ໂຮງຮຽນ ມ.ປ ອີ່ໄລ - Lycée De ILAY

ໂຮງຮຽນ ມ.ປ ອີ່ໄລ -  Lycée De  ILAY Contact information, map and directions, contact form, opening hours, services, ratings, photos, videos and announcements from ໂຮງຮຽນ ມ.ປ ອີ່ໄລ - Lycée De ILAY, School, เวียงจันทน์, Ban Naxaythong.

ໂຮງຮຽນມັດທະຍົມຕອນປາຍອີ່ໄລ ສ້າງຕັ້ງຂື້ນເມື້ອວັນທີ 1 ກັນຍາ 1980 ເປັນໂຮງຮຽນຫຼັງທີໜື່ງຂອງເມືອງນາຊາຍທອງ ແລະ ເປັນຫຼັງທີ 4 ຂອງນະຄອນຫຼວງວຽງຈັນ ໂດຍໃຊ້ຊື່ວ່າ "ໂຮງຮຽນອຸດົມເລກ 4"

16/08/2026

ແຈ້ງການ: ເຖີງບັນດາອໍານາດການປົກຄອງບ້ານທີ່ມີນັກຮຽນ ຂື້ນກັບເຂດຮັບຜິດຊອບຂອງໂຮງຮຽນ ມ.ປ ອີ່ໄລ (12 ໝູ່ບ້ານ) ຂໍເຊີນເຂົ້າຮ່ວມກອງປະຊຸມສະຫຼຸບປິດປີຮຽນ ສົກຮຽນ 2025-2026 ແລະ ວາງແຜນທິດທາງໃນສົກຮຽນ 2026-2027.
-----------------------------
🗓️ ວັນທີ: 17 ສິງຫາ 2026
⏱️ ເວລາ: 08:00 am
📌 ສະຖານທີ່: ຫ້ອງການໂຮງຮຽນ ມ.ປ ອີ່ໄລ
-----------------------------
#ໂຮງຮຽນ ມ.ປ ອີ່ໄລ

ຂໍສະແດງຄວາມຊົມເຊີຍ ---------------------------------------ໂຮງຮຽນມັດທະຍົມສືກສາຕອນປາຍ ອີ່ໄລ ຂໍສະແດງຄວາມຊົມເຊີຍ ມາຍັງນ້ອງນັ...
23/07/2026

ຂໍສະແດງຄວາມຊົມເຊີຍ
---------------------------------------
ໂຮງຮຽນມັດທະຍົມສືກສາຕອນປາຍ ອີ່ໄລ ຂໍສະແດງຄວາມຊົມເຊີຍ ມາຍັງນ້ອງນັກຮຽນທີສອບເສັງຈົບຊັ້ນ ມ. 7 ສົກຮຽນ 2025-2026
- ສາມາດຍາດໄດ້ໃບປະກາສະນິຍະບັດແດງ ຈຳນວນ 1 ນ້ອງ.
- ສາມາດຍາດໄດ້ຄະແນນສະເລ່ຍ 7 ຂື້ນໄປ ມີຈຳນວນ 13 ນ້ອງ.
---------------------------------------
ແອັດມິນຂໍຕາງໜ້າທາງໂຮງຮຽນ ຄູ-ອາຈານ ຂໍສະແດງຄວາມຍິນດີນຳນັກຮຽນໝົດທຸກຄົນທີສາມາດເສັງຈົບການສືກສາ ແລະ ສາມາດຍາດໃບປະກາສະນິຍະບັດແດງ ແລະ ໄດ້ຄະແນນສະເລ່ຍ 7 ຂື້ນໄປ ໝົດທຸກຄົນ ສຸດທ້າຍນິຂໍໃຫ້ຮັກສາມູນເຊື້ອອັນດີນີ້ເພື່ອນຳໄປພັດທະນາໂຕເອງ ແລະ ປະເທດຊາດ ຕໍ່ໄປ.
---------------------------------------
#ໂຮງຮຽນ ມ.ປ ອີ່ໄລ

ILAY No' 1 ------------------------------------ໃນວັນທີ 16 ກໍລະກົດ 2026 ອາສາສະໝັກຊົມຣົມຖ່າຍພາບ ໂຮງຮຽນມັດທະຍົມສຶກສາຕອນປາຍອ...
20/07/2026

ILAY No' 1
------------------------------------
ໃນວັນທີ 16 ກໍລະກົດ 2026 ອາສາສະໝັກຊົມຣົມຖ່າຍພາບ ໂຮງຮຽນມັດທະຍົມສຶກສາຕອນປາຍອີ່ໄລ ເຂົ້າຮ່ວມພິທີປະກາດຜົນລາງວັນ ການປະກວດສ້າງຄຣິບ ວິດີໂອວີດີໂອສັ້ນທີ່ມີເນື້ອເຊີນຊວນບໍລິຈາກເລືອດ ທີ່ນ້ອງໆ ອາສາສະໝັກໄດ້ສົ່ງເຂົ້າປະກວດ ຢູ່ທີ: ສະຖາບັນເລືອດແຫ່ງຊາດລາວ.
ສະຫຼຸບຜົນການແຂ່ງຂັນ:
ອັນດັບທີ 1 ໂຮງຮຽນ ມປ ອີ່ໄລ 🥇
ອັນດັບທີ 2 ໂຮງຮຽນ ມສ ໂນນສະອາດ🥈
ອັນດັບທີ 3 ໂຮງຮຽນ ມສ ສາທິດ🥉
------------------------------------
ທີມໂຮງຮຽນ ມປ ອີ່ໄລ:
1. ອຈ ສຸວັນນະລັດ ພົມມະຈັນ
2. ນ. ສຸນາລິນ ສີວິເສດ
3. ນ. ບົວທິບ ພົມມະວົງ
4. ນ. ລັດສະໝີ ໄມຈະເລີນ
5. ທ. ວິລະກອນ ແສງທອງ
6. ທ. ນິລະພົນ ລາດຊະວົງສາ
------------------------------------
ແອັດມິນຂໍຕ່າງໜ້າ ຄູ-ອາຈານ ໂຮງຮຽນ ມປ ອີ່ໄລ ຂໍຊົມເຊີຍ ແລະ ຂໍຂອບໃຈ ກັບຜົນສໍາເລັດໃນຄັ້ງນີ້ ທີ່ອາສາສະໝັກທັງໝົດ ລວມເຖີງອາຈານ ນໍາພາ ທີ່ເອົາໃຈໃສ່ເສຍສະລະເວລາ, ເຫືອແຮງ, ສະຕິປັນຍາ ຈົນໄດ້ຮັບຜົນສໍາເລັດ ຄວ້າອັນທີ 1 ມາໄດ້ ຂໍໃຫ້ອາສາສະໝັກເຮົາຮັກສາມູນເຊື່ອນີ້ໄວ ແລະ ພັດທະນາຍິ່ງໆຂື້ນໄປເດີ 🥳🎊🎉👍
------------------------------------
#ໂຮງຮຽນ ມ.ປ ອີ່ໄລ

#ອາສາສະໝັກຊົມຣົມຖ່າຍພາບ
#ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ

ແຈ້ງຜົນການສອບເສັງຈົບຊັ້ນ ມ.7 ໂຮງຮຽນມັດທະຍົມສຶກສາຕອນປາຍອີ່ໄລ ສົກຮຽນ 2025-2026 --- #ໂຮງຮຽນ ມ.ປ ອີ່ໄລ
19/07/2026

ແຈ້ງຜົນການສອບເສັງຈົບຊັ້ນ ມ.7 ໂຮງຮຽນມັດທະຍົມສຶກສາຕອນປາຍອີ່ໄລ ສົກຮຽນ 2025-2026
-
-
-
#ໂຮງຮຽນ ມ.ປ ອີ່ໄລ

ວັນທີ 14-15 ກໍລະກົດ 2026 ອົງການກາແດງນະຄອນຫຼວງວຽງຈັນ ໄດ້ຈັດຝືກອົບຮົບປະຖົມພະຍາບານຂັ້ນເບື້ອງຕົ້ນໃຫ້ແກ່ອາສາສະໝັກ ໂຮງຮຽນ ມ.ປ ...
18/07/2026

ວັນທີ 14-15 ກໍລະກົດ 2026 ອົງການກາແດງນະຄອນຫຼວງວຽງຈັນ ໄດ້ຈັດຝືກອົບຮົບປະຖົມພະຍາບານຂັ້ນເບື້ອງຕົ້ນໃຫ້ແກ່ອາສາສະໝັກ ໂຮງຮຽນ ມ.ປ ອີ່ໄລ ເພື່ອກຽມຄວາມພ້ອມໃນຫຼາຍໆໜ້າວຽກ ແລະ ເພື່ອເປັນຄວາມຮູ້ຂັ້ນພື່ນຖານແກ່ອາສາສະໝັກ.
--------------------------------------------
#ໂຮງຮຽນ ມ.ປ ອີ່ໄລ

ແຈ້ງເຫດດ່ວນໂທ: 1625
ສາມາດດາວໂຫລດຮູບພາບໄດ້ທີ່ນີ້: https://drive.google.com/drive/folders/1M6fEcHXoibkkeJsF1hMqxXXwduPWPmQD?usp=sharing

ແຈ້ງການ:---ແຈ້ງການສໍາລັບນ້ອງນັກຮຽນຂັ້ນ ມ. 7 ສົກຮຽນ 2025-2026 ທີ່ຕ້ອງການຮູບເພື່ອໄປແລ່ນເອກກະສານຕ່າງໆ ສາມາດມາພົວພັນເອົາໄດ້ ...
11/07/2026

ແຈ້ງການ:
-
-
-
ແຈ້ງການສໍາລັບນ້ອງນັກຮຽນຂັ້ນ ມ. 7 ສົກຮຽນ 2025-2026 ທີ່ຕ້ອງການຮູບເພື່ອໄປແລ່ນເອກກະສານຕ່າງໆ ສາມາດມາພົວພັນເອົາໄດ້ ສະຖານທີຫ້ອງການ ໂຮຽຮຽນ ຕາມວັນເວລາລັດທະການ ແລະ ຍັງສາມາດດາວໂຫລດໄດ້ຕາມລີ້ງຂ້າງລຸ່ມນີ້:
https://drive.google.com/drive/folders/1eebGfAHQzcKaDMjQgCsqNxX76Aj4Ik_A?usp=sharing
#ໂຮງຮຽນ ມ.ປ ອີ່ໄລ

ສໍາລັບນ້ອງນັກຮຽນທີ່ສົນໃຈໃນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ ເລີ່ມລົງທະບຽນໄດ້ແລ້ວເດີ
06/07/2026

ສໍາລັບນ້ອງນັກຮຽນທີ່ສົນໃຈໃນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ ເລີ່ມລົງທະບຽນໄດ້ແລ້ວເດີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈະເລີ່ມເປີດໃຫ້ລົງທະບຽນສະໝັກສອບເສັງຜ່ານລະບົບອອນລາຍ ໃນວັນທີ 6 ກໍລະກົດ - ວັນທີ 5 ສິງຫາ 2026 ນີ້, ສາມາດລົງທະບຽນໄດ້:

✅ຜ່ານເວັບໄຊ: https://entrance.nuol.edu.la/
✅ເປີດໃຫ້ມາຮັບບັດເຂົ້າຫ້ອງສອບເສັງ ວັນທີ 13 ກໍລະກົດ ຫາ ວັນທີ 5 ສິງຫາ 2026 ທີ່ສະໂມສອນໃຫຍ່ ມຊ
✅ການສອບເສັງ ແມ່ນ ວັນທີ 8 ສິງຫາ 2026, ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍທຳມະຊາດ ແລະ ກຸ່ມ B ສາຍສັງຄົມ
✅ເອກະສານການສະໝັກສອບເສັງ: ສຳລັບຜູ້ທີ່ຈົບໃນສົກສຶກສານີ້ແມ່ນໃຫ້ ສຳເນົາບັດເຂົ້າຫ້ອງສອບເສັງ ມ7 ແລະ ຮູບຕິດບັດຂະໜາດ 3*4 ຈຳນວນ 2 ໃບ; ສ່ວນຜູ້ທີ່ຈົບກ່ອນສົກສຶກສານີ້ແມ່ນໃຫ້ສຳເນົາໃບປະກາດ ມ7 ແລະ ຮູບຕິດບັດຂະໜາດ 3*4 ຈຳນວນ 2 ໃບ.

📍ໝາຍເຫດ: ການລົງທະບຽບສະໝັກສອບເສັງແມ່ນຜ່ານອອນລາຍ, ແຕ່ສຳລັບການສອບເສັງແມ່ນຕ້ອງມາສອບເສັງຕົວຈິງຢູ່ ມຊ ຕາມວັນເວລາທີ່ກຳນົດ.
----------------------------------------
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 📍 page:
1. ກະດານຂ່າວ ມຊ-Kadankao
2. ຂ່າວສານ ມຊ NUoL News

ແຈ້ງການ --- ເຖີງນັກຮຽນຂັ້ນ ມ. 7 ໂຮງຮຽນ ມ.ປ ອີ່ໄລ ທຸກຄົນຊາບວ່າ ວັນທີ 17 ມິຖຸນາ 2026 ເປັນມື້ເປີດການສອບເສັງ. ດັ້ງນັ້ນຂໍໃຫ້ນ...
12/06/2026

ແຈ້ງການ
-
-
-
ເຖີງນັກຮຽນຂັ້ນ ມ. 7 ໂຮງຮຽນ ມ.ປ ອີ່ໄລ ທຸກຄົນຊາບວ່າ ວັນທີ 17 ມິຖຸນາ 2026 ເປັນມື້ເປີດການສອບເສັງ. ດັ້ງນັ້ນຂໍໃຫ້ນັກຮຽນທຸກຄົນປະຕິບັດໂມງເວລາ ແລະ ກົດລະບຽບຂອງ ໂຮງຮຽນ ຊົງຜົມຜູ້ຊາຍໃຫ້ສັ້ນ ແລະ ຜູ້ຍີງທີຜົມແດງໃຫ້ໄປຍ້ອມຄືນ.
ພ້ອມກັນນີ້, Admin ຂໍໃຫ້ນ້ອງນັກຮຽນໝົດທຸກຄົນເສັງໃຫ້ໄດ້ເດີ ສູ້ໆ
---------------------------------------
ຂໍໃຫ້ທຸກຄົນໂຊກດີເດີ 😁
#ໂຮງຮຽນ ມ.ປ ອີ່ໄລ

ຕາຕະລາງສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026--ກຽມເຂົ້າສູ້ສະໜາມຮົບ 17-19/06/2026 ເຮົາສິໄດ້ຮູ້ກັນແລ້ວວ່າຮຽນມາ 12 ປີ ເຮົາໄດ້ຫ...
12/06/2026

ຕາຕະລາງສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026
-
-
ກຽມເຂົ້າສູ້ສະໜາມຮົບ 17-19/06/2026 ເຮົາສິໄດ້ຮູ້ກັນແລ້ວວ່າຮຽນມາ 12 ປີ ເຮົາໄດ້ຫຍັງແດ່ ຂໍໃຫ້ນ້ອງນັກຮຽນທຸກຄົນຕັ້ງໃຈເບີ່ງບົດຮຽນແດ່ເດີ ສູ້ໆເດີ ✌️✌️✌️
---------------------------------------
#ໂຮງຮຽນ ມ.ປ ອີ່ໄລ

13 ຄະນະມະຫາວິທະຍາໄລແຫ່ງຊາດ✅ ເລືອກຄະນະສາຂາທີ່ຕົນເອງມັກແລ້ວໄປສະຫມັກໄດ້ເລີຍ ☺️
10/06/2026

13 ຄະນະມະຫາວິທະຍາໄລແຫ່ງຊາດ
✅ ເລືອກຄະນະສາຂາທີ່ຕົນເອງມັກແລ້ວໄປສະຫມັກໄດ້ເລີຍ ☺️

Address

เวียงจันทน์
Ban Naxaythong
01140

Opening Hours

Monday 08:00 - 17:30
Tuesday 08:00 - 17:30
Wednesday 08:00 - 17:30
Thursday 08:00 - 17:30
Friday 08:00 - 17:30

Website

Alerts

Be the first to know and let us send you an email when ໂຮງຮຽນ ມ.ປ ອີ່ໄລ - Lycée De ILAY posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ໂຮງຮຽນ ມ.ປ ອີ່ໄລ - Lycée De ILAY:

Shortcuts

Share

Category