18/08/2026
ພິທີເປີດປ້າຍທຶນການສຶກສາສິດເກົ່າຄູສອນພາສາຈີນສາກົນທີ່ ສປປ ລາວ
ໃນວັນທີ 17 ສິງຫາ 2026, ສະຖາບັນຂົງຈືໄດ້ຈັດພິທີເປີດປ້າຍ ທຶນການສຶກສາສິດເກົ່າຄູສອນພາສາຈີນສາກົນທີ່ ສປປ ລາວ ໄດ້ຈັດຂຶ້ນຢ່າງເປັນທາງການທີ່ສະໂມສອນໃຫຍ່ ສະຖາບັນຂົງຈື ມະຫາວິທະຍາ ໄລແຫ່ງຊາດລາວ. ໃຫ້ກຽດເຂົ້າຮ່ວມໃນງານມີ ທ່ານ ຢາງໂຈວ, ຮອງຫົວໜ້າສູນຮ່ວມມືແລກປ່ຽນພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ສປ ຈີນ, ທ່ານ ຮສ.ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຄໍາຮຸ່ງ ຈັນທະວົງ, ທ່ານ ເຝິງກວາງຫົວ ຫົວໜ້າສະຖາບັນຂົງຈືສອງຝ່າຍ ລາວ-ຈີນ ມະຫາວິທະຍາ ໄລແຫ່ງຊາດ. ທ່ານ ຈີ ຫົງຈຽງ ຫົວໜ້າສະຖາບັນຂົງຈື ຝ່າຍຈີນ ມະຫາວິທະຍາໄລສຸພານຸວົງ,ນອກຈາກນັ້ນ ຍັງມີບັນດາຄະນະທີ່ມາຈາກສູນຮ່ວມມືແລກປ່ຽນພາສາຈີນ-ຕ່າງປະເທດ, ຜູ້ຄຸ້ມຄອງອາສາສະໝັກຈີນຢູ່ ສປປ ລາວ, ບັນດາທ່ານຕາງໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ, ບັນດາທ່ານຮອງຫົວໜ້າສະຖາບັນ, ຫົວໜ້າພາກ, ຮອງຫົວໜ້າພາກ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານ ແລະ ຄູອາຈານສອງຝ່າຍລາວ-ຈີນ ແລະ ນ້ອງນັກສຶກສາກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຮສ. ປອ. ສິນທະວົງ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມຂອງທ່ານ ຢາງ ໂຈວ ແລະ ຄະນະພ້ອມທັງຕີລາຄາສູງຕໍ່ການຊຸກຍູ້ການສຶກສາພາສາຈີນຢູ່ລາວ ແລະ ເພີ່ມພູນການແລກປ່ຽນດ້ານມະນຸດສາດລະຫວ່າງລາວ-ຈີນ. ໃນໂອກາດປີແຫ່ງມິດຕະພາບລາວ-ຈີນ, ຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ ຄົບຮອບ 30 ປີແຫ່ງການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດລາວ, ການສ້າງຕັ້ງທຶນການສຶກສາສິດເກົ່າຄູສອນພາສາຈີນສາກົນທີ່ ສປປ ລາວ ຈະກາຍເປັນຂົວເຊື່ອມແຫ່ງໃໝ່ສຳລັບການແລກປ່ຽນບຸກຄະລາກອນດ້ານການສຶກສາພາສາຈີນລະຫວ່າງສອງປະເທດ ເຮັດໃຫ້ບຸກຄະລາກອນດ້ານການສຶກສາພາສາຈີນໃຫ້ເຂັ້ມແຂງຂຶ້ນ. ທ່ານຍັງໄດ້ເນັ້ນອີກວ່າ ສະມາຄົມຈະມີບົດບາດສຳຄັນໃນການເຕົ້າໂຮມບັນດາຜູ້ໄດ້ຮັບທຶນການສຶກສາຄູສອນພາສາຈີນສາກົນ ລວມເຖິງນັກສຶກສາຫຼັກສູດຄູພາສາຈີນ “2+2” ທີ່ໄດ້ໄປສຶກສາຢູ່ ສປ ຈີນ ພາຍໃຕ້ໂຄງການທຶນດັ່ງກ່າວ ແລະ ຫວັງວ່າ ສະມາຄົມຈະກາຍເປັນເວທີເຊື່ອມໂຍງສິດເກົ່າ, ສົ່ງເສີມການພົບປະແລກປ່ຽນຮຽນຮູ້ ແບ່ງປັນປະສົບການ ພັດທະນາອາຊີບ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ເພື່ອຮ່ວມກັນປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ.
ຈາກນັ້ນ, ທ່ານ ຢາງ ໂຈວ ຮອງຫົວໜ້າສູນຮ່ວມມືແລກປ່ຽນພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ສປ ຈີນ ໄດ້ມີຄໍາເຫັນ ໂດຍສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສະມາຄົມ ແລະ ຂອບໃຈທຸກພາກສ່ວນທີ່ໄດ້ໃຫ້ການສະ ໜັບສະໜູນການພັດທະນາການສຶກສາພາສາຈີນຢູ່ລາວຕະຫຼອດມາ. ສູນ ໃນຖານະເປັນອົງການທີ່ໃຫ້ບໍລິການແກ່ການພັດທະນາການສຶກສາພາສາຈີນສາກົນທົ່ວໂລກ ມີການສະໜັບສະໜູນການສ້າງລະບົບການສຶກສາພາສາຈີນທີ່ສອດຄ່ອງກັບສະພາບທ້ອງຖິ່ນຂອງແຕ່ລະປະເທດມາໂດຍຕະຫຼອດ. ຫວັງຢ່າງຍິ່ງວ່າການສ້າງຕັ້ງສະມາຄົມທຶນການສຶກສາສິດເກົ່າຄູສອນພາສາຈີນສາກົນທີ່ ສປປ ລາວ ຈະສາມາດສ້າງເວທີໃຫ້ແກ່ບັນດາສິດເກົ່າໃນການພົບປະແລກປ່ຽນ, ພ້ອມທັງເປັນຂົວເຊື່ອມການສື່ສານທີ່ໃກ້ຊິດຍິ່ງຂຶ້ນລະຫວ່າງສູນຮ່ວມມືດ້ານພາສາ, ສະຖາບັນການສຶກສາຂອງຈີນ ແລະ ລາວ ກໍຄືພາກສ່ວນຕ່າງໆຂອງສອງປະເທດ, ເພື່ອຮ່ວມກັນຊຸກຍູ້ການສຶກສາພາສາຈີນໃນລາວໃຫ້ມີຄຸນນະພາບສູງຂຶ້ນ, ສືບຕໍ່ສ້າງບຸກຄະລາກອນຮຸ່ນສືບທອດແຫ່ງມິດຕະພາບບ້ານໃກ້ເຮືອນຄຽງຈີນ-ລາວ ແລະ ຜູ້ສ້າງສາປະຊາຄົມຮ່ວມຊະຕາກຳຈີນ-ລາວໃນຍຸກໃໝ່. ພາຍໃຕ້ການເປັນສັກຂີພິຍານຂອງແຂກຜູ້ມີກຽດທຸກທ່ານ ໄດ້ມີການຈັດພິທີເປີດປ້າຍສະມາຄົມທຶນການສຶກສາສິດເກົ່າຄູສອນພາສາຈີນສາກົນທີ່ ສປປ ລາວ ຢ່າງເປັນທາງການ.
ຕາງໜ້ານັກສຶກສາ ນາງ ສຸດາພອນ ຕັນເສລີ, ໄດ້ຂຶ້ນກ່າວຄຳເຫັນ, ແບ່ງປັນປະສົບການການເຕີບໂຕໃນການຮຽນຮູ້ຢູ່ສະຖາບັນຂົງຈື ແລະ ການໄປສຶກສາຕໍ່ຢູ່ ສປ ຈີນຫຼັງຈາກໄດ້ຮັບທຶນຈາກສູນຮ່ວມມືແລກປ່ຽນພາສາຈີນ-ຕ່າງປະເທດ ໄປສຶກສາທີ່ມະຫາວິທະຍາໄລຊົນເຜົ່າກວາງຊີ, ພ້ອມທັງສະແດງຄວາມມຸ່ງຫວັງທີ່ຈະອຸທິດຕົນໃຫ້ແກ່ວຽກງານການສຶກສາພາສາຈີນ ແລະ ສືບທອດສາຍສຳພັນມິດຕະພາບອັນດີງາມລະຫວ່າງລາວ-ຈີນ.
ຈາກນັ້ນ, ຮອງຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມະຫາວິທະຍາໄລແຫ່ງຊາດ ໄດ້ອ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການມອບໃບຍ້ອງຍໍຂັ້ນລັດຖະບານໃຫ້ແກ່ ອາຈານ ລູ້ຢ້າ, ຄູສອນພາສາຈີນທີ່ປະຈໍາການຢູ່ສະຖາບັນຂົງຈື. ທ່ານ ຮສ.ປອ. ສິນທະວອນ ດາລາວົງ ໃຫ້ກຽດມອບໃບຍ້ອງຍໍດັ່ງກ່າວ ເພື່ອຍ້ອງຍໍການອຸທິດຕົນຕະຫຼອດ 11 ປີ ໃນການສິດສອນພາສາຈີນ ແລະ ປະກອບສ່ວນຕໍ່ການກໍ່ສ້າງ-ພັດທະນາສະຖາບັນຂົງຈື ກໍຄືການສົ່ງເສີມການແລກປ່ຽນດ້ານພາສາ ແລະ ວັດທະນະທຳລາວ-ຈີນ.
ອາຈານ ລູ້ຢາ ໄດ້ກ່າວຄວາມຮູ້ສຶກວ່າ ການໄດ້ຮັບໃບຍ້ອງຍໍຈາກລັດຖະບານລາວ ເປັນຂອງຂວັນອັນລໍ້າຄ່າຢ່າງຍິ່ງໃນຊີວິດ, ປະສົບການ 11 ປີໃນການປະຕິບັດໜ້າທີ ແລະ ສິດສອນທີ່ສະຖາບັນຂົງຈື, ກໍ່ເປັນຊ່ວງເວລາອັນມີຄຸນຄ່າໃນຊີວິດເຊັ່ນດຽວກັນ. ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະນຳຂອງສູນຮ່ວມມືດ້ານພາສາ, ຄະນະນຳຂອງມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ, ຄະນະຜູ້ອຳນວຍການຝ່າຍລາວ ແລະ ຝ່າຍຈີນຂອງສະຖາບັນຂົງຈື, ພ້ອມທັງຂອບໃຈເພື່ອນຮ່ວມງານທຸກຄົນທີ່ໄດ້ຮ່ວມສູ້ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ກັນມາຕະຫຼອດ. ດ້ວຍການສະໜັບສະໜູນຢ່າງເຕັມທີ່ ແລະ ການຮ່ວມມືຈາກທຸກຝ່າຍທີ່ເຮັດໃຫ້ວຽກງານການສຶກສາພາສາຈີນໃນລາວສາມາດກ້າວໜ້າໄປຢ່າງໝັ້ນຄົງ.