27/04/2026
ເກັບພາບບັນຍາກາດ ງານສະເຫຼີມສະຫຼອງບຸນປີໃໝ່ລາວ ຂອງ ສະມາຄົມນັກສຶກສາລາວເຂດຄັນໄຊ ປະຈຳປີ 2026, ຊຶ່ງໄດ້ຈັດຂຶ້ນໃນວັນທີ 26 ເມສາ 2026 ທີ່ຜ່ານມາ ຢູ່ ນະຄອນກຽວໂຕ, ປະເທດຍີ່ປຸ່ນ.
ງານສະເຫຼີມສະຫຼອງບຸນປີໃໝ່ລາວ ໃນຄັ້ງນີ້, ເຕັມໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດ-ມິດຕະພາບອັນອົບອຸ່ນ, ຄວາມໂອບເອື້ອອາລີ, ຄວາມຮັກຄວາມແພງຂອງບັນດານັກສຶກສາລາວ, ພີ່ນ້ອງຄົນລາວ ລວມທັງນັກສຶກສາຍີ່ປຸ່ນ ແລະ ໝູ່ເພື່ອນນັກສຶກສາຕ່າງປະເທດ ເຂົ້າຮ່ວມງານຢ່າງຟົດຟື້ນ. ໃນງານຄັ້ງນີ້ ໄດ້ມີ ພິທີບາສີສູ່ຂວັນຕ້ອນຮັບປີໃໝ່, ພິທີຫົດສົງນໍ້າອວຍພອນເຊິ່ງກັນ ແລະ ກັນ, ໄດ້ຊົມການສະແດງສິລະປະ, ຮັບປະທານອາຫານລາວ ແລະ ຍີ່ປຸ່ນ ອັນແຊບຊ້ອຍ, ຊຶ່ງສະແດງເຖິງການສົ່ງເສີມ ແລະ ສືບສານວັດທະນະທຳປະເພນີຂອງລາວເຮົາຢ່າງຈົບງາມ.
ສະມາຄົມນັກສຶກສາລາວຂອງພວກເຮົາ ຂໍຖືໂອກາດນີ້, ສະແດງຄວາມຂອບໃຈເປັນຢ່າງຍິ່ງມາຍັງແຂກຜູ້ມີກຽດທຸກໆທ່ານ ທີ່ໄດ້ຍາດເວລາອັນມີຄ່າຂອງທ່ານມາຮ່ວມງານຂອງພວກເຮົາ ຊຶ່ງເຮັດໃຫ້ງານໃນຄັ້ງນີ້ເຕັມໄປດ້ວຍຄວາມຫມາຍຄວາມສຳຄັນ, ຄວາມມ່ວນຊື່ນ ແລະ ສຳເລັດລຸລ່ວງໄປດ້ວຍດີ ແລະ ເຕັມໄປດ້ວຍຄວາມຊົງຈຳອັນດີງາມ. ທ້າຍສຸດນີ້, ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສົມເລັດໃນໜ້າທີ່ວຽກງານ, ພົບແຕ່ຄວາມສຸກຄວາມຈະເລີນທັງຊີວິດສ່ວນຕົວ ແລະ ຄອບຄົວຂອງບັນດາທ່ານ.
ແລ້ວພົບກັນໃໝ່ໃນປີໜ້າ. 🌸🌼🍃💦🌤
--------------------
Capturing the vibrant moments of the 2026 Lao New Year Celebration (Boun Pi Mai Lao).
Organized by the Lao Students Association in Kansai and the Lao-Kansai Friendship Association, the event took place on April 26, 2026, in Kyoto, Japan.
The event was filled with a warm atmosphere of friendship, hospitality, and solidarity, bringing together Lao students, the Lao community, Japanese friends, and international students in a vibrant and joyful gathering. The celebration beautifully showcased the essence of Lao culture through traditional performing arts, the sacred Baci ceremony, and the symbolic water-blessing ritual. Guests also enjoyed a delicious variety of authentic Lao and Japanese cuisine, all of which served to promote and preserve our cherished cultural heritage.
We would like to express our deepest gratitude to all distinguished guests for taking your valuable time to join us. Your presence added great significance to the event, making it a truly memorable and successful occasion.
On this auspicious beginning of the Lao New Year, we wish you all continued success in your professional endeavors, and may you and your families be blessed with happiness, prosperity, and good health throughout the year.
We look forward to welcoming you again next year!