19/09/2026
ປະທານຄະນະກຳການປົກຄອງນະຄອນຫຼວງວຽງຈັນ ມອບພັນປາຈຳນວນ 25,000 ໂຕ ໃຫ້ແກ່ສະຖາບັນກິລາ-ກາຍຍະກຳ ເພື່ອປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ ແລະ ສ້າງຄວາມອຸດົມສົມບູນ
**************
ໃນວັນທີ 16 ກັນຍາ 2026 ຜ່ານມານີ້, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຕາງໜ້າໃຫ້ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບພັນປາຈຳນວນ 25,000 ໂຕ ໃຫ້ແກ່ສະຖາບັນກິລາ-ກາຍຍະກຳ ພາຍໃຕ້ການຊີ້ນຳອັນໃກ້ຊິດຂອງ ທ່ານ ສີລິລາດ ທົງສິນທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ.
ຕາງໜ້າໃຫ້ຝ່າຍມອບ ໂດຍ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຕາງໜ້າໃຫ້ຝ່າຍຮັບໂດຍ ປອ. ຈັນທະວົງ ປັນຍາສິລິ ຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ແລະ ເປັນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ
ຈຸດປະສົງການມອບພັນປາໃນຄັ້ງນີ້ ມອບໝາຍເພື່ອ ໄປປ່ອຍລົງສູ່ໜອງ ແລະ ແຫຼ່ງນຳ້ທຳມະຊາດພາຍໃນສະຖາບັນ ເພື່ອເປັນການອະນຸລັກ, ເພີ່ມພູນຜົນຜະລິດສັດນຳ້, ທັງເປັນການສ້າງຈິດສຳນຶກໃຫ້ພະນັກງານ, ນັກຮຽນ-ນັກສຶກສາ ຮູ້ຈັກຮັກສາ ແລະ ຫວງແຫນຊັບພະຍາກອນທຳມະຊາດໃຫ້ຍືນຍົງ
ນະໂອກາດນີ້ ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພາຍໃຕ້ການຊີ້ນຳຂອງ ທ່ານ ສີລິລາດ ທົງສິນທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງ
ພາບ ແລະ ຂ່າວໂດຍ: ສາຍນໍ້າຮຸ່ງ
ກວດແກ້: ນ້ຳສອງສີ
#ສະຖາບັນກິລາກາຍຍະກຳ #ນະຄອນຫຼວງວຽງຈັນ #ອະນຸລັກສັດນຳ້ #ສິ່ງແວດລ້ອມ