23/02/2022
2 ຢ່າງທີ່ຂ້ອຍໄດ້ຮຽນຮູ້ຈາກ Mission to the moon podcast ທີ່ຄົນປະສົບຜົນສຳເລັດ ໃຫ້ຄຸນຄ່າ:
1. ຊັດເຈນກັບຕົວເອງ: ຕ້ອງການຫຍັງແທ້ໆ, ເຮັດໄປເພື່ອຫຍັງ ເພາະຖ້າຮູ້ Why ຂອງຕົວເອງເຮົາຈະບໍ່ໄປເຫີ່ກະແສຄືກັບຄົນອື່ນ ແລະ ຈະບໍ່ທໍ້ທອຍເມື່ອມີອຸປະສັກເຂົ້າມາໃນຊີວິດ.
2. ລົງມືເຮັດທຸກມື້: ເມື່ອຮູ້ໄປແລ້ວວ່າຕົວເອງເຮັດໄປເພື່ອຫຍັງ, ມີຈຸດປະສົງຊັດເຈນແລ້ວ ກໍ່ລົງມືເຮັດທຸກມື້ຈົນເປັນນິດໄສ ຜ່ານໄປຫລາຍປີ ຈົນກ່ວາຈະໄດ້ຮັບໝາກຜົນ ເພາະຄວາມສຳເລັດບໍ່ໄດ້ສ້າງຂຶ້ນມາໃນມື້ດຽວ, ເດືອນດຽວຫລືປີດຽວ ສະນັ້ນຮຽນຮູ້ທີ່ຈະອົດທົນອົດກັ້ນ ຈະອົດທົນໄດ້ກໍ່ຕໍ່ເມື່ອເຮົາຮູ້ວ່າເຮັດໄປເພື່ອຫຍັງ ແລະ ຮັກໃນສິ່ງນັ້ນແທ້ໆທີ່ໄດ້ກ່າວມາແລ້ວໃນຂໍ້ທີ1.
#ຂໍ້ຄິດປະຈຳວັນ
-ເຫັນດີພິມ
-ເຫັນຕ່າງພິມ ພ້ອມເຫດຜົນ
ທຸກຄົນຄິດຕ່າງໄດ້
......
#ຄຳຄົມ
#ຂໍ້ຄິດ
#ຮຽນຮູ້
#ພັດທະນາຕົວເອງ
#ປ່ຽນແປງຕົວເອງ
#ກ້າວໄປສູ່ຄວາມສຳເລັດ
22/02/2022
ສ້າງແຮງບັນດານໃຈແກ່ຜູ້ຄົນ ບໍ່ວ່າຈະໄດ້ເວົ້າກັບ3ຄົນຫລື3ພັນຄົນກໍ່ຕາມ.
#ຂໍ້ຄິດປະຈຳວັນ
-ເຫັນດີພິມ
-ເຫັນຕ່າງພິມ ພ້ອມເຫດຜົນ
ທຸກຄົນຄິດຕ່າງໄດ້
......
#ຄຳຄົມ
#ຂໍ້ຄິດ
#ຮຽນຮູ້
#ພັດທະນາຕົວເອງ
#ປ່ຽນແປງຕົວເອງ
#ກ້າວໄປສູ່ຄວາມສຳເລັດ
21/02/2022
"ຄວາມສຸກຈະຫາຍໄປ ຖ້າຫາກເອົາຕົວເອງໄປປຽບທຽບກັບຄົນອື່ນ"
-ເຫັນດີພິມ1
-ເຫັນຕ່າງພິມ2 ພ້ອມເຫດຜົນ
....
#ຄຳຄົມປະຈຳວັນ.
#ບົດຮຽນຊີວິດ
#ພັດທະນາຕົວເອງ
#ທັກຊະແຫ່ງຄວາມສຸກແລະຄວາມສຳເລັດ
18/02/2022
"ກຽມສຳພາດແນວໃດໃຫ້ໄດ້ທຶນ Stipendium Hungaricum"
......
ເລົ່າປະສົບການຈາກຜູ້ໄດ້ທຶນຈິງ!!!
🇭🇺🇭🇺🇭🇺
ມີທັງ ປ ໂທ ແລະ ປ ຕີ.
......
ພຽງແຕ່ກົດລິ້ງ:
https://chat.whatsapp.com/JfDRGztx44m1bussGn4UOg
ແລ້ວພົບກັນ😊
16/02/2022
ຮຽນໄປນຳຫາເງິນໄປນຳເດີ😁
ຢາກຮຽນ ແຕ່ກໍຢາກຫາເງິນໄປພ້ອມ ຈັດການກັບເວລາແນວໃດດີ ?
ຮົ້ວມະຫາໄລເດິຊີຣີ້ ມີເຄັດລັບມາຝາກ ><
ຂໍເຊີນທຸກທ່ານເຂົ້າຮ່ວມຮັບຟັງ ການສົນທະນາແລກປ່ຽນ ລະຫວ່າງນັກສຶກສາດ້ວຍກັນ ທີ່ຈະມາໃນ ep 5 ກັບຫົວຂໍ້ "ການຮຽນ ແລະ ເຮັດວຽກເສີມໄປພ້ອມ"
- ເຜີຍທຸກວິທີການບໍລິຫານເວລາແບບມືໂປຣ
- ເຮັດວຽກແນວໃດບໍ່ໃຫ້ກະທົບການຮຽນ ?
- ນັກສຶກສາແບບເຮົາຊອກວຽກເສີມຢູ່ໃສໄດ້ແດ່ ?
ຫົວຂໍ້ດີຂະໜາດນີ້ ລໍຊ້າຢູ່ເຮັດຫຍັງງງ!!!
ໂຫຼດ Google meet ມາຖ້າສົນທະນານຳກັນເລີຍ
ສຳຫຼັບໃຜທີ່ບໍ່ສະດວກແມ່ນສາມາດຮັບຟັງຜ່ານທາງ live ສົດຈາກ page CCO ຂອງພວກເຮົາໄດ້ເດີ້
√ພົບກັນໃນ ວັນເສົາທີ 19 ກຸມພາ 2022 ນີ້
ຢ່າລືມນ້າາາາາ ~
ລິ້ງເຂົ້າຮ່ວມ: https://meet.google.com/myk-aaap-fcz
02/02/2022
Growth together podcast 🏆
...
Episode I: "ວິທີຄົ້ນຫາສິ່ງທີ່ຮັກ"
...
Live ທີ່ ເພຈນີ້.
...
Clubhouse: The avengers Lao
...
Google meeting link: meet.google.com/wzt-rnmm-nxb
Clubhouse: https://www.clubhouse.com/join/the-avengers-lao/DdOxCMys/M594bL3O?utm_medium=ch_invite&utm_campaign=1ZM7_HtrltOZkSjfVB3jGA-49188
Page: https://www.facebook.com/JoeeKhamphone/
..
ວັນທີ 4 ເວລາ 21:00pm-22:00pm ມາຮ່ວມແລກປ່ຽນກັນວ່າທ່ານມີວິທີຄົ້ນຫາຕົວເອງແບບໃດແດ່.
ຫວັງຢ່າງຍິ່ງວ່າເຮົາຈະໄດ້ເຕີບໂຕໄປພ້ອມກັນ.
01/02/2022
ຄຳພອນແມ່ນໃຜ?
ມາແຕ່ໃສ?
ມີດີແນວໃດ?
...
ຂ້າພະເຈົ້າກໍ່ແມ່ນຄົນທຳມະດາຄົນໜຶ່ງທີ່ມີຄວາມທຸກເປັນທຶນເດີມ, ມີຄວາມໂດດດ່ຽວເປັນທຶນເສີມ ແລະ ເພີ່ມເຕີມຄືເພື່ອນສະໜິດເປັນອຸປະສັກ ທີ່ເຂົ້າມາໃນຊີວິດ.
.....
.....
ຂ້າພະເຈົ້າກໍ່ພຽງເປັນຄົນມັກພັດທະນາຕົວເອງໃນທຸກມື້ ແລະ ມັກເອົາສິ່ງທີ່ຕົນຮຽນຮູ້ນັ້ນມາແບ່ງປັນ ບໍ່ໄດ້ເປັນຄົນເກັ່ງກ້າເໜືອມະນຸດມະນາມາແຕ່ໃສດອກ.
....
...
ຖ້າຢາກຮູ້ຈັກຂ້າພະເຈົ້າຫຼາຍຂຶ້ນ ສາມາດອ່ານປະຫວັດຫຍໍ້ຂ້າງລຸ່ມໄດ້ ຫວັງຈະຈະຊ່ວຍໄດ້ບໍ່ຫຼາຍກໍ່ໜ້ອຍ.
..
ຢ່າລືມ ຖ້າຫາກຮູ້ສຶກວ່າຕົວເອງທຸກ, ບໍ່ເກັ່ງ, ທໍ້ຖອຍ, ດ້ອຍຄວາມສາມາດ ເຮົາສາມາດມາພັດທະນາຕົວເອງໄປນຳກັນທຸກມື້ໄດ້ ເພາະແນວໃດເຮົາກະຄົນທຸກຄືກັນ.
....
Khamphone Khemvilay ຄົນບ້ານນອກທີ່ຈົບນອກ.