Savannakhet Teacher Training College

Savannakhet Teacher Training College Training the student teachers who are going to be the teachers in the kindergarden, primary, secondary and high school.

ພິທີການແຂ່ງຂັນກິລາບານເຕະຍິງ-ຊາຍ ຮອບຊີງຊະນະເລີດ ພາກສິ້ນປີຮຽນ ວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2025-2026.***************...
12/08/2026

ພິທີການແຂ່ງຂັນກິລາບານເຕະຍິງ-ຊາຍ ຮອບຊີງຊະນະເລີດ ພາກສິ້ນປີຮຽນ ວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2025-2026.
******************************************
ໃນຕອນບ່າຍ ຂອງວັນທີ 11 ສິງຫາ 2026 ເວລາ 16:00-18:00 ທີ່ສະໜາມບານເຕະຂອງ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດພິທີການແຂ່ງຂັນກິລາບານເຕະຍິງ-ຊາຍ ຮອບຊີງຊະນະເລີດ ພາກສິ້ນປີຮຽນ ວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2025-2026. ໃຫ້ກຽດເປັນປະທານໃນຄັ້ງນີ້ໂດຍ ທ່ານ ມານະຈິດ ກ່ອງແກ້ວມະນີວົງ ຮອງຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ. ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາພາກສິ້ນປີຮຽນທັງໝົດໄດ້ເຂົ້າຮ່ວມໃນພິທີນີ້ຢ່າງພ້ອມພຽງ.

ພິທີການແຂ່ງຂັນກິລາດຶງເຊືອກຮອບຊີງຊະນະເລີດ ພາກສິ້ນປີຮຽນ ວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2025-2026.*********************...
12/08/2026

ພິທີການແຂ່ງຂັນກິລາດຶງເຊືອກຮອບຊີງຊະນະເລີດ ພາກສິ້ນປີຮຽນ ວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2025-2026.
******************************************
ໃນຕອນບ່າຍ ຂອງວັນທີ 11 ສິງຫາ 2026 ເວລາ 14:00-15:00 ທີ່ສະໜາມບານເຕະຂອງ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດພິທີການແຂ່ງຂັນກິລາດຶງເຊືອກຮອບຊີງຊະນະເລີດ ພາກສິ້ນປີຮຽນ ວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2025-2026. ໃຫ້ກຽດເປັນປະທານໃນຄັ້ງນີ້ໂດຍ ທ່ານ ມານະຈິດ ກ່ອງແກ້ວມະນີວົງ ຮອງຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ. ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາພາກສິ້ນປີຮຽນທັງໝົດໄດ້ເຂົ້າຮ່ວມໃນພິທີນີ້ຢ່າງເບີກບານມ່ວນຊື່ນ.

ພິທີຈັດກິດຈະກໍາພົບປະ ໂອ້ລົມ ນັກສຶກສາພາກສິ້ນປີຮຽນ ສະຫວັນນະເຂດ ປະຈໍາສົກຮຽນ 2026-2027.*************************************...
07/08/2026

ພິທີຈັດກິດຈະກໍາພົບປະ ໂອ້ລົມ ນັກສຶກສາພາກສິ້ນປີຮຽນ ສະຫວັນນະເຂດ ປະຈໍາສົກຮຽນ 2026-2027.
******************************************
ໃນຕອນບ່າຍ ຂອງວັນທີ 6.8.2026 ເວລາ 9:00 ທີຫ້ອງປະຊຸມຊັ້ນ II ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດກິດຈະກໍາພົບປະ ໂອ້ລົມ ນັກສຶກສາພາກສິ້ນປີຮຽນ ສະຫວັນນະເຂດ ປະຈໍາສົກຮຽນ 2026-2027. ໃຫ້ກຽດເປັນປະທາານໃນຄັ້ງນີ້ໂດຍ ທ່ານ ພົມມາ ໄຊຍະວົງ ຮັກສາການຜູ້ອໍານວຍການ ວິທະຍາໄລຄູ ສະຫວັນນະເຂດ.

ກອງປະຊຸມການຈັດຕັ້ງປະຕິບັດ ການຮັບນັກຮຽນມາຮຽນຄູ ແລະ ການສອບເສັງຄັດເລືອກນັກຮຽນເຂົ້າຮຽນຄູວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2...
07/08/2026

ກອງປະຊຸມການຈັດຕັ້ງປະຕິບັດ ການຮັບນັກຮຽນມາຮຽນຄູ ແລະ ການສອບເສັງຄັດເລືອກນັກຮຽນເຂົ້າຮຽນຄູວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2026-2027.
******************************************
ໃນຕອນເຊົ້າ ຂອງວັນທີ 6.8.2026 ເວລາ 9:00 ທີຫ້ອງປະຊຸມຊັ້ນ II ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດ ການຮັບນັກຮຽນມາຮຽນຄູ ແລະ ການສອບເສັງຄັດເລືອກນັກຮຽນເຂົ້າຮຽນຄູວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2026-2027. ໃຫ້ກຽດເປັນປະທາານໃນຄັ້ງນີ້ໂດຍ ທ່ານ ພົມມາ ໄຊຍະວົງ ຮັກສາການຜູ້ອໍານວຍການ ວິທະຍາໄລຄູ ສະຫວັນນະເຂດ.

ມ່ວນຄົບທຸກບັນຍາກາດ! 🎤💃✨ເກັບຕົກຄວາມມ່ວນຊື່ນ ແລະ ຄວາມສາມາດຂອງນັກສຶກສາໃນ ພິທີແຂ່ງຂັນສິລະປະວັນນະຄະດີ ແລະ ກິລາ ຂອງນັກສຶກສາພາກ...
03/08/2026

ມ່ວນຄົບທຸກບັນຍາກາດ! 🎤💃✨
ເກັບຕົກຄວາມມ່ວນຊື່ນ ແລະ ຄວາມສາມາດຂອງນັກສຶກສາໃນ ພິທີແຂ່ງຂັນສິລະປະວັນນະຄະດີ ແລະ ກິລາ ຂອງນັກສຶກສາພາກພັກສິ້ນປີຮຽນ ສົກຮຽນ 2025 - 2026 ຄັ້ງວັນທີ 30 ກໍລະກົດ 2026 ທີ່ຈັດຂຶ້ນທີ່ສະໂມສອນ 40 ປີ ວິທະຍາໄລຄູສະຫວັນນະເຂດ

ມັກມູມໃດ ຫລື ຢາກໃຫ້ກຳລັງໃຈທີມໃດ ຕາມໄປຮັບຊົມເຕັມໆ ທັງສອງລິ້ງນີ້ເລີຍ:

🎵 ບັນຍາກາດການປະກວດຮ້ອງເພງ:
👉 https://www.youtube.com/watch?v=wOA3ulykRR4

💃 ບັນຍາກາດການປະກວດຟ້ອນ:
👉 https://www.youtube.com/watch?v=v2xHl2TRUFI

ຢ່າລືມກົດ Like, Share ແລະ Subscribe ໃຫ້ກຳລັງໃຈພວກເຮົາແດ່ເດີ! 😊

#ວຄສ #ວິທະຍາໄລຄູສະຫວັນນະເຂດ #ສິລະປະວັນນະຄະດີແລະກິລາ #ສົກຮຽນ2025_2026

Enjoy the videos and music you love, upload original content, and share it all with friends, family, and the world on YouTube.

ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດງານກິດຈະກຳສະເຫຼີມສະຫຼອງວັນແມ່ຍິງລາວ ຄົບຮອບ 71 ປີ ແລະ ພົບປະນັກສຶກສາພາກພັກສິ້ນປີຮຽນ ຢ່າງມ່ວນຊື...
24/07/2026

ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດງານກິດຈະກຳສະເຫຼີມສະຫຼອງວັນແມ່ຍິງລາວ ຄົບຮອບ 71 ປີ ແລະ ພົບປະນັກສຶກສາພາກພັກສິ້ນປີຮຽນ ຢ່າງມ່ວນຊື່ນ..............****...........
ໃນວັນທີ 23 ກໍລະກົດ 2026, ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດ “ກິດຈະກຳສະເຫຼີມສະຫຼອງວັນແມ່ຍິງລາວ ແລະ ງານລ້ຽງສັງສັນລະຫວ່າງອ້າຍເອື້ອຍຮັກ-ນ້ອງຮັກ” ຂຶ້ນຢ່າງເປັນທາງການ ໂດຍມີຄະນະນຳ, ຄູ-ອາຈານ ແລະ ນັກສຶກສາພາກພັກສິ້ປີຮຽນທຸກຄົນເຂົ້າຮ່ວມຢ່າງພ້ອມພຽງ ເພື່ອເສີມສ້າງຄວາມສາມັກຄີ ແລະ ຄວາມສຳພັນອັນດີງາມພາຍໃນສະຖາບັນ.
• ກິດຈະກຳຍາມເຊົ້າ: ເລີ່ມຕົ້ນດ້ວຍການລົງທະບຽນ ແລະ ອອກກຳລັງກາຍລວມ (ແອໂຣບິກ) ຢຽດເສັ້ນຢືດສາຍທ່າມກາງບັນຍາກາດທີ່ສົດໃສ.
• ການແຂ່ງຂັນກິລາ: ມ່ວນຊື່ນໄປກັບການແຂ່ງຂັນດຶງເຊືອກທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ, ສຽງເຊຍ ແລະ ພະລັງຄວາມສາມັກຄີຂອງໝູ່ຄະນະ.
• ງານລ້ຽງ ແລະ ຜູກແຂນ: ປິດທ້າຍດ້ວຍບັນຍາກາດອັນອົບອຸ່ນຂອງພິທີຜູກແຂນຮັບຂວັນຕາມຮີດຄອງປະເພນີ, ພ້ອມດ້ວຍງານລ້ຽງສັງສັນ ແລະ ການສະແດງຕ່າງໆຢ່າງມ່ວນຊື່ນ.

🎬✨ປະມວນພາບບັນຍາກາດຄວາມມ່ວນຊື່ນ ແລະ ຄວາມອົບອຸ່ນຈາກກິດຈະກຳ "ຈົກສະຫຼາກເອົາຄູ-ອາຈານ ເປັນອ້າຍ-ເອື້ອຍ-ນ້ອງຮັກ" ຂອງນັກສຶກສາວິທະ...
24/07/2026

🎬✨ປະມວນພາບບັນຍາກາດຄວາມມ່ວນຊື່ນ ແລະ ຄວາມອົບອຸ່ນຈາກກິດຈະກຳ "ຈົກສະຫຼາກເອົາຄູ-ອາຈານ ເປັນອ້າຍ-ເອື້ອຍ-ນ້ອງຮັກ" ຂອງນັກສຶກສາວິທະຍາໄລຄູສະຫວັນນະເຂດ ພາກພັກສິ້ນປີຮຽນ ສົກຮຽນ 2025-2026 ພ້ອມທັງຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງສຸດໃຈ.

🎥 ເບິ່ງຄລິບເຕັມໄດ້ແລ້ວທີ່ນີ້:

ວິດີໂອນີ້ສ້າງຂຶ້ນເພື່ອສະແດງຜົນງານຂອງວິທະຍາໄລຄູສະຫວັນນະເຂດ

ພິທີຈັດກິດຈະກໍາອ້າຍ-ເອື້ອຍ-ນ້ອງຮັກ ຮັກແພງແບ່ງປັນລະຫວ່າງຄູ-ອາຈານກັບນັກສຶກສາ ພາກສິ້ນປີຮຽນ ປະຈໍາສົກຮຽນ 2025-2026..............
21/07/2026

ພິທີຈັດກິດຈະກໍາອ້າຍ-ເອື້ອຍ-ນ້ອງຮັກ ຮັກແພງແບ່ງປັນລະຫວ່າງຄູ-ອາຈານກັບນັກສຶກສາ ພາກສິ້ນປີຮຽນ ປະຈໍາສົກຮຽນ 2025-2026...................
ໃນຕອນບ່າຍຂອງຄັ້ງວັນທີ 16.7.2026 ເວລາ 13:30 ທີ່ສະໂມສອນ 40 ປີ ໄດ້ມີການພິທີຈັດກິດຈະກໍາອ້າຍ-ເອື້ອຍ-ນ້ອງຮັກ ຮັກແພງແບ່ງປັນລະຫວ່າງຄູ-ອາຈານກັບນັກສຶກສາ ພາກສິ້ນປີຮຽນ ປະຈໍາສົກຮຽນ 2025-2026.
ໃຫ້ກຽດເປັນປະທານໃນພິທີຄັ້ງນີ້ແມ່ນ ທ່ານ ມານະຈິດ ກ່ອງແກ້ວມະນີວົງ ຮອງຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ. ພ້ອມດ້ວຍຄູ-ອາຈານ ແລະນັກສຶກສາພາກສິ້ນປີຮຽນທັງຫມົດ.

20/07/2026

☺️☺️☺️

ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຂອງຄະນະພັກຮາກຖານວິທະຍາໄລຄູສະຫວັນນະເຂດ******************************...
06/07/2026

ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຂອງຄະນະພັກຮາກຖານວິທະຍາໄລຄູສະຫວັນນະເຂດ
*******************************************************************
ວັນທີ 06 ກໍລະກົດ 2026 ເວລາ 7:30, ທີ່ຫ້ອງປະຊຸມອາຄານ AJ, ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍພາຍໃນກອງປະຊຸມ ໄດ້ມີວາລະທີ່ສຳຄັນ ຄື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ເຜີຍແຜ່ເຊື່ອມຊຶມ ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ X (2026-2030) ວຽກງານສ້າງຄູ ແລະ ຮັບຟັງການຟັງການໂອ້ລົມຂອງຄະນະພັກຂັ້ນເທິງ ແລະ ໃຫ້ທິດຊີ້ນຳ ໂດຍ ສະຫາຍ ວາລີຍະ ສີຈັນທອງທິບ (ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ). ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມປະກອບດ້ວຍ ສະມາຊິກພັກສົມບູນ,ສຳຮອງ ແລະ ມາຫາຊົນກ້າວໜ້າ ທຸກສະຫາຍ ພ້ອມດ້ວຍນັກສຶກສາຄູພາກພັກສິ້ນປີຮຽນຈຳນວນໜຶ່ງ ພາຍໃນວິທະຍາໄລຄູສະຫວັນນະເຂດ ເຂົ້າຮ່ວມຢ່າງພ້ອມພຽງ.

ບັນທຶກພາບ: ເກັດສະໜາ ອິນທິຈັກ
ຂຽນຂ່າວ: ສົມປາດຖະໜາ ໄຊສິດທິເດດ

Address

9 Street, Oudomvilay Village, Kaysone Phomvihane City
Ban Kaison

Alerts

Be the first to know and let us send you an email when Savannakhet Teacher Training College posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to Savannakhet Teacher Training College:

Shortcuts

Share