Savannakhet Hight School(SHS)

Savannakhet Hight School(SHS) ນັກຣຽນຂອງ ໂຣງຣຽນ ມ.ສ ສະຫວັນ

ນື້ເປັນເວັບະເພາະສະມາຊິກນັກຣຽນຂອງ ໂຣງຣຽນ ມ.ສ ສະຫວັນ ທຸກຄົນສາມາດເຂົ້າຣ່ວມໃຫ້ຂໍ້ມູນກັນໄດ້ທີ່ນີ້
ພວກເຣົາມີຈຸດປະສົງຢາກໃຫ້ໄດ້ຣັບຊ່າວສານແບບໃຫມ່ໆຜ່ານທາງເຟັກບູກນີ້

🙏 ຄະນະອະນຸກໍາມະການຮັບຜິດຊອບການກໍ່ສ້າງ ຂໍເຊີນຊວນບັນດາທ່ານຜູ້ໃຈບຸນທັງຫຼາຍ ແລະ ຄະນະສິດເກົ່າ-ຄະນະນ້ອງນັກຮຽນໂຮງຮຽນ ມັດທະຍົມສົ...
26/05/2025

🙏 ຄະນະອະນຸກໍາມະການຮັບຜິດຊອບການກໍ່ສ້າງ ຂໍເຊີນຊວນບັນດາທ່ານຜູ້ໃຈບຸນທັງຫຼາຍ ແລະ ຄະນະສິດເກົ່າ-ຄະນະນ້ອງນັກຮຽນໂຮງຮຽນ ມັດທະຍົມສົມບູນສະຫວັນ (ອຸດົມເລກ4) ທຸກລຸ້ນ ມາຮ່ວມເປັນເຈົ້າພາບ-ເຈົ້າສັດທາ ໃນງານບຸນຜ້າປ່າສາມັກຄີມະຫາກຸສົນ ສ້າງເບົ້າຫຼໍ່ຫຼອມຄົນ ສົມທົບທຶນໃນການບູລະນະປົວແປງອາຄານຮຽນຂອງລູກຫຼານນັກຮຽນທີ່ຊຸດໂຊມ ແລະ ເປ້ເພ. 🙏

🙏ໃນຄັ້ງວັນສຸກ-ວັນເສົາ, ວັນທີ 30-31/5/2025🙏

🙏 #ຕັ້ງກອງຜ້າປ່າສາມັກຄີທີ່: ວັດໄຊຍະພູມມາຣາມ ນະຄອນໄກສອນພົມວິຫານ ເເຂວງສະຫວັນນະເຂດ 🙏

🙏 #ທອດຖະຫວາຍທີ່: ໂຮງຮຽນ ມັດທະຍົມສົມບູນສະຫວັນ (ອຸດົທເລກ04)

🙏 #ລາຍການບຸນມີດັ່ງນີ້:🙏

• ວັນສຸກ ວັນທີ 30/05/2025 (ກົງກັບມື້ຂື້ນ 04 ຄໍ່າ ເດືອນ 07 ລາວ ພສ 2568) ເປັນມື້ຫ້າງຫາກະກຽມ
- ຕອນແລງເວລາ 17:00ໂມງ ມີການສູດປະຣິຕຕະມຸງຄຸນຟັງທໍາມະເທດສະໜາ ຕອນກາງຄືນມີການຄົບງັນຕາມປະເພນີ
ທີ່ວັດໄຊຍະພູມມາຣາມ.

• ວັນເສົາ ວັນທີ 31/05/2005 (ກົງກັບມື້ຂື້ນ 05 ຄໍ່າ ເດືອນ 07 ລາວ ພສ 2568)
- ຕອນເຊົ້າເວລາ 7:00ໂມງ ມີການຕັກບາດຖະຫວາຍສັງຄະທານແດ່ພະສົງສາມະເນນ
- ເວລາ 09:09 ໂມງ ແຫ່ກອງຜ້າປ່າສາມັກຄີມາທອດຖະຫວາຍທີ່: ໂຮງຮຽນ ມັດທະຍົມສົມບູນສະຫວັນ, ຕໍ່ຍອດບຸນກຸສົນ ຟັງທໍາມະເທດສະໜາອົບຮົມນ້ອງນັກຮຽນພາຍໃນໂຮງຮຽນ.

- ເວລາ 11:00 ໂມງ ພະສົງສັນພັດຕະຫານເພນ-ຍາດໂຍມຮັບປະທານອາຫານທ່ຽງ ແລະ ຮັບຊົມສິນລະປະ-ວັນນະຄະດີຈາກນ້ອງນັກຮຽນ ສໍາເລັດແລ້ວຈົບພິທີທາງສາສະໜາ.

​🙏 ດັ່ງນັ້ນ,ຈຶ່ງຂໍເຊີນຊວນບັນດາທ່ານຜູ້ໃຈບຸນທັງຫຼາຍ ຜູ້ຢູ່ໃກ້ ແລະ ຢູ່ໄກ ຈົ່ງສະຫຼະເວລາອັນມີຄ່າມາຮ່ວມທໍາບຸນເປັນເຈົ້າພາບເຈົ້າສັດທາສ້າງບຸນກຸສົນຮ່ວມກັນໃນຄັ້ງນີ້ດ້ວຍ. 🙏

​🙏 ຂໍອວຍພອນໄຊແດ່ເຈົ້າພາບສັດທາທັງຫຼາຍ: ຂໍສຸກໃດທີ່ປະເສີດ ພອນໃດທີ່ລໍ້າເລີດ ຈົ່ງບັງເກີດມີແດ່ທ່ານພ້ອມດ້ວຍຄອບຄົວ ຈົ່ງປະສົບພົບແຕ່ຄວາມສຸກ ຄວາມຈະເລີນ ໃນທຸລະກິດໜ້າທີ່ການງານ ສົມຄວາມມຸ້ງມາດປາດຖະໜາທຸກປະການດ້ວຍເທີ້ນ. 🙏

🙏 #ໝາຍເຫດ: ຂໍແຜ່ໂຮງທານນໍ້າດື່ມ, ນໍ້າປະນະ, ອາຫານຫວານຄາວ ອຸປະຖໍາໃນງານບຸນ. 🙏

ຊົມເຊີຍຜົນງານການແຂ່ງກິລາ ມັດທະຍົມທົ່ວແຂວງ ຄັ້ງທີ IX ປະຈຳເຂດທີ 6 .ພິທິມອບຫຼຽນເງິນ ໃຫ້ກຽດມອບໂດຍ ທ່ານ ນາງມະນີວັນ ຈຸນລະມົນຕີ...
07/07/2022

ຊົມເຊີຍຜົນງານການແຂ່ງກິລາ ມັດທະຍົມທົ່ວແຂວງ ຄັ້ງທີ IX ປະຈຳເຂດທີ 6 .
ພິທິມອບຫຼຽນເງິນ ໃຫ້ກຽດມອບໂດຍ ທ່ານ ນາງມະນີວັນ ຈຸນລະມົນຕີ ຮອງຜູ້ອຳນວຍການ ໂຮງຮຽນ ມສ ສະຫວັນ.

ຊົວໂມງ ພາລະສຶກສາ ອອກຫັດກາຍ ສາມັກຄີ ນ້ອງໆນັກຮຽນໂຮງຮຽນ ມ.ສ ສະຫວັນ
20/11/2017

ຊົວໂມງ ພາລະສຶກສາ ອອກຫັດກາຍ ສາມັກຄີ ນ້ອງໆນັກຮຽນໂຮງຮຽນ ມ.ສ ສະຫວັນ

ນ້ອງນັກຮຽນ ມສ ສະຫວັນ
21/12/2015

ນ້ອງນັກຮຽນ ມສ ສະຫວັນ

ພິທີເປີດກິດຈະກຳຂອງໂຮງຮຽນ ມສ ສະຫວັນ
29/11/2015

ພິທີເປີດກິດຈະກຳຂອງໂຮງຮຽນ ມສ ສະຫວັນ

ບັນຍາກາດຂອງນ້ອງນັກຮຽນທີ່ ໂຮງຮຽນ ມ.ສ ສະຫວັນ(Lycee savanh) 🏫😁⚽️🏀⛹🏽😊😊😊😊
27/11/2015

ບັນຍາກາດຂອງນ້ອງນັກຮຽນທີ່ ໂຮງຮຽນ ມ.ສ ສະຫວັນ(Lycee savanh) 🏫😁⚽️🏀⛹🏽😊😊😊😊

Class: 7/1    ລຸ້ນທີ ສີ່ ທີຫາກໍ່ຈົບໄປ ຂໍໃຫ້ເປັນອານາຄົດຂອງປະເທດຊາດ
03/07/2014

Class: 7/1 ລຸ້ນທີ ສີ່ ທີຫາກໍ່ຈົບໄປ ຂໍໃຫ້ເປັນອານາຄົດຂອງປະເທດຊາດ

ນ້ອງນັກຮຽນ ທີ່ຈົບ ມ.7 ທີ່ຕ້ອງການ ສືກສາຕໍ່ທີ່ຕ່າງປະເທດ ຫວຽດນາມ ເຊີນຕິດຕໍ່ພັວພັນໄດ້ຕາມລາຍລະອຽດ ທີ່ຢູ່ໃນຣູບພາບ ທີ່ເອົາລົງນີ...
01/07/2014

ນ້ອງນັກຮຽນ ທີ່ຈົບ ມ.7 ທີ່ຕ້ອງການ ສືກສາຕໍ່ທີ່ຕ່າງປະເທດ ຫວຽດນາມ ເຊີນຕິດຕໍ່ພັວພັນໄດ້ຕາມລາຍລະອຽດ ທີ່ຢູ່ໃນຣູບພາບ ທີ່ເອົາລົງນີ້ ຂໍຂອບໃຈ

ນາງ ຈິນຕະນາ ຂັດຕິຍະວົງ ຫ້ອງ7/5 ໂຣງຣຽນ ມສ ສະຫວັນ ໃດ້ເປັນນາງສັງຂານສະຫວັນນະເຂດ ພສ 2557
17/04/2014

ນາງ ຈິນຕະນາ ຂັດຕິຍະວົງ ຫ້ອງ7/5 ໂຣງຣຽນ ມສ ສະຫວັນ
ໃດ້ເປັນນາງສັງຂານສະຫວັນນະເຂດ ພສ 2557

ຄົບຮອບ 40 ປີຂອງການສ້າງຕັ້ງໂຮງຮຽນ ດົງຮ່າ
24/09/2013

ຄົບຮອບ 40 ປີຂອງການສ້າງຕັ້ງໂຮງຮຽນ ດົງຮ່າ

Address

Ban Kaison
44140

Website

Alerts

Be the first to know and let us send you an email when Savannakhet Hight School(SHS) posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category