ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ Phongsaly Ethnic boarding school

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ Phongsaly Ethnic boarding school ຂໍ້ມູນກ່ຽວກັບໂຮງຮຽນ ມ ສ ສາມັນກິນອນຊ?

ຕົວເດັ່ນນັກຮຽນທີ່ໄດ້ປະເພດທີ1-ທີ3ປະຈຳເດືອນ 92022
20/10/2022

ຕົວເດັ່ນນັກຮຽນທີ່ໄດ້ປະເພດທີ1-ທີ3ປະຈຳເດືອນ 92022

ໃນຕອນເຊົ້າຂອງວັນທີ 5 ຕຸລາ  2022 , ທາງໂຮງຮຽນ ມສ ສາມັນກິນນອນຊົນເຜົ່າ ແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດວັນທີ...
06/10/2022

ໃນຕອນເຊົ້າຂອງວັນທີ 5 ຕຸລາ 2022 , ທາງໂຮງຮຽນ ມສ ສາມັນກິນນອນຊົນເຜົ່າ ແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດວັນທີ 7 ຕຸລາ ຄອບຮອບ 28 ປີ. ໃນນັ້ນຜູ້ເຂົ້າຮວ່ມ ມີ: ນ້ອງນັກຮຽນ ມສ ສາມັນກິນຊົນເຜົ່າ ແຕ່ຊັ້ນມ. 1- ມ. 7 ພ້ອມດວ້ຍຄູ ອາຈານ ໝົດທຸກຄົນ ໃນ ໂຮງຮຽນ ມສ ສາມາກິນນອນຊົນເຜົ່າ , ຕາງໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ , ພະແນກສຶກສາທິການ ແລະ ກິລາ ເມືອງ ບຸນເໜືອ , ໂຮງຮຽນເຕັກນິກ ວິຊາ ຊິບແບບປະສົມ , ໂຮຽຮຽນທິດສະດີ ການເມືອງ-ການປົກຄອງ ແຂວງ ຜົ້ງສາລີ ແລະ ແຂກເຊິນ ກໍ່ໃຫ້ກຽດເຂົ້າຮວ່ມພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄອບຮອບ 28 ປີ . ໃນພິທີດັ່ງກ່າວ ນ້ອງໆ ນັກຮຽນ ກໍ່ໄດ້ມອບສໍດອກໄມ້ໃຫ້ແກ່ ການນຳ ພ້ອມດ້ວຍ ຄູ ອາຈານ ແລະ ແຂກເຊີນ ທຸກທ່ານ ທີ່ ມີໜ້າເຂົ້າຮວ່ມ. ທາງໂຮງຮຽນກໍ່ໄດ້ຜ່ານຂໍ້ຕົກລົງຂອງພະແນກສຶກສາ ທິການ ແລະ ກິລາ ແຂວງ ວ່າດ້ວຍການຍ້ອງຍໍຄູ ອາຈານຜູ້ທີ່ມີນ້ຳໃຈຮັກຊາດ, ຜ່ານຂໍ້ຕົກລົງຂອງທ່ານຜູ້ອຳນວຍການໂຮງຮຽນ ມສ ສາມັນກິນນອນ ຊົນເຜົ່າ ວ່າດ້ວຍການຍ້ອງຍໍ ຄູ ອາຈານຜູ້ທີ່ມີຜົນງານດີເດັ່ນ ສອນດີ-ສອນເກັ່ງ ແລະ ຂໍ້ຕົກລົງຂອງນັກຮຽນ ຜູ້ທີ່ມີຜົນງານຮຽນດີ - ຮຽນເກັ່ງໃນສົກຮຽນ 2021 -2022. ພ້ອມດຽວກັນນັ້ນທາງໂຮງຮຽນກໍ່ໄດ້ຜ່ານຂໍ້ຕົກລົງວ່າດວ້ວຍການຍ້ອງຍໍຂອງຄູອາສາ ສະໝັກທີ່ມີຜົນງານດີເດັ່ນປະກອບສວ່ນເປັນຄູສອນຢູ່ໂຮງຮຽນ ມສ ສາມັນກິນນອນຊົນເຜົ່າເປັນເວລາ 5ສົກຮຽນທີ່ຜູ້ກຽ່ວໄດ້ລາອອກຈາກການເປັນຄູອາສາສະໝັກໃນສົກຮຽນ 2022-2023, ທາງໂຮງຮຽນກໍ່ໄດ້ມອບໃບຍ້ອງຍໍ ແລະ ວັດຖຸຈິດໃຈໃຫ້ແກ່ຜູ້ກ່ຽວດວ້ຍ.

01/04/2022

ສະແດງວັນນະຄະດີໂຮງຮຽນສາມັນກິນນອນຊົນເຜົ່າຜົ້ງສາລີ

01/04/2022
ມາໃນວັນທີ24/3/2022ໂຮງຮຽນມສສາມັນກິນນອນຊົນເຜົ່າສ້າງຂະບວນການຫຼິ້ນກິລາຫຼາຍປະເພດເພື່ອຕ້ານປະກົດການຫຍໍ້ທໍ້ແລະສ້າງໃຫ້ສຸຂະພາບມີຄວ...
24/03/2022

ມາໃນວັນທີ24/3/2022ໂຮງຮຽນມສສາມັນກິນນອນຊົນເຜົ່າສ້າງຂະບວນການຫຼິ້ນກິລາຫຼາຍປະເພດເພື່ອຕ້ານປະກົດການຫຍໍ້ທໍ້ແລະສ້າງໃຫ້ສຸຂະພາບມີຄວາມແຂງແຮງ

ພິທີເປີດການແຂ່ງຂັນກິລາວັນນະຄະດີ-ຖາມຕອບ ຄວາມຮູ້ວິທະຍາສາດຂອງໂຮງຮຽນມສຊົນເຜົ່າ      ມາໃນຕອນເຊົ້າຂອງວັນທີ23/3/2022ນີ້ໄດ້ຈັດໃຫ...
23/03/2022

ພິທີເປີດການແຂ່ງຂັນກິລາວັນນະຄະດີ-ຖາມຕອບ ຄວາມຮູ້ວິທະຍາສາດຂອງໂຮງຮຽນມສຊົນເຜົ່າ
ມາໃນຕອນເຊົ້າຂອງວັນທີ23/3/2022ນີ້ໄດ້ຈັດໃຫ້ມີພິທີເປີດບັ້ນແຂ່ງຂັນກິລາ-ວັນນະຄະດີລະຫວ່າງຫ້ອງຕໍ່ຫ້ອງ ຂອງໂຮງຮຽນມສຊົນເຜົ່າມີຜູ້ເຂົ້າຮ່ວມທັງຫມົດ70ຄົນ
ໃນພິທີດັ່ງກ່າວທ່ານຄຳສຸດໄຊຊະນະເດດຮອງອຳນວຍການໂຮງຮຽນໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັັ້ງປະຕິບັດວຽກງານກິລາວັນນະຄະດີແລະຖາມຕອບວິທະຍາສາດ ໃນຕອນທ້າຍພິທີຍັງໄດ້ຮັບການໂອ້ລົມຂອງທ່ານສົມພອນວິໄລຈິດອຳນວຍການໂຮງຮຽນມສຊົນເຜົ່າ ທັງເປັນປະທານໃນພິທີ

ການມອບລາງວັນນັກຮຽນໄດ້ປະເພດປະຈຳເດືອນ 2     ໃນຕອນເຊົ້າຂອງວັນທີ 21ມີນາ2022ນີ້ຈັດໃຫ້ມີການສະຫຼຸບຕີລາຄາຜົນສຳເລັດພາຍໃນຫນື່ງເດືອ...
21/03/2022

ການມອບລາງວັນນັກຮຽນໄດ້ປະເພດປະຈຳເດືອນ 2
ໃນຕອນເຊົ້າຂອງວັນທີ 21ມີນາ2022ນີ້ຈັດໃຫ້ມີການສະຫຼຸບຕີລາຄາຜົນສຳເລັດພາຍໃນຫນື່ງເດືອນຜ່ານມາສາມາດຍາດໄດ້ປະເພດແຕ່ຊັ້ນມ1-ມ7ປະກອບດ້ວຍ
ປະເພດທີ1-ທີ3ໂດຍການເຂົ້າຮ່ວມເປັນປະທານໂດຍທ່ານສົມພອນ ວິໄລຈິດ ຜູ້ອຳນວຍການໂຮງຮຽນພ້ອມດ້ວຍຄະນະທັງ2ທ່ານ.

ຂ່າວ : ---ການມອບຂອງຂວັນລາງວັນໃຫ້ແກ່ນັກຮຽນຜູ້ທີ່ມີຜົນງານໃນການຮຽນ - ການສອນ ----  ໃນຕອນເຊົ້າວັນທີ 28 / 2 /2022 ເວລາ 8: 00 ນ...
28/02/2022

ຂ່າວ : ---ການມອບຂອງຂວັນລາງວັນໃຫ້ແກ່ນັກຮຽນຜູ້ທີ່ມີຜົນງານໃນການຮຽນ - ການສອນ ----
ໃນຕອນເຊົ້າວັນທີ 28 / 2 /2022 ເວລາ 8: 00 ນາທີ ນະທີເດີ່ນຂອງໂຮງຮຽນສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ ໄດ້ຈັດໃຫ້ມີການມອບຂອງຂວັນລາງວັນປະເພດທີ 1 -ທີ 3 ແລະ ມອບໃບຢັ້ງຢືນນັກຮຽນເກັ່ງເສັງຂັ້ນເມືອງ ແລະ ໄດ້ມອບລາງວັນໃຫ້ຄູອາຈານສອນບໍຳລຸງນັກຮຽນ ເກັ່ງເສັງໄດ້ຂັ້ນເມືອງ ປະເພດທີ 1 ວິຊາຟີກ ມ 7 ນາງ ກໍເຊີ ແລະ ທ້າວໄຊຍະສິນ ເສັງວິຊາ ຄະນິດສາດ ມ4ປະເພດທີ 2 ທ້າວ ສາຮື ວິຊາຄະນິດສາດ ມ7 ປະເພດທີ 2 ອຈ ຜູ້ບໍຳລູງ ອຈ ບຸນແສງແກ້ວ( ວິຊາຄະນິດສາດ ) ແລະ ອຈ ບຸນຄຳ ( ວິຊາຟີຊິກ ) ໂດຍການກ່າວມອບໂດຍ : ທ່ານສົມພອນ ວິໄລຈິດ ຜູ້ອຳນວຍການໂຮງຮຽນ ແລະ ຄະນະໂຮງຮຽນ.

ນັກຮຽນທີ່ເປັນຕົວແທນເຂົ້າສອບເສັງນັກຮຽນເກັ່ງຊັ້ນ 4 ແລະມ7 ລະດັບຂັ້ນເມືອງບຸນເຫນືອປະຈໍາສົກຮຽນ2021-2022ໃນນັ້ນໂຮງຮຽນມສ ສາມັນກິນ...
25/02/2022

ນັກຮຽນທີ່ເປັນຕົວແທນເຂົ້າສອບເສັງນັກຮຽນເກັ່ງຊັ້ນ 4 ແລະມ7 ລະດັບຂັ້ນເມືອງບຸນເຫນືອປະຈໍາສົກຮຽນ2021-2022
ໃນນັ້ນໂຮງຮຽນມສ ສາມັນກິນນອນຊົນເຜົ່າສາມາດຍາກໄດ້ທີ1-2 ມີ
ວິຊາ ຟິຊິກສາດ ຊັ້ນ 7 ປະເພດທີ 1
ວິຊາ ຄະນິດສາດ ມ4 ແລະ ມ7 ປະເພດທີ 2.

ສະຫຼຸບຜົນການຈັດຕັ້ງການສອບເສັງປະຈຳພາກຮຽນທີ່1ຂອງໂຮງຮຽນສາມັນກິນນອນຊົນເຜົ່າ
23/02/2022

ສະຫຼຸບຜົນການຈັດຕັ້ງການສອບເສັງປະຈຳພາກຮຽນທີ່1ຂອງໂຮງຮຽນສາມັນກິນນອນຊົນເຜົ່າ

ແຈ້ງການ:ເລື່ອງ ຈັດຕັ້ງສອບເສັງພາກຮຽນທີ1 ແລະ ຈັດຕັ້ງການຮຽນ-ການສອນ ແບບເຊິ່ງໜ້າ ຂອງໂຮງຮຽນ ສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ.ໃຫ...
26/01/2022

ແຈ້ງການ:ເລື່ອງ ຈັດຕັ້ງສອບເສັງພາກຮຽນທີ1 ແລະ ຈັດຕັ້ງການຮຽນ-ການສອນ ແບບເຊິ່ງໜ້າ ຂອງໂຮງຮຽນ ສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ.
ໃຫ້ນັກຮຽນທຸກຄົນປະຕິບັດຕາມແຈ້ງສະບັບນີ້.

Address

Boun Nua

Website

Alerts

Be the first to know and let us send you an email when ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ Phongsaly Ethnic boarding school posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ Phongsaly Ethnic boarding school:

Shortcuts

Share

Category