລົ້າ70
16. ນ້ຳຫົວວີກ
17. ໄມ້ຄັວດຫູຂະນາດນ້ອຍສຳລັບເດັກເກີດໄຫມ່
18. ຫມວກ3ຫນ່ວຍ
19. ຖົງມືຢາງ
20.ຊາມອາບນ້ຳ1ຫນ່ວຍ/ຊາມນ້ອຍ
21. ຂໍຕາກເຄື່ອງປະມານ 2ອັນ
22.ຜ້າອ້ອມສຳເລດຮູບສຳລັບເດັກເກີດໄຫມ່
23. ສຳລີແຜ່ນຢຽບຂອບ/ສຳລີກ້ອນ/ສຳລີຂວັດຫູ3ຂະນາດຢ່າງລະກັບ
24. ເຄື່ອງແທກອູຫະພູມ
25. ແນວດູດຂີ້ມູກ

#ເຄື່ອງນູ່ງສຳລັບແມ່👙👗👚
1. ຊູດເຄື່ອງນູ່ງປະມານ3ຊູດຂໍເປັນແບບທີ່ນູ່ງສະບາຍ
2. ຖົງຕີນ3ຄູ່
3. ກກນ
4. ຜ້າອານາໄມ
5. ສຳລີກ້ອນຍັດຫູ
6. ກະຕ່າໄສ່ເຄື່ອງ2ຫນ່ວຍ
7.ປື້ມຕີດຕາມການຟາກທ້ອງ
8.ເອກະສານຂອງແມ່ແລະບັດປະກັນໄພສັງຄົມ
9.ຄ່າໄຊ້ຈ່າຍສຳລັບຕຽມເກີດ
#ຂອບໃຈຂໍ້ມູນດີໆ🥰

🚈 ການເດີນທາງໄປໄທຈະບໍ່ແມ່ນເລື່ອງຍາກອີກ ເມື່ອພວກເຮົາມີ ສະຖານີວຽງຈັນ ຄຳສະຫວາດ ຫາ ສະຖານີກຸງເທບອະພິວັດ ປະເທດໄທ ເປີດຢ່າງເປັນທາ...
17/07/2024

🚈 ການເດີນທາງໄປໄທຈະບໍ່ແມ່ນເລື່ອງຍາກອີກ ເມື່ອພວກເຮົາມີ ສະຖານີວຽງຈັນ ຄຳສະຫວາດ ຫາ ສະຖານີກຸງເທບອະພິວັດ ປະເທດໄທ ເປີດຢ່າງເປັນທາງການ ໃນວັນທີ 19 ກໍລະກົດ 2024. ສຳລັບຖ້ຽວສະຖານີວຽງຈັນ ຄຳສະຫວາດ ຫາ ສະຖານີກຸງເທບອະພິວັດ ມີພຽງ 1 ຖ້ຽວ ຕໍ່ 1 ມື້ເທົ່ານັ້ນ ແລະ ສາມາດຮັບຜູ້ໂດຍສານໄດ້ທັງໝົດ 246 ຄົນ.

🪪 ຜູ້ໂດຍສານລາວ ແລະ ໄທ ຕ້ອງໄດ້ລົງຈໍ້າໜັງສືຜ່ານແດນ (Passport) ທີ່ສະຖານີລົດໄຟໜອງຄາຍ ໂດຍໃຊ້ເວລາປະມານ 40 ນາທີ ຈຶ່ງສາມາດເດີນທາງໄປສະຖານີຕໍ່ໄປໄດ້.

ສຳລັບລາຄາປີ້ໂດຍສານ ແລະ ເວລາໄປກັບຂອງສະຖານີລາວ ແມ່ນຕ້ອງໄດ້ຕິດຕາມໃນມື້ເປີດຢ່າງເປັນທາງການຕື່ມ. ຕອນນີ້ມີພຽງລາຄາປີ້ໂດຍສານ ແລະ ເວລາໄປກັບຂອງສະຖານີໄທເທົ່ານັ້ນ ໂດຍລາຄາລົດໄຟດ້ານສະຖານີໄທ ບ່ອນນັ່ງຊັ້ນ 3 ມີພັດລົມ ລາຄາ 281 ບາດ ຫຼື 196,000 ກີບ, ບ່ອນນັ່ງຊັ້ນ 2 ຫ້ອງແອ ລາຄາ 574 ບາດ ຫຼື 402,000 ກີບ, ຕູ້ນອນຊັ້ນ 2 ຫ້ອງແອ ມີ 2 ລາຄາ ຕຽງເທິງ ລາຄາ 784 ບາດ ຫຼື 549,000 ກີບ ແລະ ຕຽງລຸ່ມ ລາຄາ 874 ບາດ ຫຼື 612,000 ກີບ.

ສຳລັບເວລາອອກເດີນທາງແມ່ນສະຖານີວຽງຈັນຄຳສະຫວາດ ອອກເວລາ 18:25 ນາທີ ຮອດ ສະຖານີກຸງເທບອະພິວັດ ເວລາ 07:30 ນາທີ, ສະຖານີກຸງເທບອະພິວັດ ອອກເວລາ 21:25 ນາທີ ຮອດ ສະຖານີວຽງຈັນ ຄຳສະຫວາດ ເວລາ 09:05 ນາທີ. ຜູ້ໂດຍສານສາມາດຊື້ປີ້ລົດໄຟໄດ້ທີ່ສະຖານີ ແລະ ຊື້ລ່ວງໜ້າໄດ້ 180 ວັນ ຫຼື ຊື້ຜ່ານແອັບ SRT D-ticket ໄດ້ 24 ຊົ່ວໂມງ.

🤝 ການເດີນທາງດ້ວຍລົດໄຟນີ້ ຖືວ່າເປັນການເຊື່ອມຕໍ່ລະຫວ່າງລາວໄທໃນຫຼາຍດ້ານ ທັງການທ່ອງທ່ຽວ ແລະ ການຄົມມະນາຄົມ ໄປມາຫາສູ່ກັນໄດ້ຢ່າງສະດວກຫຼາຍຂຶ້ນອີກດ້ວຍ.

ຂໍ້ມູນຈາກ: ການລົດໄຟແຫ່ງປະເທດໄທ

🍃ສວຍ🍃
07/06/2024

🍃ສວຍ🍃

ມື້ນີ້ວັນສິນໃຫຍ່ ແຮມ 15 ຄ່ຳເດືອນ 6 ລາວ ພ.ສ 2567ກົງກັບວັນພະຫັດທີ 6 ເດືອນ 6 ປີ 2024 ຂໍໃຫ້ພຸດທະສາດສະໜາຈົ່ງຮຸ່ງເຮືອງ ເຫລື້ອມ...
06/06/2024

ມື້ນີ້ວັນສິນໃຫຍ່ ແຮມ 15 ຄ່ຳເດືອນ 6 ລາວ ພ.ສ 2567
ກົງກັບວັນພະຫັດທີ 6 ເດືອນ 6 ປີ 2024 ຂໍໃຫ້ພຸດທະສາດສະໜາຈົ່ງຮຸ່ງເຮືອງ ເຫລື້ອມໃສດັ່ງພາບນີ້
ສາທຸ ສາທຸ ສາທຸ 🙏

04/06/2024
🌸🪷ພາຫວານໄຫວ້ແມ່ທໍລະນີ🪷 ທຸກວັນພຸດ ກ່ອນຕາເວັນຂຶ້ນ 4-5ໂມງ🌸ເອີ້ນໂຊກເອີ້ນລາບ ຄ້າຂາຍລຳ້ລວຍ 💵💸💰💎ລາຍການປະກອບມີ:🔸ເຂົ້າຫນົມຫວານ 🔸ຫ...
04/06/2024

🌸🪷ພາຫວານໄຫວ້ແມ່ທໍລະນີ🪷 ທຸກວັນພຸດ ກ່ອນຕາເວັນຂຶ້ນ 4-5ໂມງ🌸ເອີ້ນໂຊກເອີ້ນລາບ ຄ້າຂາຍລຳ້ລວຍ 💵💸💰
💎ລາຍການປະກອບມີ:
🔸ເຂົ້າຫນົມຫວານ
🔸ຫມາກໄມ້❗️ຫ້າມຂາດຫມາກກ້ວຍ❗️
❌ຫ້າມໃສ່ຫມາກກ້ຽງກັບສີດຳເຂົ້າຫນຽວດຳ

🔸ຄໍາຫມາກ8ຄໍາ
🔸ຢາສູບ8ກອກ
🔸ທຽນ8ເຫລັ້ມ
🔸ແຍກທູບ16ດອກ ແລະ 15ດອກ
🔸ນໍ້າແດງ1ຈອກ ນ້ຳລ້າ1ຈອກ
🔸ດອກໄມ້

👉ແຕ່ງພາແລ້ວໆ ໃຫ້ເອົາໄປວາງຢູ່ຫນ້າບ້ານມູມໃດກະໄດ້ຂອງຫນ້າບ້ານເຮົາ

👉ໄຕ້ທຽນ8ດອກລຽນກັນ ຫນ້າພາຫວານ

👉ຈາກນັ້ນໄຕ້ທູບ16ດອກນັ່ງນົບຫນ້າພາຫວານ

💢ແລ້ວນົບຮ້ອງເທວະດາມາເປີດທາງໃຫ້ແນ່ເດີມື້ນີ້ວັດພຸດຂ້ານ້ອຍໄດ້ແຕ່ງພາຫວານໃຫ້ແມ່ທໍ່ລະນີໃຫ້ເທວະດາມາຊ່ວຍເປີດທາງ ໃຫ້ນາກ4ຕະກູນມາຊ່ວຍເປີດທາງແນ່ເດີ

💢ຫລັງຈາກນັ້ນເອົາທູບທີໄຕ້16ດອກ ໄປປັກໄວ້ທາງໃດກໍ່ໄດ້ຂອງຫນ້າບ້ານ ❌ບໍ່ໃຫ້ໃກ້ພາຫວານເດີສໍາຫລັບທູກ16ດອກ

🔺ແລ້ວກໍ່ມາໃຕ້ຕູບ15ດອກນົບຫນ້າພາຫວານຕໍ່ຮ້ອງໃສ່ວ່າ ມື້ນີ້ຂ້ານ້ອຍໄດ້ເບີກພາຫວານໃຫ້ແມ່ທໍລະນີເດີ ໃຫ້ແມ່ທໍລະນີມາຮັບເອົາ ຖ້າຮັບແລ້ວ ຂໍໃຫ້ເປີດທິດເປີດທາງໃຫ້ຂ້ານ້ອຍຫາເງີນຫາຄໍາຂື້ນເກີນ ໃຫ້ມີກິນມີໃຊ້ມີເງີນໄດ້ເຮັດບຸນເຮັດທານນໍາເດີສາທຸ👉💢ແນວໃດດີໆກະເວົ້າເອົາໂລດຂໍໂຊກຂໍລາບນໍາເພີ່ນ 💢

🔺ຈາກນັ້ນກໍ່ປັກທູບ15ດອກລົງ ຫນ້າພາຫວານໃກ້ກັບທຽນ8ດອກນັ້ນ
🔺ແລ້ວເອົາຢາສູບ8ກອກປັກລົງ ເອົາໄຟຕໍ່ຢາສູບພ້ອມເດີ(ເອົາໄມ້ຈີ້ມແຂ້ວສຽບໃສ່ກົ້ນຢາສູບ ແລ້ວປັກລົງໃສ່ໂຖ )

🙏ຂໍໃຫ້ທຸກຄົນມີແຕ່ໂຊກລາບ ລ້ຳລວຍໆ

🌸Cr ຮູບ ແລະ ລາຍລະອຽດ tomee

ບ້ານໃນຝັນ😍😍
02/06/2024

ບ້ານໃນຝັນ😍😍

ງົດງາມເຫຼືອເກີນ ສະກົດທຸກສາຍຕາສາທຸ🙏🏻🙏🏻🙏🏻
21/05/2024

ງົດງາມເຫຼືອເກີນ ສະກົດທຸກສາຍຕາ
ສາທຸ🙏🏻🙏🏻🙏🏻

ປີ້ງປາແບບນີ້ ພໍຈະເປັນລູກໃພ້ໄດ້ຢູ່ບໍ່😅 ກອບນອກນຸ້ມໃນ
14/05/2024

ປີ້ງປາແບບນີ້ ພໍຈະເປັນລູກໃພ້ໄດ້ຢູ່ບໍ່😅 ກອບນອກນຸ້ມໃນ

ຮູ້ໄວ້ມີປະໂຫຍດ
12/05/2024

ຮູ້ໄວ້ມີປະໂຫຍດ

ມິນິມໍ ມິນິໃຈ ບ້ານໃນຝັນ
12/05/2024

ມິນິມໍ ມິນິໃຈ ບ້ານໃນຝັນ

Address

Champasak

Website

Alerts

Be the first to know and let us send you an email when Knowledge and Pleasure posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category