Chevening Alumni Laos

Chevening Alumni Laos

Share

Chevening Alumni Laos is a platform to engage and share experiences and Chevening-related information

12/05/2026

ທີມງານ Laos Alumni Management Team ປະຈຳປີ 2025/26 ໄດ້ຫມົດວາລະແລ້ວ

ພວກເຮົາຂໍສົ່ງຕໍ່ໃຫ້ກັບທີມງານປະຈຳປີ 2026/27 ຕໍ່ໄປ 🇬🇧

Thank you everyone for following us in the past year and thank you UK in Laos for the continued support!

12/03/2026

Good luck to everyone doing their interviews!

ເລົ່າປະສົບການການສຳພາດທຶນ 🇬🇧 (ປີ 2023) ພ້ອມຄຳແນະນຳຈາກສິດເກົ່າ

🎓 ທຶນ ເປັນ ທຶນປະລິນຍາໂທ ປະເທດອັງກິດ ເຕັມ 100% ໃຫ້ທັງຄ່າຮຽນ ແລະ ຄ່າໃຊ້ຈ່າຍໃນແຕ່ລະເດືອນ ສຳຫລັບທີ່ພັກ ການກິນການຢູ່ ລວມທັງ ຄ່າວີຊ້າ ປີ້ຍົນ

ຮອດຊ່ວງສຳພາດທຶນຂອງປີນີ້ແລ້ວ ເລີຍຢາກມາຂໍແບ່ງປັນປະສົບການຕົວເອງເພື່ອອາດຈະເປັນປະໂຫຍດໃຫ້ກັບຫລາຍໆຄົນໄດ້

✍🏼 ຜູ້ຂຽນເອງ ຊື່ ວານິສາ ແສນສະຖິດ ເປັນນັກສຶກສາທຶນ ໃນປີ 2023-2024 ໄປຮຽນຢູ່ທີ່ມະຫາວິທະຍາໄລ Oxford

ກ່ອນອື່ນຫມົດ ຕ້ອງບອກກ່ອນວ່າເປັນປະສົບການໃນປີ 2023 ເຊິ່ງຕອນນີ້ປີ 2026 ກໍອາດຈະປ່ຽນໄປຫລາຍແລ້ວ ແລະ ຕອນນັ້ນ ຜູ້ຂຽນເອງແມ່ນກຳລັງຢູ່ທີ່ປະເທດອາເມລິກາ ເລີຍໄດ້ສຳພາດອອນລາຍ ເຊິ່ງຄິດວ່າ ສ່ວນໃຫຍ່ຄົນຈະຕ້ອງໄດ້ເຂົ້າໄປສຳພາດຢູ່ສະຖານທູດຢູ່ນະຄອນຫລວງວຽງຈັນຖ້າຢູ່ລາວ

⏳ ເວລາສຳພາດປະມານ 30 ນາທີ ສຳພາດພາສາອັງກິດ

ຜູ້ສຳພາດມີທັງຫມົດ 3 ຄົນ ເຊິ່ງຄິດວ່າ ຈະບໍ່ຄືກັນທັງຫມົດ ຕອນນັ້ນເຮົາຖືກສຳພາດໂດຍ 1. ຮອງທູດ 2. ຫົວຫນ້າຝ່າຍເສດຖະສາດ 3. ຫົວຫນ້າຝ່າຍນະໂຍບາຍ (ຖ້າຈື່ບໍ່ຜິດ) ທີ່ເຮັດວຽກປະຈຳສະຖານທູດອັງກິດໃນປະເທດລາວ
ທຸກຄົນ friendly ແຕ່ກໍຈະພະຍາຍາມເຮັດຫນ້າຊື່ໆເສີຍໆ (ແບບເປັນກາງ)

❓ຄຳຖາມທຶນ ນີ້ຂ້ອນຂ້າງຈະກຽມຕົວໄດ້ ເພາະວ່າຈະມີ structure ຂອງມັນໄປຕາມໃນ ບົດຄວາມ ທີ່ເຮົາໄດ້ຂຽນໄປໃນຕອນ application form
ກໍຄື 4 ບົດຄວາມສັ້ນກ່ຽວກັບ leadership, networking, study plan, career plan
ຫມາຍຄວາມວ່າ ຖ້າເຮົາຮູ້ຕົວເອງດີ ຮູ້ບົດຄວາມທີ່ເຮົາຂຽນໄປດີ ເຊື່ອວ່າຈະເຮັດໄດ້ດີ
ພຽງແຕ່ຕ້ອງເຝິກຝົນ ເຝິກການຕອບຄຳຖາມ ເພື່ອບໍ່ໃຫ້ຕື່ນເຕັ້ນ
ຄຳຖາມທີ່ຖາມ ກໍຈະເພື່ອໄດ້ຮູ້ຈັກໃນສິ່ງທີ່ເຮົາຂຽນໄປໃນຮອບກ່ອນຫລາຍຂຶ້ນ ຜູ້ຂຽນຈື່ໄດ້ຄ່າວໆປະມານນີ້

1. ໃນບົດຄວາມກ່ຽວກັບ leadership ນີ້ ເຈົ້າຂຽນກ່ຽວກັບປະສົບການນີ້ ທີ່ເຈົ້າໄດ້ເຮັດສິ່ງນີ້ # # # ເຈົ້າອະທິບາຍເພີ່ມອີກໄດ້ບໍ່ວ່າເຈົ້າເຮັດແນວໃດ ຮັບມືກັບອຸປະສັກທີ່ເຈິແນວໃດ ນຳພາທີມແນວໃດ ເຮັດແນວໃດໃຫ້ທີມເຮັດຕາມເຈົ້າ? (ຕົວຢ່າງ) ພະຍາຍາມເວົ້າເພີ່ມເຕີມປະເດັນທີ່ຂຽນໃນບົດຄວາມ ເພາະຜູ້ສຳພາດແມ່ນໄດ້ອ່ານບົດຄວາມເຮົາແລ້ວ ແລະ ກໍບໍ່ໄດ້ຢາກຟັງແຕ່ສິ່ງທີ່ເຮົາຂຽນໄປອີກຄັ້ງ ແຕ່ຢາກຮູ້ເພີ່ມ

2. ໃນເລື່ອງຂອງ networking, ເຈົ້າອະທິບາຍລົງເລິກຕື່ມໄດ້ບໍ່ ວ່າເຈົ້າຄິດວ່າ ທັກສະ ຫລື ຄຸນສົມບັດໃດທີ່ຈຳເປັນໃນການ network ຫລື ສ້າງສາຍສຳພັນກັບຄົນອື່ນ? (ໃນການຕອບ ເຮົາຄວນພະຍາຍາມອະທິບາຍໃຫ້ເຫັນພາບ ພ້ອມກັບການໃຊ້ຕົວຢ່າງ)

3. ສຳຫລັບຜູ້ຂຽນເອງ ເພາະວ່າໄດ້ທຶນໄປຮຽນອາເມລິກາແລ້ວ ແລະ ຕອນນັ້ນກໍກຳລັງເຮັດວຽກຢູ່ອາເມລິກາ ຜູ້ສຳພາດເລີຍຖາມວ່າ ເປັນຫຍັງຄືຢາກມາອັງກິດ ທັ້ງໆທີ່ກໍຢູ່ອາເມລິກາແລ້ວ? ອັງກິດຈະຊ່ວຍເຈົ້າແນວໃດ? ເຊິ່ງຄົນອື່ນກໍອາດຈະຖືກຖາມ ໂດຍລວມວ່າເປັນຫຍັງຄືຢາກໄປຮຽນຢູ່ອັງກິດ? ສຳຫລັບຜູ້ຂຽນເອງ ກໍຕອບຕາມຄວາມຮູ້ສຶກໄປເລີຍວ່າເຮົາມັກປະເທດອັງກິດ ເຄີຍມີໂອກາດໄດ້ໄປແລກປ່ຽນຢູ່ນັ້ນ 1 ເທີມ ແລະ ຢາກກັບໄປອີກ ອີກຢ່າງແມ່ນຄອສຢູ່ອັງກິດ ຕອບໂຈດໃນສິ່ງທີ່ເຮົາຢາກຮຽນຕໍ່ຫລາຍກວ່າ ໂຮງຮຽນນີ້ຄອສນີ້ທີ່ເຮົາເລືອກ ພິເສດບ່ອນນີ້ # # #, ຢາກເປັນສ່ວນຫນຶ່ງຂອງເຄືອຂ່າຍ Chevening ແລະ ຍັງບໍ່ລືມເຫດຜົນມ່ວນໆທີ່ວ່າ ມັກເຕະບານ! ຢາກໄປເຊຍລິເວີພູ! 5555 ຜູ້ສຳພາດກໍຫົວແລະຢອກວ່າ ອ້າວ ຂ້ອຍມັກ ເວສແຮມ 😂 ເຊິ່ງຄິດວ່າຂໍ້ນີ້ກໍສຳຄັນໃນການທີ່ເຮົາຈະສະແດງອອກວ່າເຮົາຢາກໄປອັງກິດແທ້ໆ ບໍ່ວ່າຈະເປັນໃນເຫດຜົນຂອງການຮຽນ (ຕອບໃຫ້ລະອຽດ ເຈາະຈົງ) ແລະ ເຫດຜົນທາງດ້ານວັດທະນະທຳ ຄວາມເປັນອັງກິດ

4. ໃນ career plan ຂອງເຈົ້າ ເຈົ້າຄິດວ່າ ໃນແຜນໄລຍະຍາວນັ້ນ ເຈົ້າຈະພົບກັບບັນຫາ ຫລື ຄວາມທ້າທາຍຫຍັງແນ່? ມີແຜນການຮັບມືແນວໃດ?

5. ເຈົ້າມີຄຳຖາມຫຍັງໃຫ້ພວກຂ້ອຍບໍ່? ຂໍ້ນີ້ສຳຄັນຫລາຍ ທຸກຄົນຄວນກຽມຄຳຖາມໄປຖາມ ເພາະຈະສະແດງໃຫ້ເຫັນວ່າເຮົາຕື່ນເຕັ້ນ ແລະ ສຶກສາຂໍ້ມູນກ່ຽວກັບທຶນນີ້ ແລະ ຢາກຮູ້ເພີ່ມເຕີມ

6. ສຸດທ້າຍ ກ່ອນຈົບ ຜູ້ສຳພາດຈະຄອນເຟີມ 3 courses ຮຽນທີ່ເຮົາໄດ້ເລືອກໄປໃນແບບຟອມ ເປັນໂອກາດສຸດທ້າຍທີ່ຈະສາມາດປ່ຽນໄດ້ ຫມາຍຄວາມວ່າ ຖ້າເຮົາໄດ້ offer ຈາກໂຮງຮຽນໃດແລ້ວກໍສາມາດບອກເພິ່ນໄດ້ ແຕ່ຖ້າໂຮງຮຽນໃດທີ່ເຮົາສະຫມັກແລະໄດ້ offer ແຕ່ບໍ່ຢູ່ໃນລາຍຊື່ທີ່ເຮົາຂຽນໃນຟອມໄປນັ້ນ ກໍຈະເປັນໂອກາດສຸດທ້າຍທີ່ເຮົາຈະບອກເພິ່ນວ່າເຮົາຈະຂໍປ່ຽນ ເພີ່ມຊື່ໂຮງຮຽນແລະຄອສນີ້ເຂົ້າແທນ ເປັນຕົ້ນ ຜູ້ຂຽນກໍຂໍປ່ຽນໃນຕອນສຳພາດນີ້ຄືກັນ ເຊິ່ງກາຍເປັນໂຮງຮຽນທີ່ໄປໃນທີ່ສຸດ

ຄຳຖາມເຫຼົ່ານີ້ເປັນຕົວຢ່າງຂອງຜູ້ຂຽນໃນຕອນປີ 2023 ເທົ່ານັ້ນ ເຊິ່ງຄິດວ່າດຽວນີ້ຄົງຈະມີຫລາຍໆຄົນຈາກຫລາຍໆປະເທດທົ່ວໂລກໄດ້ເຜີຍແຜ່ຄຳຖາມແລະປະສົບການການສຳພາດຂອງຕົວເອງໃນໂລກອອນລາຍແລ້ວ ເຊິ່ງທຸກຄົນກໍສາມາດໄປຊອກອ່ານເພີ່ມເຕີມເພື່ອຊ່ວຍໃນການຕຽມຕົວໄດ້

✨ ສຸດທ້າຍແລ້ວ ການທີ່ທາງທຶນໄດ້ເລືອກເຮົາໃຫ້ເຂົ້າຮອບສຳພາດແລ້ວ ມັນຫມາຍຄວາມວ່າ ເຂົາເຈົ້າເຫັນວ່າບົດຄວາມເຮົາຕອບໂຈດເຂົາເຈົ້າໃນລະດັບຫນຶ່ງແລ້ວ ການເຂົ້າສຳພາດແມ່ນເພື່ອຢາກຮູ້ເພີ່ມເຕີມກ່ຽວກັບໂຕເຮົາ ຂໍໃຫ້ທຸກຄົນພູມໃຈ ຫມັ້ນໃຈໃນຕົວເອງ ເຊື່ອຫມັ້ນໃນເຫດຜົນຂອງເຮົາ ວ່າເປັນຫຍັງເຮົາຄືຢາກໄປທຶນນີ້ ເປັນຫຍັງເຮົາຈຶ່ງຕອບໂຈດທຶນນີ້ ເຮົາຢາກສ້າງຄວາມປ່ຽນແປງຫລືປະກອບສ່ວນໃນການພັດທະນາປະເທດລາວແນວໃດ ແລ້ວທຶນນີ້ຈະຊ່ວຍເຮົາແນວໃດ

🇬🇧 ທຶນ ເປີດຮັບຊ່ວງເດືອນ 8-10 ຂອງແຕ່ລະປີ ປະກາດຜົນຜູ້ເຂົ້າຮອບສຳພາດປະມານ ເດືອນ 2 ສຳພາດຊ່ວງເດືອນ 3-4 ແລະ ໄດ້ຮູ້ຜົນຊ່ວງເດືອນ 6-7 ໄປຮຽນເດືອນ 9 ຫມາຍຄວາມວ່າໄລຍະເວລາເກືອບ 1 ປີໃນການສະຫມັກທຶນ ແລະ ລໍຖ້າ ຜູ້ຂຽນເອງຄິດວ່າ ການລໍຖ້ານີ້ແຫລະ ທີ່ເປັນຊ່ວງທີ່ທໍລະມານທີ່ສຸດຂອງຂັ້ນຕອນການສະຫມັກ 😂 ຖ້າມີໂອກາດຈະມາຂຽນລາຍລະອຽດການສະຫມັກທຶນໃຫ້ຕື່ມເດີ້

ຂໍໃຫ້ທຸກຄົນໂຊກດີ!

Chevening Alumni Laos Chevening Awards (FCDO)

📝 ມີບົດຄວາມອື່ນໆກ່ຽວກັບ ການສະຫມັກປະລິນຍາໂທ ແລະ ປະສົບການທຶນ ທີ່ສາມາດອ່ານໄດ້:

https://www.facebook.com/share/1Dj2RRHN8J/?mibextid=wwXIfr

https://www.facebook.com/share/p/1E9sZ6WXE5/?mibextid=wwXIfr

https://www.facebook.com/share/p/1B2X2kUkVG/?mibextid=wwXIfr

11/03/2026
Photos from UK in Laos's post 01/03/2026
05/01/2026

🎄Merry Christmas and Happy New Year 2026 🇬🇧
From Chevening Alumni Laos 23/24
Part 2

05/01/2026

🎄Merry Christmas and Happy New Year 2026 🇬🇧
From Chevening Alumni Laos 23/24

04/12/2025

🇬🇧🎓 ກໍາລັງມີຄວາມສົນໃຈ ຫຼື ມີແຜນທີ່ຈະໄປຮຽນຕໍ່ທີ່ປະເທດອັງກິດ ຫຼື ບໍ່?

ຂໍເຊີນຜູ້ທີ່ມີຄວາມສົນໃຈກ່ຽວກັບ ການໄປຮຽນຕໍ່ທີ່ປະເທດອັງກິດ ທີ່ງານສໍາມະນາອອນລາຍ ເຊິ່ງຈັດຂຶ້ນໂດຍ UCAS ຈາກປະເທດອັງກິດ ໃຫ້ຂໍ້ມູນ ແລະ ແນະນໍາການສະໝັກມະຫາວິທະຍາໄລທີ່ມີຊື່ສຽງຂອງອັງກິດ ແລະ ພິເສດແມ່ນພວກເຮົາເປີດໃຫ້ເຂົ້າຮ່ວມຟຣີ!

📅 ຈັດຂຶ້ນໃນວັນທີ: 10 ທັນວາ, ເວລາ: 15:00 - 16:30 (ຊົມຜ່ານທາງອອນລາຍ)

ລົງຖະບຽນເພື່ອເຂົ້າຮ່ວມ first come first serve ຈົນເຖິງວັນອາທິດ ທີ 7 ທັນວາ ທີ່ລິ້ງ: https://bit.ly/4p2nmnV

ℹ️ ແລ້ວ, ພາຍໃນງານສໍາມະນາ. ທ່ານຈະໄດ້ຮຽນຮູ້ວ່າ:
⏺️ ປະສົບການສໍາຄັນທີ່ຈະໄດ້ຮັບຈາກການເປັນນັກສຶກສາທີ່ປະເທດອັງກິດນັ້ນແມ່ນຫຍັງ
⏺️ ແນະນໍາ UCAS ແຫຼ່ງທີ່ຈະຊ່ວຍແນະນໍາ ສາຂາວິຊາຮຽນ ແລະ ຊ່ວຍໃນການພົວພັນກັບໂຮງຮຽນ
⏺️ ຂັ້ນຕອນການສະໝັກຜ່ານ UCAS
⏺️ ເປີດໃຫ້ມີການ ຖາມ-ຕອບ ກັບຜູ້ແນະນໍາ
——
🇬🇧🎓 Dreaming of Studying in the UK? Your Journey Starts Here!

Good news! The British Embassy Vientiane will be hosting an online webinar for anyone interested in studying in the UK. Join us on Wednesday, 10 December, from 15:00 to 16:30, Co-hosted by UCAS!

Seats are limited and on a first-come, first-served basis, and don’t miss this chance!

The event will cover:
✅ Why choose the UK – student experience, graduate outcomes
✅ UCAS tools to help you explore courses and connect with students
✅ Step-by-step guide to the UCAS application process
✅ Live Q&A with experts

📌 Register by Sunday, December 7th via link here: https://bit.ly/4p2nmnV

Want your school to be the top-listed School/college in London?

Click here to claim your Sponsored Listing.

Location

Category

Address


London