ຄະນະນັກສຶກສາແຂວງຈຽງຊູ່

  • Home
  • China
  • Nanjing
  • ຄະນະນັກສຶກສາແຂວງຈຽງຊູ່

ຄະນະນັກສຶກສາແຂວງຈຽງຊູ່ ຂ່າວສານຂອງນັກສຶກສາລາວ ປະຈຳແຂວງຈຽງຊູ່ ສປ.ຈີນ 🇱🇦🇨🇳

ຂໍສະແດງຄວາມຍິນດີນຳ ນັກສຶກສາລາວປະລິນຍາເອກ ທີ່ໄດ້ຄວ້າລາງວັນຊະນະເລີດອັນດັບ 1 (一等奖) ໃນເວທີແຂ່ງຂັນວິເຄາະຕະຫຼາດລະດັບຊາດ ທີ່ປະເ...
18/05/2026

ຂໍສະແດງຄວາມຍິນດີນຳ ນັກສຶກສາລາວປະລິນຍາເອກ ທີ່ໄດ້ຄວ້າລາງວັນຊະນະເລີດອັນດັບ 1 (一等奖) ໃນເວທີແຂ່ງຂັນວິເຄາະຕະຫຼາດລະດັບຊາດ ທີ່ປະເທດຈີນ

ວັນທີ 16-17 ພຶດສະພາ 2026, ທີ່ ແຂວງ ເຫີໜານ ເມືອງ ເຈິ້ງໂຈ່ວ ສປ. ຈີນ ເປັນອີກໜຶ່ງຄວາມພາກພູມໃຈ ແລະ ສ້າງຊື່ສຽງໃຫ້ແກ່ປະເທດຊາດ ໃນເວທີວິຊາການລະດັບສາກົນ, ເມື່ອນັກສຶກສາລາວທີ່ກຳລັງສຶກສາໃນລະດັບປະລິນຍາເອກ ຢູ່ປະເທດຈີນ ໄດ້ສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າ ລາງວັນຊະນະເລີດອັນດັບໜຶ່ງ (一等奖) ໃນງານແຂ່ງຂັນ “ການແຂ່ງຂັນການສຳຫຼວດ ແລະ ການວິເຄາະຕະຫຼາດ ລະດັບນັກສຶກສາທົ່ວປະເທດ” ເພື່ອຊີງຂັນ 'ເຈີ້ງຕ້າ' ຄັ້ງທີ 16 ຮອບຊີງຊະນະເລີດ (ກຸ່ມນັກສຶກສາຫຼັງປະລິນຍາໂທ & ນັກສຶກສາຕ່າງປະເທດໃນຈີນ) ໂດຍມີມະຫາວິທະຍາໄລເຂົ້າຮ່ວມທັງໝົດ 99 ແຫ່ງ ແລະ ມີຫົວຂໍ້ໂຄງການວິໄຈທີ່ສົ່ງເຂົ້າປະກວດຫຼາຍເຖິງ 163 ຫົວຂໍ້ ຈາກມະຫາໄລທົ່ວປະເທດຈີນ.

ທີມນັກສຶກສາລາວໃນນາມ 咖中咖代理商队 ຕ່າງໜ້າ ມະຫາວິທະຍາໄລ ເຫີຫາຍ(河海大学) ໄດ້ເຂົ້າຮ່ວມກຸ່ມນັກສຶກສາຕ່າງປະເທດໃນຈີນ ແລະ ຮ່ວມກັນສະເໜີໂຄງການວິໄຈພາຍໃຕ້ຫົວຂໍ້ທີ່ໜ້າສົນໃຈ ແລະ ແທດເໝາະກັບສະພາບຄວາມເປັນຈິງ ຄື: “ກິ່ນຫອມຄຸນນະພາບສ່ອງແສງ, ກາເຟລາວຈະບຸກຕະຫຼາດຈີນໄດ້ແນວໃດ? (醇香凝质韵,咖何以入华?”ການສຶກສາການກຳນົດຕຳແໜ່ງການຕະຫຼາດ ແລະ ກົນລະຍຸດການຕະຫຼາດຂອງກາເຟລາວໃນຕະຫຼາດຈີນ

ບົດວິໄຈສະບັບນີ້ ໄດ້ເນັ້ນໃສ່ການນຳໃຊ້ກົນໄກການຮ່ວມມືລະຫວ່າງ ຈີນ-ອາຊຽນ ແລະ ການນຳໃຊ້ປະໂຫຍດຈາກເສັ້ນທາງລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການຂະຫຍາຍຕົວ ແລະ ຍົກລະດັບການຂົນສົ່ງຜະລິດຕະພັນກະສິກຳ. ໃນຂັ້ນຕອນການສຶກສາ, ທີມຜູ່ວິໄຈໄດ້ນຳໃຊ້ເຕັກໂນໂລຊີ ແລະ ລະບົບຂໍ້ມູນຂະໜາດໃຫຍ່ (Big Data) ຢ່າງມືອາຊີບ ໂດຍການເກັບກຳຂໍ້ມູນຢ່າງເປັນລະບົບ ຜ່ານແບບສອບຖາມ, ການສໍາພາດກຸ່ມເປົ້າໝາຍ (Focus Group) ແລະ ການວິເຄາະຄວາມຄິດເຫັນຂອງຜູ້ບໍລິໂພກໃນສື່ສັງຄົມອອນລາຍ (Text Mining) ເພື່ອເຈາະເລິກເຖິງພຶດຕິກຳ ແລະ ຄວາມຕ້ອງການທີ່ແທ້ຈິງຂອງຜູ້ບໍລິໂພກຊາວຈີນ ຕໍ່ກັບຜະລິດຕະພັນກາເຟລາວ.

ໂຄງການນີ້ບໍ່ພຽງແຕ່ເປັນການເປີດທາງ ແລະ ວາງແນວທາງໃຫ້ "ກາເຟລາວ" ສາມາດເຂົ້າສູ່ຕະຫຼາດຈີນທີ່ມີຂະໜາດໃຫຍ່ໄດ້ຢ່າງເປັນລະບົບ ແລະ ມີວິທະຍາສາດເທົ່ານັ້ນ, ແຕ່ຍັງຖືເປັນແບບຢ່າງ ແລະ ເປັນບົດຮຽນອັນລ້ຳຄ່າ ໃນການສຶກສາການຄ້າຂ້າມແດນ ສຳລັບຜະລິດຕະພັນກະສິກຳອື່ນໆ ພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" (Belt and Road Initiative) ລະຫວ່າງ ລາວ ແລະ ຈີນ ໃນອະນາຄົດອີກດ້ວຍ.

ລາຍຊື່ນັກສຶກສາລາວທີ່ເຂົ້າຮ່ວມ :
ທ້າວ ລຸນນະໄຊ ພັນຍະວົງ ຫົວໜ້າທີມ
(ຮອງປະທານຄະນະນັກສືກສາ ແຂວງ ຈຽງຊູ່)
ທ້າວ ມັງກອນ ບຸນຍົງ (ປະທານຄະນະນັກສຶກສາ ແຂວງ ຈຽງຊູ່)
ທ້າວ ມັງກອນທອງ ທໍາມະວົງ (ຮອງປະທານຄະນະນັກສຶກສາ ແຂວງ ຈຽງຊູ່)

ຂໍສະແດງຄວາມຍະນດີອີກຄັ້ງກັບຜົນສຳເລັດອັນໜ້າພາກພູມໃຈຄັ້ງນີ້

20/04/2026

ໃນວັນທີ 18 ເມສາ 2026 ຄະນະນັກສຶກສາລາວ ປະຈຳແຂວງຈຽງຊູ່, ສປ. ຈີນ ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ຂຶ້ນຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ. ງານໃນຄັ້ງນີ້ໄດ້ຈັດຂຶ້ນຢູ່ທີ່ ພູວິນລ່າ (Pool Villa) ໃນເມືອງໜານຈິ່ງ ໂດຍມີນັກສຶກສາລາວຈາກຫຼາຍມະຫາວິທະຍາໄລໃນທົ່ວແຂວງ ພ້ອມດ້ວຍເພື່ອນມິດນັກສຶກສາຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ຄະນະນັກສຶກສາລາວ ປະຈຳແຂວງຈຽງຊູ່ ຂໍຖືໂອກາດສະແດງຄວາມຂອບໃຈ ມາຍັງອ້າຍເອື້ອຍນ້ອງນັກສຶກສາລາວ ແລະ ແຂກຕ່າງປະເທດທຸກໆທ່ານ ທີ່ໄດ້ເສຍສະລະເວລາອັນມີຄ່າ ເຂົ້າຮ່ວມສ້າງສີສັນ ແລະ ສ້າງບັນຍາກາດແຫ່ງຄວາມມ່ວນຊື່ນຮ່ວມກັນ ເຊິ່ງເຮັດໃຫ້ງານໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ.

ພ້ອມດຽວກັນນັ້ນ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທີມງານທຸກໆພາກສ່ວນ ທີ່ໄດ້ປະກອບສ່ວນທັງສະຕິປັນຍາ ແລະ ງົບປະມານ. ໂດຍສະເພາະແມ່ນ ຄະນະຮັບຜິດຊອບຈັດງານ ແລພ ອ້າຍເອື້ອຍນ້ອງນັກສຶກສາຈາກ ມະຫາວິທະຍາໄລ ເຫີຫາຍ (Hohai University) ທີ່ໄດ້ທຸ່ມເທທັງແຮງກາຍ ແລະ ແຮງໃຈຢ່າງບໍ່ຮູ້ອິດຮູ້ເມື່ອຍ ໃນການເປັນເຈົ້າພາບປະສານງານ ແລະ ກະກຽມວຽກງານຮອບດ້ານ ຈົນເຮັດໃຫ້ງານປີໃໝ່ລາວໃນຄັ້ງນີ້ດຳເນີນໄປຢ່າງລາບລື່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.

ຜົນສຳເລັດຂອງງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງຄວາມເບີກບານມ່ວນຊື່ນເທົ່ານັ້ນ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງພະລັງຄວາມຮັກແພງ ແລະ ຄວາມສາມັກຄີອັນປຶກແຜ່ນ ຂອງອ້າຍເອື້ອຍນ້ອງນັກສຶກສາລາວໃນແຂວງຈຽງຊູ່. ເຖິງວ່າຈະຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ແຕ່ທຸກຄົນກໍຍັງມີຈິດສຳນຶກທີ່ສູງສົ່ງ ໃນການສືບສານ, ເຜີຍແຜ່ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃຫ້ຄົງຢູ່ສະເໝີໄປ.

ໃນວັນທີ 11 ເດືອນ 4 ປີ 2026 ທີ່ນະຄອນ ຊຽງໄຮ້ ສປ. ຈີນ ຄະນະນັກສຶກສາລາວ ແລະ ຄະນະຈຸພັກ ປະຈຳ ແຂວງ ຈຽງຊູ່ ໄດ້ເຂົ້າຮ່ວມອວຍພອນ ແລະ...
13/04/2026

ໃນວັນທີ 11 ເດືອນ 4 ປີ 2026 ທີ່ນະຄອນ ຊຽງໄຮ້ ສປ. ຈີນ ຄະນະນັກສຶກສາລາວ ແລະ ຄະນະຈຸພັກ ປະຈຳ ແຂວງ ຈຽງຊູ່ ໄດ້ເຂົ້າຮ່ວມອວຍພອນ ແລະ ສະເຫຼີມສະຫຼອງວັນປີໃໝ່ລາວ ປະຈຳປີ 2569

ຄະນະນັກສືກສາລາວ ແລະ ຄະນະຈຸພັກ ແຂວງ ຈຽງຊູ່ ຂໍຕາງໜ້າສະແດງຄວາມຂອບໃຈຕໍ່ ທ່ານ ນາງ ວິດາວອນ ແກ້ວບຸນຄົງ, ກົງສຸນໃຫຍ່ ແຫ່ງ ສປປ. ລາວ ແລະ ຄະນະນັກສຶກສາລາວ ປະຈຳ ນະຄອນຊຽງໄຮ້ ທີ່ໄດ້ໃຫ້ກຽດເຊື້ອເຊີນເຂົ້າຮ່ວມສະເຫຼີມສະຫຼອງງານປີໃໝ່ລາວໃນຄັ້ງນີ້.

ບັນຍາກາດພາຍໃນງາມເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນ. ພ້ອມທັງມີພິທີບາສີສູ່ຂວັນ ແລະ ຫົດນ້ຳດຳຫົວ ເຊິ່ງເປັນການສືບສານປະເພນີອັນດີງາມຂອງຊາດລາວ.

ເນື່ອງໃນໂອກາດປີໃໝ່ລາວ ປະຈຳປີ 2569 ນີ້, ຄະນະນັກສືກສາລາວ ແລະ ຄະນະຈຸພັກ ປະຈຳແຂວງ ຈຽງຊູ່ ຂໍອວຍພອນໄຊມາຍັງ ທ່ານກົງສຸນໃຫຍ່ ພ້ອມດ້ວຍຄະນະ ແລະ ອ້າຍເອື້ອຍນ້ອງນັກສຶກສາລາວທຸກທ່ານ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ການສຶກສາ.

📷 ຂໍຂອບໃຈຮູບພາບງາມໆຈາກ ຄະນະນັກສືກສາລາວ ປະຈຳນະຄອນ ຊຽງໄຮ້

ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຊຽງໄຮ້ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະນັກສຶກສາລາວ ທີ່ເມືອງໜານຈິ່ງ, ແຂວງຈຽງຊູ່ໃນລະຫວ່າງວັນທີ ...
08/04/2026

ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຊຽງໄຮ້ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະນັກສຶກສາລາວ ທີ່ເມືອງໜານຈິ່ງ, ແຂວງຈຽງຊູ່

ໃນລະຫວ່າງວັນທີ 4-5 ເມສາ 2026, ທ່ານ ນາງ ວິດາວອນ ແກ້ວບຸນຄົງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຊຽງໄຮ້ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະນັກສຶກສາລາວ ທີ່ພວມສຶກສາຢູ່ເມືອງໜານຈິ່ງ, ແຂວງຈຽງຊູ່, ສປ ຈີນ ເພື່ອຕິດຕາມຊີວິດການເປັນຢູ່ ແລະ ຊຸກຍູ້ວຽກງານຂອງນັກສຶກສາລາວໃນຕ່າງປະເທດ.

ໃນໂອກາດນີ້, ຄະນະກົງສຸນໃຫຍ່ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ວົງພະຈັນ ໄຊຍະລາດ, ເລຂາຈຸພັກນັກສຶກສາລາວ ປະຈຳແຂວງຈຽງຊູ່ ແລະ ທ້າວ ມັງກອນ ບຸນຍົງ, ປະທານນັກສຶກສາລາວ ປະຈຳແຂວງຈຽງຊູ່ ພ້ອມດ້ວຍຄະນະ.

ໃນພິທີພົບປະ, ທ່ານເລຂາຈຸພັກ ໄດ້ຕາງໜ້າໃຫ້ແກ່ນັກສຶກສາລາວ ລາຍງານໂດຍຫຍໍ້ກ່ຽວກັບ:
-ສະພາບການເຄື່ອນໄຫວ ແລະ ຊີວິດການເປັນຢູ່ຂອງນັກສຶກສາລາວພາຍໃນແຂວງ.
-ຜົນສຳເລັດຂອງວຽກງານຄະນະນັກສຶກສາ ແລະ ສາມອົງການຈັດຕັ້ງມະຫາຊົນໃນໄລຍະຜ່ານມາ.
-ການປຶກສາຫາລື ເພື່ອຊອກຫາທິດທາງໃນການປັບປຸງວຽກງານ ແລະ ການຊ່ວຍເຫຼືອນັກສຶກສາໃຫ້ມີປະສິດທິພາບກວ່າເກົ່າ.

ນອກຈາກການພົບປະອ້າຍເອື້ອຍນ້ອງນັກສຶກສາແລ້ວ, ຄະນະນັກສຶກສາລາວ ຍັງໄດ້ນຳພາຄະນະກົງສຸນໃຫຍ່ ເຄື່ອນໄຫວຢ້ຽມຊົມສະຖານທີ່ສຳຄັນທາງດ້ານການສຶກສາ ແລະ ປະຫວັດສາດ ຢູ່ເມືອງໜານຈິ່ງ ເປັນຕົ້ນແມ່ນ:
1. ມະຫາວິທະຍາໄລ ເຫີຫາຍ (Hohai University): ເພື່ອເບິ່ງສະພາບແວດລ້ອມການຮຽນ-ການສອນ.
2. ສຸສານໝິງຊ້ຽວ (Ming Xiaoling Mausoleum): ສະຖານທີ່ປະຫວັດສາດອັນເກົ່າແກ່.
3. ສຸສານຊຸນຈົ່ງຊ່ານ (Dr. Sun Yat-sen's Mausoleum): ອະນຸສອນສະຖານທີ່ສຳຄັນຂອງຈີນ.
4. ຢູຮົວໄຖ (Yuhuatai): ເຂດອະນຸສອນສະຖານປະຫວັດສາດທີ່ມີຊື່ສຽງ.

ຕາງໜ້ານັກສຶກສາລາວທົ່ວແຂວງຈຽງຊູ່ ໄດ້ສະແດງຄວາມຊາບຊຶ້ງບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ທ່ານກົງສຸນໃຫຍ່ ທີ່ໄດ້ສະຫຼະເວລາອັນມີຄ່າ ມາຢ້ຽມຢາມ ແລະ ໃກ້ຊິດຕິດແທດກັບນັກສຶກສາ, ເຊິ່ງເປັນການສ້າງຂວັນ ແລະ ກຳລັງໃຈອັນສຳຄັນໃຫ້ແກ່ນັກສຶກສາລາວໃນການຕັ້ງໜ້າສຶກສາຮ່ຳຮຽນ ເພື່ອນຳເອົາຄວາມຮູ້ກັບໄປພັດທະນາປະເທດຊາດໃນອະນາຄົດ.

ໜັງສືເຊີນ ຈາກ ຄະນະນັກສຶກສາລາວ ປະຈຳແຂວງ ຈຽງຊູ່, ສປ ຈີນເລື່ອງ : ເຊີນເຂົ້າຮ່ວມງານສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2569ອີງຕາມ ເອ...
02/04/2026

ໜັງສືເຊີນ ຈາກ ຄະນະນັກສຶກສາລາວ ປະຈຳແຂວງ ຈຽງຊູ່, ສປ ຈີນ
ເລື່ອງ : ເຊີນເຂົ້າຮ່ວມງານສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2569

ອີງຕາມ ເອກະສານເລກທີ 08 ຄນສ/ຈຊ, ລົງວັນທີ 1 ເມສາ 2026. ຄະນະນັກສຶກສາລາວ ປະຈຳແຂວງ ຈຽງຊູ່ ຂໍຖືເປັນກຽດເຊີນຊວນອ້າຍເອື້ອຍນ້ອງນັກສຶກສາລາວ ທີ່ພວມສຶກສາຢູ່ບັນດາມະຫາວິທະຍາໄລໃນທົ່ວແຂວງ ຈຽງຊູ່, ນະຄອນຊຽງໄຮ້, ແຂວງເຈີ້ຈ່ຽງ ແລະ ແຂວງ ອ່ານຮຸ່ຍ ເຂົ້າຮ່ວມສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ຈະໄດ້ຈັດຂຶ້ນໃນວັນທີ່ 18 ເມສາ 2026 ນີ້ ເພື່ອເປັນການສືບສານປະເພນີອັນດີງາມ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງອ້າຍເອື້ອຍນ້ອງນັກສຶກສາ

ສຳລັບທ່ານໃດທີ່ສົນໃຈເຂົ້າຮ່ວມ ແມ່ນໃຫ້ພົວພັນກັບພາກສ່ວນກ່ຽວຂ້ອງ ຕາມໃນເອກະສານ ຫຼື ໂປສເຕີ ຕາມເວລາກຳນົດ

ດັ່ງນັ້ນ, ຈຶ່ງຂໍເຊີນຊວນທຸກທ່ານຮີບລົງທະບຽນຕາມກຳນົດເວລາ ເພື່ອຄວາມສະດວກໃນການກະກຽມງານ ໃຫ້ຄົບຖ້ວນແລະສົມບູນແບບທີ່ສຸດ

ໃນວັນທີ 14 ມີນາ 2025 ເວລາ 11:00 ໂມງ ທີ່ມະຫາວິທະຍາໄລ ເຫີຫາຍ (Hohai University), ແຂວງຈຽງຊູ່, ສປ ຈີນ, ໄດ້ມີການຈັດກິດຈະກຳສ້າ...
15/03/2026

ໃນວັນທີ 14 ມີນາ 2025 ເວລາ 11:00 ໂມງ ທີ່ມະຫາວິທະຍາໄລ ເຫີຫາຍ (Hohai University), ແຂວງຈຽງຊູ່, ສປ ຈີນ, ໄດ້ມີການຈັດກິດຈະກຳສ້າງສັນຄວາມສາມັກຄີ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ແລະ ຕ້ອນຮັບການເປີດສົກຮຽນໃໝ່ ພາກຮຽນທີ 2 ຢ່າງເບີກບານມ່ວນຊື່ນ.

ກິດຈະກຳໃນຄັ້ງນີ້ ນຳພາໂດຍ ທ້າວ ມັງກອນ ບຸນຍົງ ປະທານຄະນະນັກສຶກສາລາວ ປະຈຳແຂວງຈຽງຊູ່ ແລະ ທ້າວ ຂັນທະໄຊ ທຸ່ມມະວົງໄຊ ປະທານນັກສຶກສາລາວ ປະຈຳມະຫາວິທະຍາໄລເຫີຫາຍ. ໃນພິທີ, ນາງ ກິນນາລອນ ມິດຕະວົງ ປະທານສະຫະພັນແມ່ຍິງ ໄດ້ໃຫ້ກຽດເລົ່າປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນແມ່ຍິງສາກົນ ເພື່ອເປັນການຫວນຄືນມູນເຊື້ອການຕໍ່ສູ້ ແລະ ບົດບາດຂອງແມ່ຍິງໃນສັງຄົມ.

ເພື່ອສ້າງບັນຍາກາດໃຫ້ມີຄວາມຟົດຟື້ນ, ໄດ້ມີການຈັດການແຂ່ງຂັນ ກິລາດອກປີກໄກ່ ປະເພດຄູ່ປະສົມ (ຍິງ-ຊາຍ) ເພື່ອຊິງຂັນລາງວັນ. ເປົ້າໝາຍຫຼັກແມ່ນເພື່ອເສີມສ້າງສຸຂະພາບ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງນັກສຶກສາລາວທີ່ອາໄສຢູ່ຕ່າງແດນ.

ໃນໂອກາດອັນມີຄວາມໝາຍນີ້, ຍັງໄດ້ຮັບກຽດການຢ້ຽມຢາມ ແລະ ເຂົ້າຮ່ວມຈາກ ທ່ານ ວົງພະຈັນ ໄຊຍະລາດ ເລຂາຈຸພັກນັກສຶກສາລາວ ປະຈຳແຂວງຈຽງຊູ່ ພ້ອມດ້ວຍຄະນະ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວັນແມ່ຍິງ ແລະ ຍ້ອງຍໍຊົມເຊີຍຄວາມສາມັກຄີຂອງອ້າຍນ້ອງນັກສຶກສາລາວ ທີ່ໄດ້ຮ່ວມແຮງຮ່ວມໃຈກັນຈັດງານໃນຄັ້ງນີ້.

ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມສະນິດສະໜົມ, ສຽງຫົວ ແລະ ຄວາມເບີກບານມ່ວນຊື່ນ, ເຊິ່ງສະແດງໃຫ້ເຫັນເຖິງຈິດໃຈແຫ່ງຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ຂອງອ້າຍເອື້ອຍນ້ອງນັກສຶກສາລາວໃນແຂວງຈຽງຊູ່ຢ່າງແທ້ຈິງ.

ໃນວັນທີ່ 25 ທັນວາ 2025, ຄະນະນັກສືກສາລາວປະຈຳ ແຂວງ ຈຽງຊູ່ ໄດ້ເດີນທາງມາພົບປະຢ້ຽມຢາມຄະນະນັກສືກສາ ແລະ ນັກສືກສາລາວປະຈຳ ເມືອງ ອ...
27/12/2025

ໃນວັນທີ່ 25 ທັນວາ 2025, ຄະນະນັກສືກສາລາວປະຈຳ ແຂວງ ຈຽງຊູ່ ໄດ້ເດີນທາງມາພົບປະຢ້ຽມຢາມຄະນະນັກສືກສາ ແລະ ນັກສືກສາລາວປະຈຳ ເມືອງ ອູຊີ່ ແຂວງ ຈຽງຊູ່ ສປ. ຈີນ.

ໃນການພົບປະຄັ້ງນີ່, ໄດ້ມີການຈັດກິດຈະກຳເພື່ອສ້າງສາຍສຳພັນຄວາມສາມັກຄີ ເປັນຕົ້ນແມ່ນ : ແຂ່ງຂັນຕີດອກປີກໄກ່ປະເພດຄູ່, ການຮ່ວມຮັບປະທານອາຫານສາມັກຄີ, ການແລກປ່ຽນຂອງຂວັນທີ່ລະນຶກ ແລະ ທ່ອງທ່ຽວຊົມເມືອງ ອູຊີ່.

ຕະຫຼອດໄລຍະການຢ້ຽມຢາມພົບປະ, ບັນຍາກາດແມ່ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດຕະພາບ. ເຊິ່ງສະແດງໃຫ້ເຫັນເຖີງຄວາມຜູກພັນ ແລະ ຄວາມສາມັກຄີອັນແໜ້ນແຟ້ນ ຂອງບັນດານັກສືກສາລາວພາຍໃນແຂວງຈຽງຊູ່ ສປ. ຈີນ.

ຄະນະນັກສຶກສາລາວ ປະຈຳແຂວງຈຽງຊູ່ ຂໍສະແດງຄວາມປະທັບໃຈ ແລະ ຄວາມຂອບໃຈຢ່າງສຸດຊຶ້ງ ມາຍັງບັນດາອ້າຍເອື້ອຍນ້ອງ ນັກສຶກສາທີ່ເມືອງອູຊີ່ ແລະ ໜຶ່ງໃນຄະນະນັກສືກສາລາວ ປະຈຳແຂວງຈຽງຊູ່ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມຊົງຈຳທີ່ດີຮ່ວມກັນ.

ພວກເຮົາຫວັງຢ່າງຍິ່ງວ່າ ຈະໄດ້ມີໂອກາດພົບປະ ແລະ ຮ່ວມແລກປ່ຽນໄມຕີຈິດມິດຕະພາບຮ່ວມກັນອີກຄັ້ງໃນພາຍພາກໜ້າ. ພ້ອມກັນນີ້, ກໍມີຄວາມມຸ່ງຫວັງທີ່ຈະໄດ້ເດີນທາງໄປພົບປະຢ້ຽມຢາມ ບັນດານັກສຶກສາລາວ ທີ່ພຳນັກຢູ່ບັນດາຕົວເມືອງຕ່າງໆ ໃຫ້ຄົບທັງ 13 ຕົວເມືອງ ທົ່ວແຂວງຈຽງຊູ່ ໃນໂອກາດອັນເໝາະສົມຕໍ່ໄປ.

ແຈ້ງການ ຈາກ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຊຽງໄຮ້, ສປ ຈີນເລື່ອງ : ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະ...
19/12/2025

ແຈ້ງການ ຈາກ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຊຽງໄຮ້, ສປ ຈີນ
ເລື່ອງ : ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V

ອີງຕາມເອກະສານແຈ້ງການຈາກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນຊຽງໄຮ້ ສະບັບເລກທີ 1264/ກສຊ.25, ລົງວັນທີ 18 ທັນວາ 2025. ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງທີ່ນັກສຶກສາສ່ວນໃຫຍ່ພັກຮຽນໃນຊ່ວງເວລາດັ່ງກ່າວ ໃຫ້ນັກສຶກສາລາວທຸກທ່ານທີ່ມີອາຍຸ 18 ປີ ຂຶ້ນໄປ (ຜູ້ທີ່ມີສິດປ່ອນບັດ) ທີ່ບໍ່ສາມາດກັບໄປໃຊ້ສິດຢູ່ ສປປ ລາວໄດ້ໃນຊ່ວງເວລາດັ່ງກ່າວ (ກັບເມື່ອລາວຊ່ວງພັກເທີມ) ໃຫ້ເຂົ້າໄປປ້ອນບັດເລືອກຕັ້ງ ຢູ່ກົງສູນຊຽງໄຫ້, ກະລຸນາລົງ ຊື່ ແລະ ນາມສະກຸນ, ວັນເດືອນປີເກີດ, ຊື່ໂຮງຮຽນ ແລະ ເບີໂທຕິດຕໍ່. ສົ່ງໃຫ້ຄະນະຮັບຜິດຊອບ ເພື່ອລວບລວມສົ່ງໃຫ້ສະຖານກົງສຸນໃຫຍ່.

ຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໂດດເດັ່ນໃນງານ IBSC ຂອງນັກສຶກສາລາວໃນລະຫວ່າງວັນທີ່ 1 ຫາ 3 ທັນວາ 2025, ນັກສຶກສາລາວຈາກ ມະຫາ...
05/12/2025

ຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໂດດເດັ່ນໃນງານ IBSC ຂອງນັກສຶກສາລາວ

ໃນລະຫວ່າງວັນທີ່ 1 ຫາ 3 ທັນວາ 2025, ນັກສຶກສາລາວຈາກ ມະຫາວິທະຍາໄລ ຈຽງໜານ (Jiangnan University- 江南大学), ເມືອງອູຊີ່ ແຂວງຈຽງຊູ່, ສ.ປ.ຈີນ, ໄດ້ເຂົ້າຮ່ວມການແຂ່ງຂັນ International Business Simulation Competition ຄັ້ງທີ່ 3 ປະຈຳປີ 2025 ທີ່ໄດ້ຈັດຂຶ້ນທີ່ ນະຄອນຊຽງໄຮ້.

ໃນການແຂ່ງຂັນມີມະຫາວິທະຍາໄລ ເຂົ້າຮ່ວມທັງໝົດ 25 ແຫ່ງ, ປະກອບມີ 140 ກຸ່ມຜູ້ເຂົ້າແຂ່ງຂັນ ແລະ ກຸ່ມນັກສືກສາລາວໄດ້ສະແດງສັກກະຍະພາບ ແລະ ຄວາມສາມາດອັນໂດດເດັ່ນ ຈົນສາມາດຍາດເອົາລາງວັນອັນດັບສອງ (2nd Place) ຂອງການແຂ່ງຂັນມາໄດ້ຢ່າງສຳເລັດຜົນ.

ກຸ່ມນັກສຶກສາລາວທີ່ເຂົ້າຮ່ວມຄັ້ງນີ້ປະກອບມີ 4 ທ່ານ :
ທ.ເລັກສອນເພັດ ແກ້ວມະນີວົງ
ນ ໄພລິນ ບຸນພັກດີ (ສະມາຊິກ ຄະນະນັກສືກສາລາວປະຈຳແຂວງຈຽງຊູ່)
ນ ນ້ຳຝົນ ມະນີວົງ
ນ.ມະນີລາ ເດດວົງພັນ

ຂໍສະແດງຄວາມຍິນດີອີກຄັ້ງຕໍ່ຜົນສຳເລັດອັນໜ້າພາກພູມໃຈຄັ້ງນີ້

Address

Nanjing

Telephone

+8562078813310

Website

Alerts

Be the first to know and let us send you an email when ຄະນະນັກສຶກສາແຂວງຈຽງຊູ່ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ຄະນະນັກສຶກສາແຂວງຈຽງຊູ່:

Shortcuts

Share