ຄະນະກະເສດສາດ ແລະ ສິ່ງແວດລ້ອມ ຄກສ Faculty of Agriculture and Environment FOA

ຄະນະກະເສດສາດ ແລະ ສິ່ງແວດລ້ອມ ຄກສ Faculty of Agriculture and Environment FOA Faculty of Agriculture and Environment (FOA) is ones of the faculty under the Savannakhet University

ໂອກາດແຫ່ງການແລກປ່ຽນຄວາມຄິດເຫັນໃນງານສຳມະນາ ຫົວຂໍ້: ກຽມພ້ອມສູ່ຊີວິດການເຮັດວຽກ ແລະ ການສະໝັກທຶນ
02/01/2026

ໂອກາດແຫ່ງການແລກປ່ຽນຄວາມຄິດເຫັນໃນງານສຳມະນາ ຫົວຂໍ້: ກຽມພ້ອມສູ່ຊີວິດການເຮັດວຽກ ແລະ ການສະໝັກທຶນ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ແລະ ວັນສຳຄັນ ຂອງຊາດ ທາງຄະນະນຳ ແລະຜູ້ຕ່າງໜ້າ ທີ່ນຳພາໂດຍທ່ານ ອາຈານ ປອ. ອິນຕ...
31/12/2025

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ແລະ ວັນສຳຄັນ ຂອງຊາດ ທາງຄະນະນຳ ແລະຜູ້ຕ່າງໜ້າ ທີ່ນຳພາໂດຍທ່ານ ອາຈານ ປອ. ອິນຕາ ຈັນທະວົງ ວ່າການແທນ ຫົວໜ້າຄະນະວິຊາ ກະເສດສາດ ແລະ ສິ່ງແວດລ້ອມ ໄດ້ເຂົ້າອວຍພອນ ການນຳ ມະຫາວິທະຍາໄລສະຫວັນນະເຂດ ດ້ວຍບັນຍາກາດທີ່ອົບອຸ່ນ

ນັກສຶກສາພາກວິຊາວິທະຍາສາດສັດ ຄກສ, ລະບົບປົກກະຕິ 4 ປີ ແລະ ລະບົບຕໍ່ເນື່ອງ 2 ປີ ພ້ອມດ້ວຍຄູ-ອາຈານ ໄດ້ລົງໃຫ້ບໍລິການວັກຊີນແກ່ສັດ...
24/11/2025

ນັກສຶກສາພາກວິຊາວິທະຍາສາດສັດ ຄກສ, ລະບົບປົກກະຕິ 4 ປີ ແລະ ລະບົບຕໍ່ເນື່ອງ 2 ປີ ພ້ອມດ້ວຍຄູ-ອາຈານ ໄດ້ລົງໃຫ້ບໍລິການວັກຊີນແກ່ສັດ ໃນເຂດບ້ານອ້ອມຂ້າງ ມະຫາວິທະຍາໄລສະຫວັນນະເຂດ ຊຶ່ງເປັນໜຶ່ງໃນພາລະກິດບໍລິການວິຊາການແກ່ສັງຄົມ ຂອງມະຫາວິທະຍາໄລສະຫວັນນະເຂດ.

📣ຕ້ອງການພະນັກງານປະຈຳໂຄງການອານຸລັກໝີລາວ, ພະນັກງານສຶກສາສາມາດສື່ສານພາສາອັງກິດ 1 ຄົນສາມາດສື່ສານພາສາຈີນ + ພື້ນຖານພາສາອັງກິດ 1...
15/11/2025

📣ຕ້ອງການພະນັກງານປະຈຳໂຄງການອານຸລັກໝີລາວ, ພະນັກງານສຶກສາ

ສາມາດສື່ສານພາສາອັງກິດ 1 ຄົນ
ສາມາດສື່ສານພາສາຈີນ + ພື້ນຖານພາສາອັງກິດ 1 ຄົນ

ຕ້ອງການດ່ວນ!!

10/11/2025
ການຄັດເລືອກຜູ້ທີ່ໄດ້ຮັບ "ທຶນການສຶກສາຂົງເຂດຂະແໜງປ່າໄມ້ໃນ ສປປ ລາວ ປະຈໍາປີ 2025" ໄດ້ສິ້ນສຸດລົງຢ່າງສຳເລັດຜົນ. ພວກເຮົາມີຄວາມຍ...
07/11/2025

ການຄັດເລືອກຜູ້ທີ່ໄດ້ຮັບ "ທຶນການສຶກສາຂົງເຂດຂະແໜງປ່າໄມ້ໃນ ສປປ ລາວ ປະຈໍາປີ 2025" ໄດ້ສິ້ນສຸດລົງຢ່າງສຳເລັດຜົນ. ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງທີ່ຈະປະກາດລາຍຊື່ນັກສຶກສາທັງໝົດ ທີ່ໄດ້ຮັບທຶນການສຶກສາ ເພື່ອສືບຕໍ່ການສຶກສາໃນສົກຮຽນ 2025-2026 ນີ້.
ທຶນການສຶກສາຄັ້ງນີ້ປະກອບມີ:
ລະດັບປະລິນຍາຕີ: ຈຳນວນ 15 ຄົນ.
ລະດັບປະລິນຍາໂທ: ຈຳນວນ 81 ຄົນ ທີ່ໄດ້ຮັບການສະໜັບສະໜູນອັນມີຄຸນຄ່າຈາກ 3 ບໍລິສັດອຸດສາຫະກຳໄມ້ຊັ້ນນຳໃນ ສປປ ລາວ ຄື: ບໍລິສັດ ແມ່ຂອງປູກໄມ້ (Mekong Timber Plantations) ຈຳກັດ, ບໍລິສັດ Silvicarbon Agroforestry ຈຳກັດຜູ້ດຽວ, ແລະ ບໍລິສັດ ບົວລະພາ ກະສິກຳປ່າໄມ້ ຈຳກັດ.
ນັກສຶກສາທຸກທ່ານຈະໄດ້ເຂົ້າສຶກສາຢູ່ 3 ມະຫາວິທະຍາໄລຊັ້ນນຳຂອງ ສປປ ລາວ ຄື:
ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ.
ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ.
ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດ, ແຂວງສະຫວັນນະເຂດ.
ພວກເຮົາຫວັງຢ່າງຍິ່ງວ່າໂອກາດອັນລ້ຳຄ່າຄັ້ງນີ້ ຈະເປັນດັ່ງແສງໄຟເຍືອງທາງທີ່ນຳພາໃຫ້ນັກສຶກສາທຸກທ່ານປະສົບຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້. ພ້ອມກັນນັ້ນ, ຈົ່ງນຳໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮັບ ເພື່ອສືບຕໍ່ປະກອບສ່ວນ ແລະ ຜັນຂະຫຍາຍວຽກງານໃນຂົງເຂດປ່າໄມ້ຂອງຊາດໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຢ່າງຍືນຍົງ.



ພວກເຮົາມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮັບກຽດຈາກຄະນະກໍາມະການຜູ້ຊົງຄຸນວຸດທິ ເຂົ້າມາເປັນຕົວແທນໃນການຄັດເລືອກຜູ້ທີ່ຈະໄດ້ຮັບ...
07/11/2025

ພວກເຮົາມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮັບກຽດຈາກຄະນະກໍາມະການຜູ້ຊົງຄຸນວຸດທິ ເຂົ້າມາເປັນຕົວແທນໃນການຄັດເລືອກຜູ້ທີ່ຈະໄດ້ຮັບ "ທຶນການສຶກສາຂົງເຂດຂະແໜງການປ່າໄມ້ໃນ ສປປ ລາວ ປະຈໍາປີ 2025".

ຄະນະກໍາມະການທຸກທ່ານລ້ວນແລ້ວແຕ່ເປັນບຸກຄົນສຳຄັນທີ່ມີບົດບາດໂດດເດັ່ນໃນການພັດທະນາສັງຄົມ, ປະກອບດ້ວຍຄູອາຈານ, ນັກວິຊາການ, ແລະ ຜູ້ບໍລິຫານທີ່ມີປະສົບການຢ່າງກວ້າງຂວາງ ພ້ອມດ້ວຍວິໄສທັດທີ່ກ້າວໄກໃນຂົງເຂດປ່າໄມ້.

ດ້ວຍຄວາມເລັງເຫັນເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນຂອງວຽກງານໃນຂົງເຂດນີ້, ການເຂົ້າຮ່ວມຄັດເລືອກທຶນການສຶກສາຄັ້ງນີ້ ຈຶ່ງເປັນສິ່ງທີ່ຄະນະກໍາມະການທຸກທ່ານໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດ. ນອກຈາກນີ້, ຍັງເປັນການສ່ອງແສງທິດທາງອັນຊັດເຈນໃຫ້ແກ່ນັກສຶກສາທີ່ມີຄວາມມັກຮັກໃນວຽກງານປ່າໄມ້ ໄດ້ສືບຕໍ່ສານຝັນຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານດັ່ງກ່າວໃຫ້ເກີດດອກອອກຜົນເປັນຈິງ.









ໂຄງການ Circular ສ້າງກິດຈະກຳ ແລະມອບຖັງຂີ້ເຫຍື້ອ ໃຫ້ຄະນະກະເສດສາດແລະສິ່ງແວດລ້ອມ  ມະຫາວິທະຍາໄລສະຫວັນນະເຂດ ເພື່ອສ້າງຈິດສຳນຶກໃ...
30/10/2025

ໂຄງການ Circular ສ້າງກິດຈະກຳ ແລະມອບຖັງຂີ້ເຫຍື້ອ ໃຫ້ຄະນະກະເສດສາດແລະສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ ເພື່ອສ້າງຈິດສຳນຶກໃນການແຍກຂີ້ເຫຍື້ອ

ຄະນະກະເສດສາດ ແລະ ສິ່ງແວດລ້ອມ ໄດ້ລົງເຜີຍແຜ່ຫລັກສູດ ປະລິນຍາໂທ ແລະ ປະລິນຍາຕີ ຕໍ່ເນື່ອງ ທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສ...
21/10/2025

ຄະນະກະເສດສາດ ແລະ ສິ່ງແວດລ້ອມ ໄດ້ລົງເຜີຍແຜ່ຫລັກສູດ ປະລິນຍາໂທ ແລະ ປະລິນຍາຕີ ຕໍ່ເນື່ອງ ທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສາລະວັນ

📢 ຂະຫຍາຍເວລາ ແລະ ປັບເງື່ອນໄຂຈາກ 35 ປີ ເປັນ 45ປີ ສໍາລັບການເປີດຮັບສະໝັກ ທຶນການສຶກສາປະລິນຍາໂທ ຂະແໜງປ່າໄມ້ໃນລາວ ປະຈຳປີ 2025!...
20/10/2025

📢 ຂະຫຍາຍເວລາ ແລະ ປັບເງື່ອນໄຂຈາກ 35 ປີ ເປັນ 45ປີ ສໍາລັບການເປີດຮັບສະໝັກ ທຶນການສຶກສາປະລິນຍາໂທ ຂະແໜງປ່າໄມ້ໃນລາວ ປະຈຳປີ 2025!
ສຳລັບນັກສຶກສາ ທີ່ມີຜົນການຮຽນດີເລີດ ແລະ ມີຄວາມສົນໃຈໃນ ຂະແໜງປ່າໄມ້ ໃນ 3 ມະຫາວິທະຍາໄລ ເປົ້າໝາຍຂອງລາວ ເຊັ່ນ:

ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ;

ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ມະຫາວິທະຍາໄລສຸພານຸວົງ, ແຂວງ ຫຼວງພະບາງ ;

ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດ, ແຂວງ ສະຫວັນນະເຂດ.

🎓 ວິທີການສະໝັກ: ສໍາລັບທ່ານໃດທີ່ສົນໃຈ ສາມາດສະແກນຄິວອາໂຄດໃນໂພສເຕີ ຫຼື ກົດລິ້ງດ້ານລຸ່ມ ເພື່ອເບິ່ງລາຍລະອຽດເງື່ອນໄຂ, ວິທີການສະໝັກ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່:

https://bit.ly/3ISfYvN

ທ່ານສາມາດສົ່ງເເບບຟອມ ຜ່ານຊ່ອງທາງໃດກໍໄດ້ ໃນ 3 ຊ່ອງທາງດັ່ງນີ້:
👉🏻 ຊ່ອງທາງທີ 1) ໄປສະນີ:
ຫ້ອງການ Protection and Sustainable Use of Forest Ecosystems and Biodiversity (ProFEB)

Deutsche Gesellschaft für Internationale Zusammenarbeit (GIZ) GmbH

ຕູ້ໄປສະນີ 9233, ຫ້ອງການ ProFEB ນະຄອນຫຼວງວຽງຈັນ.

👉🏻 ຊ່ອງທາງທີ 2) ຍື່ນດ້ວຍຕົນເອງໄດ້ທີ່: ຫ້ອງການ ProFEB/GIZ ຖະໜົນອາຊຽນ, ບ້ານສີດໍາດວນ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສະຖານທີ່: https://maps.app.goo.gl/RYNXgzHPJCEkazdf9

👉🏻 ຊ່ອງທາງທີ 3) ສົ່ງທາງອີເມວ: ນາງ ພອນທິບ ສີສົມບູນ: [email protected]

🗓 ມື້ສຸດທ້າຍຂອງການສົ່ງແບບຟອມ: ວັນທີ 22 ຕຸລາ 2025

✍️ ສາມາດຕື່ມແບບຟອມເປັນ ພາສາລາວ ຫຼື ພາສາອັງກິດ ໃຫ້ຄົບຕາມເງື່ອນໄຂລະບຸໄວ້ໃນເອກະສານແນະນໍາ

📞 ສອບຖາມ: 020 92-239-693; 020 52-932-236

14/10/2025
14/10/2025

Address

Savannakhet University, Lao PDR
Ban Kaison
1031

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 17:00

Telephone

+856309694394

Website

Alerts

Be the first to know and let us send you an email when ຄະນະກະເສດສາດ ແລະ ສິ່ງແວດລ້ອມ ຄກສ Faculty of Agriculture and Environment FOA posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ຄະນະກະເສດສາດ ແລະ ສິ່ງແວດລ້ອມ ຄກສ Faculty of Agriculture and Environment FOA:

Shortcuts

Share

Category